ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ເລດີ້    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ເລດີ້ » ປຶກສາບັນຫາ ສິວ-ຝ້າ-ໜ້າໃສ ແບບວິທີພື້ນບ້ານ ແລະ ທົ່ວໄປ.

ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>


໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຮັກແທ້ຄືແມ່

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ chitnoy ຂຽນວ່າ...
ອອກກຳລັງການ ດື່ມນ້ຳຫຼາຍ(8ຈອກ).ຕຶ່ນນອນມາໃຫ້ນວດ,ຄຶງໃບໜ້າເພື່ອໃຫ້ເລືອດໜູນວຽນ ອາການອັກເສບໃຕ້ຜິວໜັງຈະດີຂຶ້ນ .ໃຊ້ຫວ້ານຫາງຈະລະເຂ້ ເອົາແຕ່ເຈວໃສໆ ລ້າງສະອາດແລ້ວມາແປະໄວ້ ແຫ້ງແລ້ວລ້າງອອກໃຫ້ສະອາດ(ຂ້ອບເຮັດເລື້ອຍໆ ບໍ່ຄ່ອຍມີບັນຫາກ່ຽວກັບໜ້າ)


ໄອເດຍດີ


໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລື່ອງກີນນ້ຳຫຼາຍນີ້ ຂພຈ ກີນອາທິດໜຶ່ງໝົດສອງຕຸກປາກາລັງ ໂດຍສະເພາະແມ່ນເວລາຫຼີ້ນກັບຄອມພິວເຕີ ແມ່ນຈະກີນນ້ຳຫຼາຍເປັນພິເສດ ຂພຈ ມັກອອກກຳລັງກາຍຢູ່ສະເໝີ ໂດຍສະເພາະແມ່ນຝຶກ KungFu ໆນີ້ ຂພຈ ມັກເປັນພິເສດຈົນກ້າເວົ້າໄດ້ວ່າເປັນສ່ວນໜຶ່ງຂອງຊີວິດຈິດໃຈຂອງຂພຈເລີຍ ແຕ່ ຂພຈ ກະບໍ່ໄດ້ປະເລື່ອງການດູແລຜິວໜ້າ. ວິທີການດູແລຮັກສາຜິວໜ້າຂອງ ຂພຈ ກະຄື: ເອົາຜັກຕຳນີນ ຫຼື ເອີ້ນອີກຊື່ໜຶ່ງວ່າຜັກຕຳຣີງ ມາຕຳໃສ່ຄົກແລ້ວຫາເອົາປູຂາວ(ປູນຄ້ຽວ) ມາໂຮຍໃສ່ນຳໜ່ອຍໜຶ່ງ ຈາກນັ້ນຕຳໃຫ້ເຂົ້າກັນຈົນເຫັນວ່າມີນ້ຳແລ້ວກະເອົາມາທາທີ່ໜ້າ ປະໄວ້ໃຫ້ມັນແຫ້ງ15-20 ນາທີແລ້ວລ້າງອອກ ຫຼືຈະປະໄວ້ໃຫ້ດົນກວ່ານັ້ນກະໄດ້ ເຮັດແນວນີ້ໜ້າຂອງ ຂພຈ ຈິ່ງໃສ ໄຮ້ສິວຝ້າປານໜ້າຜູ້ຍິງເອົາໂລດ ຮາຮາຮາ ວິທີນີ້ໃຊ້ດັບກີ່ນໂຕໄດ້ນຳເດີ ຜູ້ໃດມີກີ່ນໂຕແຮງລອງເອົາໄປເຮັດແລ້ວທາຕາມຕົນໂຕລອງເບີ່ງ ຮັບຮອງເລີຍວ່າກີ່ນທີ່ບໍ່ເພີ່ງປາຖະໜາກໍ່ຈະບໍ່ກັບມາລົບກວນເພີ່ນອີກເລີຍ. ລອງມາແລ້ວໄດ້ຜົນຈິງ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໒໓ ກະທູ້
໑໓໓ ໂພສ
ນັກການກະທູ້
ສຳລັບເຮົາແລ້ວ ເກືອບວ່າລອງທຸກວິທາງແລ້ວ ແຕ່ກະຍັງຄືເກົ່າ ບໍ່ຮູ້ວາຈະເຮັດແບບໃດດີ ແລະ ດຽວນີ້ກະບໍ່ໄດ້ກະວົນກະວາຍເພາະວ່າ ຜູ້ໃຫຍ່ເພີ່ນແນະນຳວ່າບໍ່ຕ້ອງກັງວົນມັນດອກຂອງແບບນີ້ນະ ແຕ່ຖ້າວ່າໃຜມີວິທີທີ່ໜ້າອັດສະຈັນ ກະຊິລອງເບິ່ງອີກ


ໜ້າທີ່ 2 ຈາກທັງໝົດ 2 ໜ້າ <<<12>>>