ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ເລດີ້    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ເລດີ້ » ສູດ​ຜິວ​ໃສ ໃບ​ໜ້າ​ເຕ່ງ​ຕຶງ

໒໕ ກະທູ້
໓໔໒ ໂພສ
ຊຳນານການເວັບບອດ
ໝາກ​ແຕງ​ຂີ້​ໄກ່

ຈະ​ມີ​ວິ​ຕາ​ມິນ​ສູງ ໃນ​ໝາກ​ແຕງ​ຂີ້​ໄກ່ຍັງມີ​ເອັນ​ໄຊມ໌ cryssin ຊຶ່ງ​ຊ່ວຍ​ຍ່ອຍ​ໂປ​ຕີນ​ໄດ້ ເອັນ​ໄຊມ໌​ຊະນິດ​ນີ້ ຈະ​ຊ່ວຍ​ຍ່ອຍ​ຜິວ​ໜັງ​ທີ່​​ແຂງ​ກະດ້າງ ໃຫ້​ຫລຸດ​ອອກ​ໄປ ເພື່ອ​ໃຫ້​ຜິວ​ໃໝ່​ທີ່​ອ່ອນ​ນຸ່ມ ເກີດ​ຂຶ້ນ​ມາ​ແທນ​ທີ່ ບາງ​ຄົນ​ໃຊ້​ໝາກ​ແຕງ​ຂີ້​ໄກ່​ສົດ ຝານ​ເປັນ​ປ່ຽງ​ບາງໆ ວາງ​ເທິງ​ໃບ​ຫນ້າທີ່​ລ້າງ​ສະ​ອາດ ແທນ​ນ້ຳ​ໝາກ​ແຕງ. ປັດຈຸບັນ ມີ​ນ້ຳ​ໝາກ​ແຕງປະສົມ​ໃນ​ເຄື່ອງ​ສຳ​ອາງ ເຊັ່ນ ຄີມ​ລ້າງ​ໜ້າ ຄີມ​ທາ​ຕົວ ເພື່ອ​ຊ່ວຍ​ໃຫ້​ຜິວ​ບໍ່​​ດ້ານ ແລະ​ຊ່ວຍ​ສະ​ໝານ​ຜິວ ໝາກ​ແຕງ​ຂີ້​ໄກ່ເປັນ​ສະ​ໝຸນ​ໄພ ທີ່​ຫາ​ງ່າຍ ມີ​ປະໂຫຍດ ລາ​ຄາ​ຖືກ ໃຊ້​ຕິດ​ຕໍ່​ກັນເປັນ​ປະຈຳ ຈະ​ເຮັດໃຫ້​ສວຍສົດ​ຊື່ນ ມີ​ນ້ຳ​ມີ​ນວນ.

ໝາກ​ເລ່ນ

ໃນ​ໝາກ​ເລ່ນຈະ​ມີ​ສານ Curotenoid ແລະ​ມີ​ວິ​ຕາ​ມິນ​ຫລາຍ​ຊະນິດ ນ້ຳ​ຈາກ​ໝາກ​ເລ່ນ​ສຸກ ຈະ​ມີ​ສານ licopersioin ຊຶ່ງ​ມີ​ລິດ​ຂ້າ​ເຊື້ອ​ລາ ແລະ​ແບັກ​ທີ​ເລຍ ແລະ ນ້ຳໝາກ​ເລ່ນ​ສົດ ນຳ​ມາ​ພອກ​ໜ້າ ຈະ​ປິ່ນປົວ​ສິ​ວສະໝານ​ຜິວ​ໜ້າ​ໃຫ້​ເຕ່ງ​ຕຶງ ຫລື​ອາດຈະ​ຝານ​ບາງໆ ແປະ​ລົງ​ເທິງ​ຜິວ​ໜ້າ​ກໍ​ໄດ້.


໒໕ ກະທູ້
໓໔໒ ໂພສ
ຊຳນານການເວັບບອດ
-*-