ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ເລດີ້    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ເລດີ້ » 5 ທ່າ​ຫນ້າ​ເອິກງາມ (Slim up)

໒໕ ກະທູ້
໓໔໒ ໂພສ
ຊຳນານການເວັບບອດ
ເອິກ​ຄື​ເລື່ອງ​​ໃຫຍ່​ຂອງ​ຍິງ​ສາວ ການ​ມີ​ຜົ້ງເອິກ​ກະ​ຊັບ ບໍ່​ຢ່ອນຍານ ລ້ວນ​ເປັນ​ຄວາມ​ຕ້ອງ​ການ​ຂອງ​ຍິງ​ສາວ ເພື່ອ​ບຸກຄະລິກ​ແລະ​ຊວດ​ຊົງ​ທີ່​ດີ Slim by Yourself ໄດ້​ນຳ​ທ່າ​ບໍລິຫານ​ຜົ້ງເອິກ​ງ່າຍໆ ທີ່​ທ່ານສາມາດ​ເຮັດ​ໄດ້​ດ້ວຍ​ຕົວ​ເອງ.


ທ່າ​ທີ່ 1 ຢືນຢືດ​ແຂນ

- ຍືນ​ກົງ ແຍກ​ຕີນ​ພໍ​ປະ​ມານ ມື​ທັງ 2 ຂ້າງ​ປະ​ສານ​ກັນ​ຢືດ​ແຂນ​​ເດ່ໄປ​ທາງໜ້າ​ໃຫ້​ຂະ​ໜານ​ກັບ​ພື້ນ ແຂນ​ຕຶງ ໜ້າ​​ກົງ.

- ຄ່ອຍ​ໆ ຢືດ​ແຂນ​ທັງ 2 ຂ້າງ​ຂຶ້ນ​ເໜືອ​ຫົວ​ໄປ​ທາງ​ດ້ານ​ຫລັງ ຄ້າງ​ໄວ້ ຕາ​​ເບິ່ງຕາມ​ມື.
- ກັບ​ສູ່​ທ່າ​ເລີ່ມ​ຕົ້ນ ແລະ​ຄວນ​ເຮັດ​ທ່າ​ນີ້​ຢ່າງ​ນ້ອຍ 3-5 ເຊັດ.


ທ່າ​ທີ່ 2 ຢືດ​ແຂນແອ່ນ

- ຢືນ​ກົງ ແຍກ​ຕີນ​ພໍ​ປະ​ມານ ມື​ທັງ 2 ຂ້າງ​ປະ​ສານ​ກັນ​ໄວ້​ຂ້າງ​ຫລັງ ລຳ​ຕົວ​ຢືດ​ກົງ.

- ຄ່ອຍ​ໆ ເອນ​ຕົວ​ໄປ​ທາງ​ຫລັງ​ພ້ອມ​ກັບ​ແອ່ນ​ຕົວ​ໂດຍ​ມື​ທັງ 2 ຂ້າງ​ຍັງ​ຄົງ​ປະ​ສານ​ກັນ​ໄວ້​ຂ້າງ​ຫລັງ ຄ້າງ​ຈັງ​ຫວະ​ໄວ້.
- ກັບ​ສູ່​ທ່າ​ເລີ່ມ​ຕົ້ນ ແລະ​ຄວນ​ເຮັດ​ທ່າ​ນີ້​ຢ່າງ​ນ້ອຍ 3-5 ເຊັດ


ທ່າ​ທີ່ 3 ຕຶງ​ສອກ-ກາງ​ແຂນ

- ຢືນ​ກົງ ແຍກ​ຕີນ​ພໍ​ປະ​ມານ ທົບແຂນ​ແລະ​ກາງ​ສອກລະ​ດັບ​ໄຫລ່.

- ຄ່ອຍ​ໆ ຫວ່ຽງ​ແຂນ​ທັງ 2 ຂ້າງ​ອອກ​ດ້ານ​ຂ້າງ ພ້ອມ​ກັບ​ແອ່ນ​ຕົວ​ອອກ​ໄປ​ດ້ານ​ໜ້າ​ເລັກນ້ອຍ ຫລື​ອາດ​ກ້າວ​ຕີນ​ຂ້າງ​ໃດ​ຂ້າງ​ໜຶ່ງ​ໄປ​ທາງ​ດ້ານ​ໜ້າ​ໃນ​ຂະນະ​ຫວ່ຽງ​ແຂນ​ກໍ​ໄດ້.
- ກັບ​ສູ່​ທ່າ​ເລີ່ມ​ຕົ້ນ ແລະ​ຄວນ​ເຮັດ​ທ່າ​ນີ້​ຢ່າງ​ນ້ອຍ 3-5 ເຊັດ


ທ່າ​ທີ່ 4 ດຶງ​ສອກ​ຊ້າຍ-ຂວາ

- ຢືນ​ກົງ ແຍກ​ຕີນ​ພໍ​ປະ​ມານ ຊູ​ແຂນ​ທັງ 2 ຂ້າງ​ຂຶ້ນ​ເໜືອ​ຫົວ ຫັນ​ຝ່າ​ມື​ເຂົ້າ​ຫາ​ກັນ.

- ຄ່ອຍ​ໆ ດຶງ​ສອກ​ຂ້າງ​ຂວາ​ລົງ​ມາ​ໃຫ້​ຕ່ຳ​ກວ່າ​ລະ​ດັບ​ໄຫລ່​ເລັກນ້ອຍ.

- ກັບ​ສູ່​ທ່າ​ເລີ່ມ​ຕົ້ນ ແລະ​ປ່ຽນ​ຈາກ​ດຶງ​ສອກ​ຂ້າງ​ຂວາ ເປັນ​ດຶງ​ສອກ​ຂ້າງ​ຊ້ານ​ແທນ.
- ເຮັດ​ສະ​ຫລັບ​ກັນ​ປະ​ມານ 3-5 ເຊັດ.


ທ່າ​ທີ່ 5 ກົ້ມ​ຕົວ-ດຶງ​ສອກ

- ຢືນ​ແຍກ​ຕີນ​ພໍ​ປະ​ມານ ກຳ​ຕົວ​ຂະ​ໜານ​ກັບ​ພື້ນ ແຂນ​ທັງ 2 ຂ້າງ​ຫຍຽດ​ກົງ ປາຍ​ມື​ຊີ້​ລົງ​ພື້ນ.

- ຄ່ອຍ​ໆ ດຶງ​ສອກ​ທັງ 2 ຂ້າງ​ຂຶ້ນ​ໄປ​ທາງ​ດ້ານ​ຫລັງ ຄ້າງ​ຈັງ​ຫວະ​ໄວ້.

- ກັບ​ສູ່​ທ່າ​ເລີ່ມ​ຕົ້ນ ເຮັດ​ທ່າ​ນີ້​ປະ​ມານ 3-5 ເຊັດ.


໒໕ ກະທູ້
໓໔໒ ໂພສ
ຊຳນານການເວັບບອດ
-*-


໒ ກະທູ້
໗໐ ໂພສ
ຂາປະຈຳເວັບບອດ
ຄຶຊິມາຮູ້ດິ ແທ້!!!!!!!

ຮັກແທ້ເປັນແນວໃດ

໒ ກະທູ້
໗໐ ໂພສ
ຂາປະຈຳເວັບບອດ
ຄຶຊິມາຮູ້ດິ ແທ້!!!!!!!

ຮັກແທ້ເປັນແນວໃດ

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບາລະຮຶ່ມ..!!
ບາດນີ້ລະເນາະ..


໑໖ ກະທູ້
໔໕໐ ໂພສ
ຊຳນານການເວັບບອດ
ບໍ່ຮູ້ວ່າເຮັດແນວໃດ ບໍ່ຊ່າງຈະເຮັດນະຍາກໂພດ

ຢູ່ຫ່າງໆ ຢ່າງຫ່ວງໆ

໓໔ ກະທູ້
໑໑໑໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົາຮູບວິທີເຮັດລົງນຳແນ່ແມ....ຫົວໜ້າ ຢາກເຫັນວິທີເຮັດ

ນັກບຸນຄົນບາບ-ຄົນຣວຍທີ່ຍາກຈົນ-ຄົນໃຈງ່າຍແຕ່ບໍ່ຫຼາຍໃຈ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແທ້ຫວາ?
ເພີ່ນເຄີຍ ລວງຫວາ?
ເພີ່ນຮູ້ ວິທີລົດໜ້າທ້ອງບໍ່ ນອກຈາກການ ສິດ ອັບ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໘໑ ກະທູ້
໑໒໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໕ ກະທູ້
໓໙໔ ໂພສ
ຊຳນານການເວັບບອດ
ລອງກ່ອນ

ຮັກນີ້ຂໍໃຫ້ຈິງຈັງໄດ້ບໍ່??

໐ ກະທູ້
໓໑໔ ໂພສ
ຊຳນານການເວັບບອດ
ແວະມາຈອບເບິ່ງຈື່ໆ

try do see

໘໑ ກະທູ້
໑໒໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຈອບກະທູ້


໕ ກະທູ້
໑໑໑ ໂພສ
ນັກການກະທູ້
ເຫັນຜົນແລ້ວບອກເດີ 555+


໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈອບອ່ານ ຕາມ ເຄີຍ..............

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໑ ກະທູ້
໕໒ ໂພສ
ຂາປະຈຳເວັບບອດ


໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄຜຢາກງາມແບບນີ້ ກະໝັ່ນບໍລິຫານ ເດີ້


Thanks: ฝากรูป ประกันภัยรถยนต์

ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ

໐ ກະທູ້
໘໓໘ ໂພສ
ຊຳນານການເວັບບອດ


໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຜູ້ຊາຍກະເຮັດໄດ້ຢູ່ຫວາ ຢາກໄດ້ນ້າເອີກງາມນຳໝູ່ນ່າ ອິອິອິ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໑ ກະທູ້
໒໖໔໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈອບເບີ່ງ


໒໘ ກະທູ້
໒໔໙໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ wantiya ຂຽນວ່າ...
ໄຜຢາກງາມແບບນີ້ ກະໝັ່ນບໍລິຫານ ເດີ້


Thanks: ฝากรูป ประกันภัยรถยนต์



ຂອບໃຈລູງຂີ້ເມົາ

ຮັກແທ້ຄືແມ່

໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຜູ້ຊາຍກະເຮັດໄດ້ຢູ່ຫວາ5555555555


໖ ກະທູ້
໑໗໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
5555555555555555555


໐ ກະທູ້
໑໔໕໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຈອບເບິ່ງນົມ ຮາໆໆໆໆ


໖ ກະທູ້
໑໗໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີແຕ່ນົມ


໑໔ ກະທູ້
໑໐໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອບໃຈຂ້ອຍແຮງບໍ່ມີຫຍັງຢູ່ນິ


໑໙ ກະທູ້
໔໒໔ ໂພສ
ຊຳນານການເວັບບອດ
ຍາກໂພດ ໄປຍັດຊິລິໂຄນເອົາສະ
ງ່າຍກວ່າ