ກະທູ້ມາໃໝ່ | ຫມວດ | ບັນເທີງ » ເລດີ້ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ເທັກນິກນຸ່ງເຄື່ອງໃຫ້ຈ່ອຍງາມ ສາວໆ ສະໄໝນີ້ກໍຢາກຈະຈ່ອຍພຽວງາມກັນແນ່ນອນຢູ່ແລ້ວ ບໍ່ດັ່ງນັ້ນທຸລະກິດກ່ຽວກັບການຫຼຸດຜ່ອນຄວາມຕຸ້ຍ ຫຼືຫຼຸດນ້ຳໜັກ ຈະບໍ່ໂຜ່ມາຫຼວງຫຼາຍພາຍມາກແມ່ນບໍ. ແຕ່ຫາກຫລຸດລຳບາກຍາກເຂັນ ກໍລອງໃຊ້ເທັກນິກງ່າຍໆ ເຫລົ່ານີ້ ພາງສາຍຕາໃຫ້ເບິ່ງຈ່ອຍຜອມພຽວນຳກັນເບິ່ງ. - ນຸ່ງເຄື່ອງສີເຂັ້ມຫລືຊຸດສີດຳ ຊ່ວຍພາງຮູບຮ່າງໄດ້ ແຕ່ກ່ອນທີ່ຈະໄປຊື້ມານຸ່ງ ຄວນສຳລວດວ່າລະດູການນີ້ເຄື່ອງນຸ່ງສີເຂ້ມສີໃດທີ່ມາແຮງ ອາດຈະເປັນສີນ້ຳເງິນເຂັ້ມຫລືເທົາເຂັ້ມກໍໄດ້. - ເກີບສົ້ນສູງ ມີສ່ວນຊ່ວຍຫລາຍ ເພາະຈະເຮັດໃຫ້ຂາເບິ່ງແຮວຂຶ້ນແລະຊ່ວຍຍົກກະໂພກຂຶ້ນໄດ້ເລັກນ້ອຍ - ຫັດສາຍແອວເສັ້ນໃຫຍ່ ຄວາມມະຫັດສະຈັນຂອງສາຍແອວເສັ້ນໃຫຍ່ ເພາະພຽງແຕ່ຂະໜາດຕ່າງກັນ ກໍເຮັດໃຫ້ເຮືອນຮ່າງປ່ຽນໄດ້ເຊັ່ນກັນ. - ຜິວສີແທນ ຫາຄີມທາຜິວສີແທນ ມາທາສ່ວນເກີນຈັກໜ້ອຍ ຢ່າທາທັງຕົວ ແຕ່ໃຫ້ນຶກເຖິງການເຮັດໄຮໄລ໊ເຂົ້າໄວ້ແລ້ວເຮືອນຮ່າງຈະເບິ່ງມີມິຕິຂຶ້ນ. - ຫາຈຸດເດັ່ນຂອງຕົວເອງແລະເຜີຍໃຫ້ເບິ່ງໂດດເດັ່ນທີ່ສຸດ ຖ້າເປັນຄົນມີໜ້າເອິກກໍໃຫ້ໃສ່ຊຸດເຂົ້າຮູບເລັກນ້ອຍ ຫລືຖ້າເປັນສາວຂາແຮວເລືອກໃສ່ສະກິນນີ່ຈະດີທີ່ສຸດ ເພາະເມື່ອຈຸດເດັ່ນຊັດເຈນ ຈຸດດ້ອຍຈະຈາງຫາຍໄປທັນທີ. ພຽງເທົ່ານີ້ກໍສາມາດເລືອກນຸ່ງເສື້ອຜ້າໃຫ້ເບິ່ງຜອມພຽວກັນໄດ້ແລ້ວ. |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ມາເປິດສົດ.........ຂ້ອບໃຈເດີທີ່ແນະນຳ
ຮັກແທ້ເປັນແນວໃດ
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຮັກແທ້ຄືແມ່
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຢາກຮູ້ວິທີນຸ່ງເຄື່ອງໃຫ້ເບິ່ງຂາວຂຶ້ນນຳນະເຮັດແນວໃດ
"no one is perfect"
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ແລ້ວຊິຫາມາໃຫ້ເດີ ຈະພະຍາຍາມ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຫລືຖ້າເປັນສາວຂາແຮວເລືອກໃສ່ບີກິນນີ່ຈະດີທີ່ສຸດ ຂໍແປງເລັກນ້ອຍ ອິອິ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
-*- |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ດີ2222222 ຊິໄປໃຊ້ເບີ່ງເດີ້
ຮັກນີ້ຂໍໃຫ້ຈິງຈັງໄດ້ບໍ່??
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ແວະມາຈອບເບິ່ງຈື່ໆ
try do see ແປວ່າ ລອງເຮັດເບິ່ງ
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ເຂົາຈ່ອຍແລ້ວເດ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຢາກຈ່ອຍຢູ່ນິ
I believe in the IMPOSSIBLE
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ... ຢາກຈ່ອຍຢູ່ນິ ດ໋ຽວຈະພາໄປລົດຄວາມອ້ວນ.. ຢູ່ໃສ ແອນເດິ ເວລາໃດດີທ່ານເບວ
I believe in the IMPOSSIBLE
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ມາຈອບເບິ່ງ
..........................................................................
.......................................................................... |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ peckii ຂຽນວ່າ... ຢາກຈ່ອຍຢູ່ນິ ດ໋ຽວຈະພາໄປລົດຄວາມອ້ວນ.. ຢູ່ໃສ ແອນເດິ ເວລາໃດດີທ່ານເບວ ວ່າງຍາມໃດ ກະໄປຍາມນັ້ນເລີຍ.. |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
|