ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ເລດີ້    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ເລດີ້ » ຂໍຖາມຄວາມຄິດສາວໆໃນພັນລາວ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>

໖ ກະທູ້
໑໑໐ ໂພສ
ນັກການກະທູ້
ຖ້າເປັນກະທູ້ທີ່ບໍ່ມີສາລະກໍຂໍອະໄພມານຳໝູ່ເພື່ອນພັນລາວລ່ວງໜ້າ
ເລື່ອງມີຢູ່ວ່າ: ຂ້ອຍມີໝູ່ຄົນໜື່ງລາວມາປຶກສາກ່ຽວກັບແຟນຂອງລາວແຕ່ພໍລາວເລົ່າໃຫ້ຂ້ອຍຟັງຂ້ອຍເລີຍບໍ່ສາມາດອະທິບາຍຕໍ່ໝູ່ໄດ້ເພາະຂ້ອຍບໍ່ເຂົ້າ
ໃຈຄວາມຄິດຂອງຜູ້ຍິງຄົນນັ້ນ

ໝູ່ຂອງຂ້ອຍຊື່ "1" ນັ້ນຄົບກັບແຟນທີ່ມີອາຍຸນ້ອຍກວ່າ5ປີ ຊື່ "2" ເຂົາສອງຄົນກະຮັກກັນດີໃນສາຍຕາຂອງໝູ່ເພື່ອນເຮົາແຕ່ລາວມາເລົ່າໃຫ້ຟັງທີ່ຫຼັງວ່າເຂົາເຈົ້າ
ຄົບກັນມາ2ປີ "1" ກະຍອມຮັບໃນໂຕ "2" ທຸກຢ່າງພາໄປໃຫ້ພໍ່ແມ່ໝູ່ເພື່ອນຂອງ "1" ຮູ້ຈັກແລ້ວແຕ່ກັບກັນພາຍໃນສອງປີ "1" ກັບບໍ່ຮູ້ຈັກໃຜເລີຍ
ທີ່ກ່ຽວຂ້ອງກັບ "2" ເລີຍໃນເວລາໄປຫຼິ້ນບ່ອນໃດ "2" ຈະໃຫ້ "1" ໄປກັບລາວ2ຄົນຫຼືກັບພວກຂ້ອຍແຕ່ບໍ່ເຄີຍໃຫ້ໄປກັບໝູ່ຂອງ "2" ຫຼື ຖ້າລາວ2ຄົນໄປຫຼິ້ນແລ້ວໄປພົບກັບໝູ່ຂອງ "2" , "2" ຈະຍ່າງອອກຫ່າງຈາກ "1" ເຮັດເປັນບໍ່ຮູ້ຈັກ "1" ຫຼື ບາງຄັ້ງກໍພະຍາຍາມພາ "1" ຍ່າງໜີ ຫຼື ຖ້າ "2" ຮູ້ວ່າທີ່ຈະໄປຫຼິ້ນນັ້ນໝູ່ຂອງ "2" ຈະໄປ "2" ຈະຫ້າມໃຫ້ " 1 " ໄປເດັດຂາດໃນເມື່ອ " 1 " ຖາມວ່າເປັນຫຍັງເຈົ້າຄືເຮັດແນວນີ້ "2" ກະບອກວ່າເຈົ້າຂີ້ຮ້າຍເຈົ້າເຖົ້າລາວບໍ່ກ້າໃຫ້ໝູ່ເຫັນ
" 1 "ກະເຂົ້າໃຈໃນຂໍ້ນີ້ເພາະລາວກະຍອມຮັບວ່າເປັນແນວນັ້ນແທ້ແຕ່ລາວບໍ່ເຂົ້າໃຈວ່າເປັນຫຍັງໃນເມື່ອແຟນຂອງລາວບໍ່ສາມາດຍອມຮັບໃນສ່ວນ
ຕ່າງໆທີ່ບໍ່ດີ
ໃນໂຕລາວໄດ້ຈົນບໍ່ສາມາດໃຫ້ໃຜຮັບຮູ້ໄດ້ແຕ່ເປັນຫຍັງລາວຍັງບອກວ່າຮັກລະກະຂາດ " 1 " ບໍ່ໄດ້ເລື່ອງທັງໝົດກໍ່ເປັນແນວນີ້

ສຸດທ້າຍຂ້ອຍຈຶ່ງຢາກຖາມສາວໆໝູ່ໆໃນພັນລາວວ່າຜູ້ຍິງທີ່ເປັນແນວນີ້ລາວມີແນວຄິດແນວໃດກັນແທ້ ຈົບ ຈົບ ຈົບ
ສ່ວນ ຄວາມຄິດຂອງຂ້ອຍອາດຈະເບິ່ງໃນແງ່ທີ່ບໍ່ດີແກ່ຜູ້ຍິງເກີນໄປເພາະໝູ່ຂອງຂ້ອຍລາວຈະຍອມໃຫ້ທຸກຢ່າງແກ່ແຟນຂອງລາວທີ່ລາວສາມາດຫາໄດ້ຂ້ອຍເລີຍຄິດວ່າ ຫຼື ຝ່າຍຍິງຕ້ອງການມີໝູ່ຂ້ອຍໄວ້ເພື່ອຄວາມສະດວກຂອງລາວ

໐ ກະທູ້
໑໖໕ ໂພສ
ນັກການກະທູ້
ຂຽນໄດ້ງົງດີເນາະ ., ເພິ່ນຄວນຈະໃສ່ນາມສົມມຸດກະໄດ້
ແຕ່ເຂົາຄິດວ່າເປັນໄປໄດ້ທັງສອງຢ່າງ (ແຕ່ທັງນີ້ມັນກໍ່ຂຶ້ນກັບໝູ່ຂອງເພິ່ນນຳ)

໖ ກະທູ້
໑໑໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ maimone ຂຽນວ່າ...
ຂຽນໄດ້ງົງດີເນາະ ., ເພິ່ນຄວນຈະໃສ່ນາມສົມມຸດກະໄດ້
ແຕ່ເຂົາຄິດວ່າເປັນໄປໄດ້ທັງສອງຢ່າງ (ແຕ່ທັງນີ້ມັນກໍ່ຂຶ້ນກັບໝູ່ຂອງເພິ່ນນຳ)

ແກ້ໄຂລະເດີ້ລອງເຂົ້າມາໃຫ້ຄວາມເຫັນໃໝ່ແນ່ຈະໄດ້ເອົາຄຳຕອບໄປປອບໃຈໝູ່

໐ ກະທູ້
໖໖໑ ໂພສ
ຊຳນານການເວັບບອດ
ຖ້າ 2 ຈິງໃຈກັບ 1 ແທ້ກໍ່ໜ້າຈະແນະນຳໃຫ້ໝູ່ຮູ້ຈັກເປັນການສະແດງເຖິງຄວາມຈິງໃຈ, ປາກບອກວ່າຮັກຂາດ 1 ບໍ່ໄດ້ແຕ່ລາວເຮັດແນວນີ້ສະແດງເຖິງຄວາມບໍ່ຈິງໃຈ

"no one is perfect"

໘ ກະທູ້
໑໕໘ ໂພສ
ນັກການກະທູ້
ເຂົ້າໃຈວ່າ 1 ແມ່ນ ຜູ້ຊາຍ ແລະ 2 ແມ່ນຜູ້ຍິງ ແມ່ນບໍ່?

ເທົ່າທີ່ລອງຄິດເບິ່ງ

- 2 ອາດຈະມີແຟນຢູ່ແລ້ວ ເລີຍບໍ່ຢາກໃຫ້ໃຜຮູ້ຈັກ 1
- 2 ບໍ່ຈິງໃຈກັບ 1 ທີ່ບໍ່ໃຫ້ເຈິກັບຄົນຮູ້ຈັກ ກໍ່ເພື່ອຈະເລີກໄດ້ງ່າຍກວ່າ
- ອາດຈະເປັນຍ້ອນ 2 ບໍ່ໝັ້ນໃຈໃນຕົວ 1 ປະມານວ່າ ຢ້ານຄົນອື່ນບໍ່ຍອມຮັບ ຢ້ານຄົນອື່ນເວົ້າໃຫ້ ໆລໆ
ຖ້າເປັນກໍລະນີນີ້
ວິທີແກ້ ໜ້າຈະແມ່ນ 1 ຕ້ອງເຮັດຕົວໃຫ້ເປັນໃນແບບທີ່ 2 ພໍໃຈຈະໃຫ້ໝູ່ເພື່ອນແລະຄົນໃກ້ຕົວພົບໄດ້
ຫຼື ເຮັດໃຫ້ 2 ໝັ້ນໃຈພໍທີ່ຈະໃຫ້ໝູ່ເພື່ອນແລະຄົນໃກ້ຕົວຍອມຮັບ 1 ໃນຖ້ານະແຟນຂອງ 2

ປະມານວ່າ 2 ອາດຈະຢ້ານຄົນອ້ອມຂ້າງມາເວົ້າໃຫ້ລັບຫຼັງວ່າ 2 ມີແຟນຂີ້ຮ້າຍແນວນັ້ນແນວນີ້ (ເພາະວ່າຜູ້ຍິງນະ ເຖິງຈະຮັກ ແຕ່ກະຫ່ວງພາບພົດຄືກັນໄດ໋ *,*)
ຖ້າ 1 ໄດ້ເຈິໝູ່ໆຂອງ 2 ກະລອງເຮັດໃຫ້ຄົນອ້ອມຂ້າງຍອມຮັບໃນຂໍ້ດີຂອງ 1 ເບິ່ງນະ

໑ ກະທູ້
໑໐ ໂພສ
ຂາປະຈຳເວັບບອດ
ຄວາມຮັກຄືຄວາມເຊື່ອໃຈ ແລະໄວ້ໃຈ ຖ້າເລືອກທີ່ຈະຮັກ ກໍ່ຈົ່ງເລືອກທີ່ຈະລືມສີ່ງທີ່ບັ່ນທອນຈິດໃຈ ຖ້າເລືອກທີ່ຈະເຂົ້າໃຈກໍ່ຕ້ອງກ້າຍອມຮັບເຫດຜົນຂອງອີກຝ່າຍ ໃຫ້1&2ຕັດສິນໃຈກັນເອງດີກວ່າ ບໍ່ມີໃຜຮູ້ຕື້ນລຶກໜາບາງຄືກະເຈົ້າ^^

^___________^

໔ ກະທູ້
໒໓໑ ໂພສ
ນັກການກະທູ້
ຂໍເອົາຄຳຄິດເຫັນໄປໃຊ້ເເດ່ເດີ ເພາະເເຟນຂ້ອຍກໍ່ເປັນເເນວນີ້ ເເຕ່ຖ້າເຮົາຮັກເຂົາຄິດວ່າຂາດເຂົາບໍ່ໄດ້ກະຕ້ອງຍອມຮັບສະຕາກຳ

໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Mimirin ຂຽນວ່າ...
ເຂົ້າໃຈວ່າ 1 ແມ່ນ ຜູ້ຊາຍ ແລະ 2 ແມ່ນຜູ້ຍິງ ແມ່ນບໍ່?

ເທົ່າທີ່ລອງຄິດເບິ່ງ

- 2 ອາດຈະມີແຟນຢູ່ແລ້ວ ເລີຍບໍ່ຢາກໃຫ້ໃຜຮູ້ຈັກ 1
- 2 ບໍ່ຈິງໃຈກັບ 1 ທີ່ບໍ່ໃຫ້ເຈິກັບຄົນຮູ້ຈັກ ກໍ່ເພື່ອຈະເລີກໄດ້ງ່າຍກວ່າ
- ອາດຈະເປັນຍ້ອນ 2 ບໍ່ໝັ້ນໃຈໃນຕົວ 1 ປະມານວ່າ ຢ້ານຄົນອື່ນບໍ່ຍອມຮັບ ຢ້ານຄົນອື່ນເວົ້າໃຫ້ ໆລໆ
ຖ້າເປັນກໍລະນີນີ້
ວິທີແກ້ ໜ້າຈະແມ່ນ 1 ຕ້ອງເຮັດຕົວໃຫ້ເປັນໃນແບບທີ່ 2 ພໍໃຈຈະໃຫ້ໝູ່ເພື່ອນແລະຄົນໃກ້ຕົວພົບໄດ້
ຫຼື ເຮັດໃຫ້ 2 ໝັ້ນໃຈພໍທີ່ຈະໃຫ້ໝູ່ເພື່ອນແລະຄົນໃກ້ຕົວຍອມຮັບ 1 ໃນຖ້ານະແຟນຂອງ 2

ປະມານວ່າ 2 ອາດຈະຢ້ານຄົນອ້ອມຂ້າງມາເວົ້າໃຫ້ລັບຫຼັງວ່າ 2 ມີແຟນຂີ້ຮ້າຍແນວນັ້ນແນວນີ້ (ເພາະວ່າຜູ້ຍິງນະ ເຖິງຈະຮັກ ແຕ່ກະຫ່ວງພາບພົດຄືກັນໄດ໋ *,*)
ຖ້າ 1 ໄດ້ເຈິໝູ່ໆຂອງ 2 ກະລອງເຮັດໃຫ້ຄົນອ້ອມຂ້າງຍອມຮັບໃນຂໍ້ດີຂອງ 1 ເບິ່ງນະ

ຖືກຕົ້ມທີ່ສຸດ ອະ ! ຖືກຕ້ອງທີ່ສຸດ Mimirin ຂ້ານ້ອຍຂໍຄາລະວະ !

໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄວາມຮັກເອີ້ຍ ຈັ່ງແມ່ນມີຫຼາຍແນວໃຫ້ຄິດແລະເຈັບຫົວ

໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ຂ້າພະເຈົ້າອ່ານແລ້ວງົງນະ ປ່ຽນຊື່ຈາກທ້າວຈ່ອຍ ນາງນ້ອຍບໍ່ໄດ້ຫວານະ

There's a thin line between Life and Death, I wish for a Miracle to happen...

໔໔ ກະທູ້
໓໗໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ NouSssys ຂຽນວ່າ...
ຂ້າພະເຈົ້າອ່ານແລ້ວງົງນະ ປ່ຽນຊື່ຈາກທ້າວຈ່ອຍ ນາງນ້ອຍບໍ່ໄດ້ຫວານະ

ຫວ໋າ !

໖ ກະທູ້
໑໑໐ ໂພສ
ນັກການກະທູ້
ຂອບໃຈໝູ່ເພື່ອນທີ່ມາໃຫ້ຄຳເຫັນເດີ້

໖ ກະທູ້
໑໑໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ NouSssys ຂຽນວ່າ...
ຂ້າພະເຈົ້າອ່ານແລ້ວງົງນະ ປ່ຽນຊື່ຈາກທ້າວຈ່ອຍ ນາງນ້ອຍບໍ່ໄດ້ຫວານະ

1 ກະແມ່ນທ້າວ ຈ່ອຍ ສ່ວນ 2 ກະແມ່ນ ນາງ ນ້ອຍ ເດ

໖ ກະທູ້
໑໑໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Mimirin ຂຽນວ່າ...
ເຂົ້າໃຈວ່າ 1 ແມ່ນ ຜູ້ຊາຍ ແລະ 2 ແມ່ນຜູ້ຍິງ ແມ່ນບໍ່?

ເທົ່າທີ່ລອງຄິດເບິ່ງ

- 2 ອາດຈະມີແຟນຢູ່ແລ້ວ ເລີຍບໍ່ຢາກໃຫ້ໃຜຮູ້ຈັກ 1
- 2 ບໍ່ຈິງໃຈກັບ 1 ທີ່ບໍ່ໃຫ້ເຈິກັບຄົນຮູ້ຈັກ ກໍ່ເພື່ອຈະເລີກໄດ້ງ່າຍກວ່າ
- ອາດຈະເປັນຍ້ອນ 2 ບໍ່ໝັ້ນໃຈໃນຕົວ 1 ປະມານວ່າ ຢ້ານຄົນອື່ນບໍ່ຍອມຮັບ ຢ້ານຄົນອື່ນເວົ້າໃຫ້ ໆລໆ
ຖ້າເປັນກໍລະນີນີ້
ວິທີແກ້ ໜ້າຈະແມ່ນ 1 ຕ້ອງເຮັດຕົວໃຫ້ເປັນໃນແບບທີ່ 2 ພໍໃຈຈະໃຫ້ໝູ່ເພື່ອນແລະຄົນໃກ້ຕົວພົບໄດ້
ຫຼື ເຮັດໃຫ້ 2 ໝັ້ນໃຈພໍທີ່ຈະໃຫ້ໝູ່ເພື່ອນແລະຄົນໃກ້ຕົວຍອມຮັບ 1 ໃນຖ້ານະແຟນຂອງ 2

ປະມານວ່າ 2 ອາດຈະຢ້ານຄົນອ້ອມຂ້າງມາເວົ້າໃຫ້ລັບຫຼັງວ່າ 2 ມີແຟນຂີ້ຮ້າຍແນວນັ້ນແນວນີ້ (ເພາະວ່າຜູ້ຍິງນະ ເຖິງຈະຮັກ ແຕ່ກະຫ່ວງພາບພົດຄືກັນໄດ໋ *,*)
ຖ້າ 1 ໄດ້ເຈິໝູ່ໆຂອງ 2 ກະລອງເຮັດໃຫ້ຄົນອ້ອມຂ້າງຍອມຮັບໃນຂໍ້ດີຂອງ 1 ເບິ່ງນະ

ຂອບໃຈຫຼາຍໆເລີຍສຳລັບຄຳເຫັນນິ ແລະ ວິທີແກ້ໄຂ
1 ລາວກະເປັນຄົນທີ່ໜ້າຕາບໍ່ດີແທ້ຄັນແມ່ນຂ້ອຍເປັນຜູ້ຍິງຂ້ອຍກະບໍ່ຄິດເອົາມາເປັນແຟນດອກ
ລາວເປັນຄົນຈ່ອຍຫຼາຍຈົນບໍ່ເປັນຕາເບິ່ງແລະກະໜ້າຕາບໍ່ດີເລີຍຄືຂີ້ຢາ
ແຕ່ຖ້າຈະໃຫ້ 1 ສ້າງຄວາມໝັ້ນໃຈລາວກະພ້ອມທີ່ຈະເຮັດແຕ່ 2 ບໍ່ເຄິຍໃຫ້ໂອກາດທີ່ໃຫ້ 1 ໄດ້ສະແດງ

໒໓ ກະທູ້
໓໐໒ ໂພສ
ຊຳນານການເວັບບອດ

ເສັ້ນຊີວິດ ສາຍທາງ ຍັງຍາວເຍີ້ນ
ຈົ່ງກ້າວເດີນ ຕໍ່ຝັນ ສານສຶບຕໍ່
ຫາກຜິດຫວັງ ກໍ່ພຽງວັນ ຢ່ານັ່ງທໍ້
ຈົ່ງສຶບຕໍ່ ສູ້ເພື່ອວັນ ຝັນເປັນຈິງ

໖ ກະທູ້
໑໑໐ ໂພສ
ນັກການກະທູ້
ຫື ບໍ່ມີໃຜມາໃຫ້ຄຳເຫັນຊ່ວຍແນ່ບໍ່ ມື້ອື່ນເພິ່ນກະປິດເວັບແລ້ວ
ໝູ່ເພື່ອນຊ່ວຍໃຫ້ຄຳເຫັນຕື່ມແນ່

໐ ກະທູ້
໒໖໒ ໂພສ
ນັກການກະທູ້
1 ນ່າຈະ ເອົາ 2 ໄປໃຫ້ຫ່າງໆໝູ່ຂອງ 2 ແລ້ວທຸກຢ່າງກໍ່ຈົບ

໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
2 ລາວອາຍ

I believe in the IMPOSSIBLE

໖ ກະທູ້
໑໑໐ ໂພສ
ນັກການກະທູ້
ລາວອາຍລະເປັນຫຍັງລາວຍັງຄົບ

໙ ກະທູ້
໔໐໑ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ phettvs ຂຽນວ່າ...
ລາວອາຍລະເປັນຫຍັງລາວຍັງຄົບ

ອາຍບໍ່ໄດ້ເເປຫວາບໍ່ຢາກຄົບກັນ
ພຽງເເຕ່ສອງຕອນນີ້ຍັງຂາດຄວາມໝັ້ນໃຈ,ໄວ້ໃຈ
ທີ່ເຫຼືອມອບໃຫ້ເວລາເປັນກຳມະກອນຕັດສີນປະ.....
ຫົວຂໍ້(ຂໍຖາມຄວາມຄິດສາວໆໃນພັນລາວ)ຂໍອາໄພເຂົ້າຜີດຫ້ອງນ້ຳ

໖ ກະທູ້
໑໑໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ 0J0I0M0 ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ phettvs ຂຽນວ່າ...
ລາວອາຍລະເປັນຫຍັງລາວຍັງຄົບ

ອາຍບໍ່ໄດ້ເເປຫວາບໍ່ຢາກຄົບກັນ
ພຽງເເຕ່ສອງຕອນນີ້ຍັງຂາດຄວາມໝັ້ນໃຈ,ໄວ້ໃຈ
ທີ່ເຫຼືອມອບໃຫ້ເວລາເປັນກຳມະກອນຕັດສີນປະ.....
ຫົວຂໍ້(ຂໍຖາມຄວາມຄິດສາວໆໃນພັນລາວ)ຂໍອາໄພເຂົ້າຜີດຫ້ອງນ້ຳ

mu touk kon lae tung saiy lae ying

໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ເປັນຫຍັງ ເພາະໃນເລື່ອງກໍ່ມີແຕ່ 1 ກັບ 2

໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ອຶມມ "ສຳຄັນເວລາເຫງົາ"...

There's a thin line between Life and Death, I wish for a Miracle to happen...

໗ ກະທູ້
໖໗ ໂພສ
ຂາປະຈຳເວັບບອດ
ຄົບກັນມາກໍ່ ເປັນເວລາຫາຍປີແລ້ວເດ້ ທາງຝ່າຍພໍ່ແມ່ກໍ່ຍອມຮັບ
ພຽງແຕ່ຝ່າຍຍິງຍັງອາຍໝູ່ຊື່ໆ ແຕ່ ຖ້າຝ່າຍຍິງ ລອງໄປລົມນຳໝູ່ ຫລືຄົນຮູ້ຈັກກ່ອນ ວ່າແຟນຕົວເອງຂີ້ລ້າຍແຕ່ລາວນິໃສດີ ໃຈດີໂຄດເລີຍ ດູແລຂ້ອຍໄດ໊ ຂ້ອຍເລືອກຄົນນີ້ ຮັກຄົນນີ້ໃຫ້ ໝູ່ຟັງ ໝູ່ກໍເຂົ້າໃຈເຮົາເອງດອກ ຫົວໃຈ ແລະ ຄູ່ຊີວິດ ບໍ່ຕ້ອງໃຫ້ໃຜມາບັນຊາ ຫລື ບົງການ, ບອກເລີຍ ຫລໍ່ກິນບໍໄດ້

໖ ກະທູ້
໑໑໐ ໂພສ
ນັກການກະທູ້
ຍັງມີໃຜປະສົບເປັນຄື 1 ບໍ່ນໍ້ລອງມາເລົ່າສູ່ກັນຟັງແນ່

໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄວາມແຕກຕ່າງເລື່ອງອາຍຸອາດມີສ່ວນ ຖາມແດ໋ວ່າ ຄົນ ຊື່ສອງ ຫັ້ນນະ ຈັກປີແລ້ວລະ??? ເພາະຈະໄດ້ອະທີບາຍບັນຫາຕໍ່ໄດ້,,,,,,,

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໖ ກະທູ້
໑໑໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ topphiengfar ຂຽນວ່າ...
ຄວາມແຕກຕ່າງເລື່ອງອາຍຸອາດມີສ່ວນ ຖາມແດ໋ວ່າ ຄົນ ຊື່ສອງ ຫັ້ນນະ ຈັກປີແລ້ວລະ??? ເພາະຈະໄດ້ອະທີບາຍບັນຫາຕໍ່ໄດ້,,,,,,,

1 ຫັ້ນ 22ປີ ສ່ວນ 2ຫັ້ນ 17ປີນີ້ແລະ

໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ phettvs ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ topphiengfar ຂຽນວ່າ...
ຄວາມແຕກຕ່າງເລື່ອງອາຍຸອາດມີສ່ວນ ຖາມແດ໋ວ່າ ຄົນ ຊື່ສອງ ຫັ້ນນະ ຈັກປີແລ້ວລະ??? ເພາະຈະໄດ້ອະທີບາຍບັນຫາຕໍ່ໄດ້,,,,,,,

1 ຫັ້ນ 22ປີ ສ່ວນ 2ຫັ້ນ 17ປີນີ້ແລະ

ອາຍຸ ສຳນີ້ ບໍ່ນ່າ ຈະມີບັນຫານະ.......ເລື່ອງ ອາຍຸ .... ແຕ່ ບາງເທື່ອ ຜູ່ ຍີງ ອາດບໍ່ບັນລຸນີຕິພາວະ....ກະເລີຍຢ້ານເປັນຂາວເພາະເວົ້າເລື່ອງ ຄອບຄົວຫລາຍກວ່າ ສະຫລູບແລ້ວ ຜູ່ ຍີງ ຍັງແນວ ຄິດເດັກ ນ້ອຍ ການສະແດງ ອອກ ອາດ ຍັງບໍ່ກ້າພໍ....
ອັນນີ້ແມ່ນຄວາມຄິດສ່ວນໂຕຊື່ໆໆເດີ້ ອາດຈະບໍ່ໄດ້ໜາຍ ຄວາມວ່າໄປທາງອື່ນ

ອາດຈະແມ່ນນາໆແນວຄິດ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>