ກະທູ້ມາໃໝ່ | ຫມວດ | ບັນເທີງ » ເລດີ້ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຖ້າເປັນກະທູ້ທີ່ບໍ່ມີສາລະກໍຂໍອະໄພມານຳໝູ່ເພື່ອນພັນລາວລ່ວງໜ້າ ເລື່ອງມີຢູ່ວ່າ: ຂ້ອຍມີໝູ່ຄົນໜື່ງລາວມາປຶກສາກ່ຽວກັບແຟນຂອງລາວແຕ່ພໍລາວເລົ່າໃຫ້ຂ້ອຍຟັງຂ້ອຍເລີຍບໍ່ສາມາດອະທິບາຍຕໍ່ໝູ່ໄດ້ເພາະຂ້ອຍບໍ່ເຂົ້າ ໃຈຄວາມຄິດຂອງຜູ້ຍິງຄົນນັ້ນ ໝູ່ຂອງຂ້ອຍຊື່ "1" ນັ້ນຄົບກັບແຟນທີ່ມີອາຍຸນ້ອຍກວ່າ5ປີ ຊື່ "2" ເຂົາສອງຄົນກະຮັກກັນດີໃນສາຍຕາຂອງໝູ່ເພື່ອນເຮົາແຕ່ລາວມາເລົ່າໃຫ້ຟັງທີ່ຫຼັງວ່າເຂົາເຈົ້າ ຄົບກັນມາ2ປີ "1" ກະຍອມຮັບໃນໂຕ "2" ທຸກຢ່າງພາໄປໃຫ້ພໍ່ແມ່ໝູ່ເພື່ອນຂອງ "1" ຮູ້ຈັກແລ້ວແຕ່ກັບກັນພາຍໃນສອງປີ "1" ກັບບໍ່ຮູ້ຈັກໃຜເລີຍ ທີ່ກ່ຽວຂ້ອງກັບ "2" ເລີຍໃນເວລາໄປຫຼິ້ນບ່ອນໃດ "2" ຈະໃຫ້ "1" ໄປກັບລາວ2ຄົນຫຼືກັບພວກຂ້ອຍແຕ່ບໍ່ເຄີຍໃຫ້ໄປກັບໝູ່ຂອງ "2" ຫຼື ຖ້າລາວ2ຄົນໄປຫຼິ້ນແລ້ວໄປພົບກັບໝູ່ຂອງ "2" , "2" ຈະຍ່າງອອກຫ່າງຈາກ "1" ເຮັດເປັນບໍ່ຮູ້ຈັກ "1" ຫຼື ບາງຄັ້ງກໍພະຍາຍາມພາ "1" ຍ່າງໜີ ຫຼື ຖ້າ "2" ຮູ້ວ່າທີ່ຈະໄປຫຼິ້ນນັ້ນໝູ່ຂອງ "2" ຈະໄປ "2" ຈະຫ້າມໃຫ້ " 1 " ໄປເດັດຂາດໃນເມື່ອ " 1 " ຖາມວ່າເປັນຫຍັງເຈົ້າຄືເຮັດແນວນີ້ "2" ກະບອກວ່າເຈົ້າຂີ້ຮ້າຍເຈົ້າເຖົ້າລາວບໍ່ກ້າໃຫ້ໝູ່ເຫັນ " 1 "ກະເຂົ້າໃຈໃນຂໍ້ນີ້ເພາະລາວກະຍອມຮັບວ່າເປັນແນວນັ້ນແທ້ແຕ່ລາວບໍ່ເຂົ້າໃຈວ່າເປັນຫຍັງໃນເມື່ອແຟນຂອງລາວບໍ່ສາມາດຍອມຮັບໃນສ່ວນ ຕ່າງໆທີ່ບໍ່ດີ ໃນໂຕລາວໄດ້ຈົນບໍ່ສາມາດໃຫ້ໃຜຮັບຮູ້ໄດ້ແຕ່ເປັນຫຍັງລາວຍັງບອກວ່າຮັກລະກະຂາດ " 1 " ບໍ່ໄດ້ເລື່ອງທັງໝົດກໍ່ເປັນແນວນີ້ ສຸດທ້າຍຂ້ອຍຈຶ່ງຢາກຖາມສາວໆໝູ່ໆໃນພັນລາວວ່າຜູ້ຍິງທີ່ເປັນແນວນີ້ລາວມີແນວຄິດແນວໃດກັນແທ້ ຈົບ ຈົບ ຈົບ ສ່ວນ ຄວາມຄິດຂອງຂ້ອຍອາດຈະເບິ່ງໃນແງ່ທີ່ບໍ່ດີແກ່ຜູ້ຍິງເກີນໄປເພາະໝູ່ຂອງຂ້ອຍລາວຈະຍອມໃຫ້ທຸກຢ່າງແກ່ແຟນຂອງລາວທີ່ລາວສາມາດຫາໄດ້ຂ້ອຍເລີຍຄິດວ່າ ຫຼື ຝ່າຍຍິງຕ້ອງການມີໝູ່ຂ້ອຍໄວ້ເພື່ອຄວາມສະດວກຂອງລາວ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຂຽນໄດ້ງົງດີເນາະ ., ເພິ່ນຄວນຈະໃສ່ນາມສົມມຸດກະໄດ້ ແຕ່ເຂົາຄິດວ່າເປັນໄປໄດ້ທັງສອງຢ່າງ (ແຕ່ທັງນີ້ມັນກໍ່ຂຶ້ນກັບໝູ່ຂອງເພິ່ນນຳ) |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ maimone ຂຽນວ່າ... ຂຽນໄດ້ງົງດີເນາະ ., ເພິ່ນຄວນຈະໃສ່ນາມສົມມຸດກະໄດ້ ແຕ່ເຂົາຄິດວ່າເປັນໄປໄດ້ທັງສອງຢ່າງ (ແຕ່ທັງນີ້ມັນກໍ່ຂຶ້ນກັບໝູ່ຂອງເພິ່ນນຳ) ແກ້ໄຂລະເດີ້ລອງເຂົ້າມາໃຫ້ຄວາມເຫັນໃໝ່ແນ່ຈະໄດ້ເອົາຄຳຕອບໄປປອບໃຈໝູ່ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຖ້າ 2 ຈິງໃຈກັບ 1 ແທ້ກໍ່ໜ້າຈະແນະນຳໃຫ້ໝູ່ຮູ້ຈັກເປັນການສະແດງເຖິງຄວາມຈິງໃຈ, ປາກບອກວ່າຮັກຂາດ 1 ບໍ່ໄດ້ແຕ່ລາວເຮັດແນວນີ້ສະແດງເຖິງຄວາມບໍ່ຈິງໃຈ
"no one is perfect"
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ເຂົ້າໃຈວ່າ 1 ແມ່ນ ຜູ້ຊາຍ ແລະ 2 ແມ່ນຜູ້ຍິງ ແມ່ນບໍ່? ເທົ່າທີ່ລອງຄິດເບິ່ງ - 2 ອາດຈະມີແຟນຢູ່ແລ້ວ ເລີຍບໍ່ຢາກໃຫ້ໃຜຮູ້ຈັກ 1 - 2 ບໍ່ຈິງໃຈກັບ 1 ທີ່ບໍ່ໃຫ້ເຈິກັບຄົນຮູ້ຈັກ ກໍ່ເພື່ອຈະເລີກໄດ້ງ່າຍກວ່າ - ອາດຈະເປັນຍ້ອນ 2 ບໍ່ໝັ້ນໃຈໃນຕົວ 1 ປະມານວ່າ ຢ້ານຄົນອື່ນບໍ່ຍອມຮັບ ຢ້ານຄົນອື່ນເວົ້າໃຫ້ ໆລໆ ຖ້າເປັນກໍລະນີນີ້ ວິທີແກ້ ໜ້າຈະແມ່ນ 1 ຕ້ອງເຮັດຕົວໃຫ້ເປັນໃນແບບທີ່ 2 ພໍໃຈຈະໃຫ້ໝູ່ເພື່ອນແລະຄົນໃກ້ຕົວພົບໄດ້ ຫຼື ເຮັດໃຫ້ 2 ໝັ້ນໃຈພໍທີ່ຈະໃຫ້ໝູ່ເພື່ອນແລະຄົນໃກ້ຕົວຍອມຮັບ 1 ໃນຖ້ານະແຟນຂອງ 2 ປະມານວ່າ 2 ອາດຈະຢ້ານຄົນອ້ອມຂ້າງມາເວົ້າໃຫ້ລັບຫຼັງວ່າ 2 ມີແຟນຂີ້ຮ້າຍແນວນັ້ນແນວນີ້ (ເພາະວ່າຜູ້ຍິງນະ ເຖິງຈະຮັກ ແຕ່ກະຫ່ວງພາບພົດຄືກັນໄດ໋ *,*) ຖ້າ 1 ໄດ້ເຈິໝູ່ໆຂອງ 2 ກະລອງເຮັດໃຫ້ຄົນອ້ອມຂ້າງຍອມຮັບໃນຂໍ້ດີຂອງ 1 ເບິ່ງນະ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຄວາມຮັກຄືຄວາມເຊື່ອໃຈ ແລະໄວ້ໃຈ ຖ້າເລືອກທີ່ຈະຮັກ ກໍ່ຈົ່ງເລືອກທີ່ຈະລືມສີ່ງທີ່ບັ່ນທອນຈິດໃຈ ຖ້າເລືອກທີ່ຈະເຂົ້າໃຈກໍ່ຕ້ອງກ້າຍອມຮັບເຫດຜົນຂອງອີກຝ່າຍ ໃຫ້1&2ຕັດສິນໃຈກັນເອງດີກວ່າ ບໍ່ມີໃຜຮູ້ຕື້ນລຶກໜາບາງຄືກະເຈົ້າ^^
^___________^
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຂໍເອົາຄຳຄິດເຫັນໄປໃຊ້ເເດ່ເດີ ເພາະເເຟນຂ້ອຍກໍ່ເປັນເເນວນີ້ ເເຕ່ຖ້າເຮົາຮັກເຂົາຄິດວ່າຂາດເຂົາບໍ່ໄດ້ກະຕ້ອງຍອມຮັບສະຕາກຳ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ Mimirin ຂຽນວ່າ... ເຂົ້າໃຈວ່າ 1 ແມ່ນ ຜູ້ຊາຍ ແລະ 2 ແມ່ນຜູ້ຍິງ ແມ່ນບໍ່?ເທົ່າທີ່ລອງຄິດເບິ່ງ - 2 ອາດຈະມີແຟນຢູ່ແລ້ວ ເລີຍບໍ່ຢາກໃຫ້ໃຜຮູ້ຈັກ 1 - 2 ບໍ່ຈິງໃຈກັບ 1 ທີ່ບໍ່ໃຫ້ເຈິກັບຄົນຮູ້ຈັກ ກໍ່ເພື່ອຈະເລີກໄດ້ງ່າຍກວ່າ - ອາດຈະເປັນຍ້ອນ 2 ບໍ່ໝັ້ນໃຈໃນຕົວ 1 ປະມານວ່າ ຢ້ານຄົນອື່ນບໍ່ຍອມຮັບ ຢ້ານຄົນອື່ນເວົ້າໃຫ້ ໆລໆ ຖ້າເປັນກໍລະນີນີ້ ວິທີແກ້ ໜ້າຈະແມ່ນ 1 ຕ້ອງເຮັດຕົວໃຫ້ເປັນໃນແບບທີ່ 2 ພໍໃຈຈະໃຫ້ໝູ່ເພື່ອນແລະຄົນໃກ້ຕົວພົບໄດ້ ຫຼື ເຮັດໃຫ້ 2 ໝັ້ນໃຈພໍທີ່ຈະໃຫ້ໝູ່ເພື່ອນແລະຄົນໃກ້ຕົວຍອມຮັບ 1 ໃນຖ້ານະແຟນຂອງ 2 ປະມານວ່າ 2 ອາດຈະຢ້ານຄົນອ້ອມຂ້າງມາເວົ້າໃຫ້ລັບຫຼັງວ່າ 2 ມີແຟນຂີ້ຮ້າຍແນວນັ້ນແນວນີ້ (ເພາະວ່າຜູ້ຍິງນະ ເຖິງຈະຮັກ ແຕ່ກະຫ່ວງພາບພົດຄືກັນໄດ໋ *,*) ຖ້າ 1 ໄດ້ເຈິໝູ່ໆຂອງ 2 ກະລອງເຮັດໃຫ້ຄົນອ້ອມຂ້າງຍອມຮັບໃນຂໍ້ດີຂອງ 1 ເບິ່ງນະ ຖືກຕົ້ມທີ່ສຸດ ອະ ! ຖືກຕ້ອງທີ່ສຸດ Mimirin ຂ້ານ້ອຍຂໍຄາລະວະ ! |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຄວາມຮັກເອີ້ຍ ຈັ່ງແມ່ນມີຫຼາຍແນວໃຫ້ຄິດແລະເຈັບຫົວ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຂ້າພະເຈົ້າອ່ານແລ້ວງົງນະ ປ່ຽນຊື່ຈາກທ້າວຈ່ອຍ ນາງນ້ອຍບໍ່ໄດ້ຫວານະ
There's a thin line between Life and Death, I wish for a Miracle to happen...
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ NouSssys ຂຽນວ່າ... ຂ້າພະເຈົ້າອ່ານແລ້ວງົງນະ ປ່ຽນຊື່ຈາກທ້າວຈ່ອຍ ນາງນ້ອຍບໍ່ໄດ້ຫວານະຫວ໋າ ! |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຂອບໃຈໝູ່ເພື່ອນທີ່ມາໃຫ້ຄຳເຫັນເດີ້ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ NouSssys ຂຽນວ່າ... ຂ້າພະເຈົ້າອ່ານແລ້ວງົງນະ ປ່ຽນຊື່ຈາກທ້າວຈ່ອຍ ນາງນ້ອຍບໍ່ໄດ້ຫວານະ1 ກະແມ່ນທ້າວ ຈ່ອຍ ສ່ວນ 2 ກະແມ່ນ ນາງ ນ້ອຍ ເດ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ Mimirin ຂຽນວ່າ... ເຂົ້າໃຈວ່າ 1 ແມ່ນ ຜູ້ຊາຍ ແລະ 2 ແມ່ນຜູ້ຍິງ ແມ່ນບໍ່?ເທົ່າທີ່ລອງຄິດເບິ່ງ - 2 ອາດຈະມີແຟນຢູ່ແລ້ວ ເລີຍບໍ່ຢາກໃຫ້ໃຜຮູ້ຈັກ 1 - 2 ບໍ່ຈິງໃຈກັບ 1 ທີ່ບໍ່ໃຫ້ເຈິກັບຄົນຮູ້ຈັກ ກໍ່ເພື່ອຈະເລີກໄດ້ງ່າຍກວ່າ - ອາດຈະເປັນຍ້ອນ 2 ບໍ່ໝັ້ນໃຈໃນຕົວ 1 ປະມານວ່າ ຢ້ານຄົນອື່ນບໍ່ຍອມຮັບ ຢ້ານຄົນອື່ນເວົ້າໃຫ້ ໆລໆ ຖ້າເປັນກໍລະນີນີ້ ວິທີແກ້ ໜ້າຈະແມ່ນ 1 ຕ້ອງເຮັດຕົວໃຫ້ເປັນໃນແບບທີ່ 2 ພໍໃຈຈະໃຫ້ໝູ່ເພື່ອນແລະຄົນໃກ້ຕົວພົບໄດ້ ຫຼື ເຮັດໃຫ້ 2 ໝັ້ນໃຈພໍທີ່ຈະໃຫ້ໝູ່ເພື່ອນແລະຄົນໃກ້ຕົວຍອມຮັບ 1 ໃນຖ້ານະແຟນຂອງ 2 ປະມານວ່າ 2 ອາດຈະຢ້ານຄົນອ້ອມຂ້າງມາເວົ້າໃຫ້ລັບຫຼັງວ່າ 2 ມີແຟນຂີ້ຮ້າຍແນວນັ້ນແນວນີ້ (ເພາະວ່າຜູ້ຍິງນະ ເຖິງຈະຮັກ ແຕ່ກະຫ່ວງພາບພົດຄືກັນໄດ໋ *,*) ຖ້າ 1 ໄດ້ເຈິໝູ່ໆຂອງ 2 ກະລອງເຮັດໃຫ້ຄົນອ້ອມຂ້າງຍອມຮັບໃນຂໍ້ດີຂອງ 1 ເບິ່ງນະ ຂອບໃຈຫຼາຍໆເລີຍສຳລັບຄຳເຫັນນິ ແລະ ວິທີແກ້ໄຂ 1 ລາວກະເປັນຄົນທີ່ໜ້າຕາບໍ່ດີແທ້ຄັນແມ່ນຂ້ອຍເປັນຜູ້ຍິງຂ້ອຍກະບໍ່ຄິດເອົາມາເປັນແຟນດອກ ລາວເປັນຄົນຈ່ອຍຫຼາຍຈົນບໍ່ເປັນຕາເບິ່ງແລະກະໜ້າຕາບໍ່ດີເລີຍຄືຂີ້ຢາ ແຕ່ຖ້າຈະໃຫ້ 1 ສ້າງຄວາມໝັ້ນໃຈລາວກະພ້ອມທີ່ຈະເຮັດແຕ່ 2 ບໍ່ເຄິຍໃຫ້ໂອກາດທີ່ໃຫ້ 1 ໄດ້ສະແດງ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ເສັ້ນຊີວິດ ສາຍທາງ ຍັງຍາວເຍີ້ນ ຈົ່ງກ້າວເດີນ ຕໍ່ຝັນ ສານສຶບຕໍ່ ຫາກຜິດຫວັງ ກໍ່ພຽງວັນ ຢ່ານັ່ງທໍ້ ຈົ່ງສຶບຕໍ່ ສູ້ເພື່ອວັນ ຝັນເປັນຈິງ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຫື ບໍ່ມີໃຜມາໃຫ້ຄຳເຫັນຊ່ວຍແນ່ບໍ່ ມື້ອື່ນເພິ່ນກະປິດເວັບແລ້ວ ໝູ່ເພື່ອນຊ່ວຍໃຫ້ຄຳເຫັນຕື່ມແນ່ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
1 ນ່າຈະ ເອົາ 2 ໄປໃຫ້ຫ່າງໆໝູ່ຂອງ 2 ແລ້ວທຸກຢ່າງກໍ່ຈົບ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
2 ລາວອາຍ
I believe in the IMPOSSIBLE
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ລາວອາຍລະເປັນຫຍັງລາວຍັງຄົບ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ phettvs ຂຽນວ່າ... ລາວອາຍລະເປັນຫຍັງລາວຍັງຄົບອາຍບໍ່ໄດ້ເເປຫວາບໍ່ຢາກຄົບກັນ ພຽງເເຕ່ສອງຕອນນີ້ຍັງຂາດຄວາມໝັ້ນໃຈ,ໄວ້ໃຈ ທີ່ເຫຼືອມອບໃຫ້ເວລາເປັນກຳມະກອນຕັດສີນປະ..... ຫົວຂໍ້(ຂໍຖາມຄວາມຄິດສາວໆໃນພັນລາວ)ຂໍອາໄພເຂົ້າຜີດຫ້ອງນ້ຳ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ 0J0I0M0 ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ phettvs ຂຽນວ່າ... ລາວອາຍລະເປັນຫຍັງລາວຍັງຄົບອາຍບໍ່ໄດ້ເເປຫວາບໍ່ຢາກຄົບກັນ ພຽງເເຕ່ສອງຕອນນີ້ຍັງຂາດຄວາມໝັ້ນໃຈ,ໄວ້ໃຈ ທີ່ເຫຼືອມອບໃຫ້ເວລາເປັນກຳມະກອນຕັດສີນປະ..... ຫົວຂໍ້(ຂໍຖາມຄວາມຄິດສາວໆໃນພັນລາວ)ຂໍອາໄພເຂົ້າຜີດຫ້ອງນ້ຳ mu touk kon lae tung saiy lae ying |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ບໍ່ເປັນຫຍັງ ເພາະໃນເລື່ອງກໍ່ມີແຕ່ 1 ກັບ 2 |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອຶມມ "ສຳຄັນເວລາເຫງົາ"...
There's a thin line between Life and Death, I wish for a Miracle to happen...
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຄົບກັນມາກໍ່ ເປັນເວລາຫາຍປີແລ້ວເດ້ ທາງຝ່າຍພໍ່ແມ່ກໍ່ຍອມຮັບ ພຽງແຕ່ຝ່າຍຍິງຍັງອາຍໝູ່ຊື່ໆ ແຕ່ ຖ້າຝ່າຍຍິງ ລອງໄປລົມນຳໝູ່ ຫລືຄົນຮູ້ຈັກກ່ອນ ວ່າແຟນຕົວເອງຂີ້ລ້າຍແຕ່ລາວນິໃສດີ ໃຈດີໂຄດເລີຍ ດູແລຂ້ອຍໄດ໊ ຂ້ອຍເລືອກຄົນນີ້ ຮັກຄົນນີ້ໃຫ້ ໝູ່ຟັງ ໝູ່ກໍເຂົ້າໃຈເຮົາເອງດອກ ຫົວໃຈ ແລະ ຄູ່ຊີວິດ ບໍ່ຕ້ອງໃຫ້ໃຜມາບັນຊາ ຫລື ບົງການ, ບອກເລີຍ ຫລໍ່ກິນບໍໄດ້ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຍັງມີໃຜປະສົບເປັນຄື 1 ບໍ່ນໍ້ລອງມາເລົ່າສູ່ກັນຟັງແນ່ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຄວາມແຕກຕ່າງເລື່ອງອາຍຸອາດມີສ່ວນ ຖາມແດ໋ວ່າ ຄົນ ຊື່ສອງ ຫັ້ນນະ ຈັກປີແລ້ວລະ??? ເພາະຈະໄດ້ອະທີບາຍບັນຫາຕໍ່ໄດ້,,,,,,,
ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ topphiengfar ຂຽນວ່າ... ຄວາມແຕກຕ່າງເລື່ອງອາຍຸອາດມີສ່ວນ ຖາມແດ໋ວ່າ ຄົນ ຊື່ສອງ ຫັ້ນນະ ຈັກປີແລ້ວລະ??? ເພາະຈະໄດ້ອະທີບາຍບັນຫາຕໍ່ໄດ້,,,,,,,1 ຫັ້ນ 22ປີ ສ່ວນ 2ຫັ້ນ 17ປີນີ້ແລະ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ phettvs ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ topphiengfar ຂຽນວ່າ... ຄວາມແຕກຕ່າງເລື່ອງອາຍຸອາດມີສ່ວນ ຖາມແດ໋ວ່າ ຄົນ ຊື່ສອງ ຫັ້ນນະ ຈັກປີແລ້ວລະ??? ເພາະຈະໄດ້ອະທີບາຍບັນຫາຕໍ່ໄດ້,,,,,,,1 ຫັ້ນ 22ປີ ສ່ວນ 2ຫັ້ນ 17ປີນີ້ແລະ ອາຍຸ ສຳນີ້ ບໍ່ນ່າ ຈະມີບັນຫານະ.......ເລື່ອງ ອາຍຸ .... ແຕ່ ບາງເທື່ອ ຜູ່ ຍີງ ອາດບໍ່ບັນລຸນີຕິພາວະ....ກະເລີຍຢ້ານເປັນຂາວເພາະເວົ້າເລື່ອງ ຄອບຄົວຫລາຍກວ່າ ສະຫລູບແລ້ວ ຜູ່ ຍີງ ຍັງແນວ ຄິດເດັກ ນ້ອຍ ການສະແດງ ອອກ ອາດ ຍັງບໍ່ກ້າພໍ.... ອັນນີ້ແມ່ນຄວາມຄິດສ່ວນໂຕຊື່ໆໆເດີ້ ອາດຈະບໍ່ໄດ້ໜາຍ ຄວາມວ່າໄປທາງອື່ນ
ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ topphiengfar ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ phettvs ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ topphiengfar ຂຽນວ່າ... ຄວາມແຕກຕ່າງເລື່ອງອາຍຸອາດມີສ່ວນ ຖາມແດ໋ວ່າ ຄົນ ຊື່ສອງ ຫັ້ນນະ ຈັກປີແລ້ວລະ??? ເພາະຈະໄດ້ອະທີບາຍບັນຫາຕໍ່ໄດ້,,,,,,,1 ຫັ້ນ 22ປີ ສ່ວນ 2ຫັ້ນ 17ປີນີ້ແລະ ອາຍຸ ສຳນີ້ ບໍ່ນ່າ ຈະມີບັນຫານະ.......ເລື່ອງ ອາຍຸ .... ແຕ່ ບາງເທື່ອ ຜູ່ ຍີງ ອາດບໍ່ບັນລຸນີຕິພາວະ....ກະເລີຍຢ້ານເປັນຂາວເພາະເວົ້າເລື່ອງ ຄອບຄົວຫລາຍກວ່າ ສະຫລູບແລ້ວ ຜູ່ ຍີງ ຍັງແນວ ຄິດເດັກ ນ້ອຍ ການສະແດງ ອອກ ອາດ ຍັງບໍ່ກ້າພໍ.... ອັນນີ້ແມ່ນຄວາມຄິດສ່ວນໂຕຊື່ໆໆເດີ້ ອາດຈະບໍ່ໄດ້ໜາຍ ຄວາມວ່າໄປທາງອື່ນ ອາດຈະແມ່ນນາໆແນວຄິດ |