ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ເລດີ້    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ເລດີ້ » ແມ່ຍິງລາວໄດ້ຮັບກຽດຕາງໜ້າອົງການອາຫານໂລກຖືກະບອງໄຟໂອລິມປິກທີ່ປະເທດອັງກິດ

໑໑ ກະທູ້
໓໒໗ ໂພສ
ຊຳນານການເວັບບອດ
ພະນັກງານ​ອົງການ​ອາຫານ​ໂລກ ນາງ ວາດ​ສະຫນາ ສິນ​ທະ​ວົງ ​ໄດ້​ຮັບ​ການ​ຄັດ​ເລືອກ​ໃຫ້​ເປັນ​ຕົວ​ແທນ​ຂອງ​ອົງການ​ອາຫານ​ໂລກ ສະຫະ​ປະຊາ​ຊາດ ​ໃນ​ການ​ແລ່ນຜັດປ່ຽນ​ທວນ​ໄຟ​ໂອ​ລິ​ມປິກ ປີ 2012 ທີ່​ຈະ​ມາ​ຮອດ​ນີ້ ທີ່ ນະຄອນຫລວງ ລອນ​ດອນ.

ຜູ້ອຳນວຍການ​ໃຫຍ່ ອົງການ​ອາຫານ​ໂລກ ທ່ານນາງ ເອີ​ທາ​ລິນ ຄາ​ສິນ ​ໄດ້​ຄັດ​ເລືອກ ນາງ ສິນ​ທະ​ວົງ ຈາກ​ລາຍ​ຊື່​ທີ່​ຖືກ​ສົ່ງ​ມາ​ຈາກ 70 ກ່ວາ ປະ​ເທດ ທີ່ ອົງການ​ອາຫານ​ໂລກ ປະຕິບັດ​ຫນ້າ​ທີ່​ວຽກ​ງານ​ຢູ່. ອົງການອາຫານ​ໂລກ​ໄດ້​ຮັບການ​ເຊື້ອ​ເຊີນ​ ​ໃຫ້​ຖື​ທວນ​ໄຟ​ໂອ​ລິ​ມປິກໃນ​ຄັ້ງ​ນີ້​ ​ໂດຍ ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ.

ຂໍ້ມູນເພີ່ມເຕີມ: http://www.senotimes.com/textDetail.php?textID=1573

໑໑ ກະທູ້
໓໒໗ ໂພສ
ຊຳນານການເວັບບອດ
ສຸດຍອດຫຼາຍ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ baiphai ຂຽນວ່າ...
ສຸດຍອດຫຼາຍ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໓໔ ກະທູ້
໓໕໙ ໂພສ
ຊຳນານການເວັບບອດ
ດີຫຼາຍ

ຂອບໃຈກະທູ້ດີໆ

ພັນທະຫົວໃຈ::

໐ ກະທູ້
໔໙ ໂພສ
ຂາປະຈຳເວັບບອດ
ດີຫລາຍ, ດີໃຈນຳເດີ້ທີ່ໄດ້ໄປໂອລິມປິກ

໖໕ ກະທູ້
໑໑໗໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ດົນບໍ່ໄດ້ເຂົ້າພັນລາວແລ້ວ ຄົນເກົ່າຍັງໃຜແດ່ຢູ່ແລະໃຜເຂົ້າມາໃຫມ່ຂໍຮູ້ຈັກແດ່ໄດ້ບໍ?

໑໑ ກະທູ້
໓໒໗ ໂພສ
ຊຳນານການເວັບບອດ
ຂໍເປັນກຳລັງໃຈໃຫ້ແມ່ຍິງລາວໝົດທຸກຄົນ

໒໓ ກະທູ້
໖໖໐ ໂພສ
ຊຳນານການເວັບບອດ
ດີຫຼາຍ....ສຸດຍອດ....

.ເຮີເຮີ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີຫຼາຍ

ເຈົ້າຂອງກະທູ້ຄືບໍ່ ກັອບປີ້ ລາຍລະອຽດມາອ່ານ

ກັອບມາຈາກລິ້ງຫັ້ນເດີ

ຄົນລາວຖືທວນໄຟໂອລິມປິກ ໃຫ້ ອົງການອາຫານໂລກ

ນະຄອນຫລວງວຽງຈັນ – ພະນັກງານ​ອົງການ​ອາຫານ​ໂລກ ນາງ ວາດ​ສະຫນາ ສິນ​ທະ​ວົງ ​ໄດ້​ຮັບ​ການ​ຄັດ​ເລືອກ​ໃຫ້​ເປັນ​ຕົວ​ແທນ​ຂອງ​ອົງການ​ອາຫານ​ໂລກ ສະຫະ​ປະຊາ​ຊາດ ​ໃນ​ການ​ແລ່ນຜັດປ່ຽນ​ທວນ​ໄຟ​ໂອ​ລິ​ມປິກ ປີ 2012 ທີ່​ຈະ​ມາ​ຮອດ​ນີ້ ທີ່ ນະຄອນຫລວງ ລອນ​ດອນ.

ຜູ້ອຳນວຍການ​ໃຫຍ່ ອົງການ​ອາຫານ​ໂລກ ທ່ານນາງ ເອີ​ທາ​ລິນ ຄາ​ສິນ ​ໄດ້​ຄັດ​ເລືອກ ນາງ ສິນ​ທະ​ວົງ ຈາກ​ລາຍ​ຊື່​ທີ່​ຖືກ​ສົ່ງ​ມາ​ຈາກ 70 ກ່ວາ ປະ​ເທດ ທີ່ ອົງການ​ອາຫານ​ໂລກ ປະຕິບັດ​ຫນ້າ​ທີ່​ວຽກ​ງານ​ຢູ່. ອົງການອາຫານ​ໂລກ​ໄດ້​ຮັບການ​ເຊື້ອ​ເຊີນ​ ​ໃຫ້​ຖື​ທວນ​ໄຟ​ໂອ​ລິ​ມປິກໃນ​ຄັ້ງ​ນີ້​ ​ໂດຍ ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ.

“ຂ້າພະ​ເຈົ້າ​ຮູ້ສຶກ​ຕື່ນ​ເຕັ້ນ, ດີ​ໃຈ​ຫລາຍ”, ນາງ ສິນ​ທະ​ວົງ​ກ່າວ​ເມື່ອ​ຮູ້​​ເຖິງ​ການ​ໄດ້​ຮັບ​ການ​ຄັດ​ເລືອກ. “ການ​ຖື​ທວນ​ໄຟ​ໂອ​ລິ​ມປິກ​ນີ້​ເປັນ​ກຽດ​ຢ່າງ​ສູງ​ສົ່ງ ​ໃຫ້​ແກ່ ຄອບຄົວ ​ແລະ ປະ​ເທດ​ຊາດ​ຂອງ​ຂ້າພະ​ເຈົ້າ, ​ແລະ ​​ເພື່ອເປັນ​ຕົວ​ແທນ​ຂອງ​ອົງການ​ອາຫານ​ໂລກ ພ້ອມ​ກັບວຽກ​ງານ​ທີ່ຍິ່ງ​ໃຫຍ່ ​ໃນ​ເວທີ​ສາກົນ”.

ນາງ ສິນ​ທະ​ວົງ ຈະ​ອອກ​ເດີນທາງ​ໄປ ​ເມືອງ ​ເບີ​ມິ​ງ​ແຮມ,ສະຫະ​ລາຊະ​ອານາ​ຈັກ​ອັງກິດ, ​ເພື່ອ​ແລ່ນ​ຜັດປ່ຽນ​ທວນ​ໄຟ​ໂອ​ລິ​ມປິກ​ໃນ​ວັນ​ອາທິດ ທີ 1 ກໍລະກົດ 2012. ທວນ​ໄຟ​ໂອລິມປິກ ຈະ​ໄດ້​ສືບ​ຕໍ່​ເດີນທາງ​ໄປ​ທີ່ ນະຄອນຫລວງ ລອນ​ດອນ ​ເພື່ອ​ເລີ່​ມ​ເກ​ມ​ໂອ​ລິ​ມປິກ ​ໃນ​ວັນ​ທີ 27 ກໍລະກົດ 2012.

“ນາງ ສິນ​ທະ​ວົງ ​ແມ່ນ ຫນຶ່ງ​ໃນ​ພະນັກງານ​ທີ່​ດີ​ເດັ່ນ ປະຈຳ​ຢູ່ ສປປ ລາວ”, ກ່າວ​ໂດຍ ທ່ານນາງ ​ເອ​ຣິ ຄູ​ໂດະ, ຜູ້ຕາງຫນ້າ ອົງການ​ອາຫານ​ໂລກ ປະຈຳ​ລາວ. “​ໃນ​ຖານະ​ເປັນ ຜູ້​ຊ່ວຍ​ໂຄງການ​ໃຫ້​ແກ່ ​ໂຄງການ​ອາຫານ​​ເສີມ ຂອງ ອົງການ​ອາຫານ​ໂລກ ​ໃນ ປະ​ເທດ​ລາວ, ຄວາມ​ກະຕືລື​ລົ້ນ ​ແລະ ຄວາມ​ຕັ້ງ​ໃຈ​ຂອງ​ລາວ ຕໍ່ຫນ້າ​ທີ່​ວຽກ​ງານ ​ແມ່ນ​ມີ​ຄວາມ​ສຳຄັນ ​ໃນ​ການ​ຊ່ວຍ​ເດັກ​ນັກຮຽນ ​ໃຫ້​ໄດ້​ຮັບ​ອາຫານ​ເສີມ ​ໃນ​ແຕ່​ລະ​ມື້, ​ແລະ ຊ່ວຍ​ໃຫ້​ເດັກ​ນັກຮຽນ​ສຸມ​ໃສ່​ການ​ສຶກສາ​ຮໍ່າຮຽນຂອງ​ພວກ​ເຂົາຢ່າງ​ເຕັມ​ສ່ວນ.”

ອອກ​ເດີນທາງຈາກ​ປະ​ເທດ ​ເກລັ​ກສ, ທວນ​ໄຟ​ໂອ​ລິ​ມປິກ ​ໄດ້​ມາ​ຮອດ ສະຫະ​ລາຊະ​ອານາ​ຈັກ​ອັງກິດ ​ໃນ​ວັນ​ທີ 18 ພຶດສະພາ 2012 ກ່ອນ​ກຽມ​ເດີນທາງ​ໃນ​ມື້​ທັດ​ໄປອີກ 70 ວັນ, ​ເພື່ອ​ຈະ​ນຳ​ຄວາມ​ຕື່​ນເຕັ້ນຂອງ​ເກ​ມ​ໂອ​ລິ​ມປິກ​ໃຫ້​ແກ່​ຫມົດ​ທຸກ​ຄົນ.
ທວນ​ໄຟ ​ໂອ​ລິ​ມປິກ​ຈະ​ໄດ້​ຮັບ​ການ​ຜັດປ່ຽນ​ມື ​​ເຖິງ 8,000 ຄົນ ໂດຍ​ຜ່ານ 1,000 ກ່ວາ ຕົວ​ເມືອງ ​ແລະ ຫມູ່​ບ້ານຕ່າງໆ ​ໃນ ສະຫະ​ລາຊະ​ອານາ​ຈັກ​ອັງກິດ. ​ໃນ​ຖານະ​ເປັນ​ອົງການ​ຊ່ວຍ​ເຫລືອ​ດ້ານ​ມະນຸດສະທຳ​ເພື່ອ​ຕໍ່ສູ້​ຕ້ານ​ຄວາມ​ອຶດຫິວ ທີ່​ໃຫຍ່​ທີ່​ສຸດ, ອົງການ​ອາຫານ​ໂລກ ​ໄດ້​ຮັບ​ກຽດ​ໃຫ້​ເປັນ​ສ່ວນ​ຫນຶ່ງ​ຂອງການ​ແລ່ນ​ຜັດປ່ຽນ​ໃນ​ຄັ້ງ​ນີ້, ​ເພື່ອ​ສົ່ງ​ຂໍ້ຄວາ​ມກ່ຽວ​ກັບ ສັນຕິພາບ, ຄວາມ​ສາມັກຄີ ​ແລະ ມິດຕະພາບ.

ຂໍ້ມູນຈາກ ອົງການອາຫານໂລກ ປະຈຳ ສປປລາວ

໖ ກະທູ້
໒໙໒ ໂພສ
ນັກການກະທູ້

ຮັກຈິງ ເຈັບຈິງ ຮັກຫລອກ ເຈັບຫລອກ ໆ

໗ ກະທູ້
໗໔໒ ໂພສ
ຊຳນານການເວັບບອດ
ດີຫຼາຍ

I will not say I failed 1000 times, I will say that I discovered there are 1000 ways that can cause failure_

໕ ກະທູ້
໑໑໖ ໂພສ
ນັກການກະທູ້
ດີໃຈນຳເດີ

໑໐໙ ກະທູ້
໙໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຜູ້ກ່ຽວມີຜົນງານເດັ່ນດ້ານໄດຈຶ່ງຖືກຄັດເລືອກ ??

໑໑ ກະທູ້
໓໒໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ WWWGO ຂຽນວ່າ...
ຜູ້ກ່ຽວມີຜົນງານເດັ່ນດ້ານໄດຈຶ່ງຖືກຄັດເລືອກ ??

ອ່ານເພີ່ມບ່ອນລາຍລະອຽດກໍ່ຈະເຂົ້າໃຈ.
ຄົນມີຄວາມຕັ້ງໃຈດຸໜັ່ນຍ່ອມໄດ້ຮັບການສະໜັບສະໜູນ

໑໐໙ ກະທູ້
໙໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ baiphai ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ WWWGO ຂຽນວ່າ...
ຜູ້ກ່ຽວມີຜົນງານເດັ່ນດ້ານໄດຈຶ່ງຖືກຄັດເລືອກ ??

ອ່ານເພີ່ມບ່ອນລາຍລະອຽດກໍ່ຈະເຂົ້າໃຈ.
ຄົນມີຄວາມຕັ້ງໃຈດຸໜັ່ນຍ່ອມໄດ້ຮັບການສະໜັບສະໜູນ

ຂີ້ຄ້ານອ່ານ ເປັນອັນວ່າ ຄົນດີຄົນເກ່ງ ຈຶ່ງຖືກຄັດເລືອກເນາະ!
ດີໃຈນຳ ແລະເປັນກຳລັງໃຈໃຫ້!!

໙ ກະທູ້
໑໔໑ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ WWWGO ຂຽນວ່າ...
ຜູ້ກ່ຽວມີຜົນງານເດັ່ນດ້ານໄດຈຶ່ງຖືກຄັດເລືອກ ??
ເອີ ເປັນຄຳຖາມທີ່ດີ
ດີ ເດັ່ນ ດ້ານໃດ ?
ຂພຈ ບໍ່ໄດ້ອິດສາດອກ
ແສນຊິມີຄວມຮູ້ ບໍ່ມີຄົນຊູ ກະຄືເກົ່າ ເທົ່າທີ່ຮູ້ມາ
ຄັນລູບ ແຂ່ງ ເລຍ ຂອງ ນາຍ ໄດ້ ເຂົາຈັ່ງວ່າ ດີ ຕາມປະສົບການທີ່ເຫັນມາດອກ

໑໐໙ ກະທູ້
໙໑໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ somlith ຂຽນວ່າ...

ກໍ່ເປັນຄຳຕອບທີ່ດີທີ່ສຸດ ສະທ້ອນຄວາມຈິງຈາກສັງຄົມບ້ານເຮົາໃນປັດຈຸບັນ.

໙ ກະທູ້
໑໔໑ ໂພສ
ນັກການກະທູ້
ເວົ້າລະວ່າລາວມີຜົນງານ
ລາວເຮັດຫຍັງໃຫ້ ປະເທດຊາດ ລ້າໆ

ຄັນ ສະຫະປະຊາຊາດບໍ່ໃຫ້ເງິນເດືອນລາວ ລາວຊິເຮັດບໍ່ຢູ່ຫັ້ນນະ
ຂ້ອຍຮູ້ດີ ວ່າມັນເປັນຈັງໃດ ເພາະ ຂ້ອຍກໍ່ເຄີຍເຮັດໃຫ້ພວກນີ້
ເບິ່ງພາຍນອກ ຄືຊິມີແຕ່ຄົນມີຄວາມຮູ້ຈຶ່ງໄດ້ເຮັດໃຫ້ ສ ປ ຊ
ທາດແທ້ມັນກະບໍ່ແມ່ນໜົດທຸກຄົນດອກພີ້ນ້ອງເອີ້ຍ
ມັນອະເນະ ອະເນະ ນາຍໄດ້
ບາງຄົນກະເອົາໂຕເຂົ້າແລກ ກະມີ
ໂອ້ຍ!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!

໑໑ ກະທູ້
໓໒໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ somlith ຂຽນວ່າ...
ເວົ້າລະວ່າລາວມີຜົນງານ
ລາວເຮັດຫຍັງໃຫ້ ປະເທດຊາດ ລ້າໆ

ຄັນ ສະຫະປະຊາຊາດບໍ່ໃຫ້ເງິນເດືອນລາວ ລາວຊິເຮັດບໍ່ຢູ່ຫັ້ນນະ
ຂ້ອຍຮູ້ດີ ວ່າມັນເປັນຈັງໃດ ເພາະ ຂ້ອຍກໍ່ເຄີຍເຮັດໃຫ້ພວກນີ້
ເບິ່ງພາຍນອກ ຄືຊິມີແຕ່ຄົນມີຄວາມຮູ້ຈຶ່ງໄດ້ເຮັດໃຫ້ ສ ປ ຊ
ທາດແທ້ມັນກະບໍ່ແມ່ນໜົດທຸກຄົນດອກພີ້ນ້ອງເອີ້ຍ
ມັນອະເນະ ອະເນະ ນາຍໄດ້
ບາງຄົນກະເອົາໂຕເຂົ້າແລກ ກະມີ
ໂອ້ຍ!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!

ຈັ່ງໃດກະດີ ເບື້ອງນອກເບື້ອງໃນເຮົາບໍ່ຮູ້ນຳດອກ ແຕ່ທີ່ແນ້ໆ ລາວແມ່ນຜູ້ດຽວທີ່ຖືກຂັດເລືອກຈາກ 70 ປະເທດທີ່ສົ່ງລາຍຊື່ເຂົ້າມາຫາ UN ເພື່ອຂັດເລືອກຜູ້ຕາງໜ້າໃຫ້ແກ່ອົງການອາຫານໂລກ ໃນຖານະທີ່ປະເທດອັງກິດເປັນປະເທດທີ່ໃຫ້ການຊ່ວຍເຫຼືອດ້ານສະບຽງອາຫານຫຼາຍທີ່ສຸດໃຫ້ແກ່ອົງການດັ່ງກ່າວ. ຖືວ່າເປັນກຽດແກ່ອົງການອາຫານໂລກ ແລະ ປະເທດລາວໃນຖານະທີ່ລາວເປັນຄົນຊາດນີ້.

໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ somlith ຂຽນວ່າ...
ເວົ້າລະວ່າລາວມີຜົນງານ
ລາວເຮັດຫຍັງໃຫ້ ປະເທດຊາດ ລ້າໆ

ຄັນ ສະຫະປະຊາຊາດບໍ່ໃຫ້ເງິນເດືອນລາວ ລາວຊິເຮັດບໍ່ຢູ່ຫັ້ນນະ
ຂ້ອຍຮູ້ດີ ວ່າມັນເປັນຈັງໃດ ເພາະ ຂ້ອຍກໍ່ເຄີຍເຮັດໃຫ້ພວກນີ້
ເບິ່ງພາຍນອກ ຄືຊິມີແຕ່ຄົນມີຄວາມຮູ້ຈຶ່ງໄດ້ເຮັດໃຫ້ ສ ປ ຊ
ທາດແທ້ມັນກະບໍ່ແມ່ນໜົດທຸກຄົນດອກພີ້ນ້ອງເອີ້ຍ
ມັນອະເນະ ອະເນະ ນາຍໄດ້
ບາງຄົນກະເອົາໂຕເຂົ້າແລກ ກະມີ
ໂອ້ຍ!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!

ເອະໆໆໆ ເບີ່ງເຈົ້ານີ້ມາ ມີ ຄວາມ ຄິດ ດ້ານ ລົບ ແທ້ ຫວະ

ຕາມຄວາມຄິດສ່ວນຕົວຂອງຂ້າພະເຈົ້າ ແລ້ວ ພວກ ເຮົາ ຄວນຈະ ພູມຈັຍ ທີ່ ລາວ ສາມາດ ສ້າງ ຊື່ສຽງໃຫ້ປະເທດລາວໃຫ້ ດັງກະຫືມ(ອັນນີ້ດັງໃນດ້ານດີເດີ້ ພີ່ນ້ອງ ຖ້າດ້ານບໍ່ດີແນວ ບອກໄດ້ຄຳດຽວວ່າ Noໆໆໆ) ໂດຍ ຄົນທົ່ວໂລກຮູ້ ຈັກ ວ່າ ປະເທດລາວເປັນປະເທດນື່ງ ທີ່ສາມາດມາຢູ່ ຈຸດນີ້ ໄດ້ ເລື່ອງ ອື່ນບໍ່ສຳຄັນ ດ໋ອກ ສຳລັບຂ້າພະເຈົ້າ ຄິດ

ແຕ່ ເຮົາ ຕ້ອງ ຄິດທົບທວນກັບວ່າ ເຮົາ ເອງ ນັ້ນ ໄດ້ ເຮັດ ຫຍັງ ແດ່ໃຫ້ປະເທດຊາດແລ້ວ

ຈົ່ງຢູ່ແບບໃຫ້ຄົນອື່ນ ອິດສາ ແຕ່ ບໍ່ແມ່ນ ຢູ່ ແບບ ອິດ ສາ ຄົນ ອື່ນ

ເອົາລະບໍ່ຢາກເວົ້າຫລາຍ ສຳນີ້ ກ່ອນ ພໍຫອມປາກຫອມຄໍ

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຊ່າງວ່າ

໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄດ້ ຍິນຂ່າວ ທາງວິທະຍຸ ເອເຊຍ ເສລີ ພາກພາສາລາວ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໑ ກະທູ້
໓໒໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ FedBernanke ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ somlith ຂຽນວ່າ...
ເວົ້າລະວ່າລາວມີຜົນງານ
ລາວເຮັດຫຍັງໃຫ້ ປະເທດຊາດ ລ້າໆ

ຄັນ ສະຫະປະຊາຊາດບໍ່ໃຫ້ເງິນເດືອນລາວ ລາວຊິເຮັດບໍ່ຢູ່ຫັ້ນນະ
ຂ້ອຍຮູ້ດີ ວ່າມັນເປັນຈັງໃດ ເພາະ ຂ້ອຍກໍ່ເຄີຍເຮັດໃຫ້ພວກນີ້
ເບິ່ງພາຍນອກ ຄືຊິມີແຕ່ຄົນມີຄວາມຮູ້ຈຶ່ງໄດ້ເຮັດໃຫ້ ສ ປ ຊ
ທາດແທ້ມັນກະບໍ່ແມ່ນໜົດທຸກຄົນດອກພີ້ນ້ອງເອີ້ຍ
ມັນອະເນະ ອະເນະ ນາຍໄດ້
ບາງຄົນກະເອົາໂຕເຂົ້າແລກ ກະມີ
ໂອ້ຍ!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!

ເອະໆໆໆ ເບີ່ງເຈົ້ານີ້ມາ ມີ ຄວາມ ຄິດ ດ້ານ ລົບ ແທ້ ຫວະ

ຕາມຄວາມຄິດສ່ວນຕົວຂອງຂ້າພະເຈົ້າ ແລ້ວ ພວກ ເຮົາ ຄວນຈະ ພູມຈັຍ ທີ່ ລາວ ສາມາດ ສ້າງ ຊື່ສຽງໃຫ້ປະເທດລາວໃຫ້ ດັງກະຫືມ(ອັນນີ້ດັງໃນດ້ານດີເດີ້ ພີ່ນ້ອງ ຖ້າດ້ານບໍ່ດີແນວ ບອກໄດ້ຄຳດຽວວ່າ Noໆໆໆ) ໂດຍ ຄົນທົ່ວໂລກຮູ້ ຈັກ ວ່າ ປະເທດລາວເປັນປະເທດນື່ງ ທີ່ສາມາດມາຢູ່ ຈຸດນີ້ ໄດ້ ເລື່ອງ ອື່ນບໍ່ສຳຄັນ ດ໋ອກ ສຳລັບຂ້າພະເຈົ້າ ຄິດ

ແຕ່ ເຮົາ ຕ້ອງ ຄິດທົບທວນກັບວ່າ ເຮົາ ເອງ ນັ້ນ ໄດ້ ເຮັດ ຫຍັງ ແດ່ໃຫ້ປະເທດຊາດແລ້ວ

ຈົ່ງຢູ່ແບບໃຫ້ຄົນອື່ນ ອິດສາ ແຕ່ ບໍ່ແມ່ນ ຢູ່ ແບບ ອິດ ສາ ຄົນ ອື່ນ

ເອົາລະບໍ່ຢາກເວົ້າຫລາຍ ສຳນີ້ ກ່ອນ ພໍຫອມປາກຫອມຄໍ

ເວົ້າດີຫຼາຍ

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ somlith ຂຽນວ່າ...
ເວົ້າລະວ່າລາວມີຜົນງານ
ລາວເຮັດຫຍັງໃຫ້ ປະເທດຊາດ ລ້າໆ

ຄັນ ສະຫະປະຊາຊາດບໍ່ໃຫ້ເງິນເດືອນລາວ ລາວຊິເຮັດບໍ່ຢູ່ຫັ້ນນະ
ຂ້ອຍຮູ້ດີ ວ່າມັນເປັນຈັງໃດ ເພາະ ຂ້ອຍກໍ່ເຄີຍເຮັດໃຫ້ພວກນີ້
ເບິ່ງພາຍນອກ ຄືຊິມີແຕ່ຄົນມີຄວາມຮູ້ຈຶ່ງໄດ້ເຮັດໃຫ້ ສ ປ ຊ
ທາດແທ້ມັນກະບໍ່ແມ່ນໜົດທຸກຄົນດອກພີ້ນ້ອງເອີ້ຍ
ມັນອະເນະ ອະເນະ ນາຍໄດ້
ບາງຄົນກະເອົາໂຕເຂົ້າແລກ ກະມີ
ໂອ້ຍ!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!

ຢ່າເອົາພື້ນຂອງຕົວເອງໄປປຽບໃສ່ຄົນອື່ນແມ໊ະ..! ໝໍ

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໑໑ ກະທູ້
໓໒໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ ETarBank ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ somlith ຂຽນວ່າ...
ເວົ້າລະວ່າລາວມີຜົນງານ
ລາວເຮັດຫຍັງໃຫ້ ປະເທດຊາດ ລ້າໆ

ຄັນ ສະຫະປະຊາຊາດບໍ່ໃຫ້ເງິນເດືອນລາວ ລາວຊິເຮັດບໍ່ຢູ່ຫັ້ນນະ
ຂ້ອຍຮູ້ດີ ວ່າມັນເປັນຈັງໃດ ເພາະ ຂ້ອຍກໍ່ເຄີຍເຮັດໃຫ້ພວກນີ້
ເບິ່ງພາຍນອກ ຄືຊິມີແຕ່ຄົນມີຄວາມຮູ້ຈຶ່ງໄດ້ເຮັດໃຫ້ ສ ປ ຊ
ທາດແທ້ມັນກະບໍ່ແມ່ນໜົດທຸກຄົນດອກພີ້ນ້ອງເອີ້ຍ
ມັນອະເນະ ອະເນະ ນາຍໄດ້
ບາງຄົນກະເອົາໂຕເຂົ້າແລກ ກະມີ
ໂອ້ຍ!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!

ຢ່າເອົາພື້ນຂອງຕົວເອງໄປປຽບໃສ່ຄົນອື່ນແມ໊ະ..! ໝໍ

໙ ກະທູ້
໑໔໑ ໂພສ
ນັກການກະທູ້
ເອີ ທ່ານ ໄບໄຜ່ ເອີ້ຍ

ກະເຊີນ ທ່ານ ຍໍໄວ້ຫິງບູຊາບ້ານທ່ານຊະ
ຈະຢູ່ແບບ ອິດສາຜູ້ອື່ນ ຫລື ຊິຢູ່ ແບບໃຫ້ຜູ້ອື່ນ ອິດສາ 2 ຢ່າງນີ້ ບໍ່ດີ ຈັກຢ່າງ
ອັນເລື້ອງ ເຮັດວຽກດີ ຫລື ເຮັດ ວຽກເກັ່ງ ຫລື ວ່າຂະຫັຍນ ມັນບໍ່ມີ ຜູ້ໃດ ລື່ນ ຜູ້ໃດດອກ
ຄັນວ່າໜົດ ອົງການ ເລືອກໄດ້ແຕ່ລາວຜູ້ດຽວ
ຂ້ອຍກະຢາກຖາມເຈົ້າຢູ່ວ່າ
ໜົດອົງການ ອາຫານໂລກ ມີແຕ່ລາວ ບໍ່ ເຮັດວຽກ ໃນນັ້ນ
ຄັນຊັ້ນ ກະເອົາ ແຕ່ລາວຫັ້ນຊະ ຊັ້ນຕົວະ ເຮັດວຽກໃນ ອົງການນັ້ນ ແລ້ວລາວຊິເຮັດໄດ້ບໍ່ ຜູ້ດຽວ ຂໍຖາມແດ່
ບໍ່ຮູ້ຫັຍງຢ່າຟ້າວເວົ້າ
ເບື້ອງຫລັງ ຂອງຄວາມສຳເລັດ ບໍ່ໄດ້ມາ ດ້ວຍຄວາມຂາວສະອາດ ສະເໝີ ໄປດອກ
ເຈົ້າ ຍັງ ໄຮ້ດຽວສາຫລາຍ
ຂ້ອຍ 40 ຝົນ 40 ໜາວ ລະຂ້ອຍຮູ້ອັນໄດ ຄືອັນໄດ

໑໑ ກະທູ້
໓໒໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ somlith ຂຽນວ່າ...
ເອີ ທ່ານ ໄບໄຜ່ ເອີ້ຍ

ກະເຊີນ ທ່ານ ຍໍໄວ້ຫິງບູຊາບ້ານທ່ານຊະ
ຈະຢູ່ແບບ ອິດສາຜູ້ອື່ນ ຫລື ຊິຢູ່ ແບບໃຫ້ຜູ້ອື່ນ ອິດສາ 2 ຢ່າງນີ້ ບໍ່ດີ ຈັກຢ່າງ
ອັນເລື້ອງ ເຮັດວຽກດີ ຫລື ເຮັດ ວຽກເກັ່ງ ຫລື ວ່າຂະຫັຍນ ມັນບໍ່ມີ ຜູ້ໃດ ລື່ນ ຜູ້ໃດດອກ
ຄັນວ່າໜົດ ອົງການ ເລືອກໄດ້ແຕ່ລາວຜູ້ດຽວ
ຂ້ອຍກະຢາກຖາມເຈົ້າຢູ່ວ່າ
ໜົດອົງການ ອາຫານໂລກ ມີແຕ່ລາວ ບໍ່ ເຮັດວຽກ ໃນນັ້ນ
ຄັນຊັ້ນ ກະເອົາ ແຕ່ລາວຫັ້ນຊະ ຊັ້ນຕົວະ ເຮັດວຽກໃນ ອົງການນັ້ນ ແລ້ວລາວຊິເຮັດໄດ້ບໍ່ ຜູ້ດຽວ ຂໍຖາມແດ່
ບໍ່ຮູ້ຫັຍງຢ່າຟ້າວເວົ້າ
ເບື້ອງຫລັງ ຂອງຄວາມສຳເລັດ ບໍ່ໄດ້ມາ ດ້ວຍຄວາມຂາວສະອາດ ສະເໝີ ໄປດອກ
ເຈົ້າ ຍັງ ໄຮ້ດຽວສາຫລາຍ
ຂ້ອຍ 40 ຝົນ 40 ໜາວ ລະຂ້ອຍຮູ້ອັນໄດ ຄືອັນໄດ

ເວົ້າແບບໂຕກົງຢູ່ໃນລະຄອນເນາະ ມີລັກສະນະຄ້າຍໆອິດສາໜ້ອຍໜຶ່ງ ແຖມມີກິ່ນຂອງຄວາມເສຍໃຈ ແລະ ຜິດຫວັງໃນສິ່ງທີ່ປາດຖະໜາ.
ບໍ່ເປັນຫຍັງດອກຈັ່ງໃດເຂົາກະເລືອກລາວແລ້ວ ສຳລັບຂ້ອຍແມ່ນດີໃຈກັບລາວ ສຳລັບເຈົ້າບໍ່ສະອອນມັນກະແມ່ນເລື່ອງຂອງເຈົ້າບໍ່ວ່າກັນ

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຄົນລາວກ້າວໄກລະ