ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ເລດີ້    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ເລດີ້ » ຂອງຂວັນອັນລ້ຳຄ່າ

໑໘ ກະທູ້
໔ ໂພສ
ຂາປະຈຳເວັບບອດ

”ຂອງຂວັນອັນລ້ຳຄ່າເຫລົ່ານີ້ບໍ່ຕ້ອງຖ້າມອບໃຫ້ກັນໃນຊ່ວງເທດສະການ
ເຮົາສາມາດມອບໃຫ້ຜູ້ອື່ນໄດ້ຕະຫລອດປີແລະເມື່ອເຮົາມອບຂອງຂວັນນີ້ແກ່ຜູ້ໃຫ້ແລ້ວ
ຜົນທີ່ໄດ້ຮັບມີຄ່າຫລາຍ ທັງທີ່ມັນເປັນຂອງຂວັນທີ່ບໍ່ຕ້ອງລົງທຶນເສຍເງິນຊື້ເລີຍ
ເຮົາລອງມາເບິ່ງລາຍລະອຽດຂອງ gift set ຊຸດນີ້ກັນດີກວ່າ”.........

* ຂອງຂວັນຈາກການຟັງ
ຈົ່ງຕັ້ງໃຈຟັງຜູ້ອື່ນໃຫ້ຫລາຍຢ່າຂັດຈັງຫວະການເວົ້າ
ຫລືຂັດຄໍຄົນອື່ນເວົ້າໃຫ້ຫນ້ອຍ ຟັງໃຫ້ຫລາຍ

*ຂອງຂວັນຈາກພາສາກາຍ
ຢ່າອາຍທີ່ຈະສະແດງຄວາມຮັກແກ່ຄອບຄົວຫລືຫມູ່ເພື່ອນຂອງເຈົ້າ
ການສະແດງອອກເລັກໆ ນ້ອຍໆ ທີ່ບອກໃຫ້ພວກເຂົາຮູ້
ເຖິງຄວາມສະຫນິດສະຫນົມທີ່ເຈົ້າມີໃຫ້
ຈັບມື ໂອບໄຫລ່ ກອດ ຫອມແກ້ມ ອື່ນໆ

*ຂອງຂວັນຈາກຄວາມເບີກບານ
ແບ່ງປັນສຽງຫົວແລະຄວາມສະຫນຸກສະຫນານໃຫ້ຄົນອ້ອມຂ້າງ
ມີເລື່ອງມ່ວນຢ່າແອບຫົວຄົນດຽວ

*ຂອງຂວັນຈາກການຂຽນ
ເຈ້ຍທີ່ຂຽນດ້ວຍລາຍມືຂອງເຈົ້າເອງ
ເຊັ່ນ “ຂ້ອຍຮັກເຈົ້າຫລາຍເດີ້“ ...“ຂອບໃຈສຳຫລັບຄວາມຊ່ວຍເຫລືອ“
ຈະສ້າງຄວາມຮູ້ສຶກດີໆໃຫ້ກັບຄົນອ່ານໄດ້ບໍ່ຫລາຍກໍ່ຫນ້ອຍ

*ຂອງຂວັນຈາກຄຳຊົມ
ຂຶ້ນຊື່ວ່າມະນຸດ ບໍ່ວ່າໃຜກໍ່ຢາກຈະໄດ້ຮັບຄຳຊົມ
ເຊັ່ນ “ຜົມຊົງນີ້ຫນ້າຮັກດີເນາະ“ ...“ຂອງກິນແຊບຫລາຍເນາະ“
ຢ່າຊົມຈົນເວີ້ແລ້ວກັນ ດຽວກາຍເປັນຄົນບໍ່ຈິງໃຈ

*ຂອງຂວັນຈາກຄວາມມີນ້ຳໃຈ
ຄວາມຈິງຄົນເຮົາທຸກຄົນລ້ວນມີນ້ຳໃຈ
ສະພາບສັງຄົມທີ່ຕ້ອງແຂ່ງຂັນກັນຢູ່ຕະຫລອດ
ເຮັດໃຫ້ນ້ຳໃຈຂອງຫລາຍຄົນເກີດອາຫານ “ຫລັບໃນ“
ການແບ່ງປັນໃຫ້ກັນຈະເຮັດໃຫ້ໂລກເຮົາຫນ້າຢູ່ຂຶ້ນຫລາຍໃດ໋

*ຂອງຂວັນຈາກເວລາສ່ວນຕົວ
ບາງເວລາຄົນເຮົາກໍ່ອາດຢາກຢູ່ງຽບໆ ຕາມລຳພັງ
ຢ່າລືມເຄົາລົບສິດທິຜູ້ອື່ນນຳ
ປ່ອຍໃຫ້ເຂົາຢູ່ຄົນດຽວ ເມື່ອເຂົາຕ້ອງການ

*ຂອງຂວັນຈາກການໃຫ້ກຳລັງໃຈ
ຄົນເຮົາຍາມທີ່ຈິດໃຈທໍ້ແທ້ ກໍ່ຄືກັບລົດຫມົດນ້ຳມັນ
ຊ່ວຍເຕີມກຳລັງໃຈໃຫ້ຄົນອື່ນທຸກຄັ້ງທີ່ມີໂອກາດ
“ໃຈເຢັນໆ ຫາກຊິມີທາງແກ້ດອກ“...“ຍາກກວ່ານີ້ເຈົ້າຍັງເຮັດໄດ້ເລີຍ“
ຈັກມື້ລົດເຈົ້າກໍ່ອາດຈະຂາດນ້ຳມັນຄືກັນກໍ່ໄດ້

*ຂອງຂວັນຈາກຄຳເວົ້າມ່ວນໆ ດີໆ ອ່ອນຫວານ
ຄຳເວົ້າດີໆເຮັດໃຫ້ເກີດຄວາມປະທັບໃຈຕໍ່ກັນໄດ້ດີ
ຢ່າລືມຄຳພື້ນຖານຢ່າງ “ຂອບໃຈ“...“ຂໍໂທດ“
ເຈົ້າຢາກຟັງຄຳເວົ້າດີໆ...ຄົນອື່ນເຂົາກໍ່ເຊັ່ນກັນ......



ກ່ອນຈາກ.....ມື້ນີ້ເຈົ້າໄດ້ໃຫ້ຂອງຂວັນກັບໃຜຫລືຍັງ???????

ນາງຟ້າຊາຕານ

໑໗ ກະທູ້
໘໐໐ ໂພສ
ຊຳນານການເວັບບອດ


໑໗ ກະທູ້
໘໐໐ ໂພສ
ຊຳນານການເວັບບອດ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຊ່າງວ່ານໍເຈົ້າ!

ແຕ່ມີຂໍ້ຂ້ອງໃຈໃນບ່ອນນີ້:
ແລະເມື່ອເຮົາມອບຂອງຂວັນນີ້ແກ່ຜູ້ໃຫ້ແລ້ວຜົນທີ່ໄດ້ຮັບມີຄ່າຫລາຍ,(?)


໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂອງຂັວນ ຈາກຄົນຣັກບໍ່ມີຫວາ ?

ກ໊າກຯຯຯຯຯຯຯຯຯຯຯ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້

*ຂອງຂວັນຈາກຄຳເວົ້າມ່ວນໆ ດີໆ ອ່ອນຫວານ
ຄຳເວົ້າດີໆເຮັດໃຫ້ເກີດຄວາມປະທັບໃຈຕໍ່ກັນໄດ້ດີ
ຢ່າລືມຄຳພື້ນຖານຢ່າງ “ຂອບໃຈ“...“ຂໍໂທດ“
ເຈົ້າຢາກຟັງຄຳເວົ້າດີໆ...ຄົນອື່ນເຂົາກໍ່ເຊັ່ນກັນ......


໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍໃຫ້ຂອງຂ້ວນຜູ້ອື່ນຕະຫຼອດ
*ຂອງຂ້ວນໃນການກີນດື່ມ*



໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໕ ກະທູ້
໑໗໒ ໂພສ
ນັກການກະທູ້
ປາຕິໂທ


໕ ກະທູ້
໑໗໒ ໂພສ
ນັກການກະທູ້
ມີແຕ່ຂອງຂວັນອັນລ້ຳຄ່າທັງນັ້ນ
ຢາກໄດ້ ຢາກໄດ້


໑ ກະທູ້
໒໒໓ ໂພສ
ນັກການກະທູ້
ປ່າ.....ຂອງຂັວນແມ່ນຫັຍງຄືວ່າມາຫຼາຍແທ້...


໘ ກະທູ້
໒໔໑ ໂພສ
ນັກການກະທູ້
5555+

ຂ້ອຍຢາກໄດ້ຂອງຂວັນເດ້ ບໍ່ມີຜູ້ໄດ໋ຊື້ໃຫ້ຫັ່ນນ່ະ


໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍຢາກໄດ້ສອງອັນສຸດທ້າຍຫັ້ນນະ.. ຮອດບໍ່ມີໃຜໃຫ້

<-----ຄົນໃຈດີແຟນຄລັບ

໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢ່ຽມໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ