ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ເກມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໑໒ ກະທູ້
໑໘ ໂພສ
ຂາປະຈຳເວັບບອດ
.


໑໗ ກະທູ້
໑໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສ້າງເກມຫວານິ???

21 3-15-13-16-12-5-20-5 13-5


໑໗ ກະທູ້
໑໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອືມ......ແລ້ວເກມພວກທີ່ຫຼີ້ນຕໍ່ເນື່ອງນິບໍ່ມີແນ່ຫວາເຊັ່ນ ເກມ mall world ເກມທີ່ເຮົາສາມາດເອົາເຂົ້າໂປລເຮົາໄດ້ຫັ່ນນຮ້າ

ເກມທີ່ເຮົາສາມາດແອ໋ດໝູ່

21 3-15-13-16-12-5-20-5 13-5


໑໒ ກະທູ້
໑໘ ໂພສ
ຂາປະຈຳເວັບບອດ
ໝາຍເຖິງເກມ Online ເບາະ, ຄວາມສາມາດຕ້ອງນີ້ຍັງບໍ່ເຖິງ ຕ້ອງການນັກສ້າງເກມຈຳນວນຫຼາຍເຮັດເປັນໂຄງການໃຫຍ່ນຳກັນ, ແຕ່ອານາຄົດຈະມີແນ່ນອນ ^_^.


໑໗ ກະທູ້
໑໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສິຖ້າຫຼີ້ນເດີ

21 3-15-13-16-12-5-20-5 13-5


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PHOYLIN ຂຽນວ່າ...
ອືມ......ແລ້ວເກມພວກທີ່ຫຼີ້ນຕໍ່ເນື່ອງນິບໍ່ມີແນ່ຫວາເຊັ່ນ ເກມ mall world ເກມທີ່ເຮົາສາມາດເອົາເຂົ້າໂປລເຮົາໄດ້ຫັ່ນນຮ້າ

ເກມທີ່ເຮົາສາມາດແອ໋ດໝູ່


ຕິດເກມນັ້ນແຮງເນາະ ເຮົາຄືຊອກບໍ່ເຫັນຫວາ ແຫະ


໑໗ ກະທູ້
໑໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
555+ ຄັກໃດເອື້ອຍເກມນັ້ນຂ້ອຍຮອດດ້ານ31 ແລ້ວ ກຳລັງລວຍ555+

21 3-15-13-16-12-5-20-5 13-5


໖ ກະທູ້
໑໗ ໂພສ
ຂາປະຈຳເວັບບອດ
ສ້າງດ້ວຍ Program ຫຍັງ ?


໑໒ ກະທູ້
໑໘ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ zombie ຂຽນວ່າ...
ສ້າງດ້ວຍ Program ຫຍັງ ?



ສຳລັບໂປຣແກຣມທີ່ໃຊ້ສ້າງເກມນັ້ນກໍ່ແມ່ນນຳໃຊ້ໂຕແປພາສາທີ່ໂປຣແກຣມເມີໃຊ້ສ້າງໂປຣແກຣມຕ່າງໆລົງໃນຄັອມພິວເຕີ, ເຊິ່ງຖ້າທ່ານໝາຍເຖິງໂປຣແກຣມສະເພາະທີ່ເຮັດໃຫ້ສ້າງເກມໄດ້ນັ້ນ ຂ້າພະເຈົ້າບໍ່ໄດ້ນຳໃຊ້ໂປຣແກຣມໃດໆ.

ການສ້າງເກມທີ່ຢູ່ໃນເວັບ ເກມຄົນລາວ.ຄອມ (http://www.gamekonlao.com) ແມ່ນສ້າງຈາກຄວາມຮູ້ກ່ຽວກັບການສ້າງໂປຣແກຣມລ້ວນໆ, ຖ້າເຮົາເຂົ້າເວັບ google ແລ້ວຊອກຫາໂປຣແກຣມສ້າງເກມຕ່າງໆນັ້ນ ແມ່ນເຮົາພົບເຫັນໄດ້ຫຼາຍ ເຊິ່ງເຮັດໃຫ້ເຮົາສ້າງເກມໄດ້ແບບງ່າຍໆໂດຍບໍ່ຈຳເປັນຕ້ອງມີຄວາມຮູ້ເລິກກ່ຽວກັບຄັອມພິວເຕີ້ ແລະ ການຂຽນໂປຣແກຣມເລີຍ ພຽງແຕ່ນຳໃຊ້ໂປຣແກຣມທີ່ເຮົາດາວໂຫລດນັ້ນ.

ແຕ່ສຳລັບການສ້າງເກມຂອງຂ້າພະເຈົ້ານັ້ນແມ່ນການສ້າງເອງລ້ວນໆ ສ້າງແບບ 100%, ໂດຍນຳໃຊ້ຄວາມຮູ້ລະດັບສູງກ່ຽວກັບການສ້າງໂປຣແກຣມນັ້ນເອງ.

ເຖິງຢ່າງໃດກໍ່ຕາມຖ້າທ່ານນຳໃຊ້ໂປຣແກຣມອຳນວຍຄວາມສະດວກ ແລະ ສາມາດສ້າງເກມຂຶ້ນມາໄດ້ ກໍ່ໃຫ້ລອງສົ່ງລິ້ງເກມຂອງທ່ານໃຫ້ຂ້າພະເຈົ້າເບິ່ງ, ຂ້າພະເຈົ້າຈະໂຫລດມາຫຼິ້ນ.

ເຖິງຈະບໍ່ມີຄວາມຮູ້ທາງດ້ານການຂຽນໂປຣແກຣມກໍ່ຕາມແຕ່ນັ້ນກໍ່ແມ່ນຈຸດເລີ່ມຕົ້ນທີ່ດີສຳລັບທ່ານ (ຂ້າພະເຈົ້າກໍ່ເຄີຍນຳໃຊ້ໂປຣແກຣມສ້າງເກມເຊັ່ນກັນກ່ອນທີ່ຈະເລີ່ມຮຽນສ້າງເອງຢ່າງຈິງຈັງ), ຖ້າທ່ານຕ້ອງການຮ່ວມເປັນສ່ວນໜຶ່ງຂອງຊຸມຊົນເກມທີ່ສ້າງໂດຍຄົນລາວ ແລະ ເພື່ອຄົນລາວ ກໍ່ສາມາດຢ້ຽມຊົມເວັບຂ້າພະເຈົ້າໄດ້ທີ່:
http://www.gamekonlao.com.

ຖ້າທ່ານຕ້ອງການຮຽນຮູ້ການສ້າງເກມແບບຈິງຈັງກໍ່ຢ້ຽມຊົມເວັບນີ້ໄດ້,
http://dev.gamekonlao.com.
ຂ້າພະເຈົ້າກຳລັງສ້າງບົດຄວາມສອນຢູ່(ຍັງບໍ່ແລ້ວເທື່ອ)

ຂໍໃຫ້ໂຊກດີ


໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສ້າງເກມຫວານິ

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໕ ກະທູ້
໓໓໖ ໂພສ
ຊຳນານການເວັບບອດ
ສຸດຍອດເກມຄົນລາວ

ຮັກແທ້ມີຢູ່ໃສຫວະ?

໗ ກະທູ້
໑໙໘໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້

★★★★★★★★