ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ເກມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ເກມ » ມີໃຜແດ່ໄດ້ຫລີ້ນເກມ far cry 3 ແລະ assassin's creed 3 ແລ້ວ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໑໑ ກະທູ້
໑໓໑ ໂພສ
ນັກການກະທູ້
ເປັນແນວໃດເລື່ອງຄວາມມັນ


໑໒ ກະທູ້
໑໕໕ ໂພສ
ນັກການກະທູ້
ຍັງເທື່ອຄອມເຮົາຂີ້ກາກຫຼາຍ
CoreI3 2.10Ghz
RAM 4GB
Intel family HD 1700MB
ອຸກໃຈກາຣດຈໍ


໑໑ ກະທູ້
໑໓໑ ໂພສ
ນັກການກະທູ້
ໄຊ້ກາດຈໍ 3GB ໂລດຫ່າຍຫ່ວງເລື່ອງເກມ


໑໒ ກະທູ້
໑໕໕ ໂພສ
ນັກການກະທູ້
ໂນດບຸກ ປ່ຽນໄດ້ຫວາ


໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
2ເກມນີ້ບໍ່ເຄີຍຫຼິ້ນເທື່ອ
ທີ່ຫຼິ້ນຈົບກໍມີ Medal of Honor : Warfighter , Battlefield 3
ຕອນນີ້ຫາກໍ່ລົງ Call of Duty : Black Ops 2 ກັບ Crysis 3 ຫຼິ້ນໄປໄດ້ໜ້ອຍດຽວ ບໍ່ຄ່ອຍມີເວລາຫຼິ້ນ


໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
ຫຼິ້ນເກມໜັກໆ ຕັ້ງໂຕະດີກວ່າ ຕອນນີ້ເກມໃຫມ່ໆເນັນCPU 4core Speed ສູງໆເປັນຫຼັກ ເທພi3 OCສຸດໆ ຍັງເມື່ອຍ


໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ




ເທສໜ້ອຍໆກັບ Crysis 3 ເທື່ອແມ່ນໄຜສົນໃຈຍ້າກຫຼິ້ນ

Win 7 Ultimate 64bit pack1
CPU : FX-6100 3.3 @ 4.6GHz (230*20)
MB : Gigabyte GA-970A-D3 rev 3.0
VGA : ASUS HD7750 1GB
RAM : Corsair Vengeance Bus1600 CL9 (OC @ Bus 2200) 4*2 = 8GB
HDD : Western Black 2TB SATA III
@1920*1080 LED 23"

ປັບHigh No AA
Framerate
Min = 32.1
Avg = 56.3
Max = 80.9 fps/sec

** (ຕັນທີ່ກາດຈໍ)


໑໒ ກະທູ້
໑໕໕ ໂພສ
ນັກການກະທູ້
ແບບວ່າເງິນບໍ່ຫຼາຍນ່ະ


໑໑ ກະທູ້
໑໓໑ ໂພສ
ນັກການກະທູ້
ຂ້ອຍສຸດໆກັບ call of duty ມັນທຸກພາກ


໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ toungalaxy ຂຽນວ່າ...
ຂ້ອຍສຸດໆກັບ call of duty ມັນທຸກພາກ



ຄໍດຽວກັນເລີຍທ່ານ call of dutyທີ່ເຮັດໃຫ້ຂ້ອຍມັກຫຼິ້ນເກມ ເລີຍຊອກຫາເກມທີ່ແນວໆດຽວກັນ
ແຕ່ກໍ່ຫຼິ້ນຍູ້4ເກມນີ່ຫລະ ທຸກພາກຄີກັນ call of duty , medal of honor , battlefield , crysis
ເກມອື່ນຫຼິ້ນບໍ່ຕິດເທື່ອ ເກມທີ່ຫຼີ້ນຍ້າກໆກະບໍ່ເອົາແລ້ວ


໑໑ ກະທູ້
໑໓໑ ໂພສ
ນັກການກະທູ້
ຢາກໃຫ້ລອງ splinter cell ແລ້ວຈະຕິດໃຈມັນທຸກພາກ


໑໑ ກະທູ້
໑໓໑ ໂພສ
ນັກການກະທູ້
Brothets in arm ເກມສົງຄາມໂລກ


໑໑ ກະທູ້
໑໓໑ ໂພສ
ນັກການກະທູ້
ເກມພວກ GTA ເດບໍ່ມັກຫວາ


໑໑ ກະທູ້
໓໐ ໂພສ
ຂາປະຈຳເວັບບອດ
Assassin's Creed 3
ເປັນເກມແນວຕໍ່ສູ້ລອບສັງຫານຈະບູ້ກໍ່ໄດ້ມີຫລາຍພາກຖ້າຈະໃຫ້ເຂົ້າໃຈເນື້ອເລື່ອງຄວນຫລິ້ນຕັ້ງແຕ່ພາກຫນຶ່ງແລະພາກແຍກນໍາເພາະ
ເນື້ອເລື່ອງມັນເຂັ້ມຂົ້ນຫລາຍເກມນີ້ແລະກໍ່າລັງຈະມີພາກໃຫມ່ຄືພາກ Assassin's Creed Black Flag ໃນທ້າຍປີນີ້

far cry 3
ເປັນເກມແນວ FPS ແບບໂລກເປີດມີເຄສໃຫ້ເຮັດຢາກໄປໃສກະໄປພາບໃນເກມສວຍງາມຫລາຍຫາກທ່ານມັກບັນຍາກາດແບບທໍາມະຊາດທະເລນໍ້າຕົກ
ຕົ້ນໄມ້ໃບຫຍ້າແລະສັດສາວາສິ່ງຕ່າງໆກໍ່ຫາມາຫລິ້ນໂລດບໍ່ຜິດຫວັງແນ່ນອນ


ເກມໃນປີ 2013 ທີ່ບໍ່ຄວນພາດເດັດຂາດ
DMC devil may cry
ເກມນີ້ມີຊື່ສຽງຍາວນານກ່ວາ10ປີພາກແລກກໍ່າເນີດຢູ່ Play Station 2 ສ່ວນພາກນີ້ແມ່ນພາກທີ່ເອົາມາRebootໃຫມ່ໂມເດວໃຫມ່ເນື້ອເລື່ອງໃຫມ່ໃຫ້ອອກໄປທາງຕາເວັນຕົກຫລາຍຂຶ້ນ ແຕ່ກະຖືກກະແສແຟນຄລັບທີມັກແບບເກົ່າວິຈານ
ພໍສົມຄວນ ແຕ່ພາກໃຫມ່ນີ້ກໍ່ຖືວ່າເຮັດໄດ້ດີພໍສົມຄວນ ແຟນເກມນີ້ກໍ່ຫາມາຫລິ້ນໂລດ ໂອເຄຢູ່

Crysis 3
ເກມແນວ FPS ທີ່ໂຕເອກມີຊຸດເກາະສຸດເທບຕໍ່ສູ້ກັບພວກທະຫານແລະເອລ້ຽນຕ່າງດາວ ພາບໃນເກມສວຍງາມສຸດໆ ຖ້າມີກາດຈໍແຮງໆປັບສຸດ ນີ້ສຸດຍອດເລຍ

Dead Space 3
ເກມທີ່ໂຕເອກຈະຕ້ອງຕໍ່ສູ້ກັບສິ່ງທີ່ມີຊີວິດປະຫລາດຢູ່ອະວະກາດອັນເວີ້ງວ້າງພາກຫນຶ່ງເຮົາຈະໄດ້ຮັບພາລະກິດໄປສໍາຣວດຍານຂຸດເຈາະ
ຊັບພະະຍາກອນຂະຫນາດໃຫຍ່ທີ່ມີປັນຫາລູກເຮືອບໍ່ຕອບກັບແຕ່ເມື່ອພະເອກເຮົາໄປເຖິງກັບພົບກັບສິ່ງທີ່ບໍ່ຄາດຝັນຂຶ້ນ ແລະພາກສອງເຮົາຈະໄດ້ພະຈົນໄພ ຢູ່ໃນສະຖານີອະວະກາດ ພາກສາມນີ້ເຮົາຈະໄດ້ມາຕົກຢູ່ທີ່ດາວ ຮົກຮ້າງແລະອັນຕະລາຍແຫ່ງຫນຶ່ງ ທີ່ມີສິ່ທີ່ມີຊີວິດປະຫລາດຫນ້າສະຫຍົດສະຫຍອງຊວນປວດຮາກ ແລະຈະເປັນຈັງໃດນັ້ນກໍ່ຫາມາຫລິ້ນໂລດ ເກມແນວຄ້າຍ
Resident Evil ແຕ່ໂຫດຫາດຄໍກວ່າອີກ

Tomb Raider
ພາກນີ້ກໍ່ເປັນພາກRebootທີ່ເຮັດໄດ້ດີອີກເກມ ເປັນເກມແນວພະຈົນໄພແກ້ປິດສະຫນາຫາຂຸມຊັບເອົາຕົວລອດ
ແຟນເກມນີ້ບໍ່ຄວນພາດ


Resident Evil 6
ເກມແນວເອົາຕົວລອດຈາກຊອມບີ້ຕິດໄວລັດອັນໂດ່ງດັງທຸກຄົນຮູ້ຈັກດີ ໄດ້ອອກໃຫ້ Ps3 ແລະ Xbox360 ກ່ອນແລ້ວ
ມາບາດນີ້ລົງໃຫ້ Pc ໃຫ້ໄດ້ຫລິ້ນກັນ ແຟນເກມນີ້ບໍ່ຄວນພາດ

Bioshock Infinite
ຈາກພາກຫນຶ່ງແລະສອງເຮົາໄດ້ພະຈົນໄພຢູ່ໃຕ້ນໍ້າເລິກມາພາກນີ້ເຮົາຈະມາພະຈົນໄພຢູ່ເມືອງລອຍຟ້າທີ່ມີສະຖາປັດຍະກໍາອັນງົດງາມຣາວ
ກັບເມືອງໃນຝັນກໍ່ບໍ່ປານແຕ່ພາຍໃນເມືອງອັນງົດງາມນີ້ສິ່ງທີ່ອາໄສຢູ່ທີ່ນີ້ບໍ່ເປັນມິດແນ່ນອນ ເກມນີ້ເປັນເກມແນວ FPS ທີ່ສາມາດໃຊ້ພະລັງພິເສດໄດ້ເຊັ່ນປ່ອຍໄຟຟ້າປ່ອຍໄຟຫຍຸດເວລາແລະອື່ນໆ ນອກຈາກນັ້ນດົນຕີໃນເກມນີ້ກໍ່ພິເສດພິດສະດານອັນຫາອັນປຽບບໍ່ໄດ້ ສະຫລຸບແລ້ວມັນເພີເຟັກຫລາຍເກມນີ້ ເປັນເກມທີ່ຫນ້າຈະເປັນ
Game of the year ໄດ້ເລີຍຄໍເກມ FPS ບໍ່ຄວນພາດທີ່ສຸດເກມນີ້


Dead Island Riptide
ເກມນີ້ເປັນພາກສອງຕໍ່ຈາກພາກທໍາອິດ ເປັນເກມແນວເອົາຕົວລອດຫນີຊອມບີ້ ຢູ່ໃນເກາະອັນສວຍງາມແຕ່ເຕັມໄປດ້ວຍຊາກສົບແລະ
ຊອມບີ້ ກະຫາຍເລືອດ ເປັນເກມທີ່ຂ້ອນຂ້າງໂຫດພິລຶກພິໂລຫລາຍເກມນີ້ແບບວ່າເລືອດຖ້ວມຈໍພຸ້ນລະ ເປັນເກມ FPS ໂລກເປີດຄ້າຍເກມ
Far cry ແຕ່ເນັ້ນໂຈມຕີໄລຍະປະຊິດ ເຊັ່ນໃຊ້ດາບ ມີດ ໄມ້ເບສບອນ ພ້າອີໂຕ້ທີ່ຫາໄດ້ ໃນແຖວນັ້ນຟາດຟັນກັບ ຊອມບີ້ ຊອມບີ້ກໍ່ມີຫລາຍແບບ ທັງໄວທັງຊ້າ ໂຕຊ້າກະຕາຍຍາກຕີແຮງ ນອກຈາກນັ້ນກໍ່ມີເຄສໃຫ້ເຮັດບໍ່ເຮັດກະໄດ້ ຍົກເວັ້ນເຄສເນື້ອເລື່ອງທີ່ຕ້ອງເຮັດ ເກມນີ້ກໍ່ກໍ່າລັງຈະອອກພາຍໃນເດືອນນີ້ລະ ໃຜມັກແນວສູ້ຜີໂຫດໆລະເກມນີ້ລະສຸດໆລະ


໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ toungalaxy ຂຽນວ່າ...
ຢາກໃຫ້ລອງ splinter cell ແລ້ວຈະຕິດໃຈມັນທຸກພາກ
Brothets in arm ເກມສົງຄາມໂລກ
ເກມພວກ GTA ເດບໍ່ມັກຫວາ



GTAເຄີຍຫຼິ້ນຍູ້ທ່ານ ລ້າສຸດGTA IV ພາບງາມຍູ້ ແຕ່ບໍ່ມັກ ຫຼິ້ນບໍ່ເຄີຍຈົບເທື່ອ
splinter cell , Brothets in arm ຫຼິ້ນງ່າຍຄືກັບພວກcall of dutyລຶບໍ່


໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
Resident Evil 6 ນ້ອງຂ້ອຍມັນມັກຫຼິ້ນແທ້ ຫາກໍ່ໂຫຼດມາພ້ອມກັບBlack Ops 2 ກັບ Crysis 3


໘໐ ກະທູ້
໕໖໐ ໂພສ
ຊຳນານການເວັບບອດ
ບໍ່ມັກເກມແນວຍິງຫລາຍປານໃດ ມັກປະເພດ RTS ຫລາຍກວ່າແບບເກມນີ້ນະ Starcraft 2 ມັກສຸດເລີຍໃຜມີເກມແນວນີ້ຂໍແນ່
ຫລື ຮູ້ບ່ອນຊື້ກະໄດ້









໑໑ ກະທູ້
໑໓໑ ໂພສ
ນັກການກະທູ້
ຫລີ້ນງ່າຍທັງສອງເກມ splinter cell ເປັນ ເກມຈາກຄ້າຍ ubisoft ເປັນເກມລອບສັງຫານແລະທ້າທາຍຄວາມສາມາດ


໑໑ ກະທູ້
໑໓໑ ໂພສ
ນັກການກະທູ້
ຂອບໃຈທຸກຄົນເດີທີ່ແນະນຳເກມດີໆມາ


໑໑ ກະທູ້
໑໓໑ ໂພສ
ນັກການກະທູ້
ສ່ວນ Dead Space ເຄີີຍໄດ້ຫລີ້ນແຕ່ພາກທຳອິດ ສຸດຍອດຄວາມັນກັບການຍິງຜີສາດ ແຕ່ເກມນີ້ສາກມັນຫລອນໄດ້ອາລົມ


໑໑ ກະທູ້
໑໓໑ ໂພສ
ນັກການກະທູ້
ເກມຈາກຄ້າຍ ubisoft ຄຸນນະພາບທັງນັ້ນຫລີ້ນບໍ່ຍາກ


໖ ກະທູ້
໑໗ ໂພສ
ຂາປະຈຳເວັບບອດ
Ubisoft, EA, Origin, Deep Silver, Capcom
ເທົ່າທີ່ຮູ້ກໍມີເທົ່ານີ້ເກມທີ່ທ່ານ ChildOfGod ແນະນຳຫັ້ນ ຫຼິ້ນຈົບໝົດແລ້ວເຫຼືອແຕ່
- DMC
- Tomb Raider
- Bioshock Infinite
- Dead Island Riptide
ທີ່ຍັງບໍ່ໄດ້ຫຼິ້ນ ມີເກມໃດທີ່ຢາກແນະນຳບອກແນ່ເດີ້


໑໑ ກະທູ້
໓໐ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ zombie ຂຽນວ່າ...
Ubisoft, EA, Origin, Deep Silver, Capcom
ເທົ່າທີ່ຮູ້ກໍມີເທົ່ານີ້ເກມທີ່ທ່ານ ChildOfGod ແນະນຳຫັ້ນ ຫຼິ້ນຈົບໝົດແລ້ວເຫຼືອແຕ່
- DMC
- Tomb Raider
- Bioshock Infinite
- Dead Island Riptide
ທີ່ຍັງບໍ່ໄດ້ຫຼິ້ນ ມີເກມໃດທີ່ຢາກແນະນຳບອກແນ່ເດີ້



- DMC ຫລິ້ນຈົບແລ້ວມ່ວນຢູ່ໃດພາກນີ້ບໍ່ຄວນພາດ
- Tomb Raider ອັນນີ້ກະມ່ວນດີຄືກັນພາບທໍາມະຊາດສວຍງາມສຸດໆຄືກັບເບິ່ງຫນັງພະຈົນໄພເລື່ອງຫນຶ່ງເລີຍຫ້າມພາດຫລິ້ນຈົບມາດົນແລ້ວ
- Bioshock Infinite ມ່ວນດີຄືກັນແຕ່ຫລິ້ນຍັງບໍ່ຈົບ
Dead Island Riptide ຫລິ້ນແຕ່ພາກຫນຶ່ງຈົບ ພາກນີ້ບໍ່ໄດ້ຫລິ້ນເທື່ອ


໖ ກະທູ້
໑໗ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ ChildOfGod ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ zombie ຂຽນວ່າ...
Ubisoft, EA, Origin, Deep Silver, Capcom
ເທົ່າທີ່ຮູ້ກໍມີເທົ່ານີ້ເກມທີ່ທ່ານ ChildOfGod ແນະນຳຫັ້ນ ຫຼິ້ນຈົບໝົດແລ້ວເຫຼືອແຕ່
- DMC
- Tomb Raider
- Bioshock Infinite
- Dead Island Riptide
ທີ່ຍັງບໍ່ໄດ້ຫຼິ້ນ ມີເກມໃດທີ່ຢາກແນະນຳບອກແນ່ເດີ້



- DMC ຫລິ້ນຈົບແລ້ວມ່ວນຢູ່ໃດພາກນີ້ບໍ່ຄວນພາດ
- Tomb Raider ອັນນີ້ກະມ່ວນດີຄືກັນພາບທໍາມະຊາດສວຍງາມສຸດໆຄືກັບເບິ່ງຫນັງພະຈົນໄພເລື່ອງຫນຶ່ງເລີຍຫ້າມພາດຫລິ້ນຈົບມາດົນແລ້ວ
- Bioshock Infinite ມ່ວນດີຄືກັນແຕ່ຫລິ້ນຍັງບໍ່ຈົບ
Dead Island Riptide ຫລິ້ນແຕ່ພາກຫນຶ່ງຈົບ ພາກນີ້ບໍ່ໄດ້ຫລິ້ນເທື່ອ



ຈະຫາໄດ້ຢູ່ໃສນະບອກຂ້າພະເຈົ້າແນ່


໐ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ສຸດໆແລະມີຄວາມສຸກກັບ PES 2013


໒໐ ກະທູ້
໓໙໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ soukanya12 ຂຽນວ່າ...
ສຸດໆແລະມີຄວາມສຸກກັບ PES 2013

ຂ້ອຍກະເປັນຄົນໜຶ່ງທີ່ມັກ PES 2013 ກະບໍເກັ່ງດອ໋ກ ແຕ່ພະນັນກິນເບຍນຳໝູ່ ຊະນະມາຫຼາຍເທື່ອລະ...​ ມັກອິ່ຫຼີເກມນີ້


໐ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
Call of Duty 1,2,3,4 ມັນສຸດຍອດ ຕໍ່ດ້ວຍ Sniper Elite....


໐ ກະທູ້
໒ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
Game Facry 3 map mun kuang phod


໐ ກະທູ້
໕ ໂພສ
ມືໃໝ່ຮຽນໃຊ້ເວັບບອດ


໐ ກະທູ້
໕ ໂພສ
ມືໃໝ່ຮຽນໃຊ້ເວັບບອດ


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>