ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ເກມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ເກມ » ຂ່າວສານວົງການເກມ PlayStation

໑໑ ກະທູ້
໓໐ ໂພສ
ຂາປະຈຳເວັບບອດ
ພາບແລະຂໍ້ມູນຈາກເວບ
http://www.gconsole.com
http://www.dvdgameonline.com
http://play4thai.com


ສໍານັກງານໃຫມ່ຂອງ Sony ຕັ້ງຢູ່ໃນ Silicon Valley ເຊິ່ງຢູ່ໃນນີ້ມີພະນັກງານແລະນັກພັດທະນາເກມປະມານ 2000 ຊີວິດ ມີຄວາມກວ້າງຂວາງຫນ້ອຍຫນຶ່ງປະມານ 41,807 ແມັດກະເລ້ ( 26ໄຮ່ ) ເທົ່ານັ້ນ

ທ່ານ Jack Tretton ແຫ່ງ Sony Computer Entertainment Americal (SCEA) ໄດ້ກ່າວວ່າ ທາງ Sony ໄດ້ທຸ້ມທຶນລົງມືສ້າງສໍານັກງານໃຫມ່ນີ້ ກັນມາຫລາຍກວ່າ 6 ປີ ໂດຍມີເຄື່ອງມືອໍານວຍຄວາມສະດວກໃນກາພັດທະນາເກມຢ່າງຄົບຖ້ວນ ມີທັງສະຕູດີໂອ້ຕັດຕໍ່ ຫ້ອງອັດສຽງ ແລະຫ້ອງ Mix ສຽງ ດ້ວຍໃນໂຕ ມີເຄື່ອງດົນຕີອໍເຄສຕຣ້າ ລວມໄປເຖິງຫ້ອງເຮັດຟິກເກີ້ ເອົາໄວ້ຕົກແຕ່ງງານອີເວນ ຕ່າງໆອີກດ້ວຍ



ສະເປັກເຄື່ອງ


Sony ເປີດໂຕ PlayStation Vita TV ເປັນເຄື່ອງ ຄອນໂຊ ຂະຫນາດນ້ອຍ ສາມາດຕໍ່ກັບ ທໍລະທັດຈໍໃຫຍ່ ຜ່ານຮູ HDMI ມີເມໂມລີ້
1 GB ໃນໂຕ ແລະສາມາດສຽບ Memory Card ເພື່ອເພີ່ມຄວາມຈຸໄດ້ ສາມາດເລ່ນເກມຂອງ PS Vita ໄດ້ ( ສາມາດເອົາແຜ່ນເກມ PS Vita ມາສຽບຫລິ້ນກັບເຄື່ອງນີ້ແລະຕໍ່ກັບທໍລະທັດໄດ້ໂດຍກົງເລີຍ ໂດຍບໍ່ຈໍາເປັນຕ້ອງມີ PS Vita ) ແລະຍັງສາມາດໃຊ້ບໍລິການຕ່າງໆໄດ້ເຊັ່ນ Music Unlimited, Video Unimited, Hulu ແລະດາວໂຫລດ ເກມ PSP, PS Vita, PS1 Classic ຈາກ PSN ລົງມາຫລິ້ນໄດ້ອີກດ້ວຍ



Sony ປະກາດ PS Vita ລຸ້ນໃຫມ່(ລຸ້ນ PCH-2000) ທີ່ຈະເບົາກວ່າ PS Vita ລຸ້ນເກົ່າ15% ແລະ ບາງລົງ 20% ແລະຍັງມີແບັດຕະລີ້ຍາວ 6 ຊົ່ວໂມງ ເຊິ່ງເພີ່ມຂຶ້ນ 1 ຊົ່ວໂມງ ຈາກລຸ້ນກ່ອນ ມີແຣມ 1 GB ພາຍໃນຕົວເຄື່ອງ ຮອງຮັບເມໂມລີ້ກາດໄດ້ສູງສຸດ 64 GB ປ່ຽນຫົວຊາດເປັນ Micro USB ແລະມີໃຫ້ເລືອກ 6 ສີ ໂດຍກໍານົດອອກວັນທີ 10 ຕຸລານີ້ ໃນລາຄາ 19,929 ເຍນ ຫລືປະມານ 1610000 ກີບ ສໍາລັບລຸ້ນ Wi-Fi

Scan ຫລາຍເກມຈາກທ່ານ Valakus (Gcon)





















Grand Theft Auto V ຫລືເດັກນ້ອຍບ້ານເຮົາມັກເອີ້ນວ່າເກມລັກລົດ ເປັນເກມແນວໂອເປັນເວີລະດັບສຸດຍອດແລະອິດສະຫລະທີ່ມີຄົນຖ້າຫລິ້ນຫລາຍທີ່ສຸດໃນຕອນນີ້ເຊິ່ງມັນກະໄກ້ຈະອອກແລ້ວສໍາລັບ Ps3 ແລະ Xbox360 ສ່ວນເວີຊັ້ນ Pc ກະຖ້າອີກປະມານ 6-7ເດືອນຈຶ່ງໄດ້ຫລິ້ນກັນ ເກມນີ້ທຸ້ມທຶນສ້າງມະຫາສານເປັນເງິນ 260ລ້ານ ຢູເອັສດອລລ້າ ສໍ່າໆກັນຫນັງ Hollywood ຟອມຍັກເລື່ອງຫນຶ່ງເລີຍ ພຸ້ນລະ
http://www.huffingtonpost.co.uk/2013/09/09/gta-5-budget-most-expensive_n_3892602.html?ir=UK+Tech

ແຜນທີ່ພາຍໃນເກມທີ່ຫລຸດອອກມາ ເຜີຍໃຫ້ເຮົາໄດ້ເຫັນຄວາມກວ້າງຂອງເມືອງໃຫ້ເຮົາໄດ້ສໍາຫລວດ ເຊິ່ງມີຂະຫນາດໃຫຍ່ເທົ່າກັບເກມ
Red Dead Redemption, Grand Theft Auto: San Andreas ແລະ Grand Theft Auto4 ລວມກັນ


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍວ່າຫລິ້ນເກມເສຍເວລາ ບໍ່ໄດ້ປະໂຫຍດ


໐ ກະທູ້
໑໘ ໂພສ
ຂາປະຈຳເວັບບອດ
ຢາກໃດ້ເດ້ps4ນິ