ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ເກມ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/

໖ ກະທູ້
໑໗ ໂພສ
ຂາປະຈຳເວັບບອດ
ມີໃຜໃນພັນລາວແນ່ທີ່ Cast Games ລົງ Youtube
ສ່ວນໃຜທີ່ບໍ່ຮູ້ວ່າການ Cast Games ແມ່ນຫຍັງຄື:
Cast Games ແມ່ນການທີ່ເຮົາຫຼິ້ນເກມແລ້ວບັນທຶກ ການຫຼິ້ນຂອງເຮົາເພື່ອແບ່ງປັນໃຫ້ຄົນອື່ນຮູ້ ວິທີການຫຼິ້ນຂອງເຮົາ
ແລະ ເພື່ອໃຫ້ຄົນອື່ນມ່ວນໄປກັບການຫຼິ້ນເກມຂອງເຮົາ, ເຊິ່ງທຸກໆຄົນຈະມີວິທີການທີ່ເປັນເອກະລັກ ເປັນຂອງຕົນເອງ
^
ອີ່ຫຍັງປະມານນັ້ນ
ມີໃຜແນ່ທີ່ Cast ກໍບອກຂ້າພະເຈົ້າແນ່ເດີ້ນີ້ແມ່ນ Channel ຂ້າພະເຈົ້າ:
ຄລິກ


໑໑ ກະທູ້
໓໐ ໂພສ
ຂາປະຈຳເວັບບອດ
ມີແຕ່ຫລິ້ນຊື່ໆບໍ່ເຄີຍແຄັສຈັກເທື່ອ ກັບໄປເບິ່ງຂະເຈົ້າພວກຕ່າງປະເທດແຄັສເກມໃນ youtube ກະຮາດີແບບວ່າບາງຄົນໂອເວີ້ແອັກຕິ້ງສຸດໆ ໂດຍສະເພາະເກມແນວສະຫຍອງຂວັນ
ຕອນນີ້ກໍ່າລັງຫລິ້ນ Outlast ເກມໂຄດສະຫຍອງຂວັນພາບກະສົມຈິງດີ ປານເບິ່ງລາຍການຄົນອວດຜີ ເຮົາຈະໄດ້ຮັບບົດເປັນນັກຂ່າວ ທີ່ຢາກຮູ້ຢາກເຫັນ ແລະໄປສໍາຫລວດໂຮງຫມໍຄົນບ້າ ທີ່ຮ້າງມາດົນແລະຢູ່ກາງປ່າດົງແຕ່ມາວັນຫນຶ່ງມັນກໍ່ເປີດອີກຄັ້ງ ແລະດ້ວຍສາເຫດໃດນັ້ນ ບໍ່ມີໃຜອາດຮູ້ໄດ້ ໂຕເກມເຮົາບໍ່ອາດຕໍ່ສູ້ກັບພວກຜີໄດ້ ເມື່ອພົບຜີມີແຕ່ແລ່ນຫນີ ໄປລີ້ຢູ່ໃນຕູ້ແລະກ້ອງຕຽງລູກດຽວ ຖ້າມັກແນວສະຫຍອງບໍ່ຄວນພາດເກມນີ້
ເປັນເກມໃຫມ່ຫາກໍ່ອອກໄດ້ບໍ່ດົນ
Outlast

ແລະອີກເກມເປັນພາກສອງ Amnesia the machine for pigs ເປັນເກມແນວສະຫຍອງຂວັນສໍາຫລວດບ້ານຜີສິງ ແຕ່ບໍ່ທັນໄດ້ຫລິ້ນເທື່ອເກມນີ້

ຊວງນີ້ເກມອອກຫລາຍສຸດໆຫລິ້ນບໍ່ທັນ
ເກມໃຫມ່ໆອອກມາໄດ້ບໍ່ດົນ
Pro Evolution Soccer 2014 ຫລື Pes 2014 ເກມເຕະບານສຸດດັງຈາກຄ້າຍKonamiຫາກໍ່ອອກໃຫມ່ໆຂອງເວີຊັ້ນPcກະມີແລ້ວ

Castlevania lords of shadow ເກມຟາດແສ້ຕໍານານຂອງຕະກູນ ເບວມອນ ອອກໄປປາບແດຣັກຄູລ້າ ທີ່ຍາວນານ ເຄີຍລົງໃຫ້ps3,xbox360ດົນແລ້ວແຕ່ຫາກໍ່ມາລົງໃຫ້pcສອງສາມອາທິດມານີ້


Dust An Elysian Tail ແອັກຊັ້ນແພລັດຟອມຕະລຸຍດ້ານຂ້າງພາບແນວກາຕູນສວຍງາມເຫມະກັບເດັກ


Rayman legends ເກມຂອງUbisoftແນວ2dດ້ານຂ້າງແນວຄ້າຍ Mario ພາບງານສິນສວຍງາມສຸດໆ ແຕ່ເກມຈະຂ້ອນຂ້າງຍາກພິລຶກແຕ່ກະມວນສຸດໆ ຖ້າມັກພາກນີ້ຢ່າລືມພາກ rayman origins ມວນຄືກັນ ພາກເກົ່າສຸດອອກຢູ່Ps1

Teenage Mutant Ninja Turtles Out of the Shadows ນິນຈາເຕົ່າ ຫລືເຕົ່ານິນຈາ ພາກໃຫມ່ລ້າສຸດ ສະໄຫມ20ກວ່າປີກ່ອນເຄີຍມີກາຕູນສາຍຢູ່ຊ້ອງ3ໄທຍດັງສຸດໆໃນຕອນນັ້ນ

Brothers - A Tale of Two Sons ແນວແກ້ປິດສະຫນາທີ່ເຮົາຕ້ອງຄວບຄຸມສອງອ້າຍນ້ອງພະຈົນໄພແກ້ປິດສະຫນາຕ່າງໆ ພາບສວຍງາມເນື້ອເລື່ອງຊຶ້ງດີ

castle of illusion ເກມມິກກີ້ເມົາພາບຫນ້າຮັກເຫມາະກັບເດັກ

Ducktales remastered ເປັນກາຕູນຂອງລຸງ ສະກຸດແມັກດັກ ຈອມຂີ້ຫນຽວເກມເກົ່າສະໄຫມFamicomແລ້ວເອົາມາລີເມັກໃຫມ່ພາບສວຍງາມຂຶ້ນໃຜບໍ່ເຄີຍຫລິ້ນໃນສະໄຫມນັ້ນກໍ່ຫາມາຫລິ້ນໄດ້

Splinter cell blacklist ຈາກຄ້າຍ Ubisoft ແນວສາຍລັບຫລົບໆລີ້ໆຄ້າຍເກມ Metal gear solid ມີອຸປະກອນໄຮເທັກໃຫ້ໃຊ້ນໍາ

saint row 4 ແນວຄ້າຍGTAແຕ່ຕະຫລົກຫລຸດໂລກແລະມີການລໍ້ເກມອື່ນນໍາ

Lost planet 3 ຂີ່ຫຸ່ນສູ້ສັດປະຫລາດຢູ່ດາວທີ່ຫນາວຈັດ

Arma 3 ແນວທະຫານແຕ່ບໍ່ເຄີຍຫລິ້ນຊີລີ້ນີ້ຈັກເທື່ອ

The Bureau: XCOM Declassified ເປັນຊີລີ້ແຍກອອກມາຂອງເກມຊີລີ້XCOM ມາໃນແນວຍິງປືນປະສົມເທັກຕິກໃນໂລກຄືຍ້ອນຍຸກແຕ່ສູ້ກັບສັດຕູເອລ້ຽນຕ່າງດາວ

Cloudberry Kingdom ເກມນີ້ກະມ່ວນດີໂຕເກມຈະໃຫ້ເຮົາຍ່າງໄປຂ້າງຫນ້າໂດຍຫລົບສິ່ງກີດຂວາງຕ່າງໆເຊັ່ນ ຫນາມ ລູກໄຟ ສັດປະຫລາດ ເລເຊີ້ ດ່ານຈະຄ່ອຍໆຍາກຂຶ້ນເລື້ອຍໆຈົນຕ້ອງອາໄສດວງນໍາຈຶ່ງຜ່ານ

Spelunky HD ເກມນີ້ມ່ວນດີແຕ່ຫລິ້ນຜ່ານດ່ານຍາກພໍສົມຄວນ ໂດຍເຮົາຈະລົງໄປຊັ້ນລຸ່ມຂອງເຫມືອງໄປເລື້ອຍໆຫ້າມຕາຍ ຖ້າຕາຍຈະເລີ່ມຢູ່ເຫມືອງຊັ້ນທໍາອິດຄືນ

Narco Terror ແນວຍິງແຫລກ

skullgirls ເກມຕໍ່ສູ້ແບບ VS ຕົວລະຄອນແຫວກແນວດີ

Prime World: Defenders ແນວປ້ອງກັນຫໍຄອຍພາບສວຍງາມສະກິວອະລັງການມີລະບົບປະສົມໄພ້

Aarklash - Legacy ຫນ້າຈະມັນດີ

metro last light
ເກມນີ້ເຮົາຈະຕ້ອງອາໄສຢູ່ໃຕ້ດິນ ເພາະຢູ່ພື້ນໂລກມີອຸກາບາດຕົກໃສ່ກໍ່ໃຫ້ເກີດສານຜິດທົ່ວໂລກມີແຕ່ສັດປະຫລາດຢູ່ໄດ້ເປັນເກມຍິງປືນແບບFPSມັນດີພາບສວຍງາມຂອງໂລກໃຕ້ດິນແລະລຶກລັບ

The Incredible Adventures of Van Helsing ແນວDiablo ມັນພໍສົມຄວນ

Rogue Legacy ເຮົາຈະໄດ້ຮັບບົດເປັນອັດສະວິນເຂົ້າໄປປາບຜີສາດໃນປະສາດ ຕອນທໍາອິດເຮົາຈະບໍ່ແຂງແກັ່ງສູ້ຜີສາດອ່ອນໆກະບໍ່ໄດ້ແຕ່ເມື່ອເຮົາຕາຍ ເງິນແລະມໍລະດົກຕ່າງໆທີ່ເຮົາຫາມາໄດ້ຈະຖືກສົ່ງຕໍ່ໄປລຸ້ນລູກ ຫລານ ເຫລນ ຕໍ່ໆໄປ ເພື່ອອັບເກຣດໃຫ້ລູກຫລານເຮົາເກັ່ງຂຶ້ນເລື້ອຍໆຈົນໃນທີ່ສຸດກໍ່ປາບຜີສາດໄດ້

Resident evil revelations ຜີຊີວະຈາກ3dsມາລົງPc,ps3,xbox360 ປັບພາບເປັນ HD

Remember me

Deadpool ສຸບເປີ້ຮີໂລ້ກວນໆ

Total War Rome 2

dusty revenge


໖ ກະທູ້
໑໗ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ ChildOfGod ຂຽນວ່າ...
ມີແຕ່ຫລິ້ນຊື່ໆບໍ່ເຄີຍແຄັສຈັກເທື່ອ ກັບໄປເບິ່ງຂະເຈົ້າພວກຕ່າງປະເທດແຄັສເກມໃນ youtube ກະຮາດີແບບວ່າບາງຄົນໂອເວີ້ແອັກຕິ້ງສຸດໆ ໂດຍສະເພາະເກມແນວສະຫຍອງຂວັນ...



ຄັກໆຂ້ອຍຍັງບໍ່ໄດ້ຫຼິ້ນຈັກເກມເລີຍ ຂໍຖາມແນ່ວ່າເຮົາຈະຫາໄດ້ຢູ່ໃສເກມທີ່ທ່ານບອກມາ ໂດຍສະເພາະ Outlast


໒໐ ກະທູ້
໓໙໗ ໂພສ
ຊຳນານການເວັບບອດ
Cast Game ເຮັດຈັ່ງໃດ໋... ບໍ່ເຄີຍເຮັດຈັກເທື່ອ ເຮັດເປັນກະບອວິທີແນ່!!


໒໐ ກະທູ້
໓໙໗ ໂພສ
ຊຳນານການເວັບບອດ
ຢາກໄດ້ PES 2014 ເດ່!!! PES 2013 ຫຼີ້ນເບື່ອແລ້ວ !!
PES 2014 ສຳລັບ PC ມີໂຕສົມບູນແລ້ວບໍ່ ຊ່ວຍແນະນຳລີ້ງດາວໂຫຼດແນ່
ຢາກໄດ້ແຮງໆ


໑໑ ກະທູ້
໓໐ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ ToonDMC ຂຽນວ່າ...
Cast Game ເຮັດຈັ່ງໃດ໋... ບໍ່ເຄີຍເຮັດຈັກເທື່ອ ເຮັດເປັນກະບອວິທີແນ່!!



ພິມໃນ Google ວ່າ การแคสเกม ຫລື how to cast games ແລ້ວຊອກເອົາ
ຫລືລິງລຸ່ມນີ້
https://www.google.co.th/#q=%E0%B8%81%E0%B8%B2%E0%B8%A3%E0%B9%81%E0%B8%84%E0%B8%AA%E0%B9%80%E0%B8%81%E0%B8%A1




໑໑ ກະທູ້
໓໐ ໂພສ
ຂາປະຈຳເວັບບອດ
ຄັກໆຂ້ອຍຍັງບໍ່ໄດ້ຫຼິ້ນຈັກເກມເລີຍ ຂໍຖາມແນ່ວ່າເຮົາຈະຫາໄດ້ຢູ່ໃສເກມທີ່ທ່ານບອກມາ ໂດຍສະເພາະ Outlast

ຂອງແທ້
http://store.steampowered.com/
http://www.amazon.com/Game-Downloads/b?ie=UTF8&node=979455011
http://www.gamersgate.com/new-releases
ຂອງເຖື່ອນບອກບໍ່ໄດ້ອິໆ
ແຕ່ຢາກຮູ້ແທ້ໆກະຫລັງໄມໄດ້


໖ ກະທູ້
໑໗ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ ToonDMC ຂຽນວ່າ...
Cast Game ເຮັດຈັ່ງໃດ໋... ບໍ່ເຄີຍເຮັດຈັກເທື່ອ ເຮັດເປັນກະບອວິທີແນ່!!



1. ກ່ອນອື່ນທ່ານຕ້ອງມີຄອມແຮງໆ
2. ໂປຣແກຣມທີ່ໃຊ້ສຳຫຼັບອັດວີດີໂອໜ້າຈໍ ( ຂໍແນະນຳໂປຣແກຣມ Fraps )
3. ໂປຣແກຣມຕັດຕໍ່ວີດີໂອ ( ໃຊ້ສຳຫຼັບຕັດຕໍ່ວີດີໂອທີ່ທ່ານຫຼິ້ນ )
4. ໂປຣແກຣມແປງຟາຍ ( ເພື່ອໃຫ້ວີດີໂອມີຂະໜາດນ້ອຍລົງເພື່ອຄວາມສະດວກໃນການອັບໂຫຼດ )
5. ເກມທີ່ທ່ານຈະແຄສ
6. ອັບຂຶ້ນ Youtube
7. ຂ້າພະເຈົ້າຈະຕິດຕາມ
8. ຈົບ


໐ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຂ້ອຍເອງກໍເປັນນັກແຄສເກມລາວເດີ ມາຕິດຕາມກັນແດ່ເດີ ຊ່ອງ PTV Saori