ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ກິລາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ກິລາ » ປະຫວັດຄວາມເປັນມາຂອງ << World Cup !!! >>

໕ ກະທູ້
໔໗ ໂພສ
ຂາປະຈຳເວັບບອດ
"ບານໂລກ(World Cup)" ເປັນມະຫາກຳກີລາທີ່ຍິ່ງໃຫຍ່ ແລະ ມີຜູ້ໃຫ້ຄວາມສົນໃຈທົ່ວໂລກ ໂດຍສະຫະພັນເຕະບານນາໆຊາດ ຫຼື F.I.F.A ກຳນົດໃຫ້ຈັດຂຶ້ນທຸກໆ4ປີ ໂດຍໃຫ້ແຕ່ລະປະເທດທີ່ມີສັກກະຍະພາບຜັດປ່ຽນໝຸນວຽນກັນເປັນເຈົ້າພາບ...


ຜູ້ລິເລີ່ມໃຫ້ມີການແຂ່ງຂັນຄັ້ງທຳອິດ ແມ່ນ ທ່ານ Jules Rime ເປັນຄົນຝຣັ່ງ ໄດ້ສະເໜີໃນທີ່ປະຊຸມຂອງປະເທດສະມາຊິກສະຫະພັນເຕະບານນາໆຊາດ ເມື່ອປີ ຄ.ສ.1902 ແຕ່ວ່າການແຂ່ງຂັນຄັ້ງທຳອິດຈະເລີ່ມຂຶ້ນໄດ້ກໍ່ລ່ວງມາເຖິງ ປີ ຄ.ສ.1930 ປະເທດອຸຣູກວາຍ ຮັບເປັນເຈົ້າພາບຈັດການແຂ່ງຂັນ ໂດຍມີ 13ປະເທດ ສົ່ງທິມຮ່ວມແຂ່ງຂັນ ແລະ ອູຣູກວາຍເຈົ້າພາບກໍ່ຄວ້າແຊມໄປຄອງ ແລະ ເພື່ອເປັນກຽດແກ່ທ່ານJules Rime ຖ້ວຍລາງວັນຊະນະເລີດຈິງໃສ່ຊື່ວ່າ "ຖ້ວຍJules Rime"...


ຫຼັງຈາກເຕະບານໂລກຄັ້ງທີ3 ໃນປີ ຄ.ສ.1938 ການແຂ່ງຂັນຕ້ອງຢຸດຊະງັກໄປ12ປີ ເນື່ອງຈາກເກີດສົງຄາມໂລກຄັ້ງທີ2 ແລະ ໄດ້ມາເລີ່ມແຂ່ງຂັນຄັ້ງທີ4 ໃນປີ ຄ.ສ.1950 ໂດຍປະເທດບຣາຊິວ ຮັບເປັນເຈົ້າພາບ ພາຍໃຕ້ຄວາມຂັດແຍ່ງຂອງຫຼາຍໆຊາດ ເນື່ອງຈາກຄວັນຫຼົງຈາກສົງຄາມໂລກນັ້ນເອງ...


ຕໍ່ມາໃນປີ ຄ.ສ.1970 ປະເທດບຣາຊິວໄດ້ຄວ້າແຊມໂລກເປັນສະໄໝທີ3 ຈິງໄດ້ສິດຄອບຄອງຖ້ວຍJules Rime(ເຊິ່ງພາຍຫຼັງໄດ້ຖືກລັກໄປ) ທາງF.I.F.A ຈິງໄດ້ເຮັດຖ້ວຍລາງວັນຂຶ້ນມາໃໝ່ ໃສ່ຊື່ວ່າ "ຖ້ວຍຟີຟ່າ" ເຮັດດ້ວຍທອງຄຳ ມີ ຄວາມສູງ36cm; ມູນຄ່າປະມານ 4ແສນ$ ແລະ ໄດ້ໃຊ້ມາຈົນເຖິງປະຈຸບັນ...


ບານໂລກຄັ້ງທີ12 ໃນ ປີ ຄ.ສ.1982 ຟີຟ່າໄດ້ປັບປ່ຽນຈຳນວນທິມເຂົ້າແຂ່ງຂັນ ຈາກເດີມ16ທິມ ເປັນ 24ທິມເນື່ອງຈາກ"ເຕະບານ" ເລີ່ມໄດ້ຮັບຄວາມນິຍົມໄປແຜ່ຫຼາຍທົ່ວໂລກ ແຕ່ລະປະເທດມີການພັດທະນາຝີມືຂຶ້ນຫຼາຍ ຈິງໜ້າຈະມີທິມທີ່ຜ່ານເຂົ້າສູ່ຮອບສຸດທ້າຍຫຼາຍຂຶ້ນຕາມໄປດ້ວຍ...


ເຕະບານໂລກ ເລີ່ມເຂົ້າສູ່ຄວາມນິຍົມຢ່າງເຕັມຮູບແບບທາງດ້ານກິລາ ທຸລະກິດ ການເງິນ ລິຂະສິດການຖ່າຍທອດສົດ ແລະ ສິດທິປະໂຫຍດຕ່າງໆ ໃນຄັ້ງທີ16 ເມື່ອປີ ຄ.ສ.1998 ທີ່ປະເທດຝຣັ່ງເປັນເຈົ້າພາບ ພ້ອມກັບຈຳນວນທິມທີ່ຟີຟ່າກຳນົດໃຫ້ຜ່ານເຂົ້າມາເຖິງຮອບສຸດທ້າຍຫຼາຍຂຶ້ນເປັນ32ທິມ ອາດເວົ້າໄດ້ວ່າ ເຕະບານໂລກໄດ້ກ້າວຂຶ້ນມາສູ່ອີກຍຸກໜຶ່ງກໍ່ວ່າໄດ້.. .


ຂັດຈາກ: worldcup.hotelsza.com


໑໖ ກະທູ້
໓໑໒ ໂພສ
ຊຳນານການເວັບບອດ
ດີໆ ເປັນຄວາມຮູ້ທີ່ດີ

"ແຮັກ"ຊີວິດດ້ວຍ"ຄວາມຮູ້ສຶກດີ"ເປັນ"ກະແຈ"ອັນຊົງພະລັງ