ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ກິລາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ກິລາ » ລວມສິ່ງທີ່ເກີດຂື້ນເປັນຄັ້ງທຳອິດໃນບານໂລກ

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລວມສິ່ງທີ່ເກີດຂື້ນເປັນຄັ້ງທຳອິດໃນບານໂລກ





ບານໂລກ 2010 ກາຍເປັນສິ່ງທີ່ຕ້ອງຈາລືກໄວ້ໃນປະຫວັດສາດ ທີ່ມີຢູ່ຫລາກຫລາຍເຫດການ ທີ່ບໍ່ເຄີຍເກີດຂື້ນມາກ່ອນເລີຍ. ເຮົາຂໍຮວບຮວມເອົາສິ່ງທີ່ເກີດຂື້ນເປັນຄັ້ງທຳອິດມີດັ່ງນີ້:

• ຈັດຂື້ນທີ່ທະວີບອັບຟາຣິກາ ເປັນຄັ້ງທຳອິດ
ເປັນໄປຕາມນະໂຍບາຍຂອງທ່ານເຊັປ ແບັດເຕິ່ ປະທານຟີຟ່າ ທີ່ຢາກໃຫ້ສົມເປັນບານໂລກແທ້ໆ ຈື່ງມູນວຽນກັນໄປຈັດໃນທຸກທະວີບ ແລະອັບຟາຣິກາໄຕ້ ຈື່ງໄດ້ຮັບກຽດເປັນຊາດທຳອິດຂອງທະວີບ ທີ່ໄດ້ຈັດການແຂ່ງຂັນ ເພາະມີສະພາຍບທີ່ພ້ອມທີ່ສຸດ ເໜືອກວ່າເພື່ອນຮ່ວມທະວີບ

• ເຈົ້າພາບຕົກຮອບເປັນຄັ້ງທຳອິດ
ຕັ້ງແຕ່ບານໂລກຈັດຂື້ນເມື່ອປີ 1930 ຜ່ານໄປແລ້ວ 18 ຄັ້ງ ແຕ່ທີ່ຜ່ານມາຄ້າຍໆວ່າບານລັອກ ເຈົ້າພາບຕ້ອງຜ່ານເຂົ້າໄປຮອບສອງ ແຕ່ອັບຟາຣິກາໄຕ້ ກາຍເປັນຊາດທຳອິດ ທີ່ອຸດສ່າໄດ້ເປັນເຈົ້າພາບ ແຕ່ມາຕົກຮອບທຳອິດ

• ສະໂລເວເນຍຊະນະເປັນຄັ້ງທຳອິດ
ຖືເປັນຄັ້ງທີ່ສອງ ຂອງສະໂລເວເນຍ ທີ່ທະລຸມາເຖິງຮອບສຸດທ້າຍບານໂລກ ແຕ່ຄັ້ງທຳອິດເມື່ອປີ 2002 ຈົບແບບບໍ່ຄ່ອຍດີ ມີແຕ່ແຕ້ມດຽວ ບໍ່ຊະນະທີມໄດ. ໃນປີ 2010 ຄັ້ງນີ້ ສະໂລເວເນຍ ປາບແອລຈີເລີຍ ກາຍເປັນໄຊຊະນະ ຄັ້ງທຳອິດໃນປະຫວັດສາດ

• ນິວຊີແລນໄດ້ແຕ້ມທຳອິດ
ທີມຈາກໂຊນໂອເຊຍເນຍເຄີຍຜ່ານຮອບສຸດທ້າຍມາແລ້ວໃນປີ 1982 ແຕ່ຈົບລົງໂດຍຄວາມຜ່ານແພ້ທຸກເກມ ແຕ່ບານໂລກຄັ້ງນີ້ 2010 ເກມຕີສະເໝີ ທົດເວລາທີ່ສູນເສຍ ສະໂລວາເກຍ 1-1 ກາຍເປັນແຕ້ມທຳອິດແຫ່ງປະຫວັດສາດຂອງນິວຊີແລນ

• ສະໂລວາເກຍນ້ອງໃຫມ່ເຂົ້າມາຄັ້ງທຳອິດ
ສະໂລວາເກຍຖືເປັນຊາດລ່າສຸດທີ່ຕ້ອງຈາລືກຊື່ຜ່ານເຂົ້າມາຮອບສຸດທ້າຍ ໃນບານໂລກໄດ້ສຳເລັດ ຍັງໄດ້ເຂົ້າຮອບ 16 ທີມສຸດທ້າຍເປັນຄັ້ງທຳອິດອີກ ຫລັງຊັອກໂລກໂດຍການໂຄ່ນທີມ ອີຕາລີ່

• ແຊ້ມເກົ່າແລະຮອງແຊ້ມຕົກຮອບພ້ອມກັນເປັນຄັ້ງທຳອິດ
ເຄີຍມີມາແລ້ວທີ່ແຊ້ມເກົ່ານັ້ນທີ່ມາຫລິ້ນໃນອີກ4ປີຖັດມາກັບກາຍຕົກຮອບທຳອິດ ແຕ່ບໍ່ມີຄັ້ງໄດທີ່ແຊ້ມເກົ່າແລະຮອງແຊ້ມນັດກັນຕົກຮອບ ມີຄັ້ງນີ້ນີ່ລະ ທັ້ງອີຕາລີ່ ແຊັ້ມ 2006 ແລະຝຣັ່ງ ຮອງແຊ້ມຕົກຮອບພ້ອມກັນ.



ລູກກົມໆໆໆໆໆໆ





ຄັດມາຈາກ www.guideball.com


໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ການ້າ ເຂົ້າຮອບແປດທີມ ເປັນຄັ້ງທຳອິດ ແຫະໆ


໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອືມ ແປກແຕ່ຈີງບານ ມັນກົມ ອີ່ຫັຍງກໍ່ເກີດຂື້ນໄດ້
ບານໂລກຈັດຂື້ນພຽງແຕ່ 30ວັນ ຄົນຫຼີ້ນການພະນັນຝັນຮ້າຍຝັນຮ້າຍໄປອີກດົນ ເນາະ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ SumoGirl ຂຽນວ່າ...
ອືມ ແປກແຕ່ຈີງບານ ມັນກົມ ອີ່ຫັຍງກໍ່ເກີດຂື້ນໄດ້
ບານໂລກຈັດຂື້ນພຽງແຕ່ 30ວັນ ຄົນຫຼີ້ນການພະນັນຝັນຮ້າຍຝັນຮ້າຍໄປອີກດົນ ເນາະ



ປະມານນັ້ນລະ ຄົນທີ່ຫລິ້ນການພະນັນເຫັນຫມົດໂຕຫລາຍຄົນລະນີ່


໑໒ ກະທູ້
໗໘໐ ໂພສ
ຊຳນານການເວັບບອດ
ທີມ ອັງກິດຫຼິ້ນ ຫວຍ ສຸດໆ ຄັ້ງທໍາອິດ

ສິ່ງທີ່ຢາກເຮັດຈົ່ງລົງມືເຮັດ ຢ່າປ່ອຍໃຫ້ໂອກາດຜ່ານໄປ

໑໗ ກະທູ້
໒໖໓໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອື່ມ ມາອັບເດດຕື່ມອີກແນ່ເດີ່ ອັນໃດ໋ທຳອິດນະ ຄິຄິ

ຮັກນ້ອງຕອນເມົາ

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ OleTer ຂຽນວ່າ...
ທີມ ອັງກິດຫຼິ້ນ ຫວຍ ສຸດໆ ຄັ້ງທໍາອິດ



ອັງກິດເຮັດໃຫ້ຜິດຫວັງຫລາຍໃນບານໂລກເທື່ອນີ້
ຂໍ້ຄວາມວິຈານທີມອັງກິດຂຸດນີ້


໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ ManRed ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ OleTer ຂຽນວ່າ...
ທີມ ອັງກິດຫຼິ້ນ ຫວຍ ສຸດໆ ຄັ້ງທໍາອິດ



ອັງກິດເຮັດໃຫ້ຜິດຫວັງຫລາຍໃນບານໂລກເທື່ອນີ້
ຂໍ້ຄວາມວິຈານທີມອັງກິດຂຸດນີ້



ແນວໃດເຮົາກະເຊຍອັງກິດຄືເກົ່າ

M99NOY

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ M99NOY ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ManRed ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ OleTer ຂຽນວ່າ...
ທີມ ອັງກິດຫຼິ້ນ ຫວຍ ສຸດໆ ຄັ້ງທໍາອິດ



ອັງກິດເຮັດໃຫ້ຜິດຫວັງຫລາຍໃນບານໂລກເທື່ອນີ້
ຂໍ້ຄວາມວິຈານທີມອັງກິດຂຸດນີ້



ແນວໃດເຮົາກະເຊຍອັງກິດຄືເກົ່າ




ບົດບາດຂອງ Becks ໃນບານໂລກ2010 Becks Looks Like boss in Waiting


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນເທື່ອທຳອິດທີ່ເບິ່ງເຕະບານບໍ່ຢາກຟັງສຽງ!!!


໓໒ ກະທູ້
໒໓໘໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນສະເບາະ ບາດເຮົາພັດບໍ່ເຄີຍເຫັນອັງກິດຫລິ້ນດີຈັກເທື່ອ ວະກະກະ


໐ ກະທູ້
໑໐໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຈ໋ງ ເຢຍລະມັນ ເດີນຕໍ່ໄປ


໒໑ ກະທູ້
໔໖໑ ໂພສ
ຊຳນານການເວັບບອດ
ດີໆໆເອົາມາເບິງອີກເດີ


໒໑ ກະທູ້
໔໖໑ ໂພສ
ຊຳນານການເວັບບອດ
ດີໆໆເອົາມາເບິງອີກເດີ


໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ฟีฟ่า ตัดสันยานคั้งทำอิด

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໑໑ ກະທູ້
໑໑໐໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີແຕ່ເປັນຄັ້ງທຳອິດຫວາ
ບໍ່ມີຄັ້ງສຸດທ້າຍຫວາລະ