ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ກິລາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ກິລາ » ຮອນແລນ - ບາຊິລ ວັນທີ່ 2.7.10 ເຊຍທີມໃດ

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
Vs


ສະພາບທີມ: ບຣາຊິລ ມື້ນີ້ຕ້ອງເຊັກຄວາມຟິດຂອງ ຟິລິເປ່ ເມໂລ່ ມິດຟິລຕົວຮັບ ທີ່ເຈັບໃນເກມພົບກັບໂປຣຕຸເກດ ໃນຮອບທຳອິດນັດສຸດທ້າຍ ມື້ນີ້ຖ້າຫາກບໍ່ຟິດພໍ ຈະເປັນບັປຕິດຕ້າທີ່ຈະລົງມາເຮັດໜ້າທີ່ແທນ ເຊັ່ນດຽວກັນກັບ ເອລາໂນ່ ທີ່ເຈັບແລະຍັງບໍ່ແນ່ໃຈວ່າຈະຟິດທັນ ຫລືບໍ່ ຖ້າລົງບໍ່ໄດ້ ກໍ່ນ່າຈະເປັນ ເດນ່ຽລອາເວສ ລົງແທນຄືເກົ່າ ດ້ານຮອນແລນຖືວ່າພ້ອມ ເພາະບໍ່ມີປັນຫາເລື່ອງຜູ້ຫລິ້ນບາດເຈັບ ອາດຈະມີປັນຫາກ່ຽວກັບແຜງບຸກ ເພາະ ລູບິນ ຟານເພິຊີ່ ມີອາການງໍແງ ແດ່ຈັກໜ້ອຍ ມີປາກສຽງກັບໂຄ້ຊ ຫລັງຈາກຖືກປ່ຽນໂຕໃນເກມພົບກັບ ສະໂລວາເກຍ


ວິເຄາະເກມ: ຖືວ່າເປັນຄູ່ຢຸດໂລກອີກຄູ່ໜຶ່ງໃນນັດນີ້ ເພາະທັງສອງທີມຫລິ້ນດີມາດ້ວຍກັນທັງສອງທີມ ແຕ່ນັກທຳອິດ ບຣາຊີລ ໃນວິນາທີນີ້ ບໍ່ໄດ້ກາຕ້ອງບໍ່ເສຍໄວ້ກ່ອນ ແທັກຕິກຂອງຄາລອດ ດຸງກ້າ ເນັ້ນແຜງກາງຕັດເກມເຖິງ2ໂຕ ແລ້ວໄປເນັ້ນ ວິງເແບັກໄມຄ່ອນ ເປັນຄົນເຕີມເກມ ໂດຍມີ ກາກ້າ ແລະໂລບິນໂຍ່ ສະໜັບສະໜຸນຢູ່ດ້ານຫລັງຫລຸຍ ຟາເບຍໂນ່ ໃນຂະນະທີ່ຮອນແລນ ມາບານໂລກຄັ້ງນີ້ ໃນສະຕາຍ ທີ່ເປັນບານສວຍງາມຄືເກົ່າ ແຕ່ທີ່ແຕກຕ່າງກາຄື ຮອນແລນຊຸດນີ້ມີເກມຮັບໜຽວແໜ້ນ ແລະເສຍປະຕູຍາກ ດ້ວຍການໃຊ້ ມິດຟິລຕົວຮັບ ເດຍອງ ແລະຟານ ບອມເມລ ສ່ວນເກມບຸກ ແມ່ນເປັນໜ້າທີ່ ຂອງລອບເບນ ແລະສະໄນເດີ່ ທີ່ສ້າງສັນເກມ ເບີ່ງແລ້ວເກມນີ້ ນ່າຈະສູ້ກັນໄດ້ສູສີ ຢູ່ທີ່ວ່າໃຜຈະເປັນຄົນພາດກ່ອນເທົ່ານັ້ນ ເຖິງແມ່ນວ່າ ບານໂລກສອງເທື່ອກ່ອນໜ້ານີ້ ບາຊີລເອົາຊະນະໄດ້ທັ້ງສອງເທື່ອ ແຕ່ຮອນແລນຊຸດນີ້ ຍັງມີ ຫລາກຫລາຍຮູບແບບການຫລິ້ນ ເຊັ່ນ ລູກຕັ້ງເຕະ ລູກຍິງໄກ ແລະລູກເໜືອຄວາມຄາດໝາຍຂອງລອບເບນ ເບິ່ງແລ້ວເກມນີ້ ສູ້ກັນມັນ ແລະຮອນແລນ ນ່າຈະບໍ່ເສຍໃຫ້ບາຊີລໃນເວລາ ແຕ່ຖ້າຕໍ່ເວລາບໍ່ແນ່

11 ຜູ້ຫລິ້ນທີ່ຄາດວ່າຈະລົງ:

ບຣາຊິລ ລະບົບ 4-3-1-2: ຊູລິໂອ່ ເຊຊ່າ- ດັກລາດ ໄມຄ່ອນ, ລູຊິໂອ່ (ກັບຕັນທີມ), ຮວນ, ມິເຊລ ບາສໂຕ໊ສ-ຈິລແບໂຕ້ ຊີລວາ, ບັປຕິດຕ້າ-ເດນ່ຽລ ອັລເວສ, ກາກ້າ, ໂລບິນໂຢ່-ຫລຸຍ ຟາເບຍໂນ່


ຮອນແລນ ລະບົບ 4-2-3-1: ມາຣເທນ ສະເຕເຄເລນເບີກ, ແກກໍລີ່ ຟານເດີ່ວິລ, ຈອນນີ່ ໄຮຕີງກ່າ, ໂຍລິນ ມາໄທເຊີ່, ໂຈວານນີ້ ຟານບອມຮອສ, ໄນເຈລ ເດຍອງ, ມາຄ ຟານ ບອມເມລ, ເດິຣກ ເຄົ້າ, ເວສລີ່ ສະໄນເດີ່, ອາຣເຍນ ລອບເບນ, ໂລບິນ ຟານ ເພີຊີ່


ປລ: ເປັນການວິເຄາະດ້ວຍຄວາມເຫັນສ່ວນໂຕເດີ່





໗ ກະທູ້
໑໙໘໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້

★★★★★★★★

໒໒ ກະທູ້
໒໗໔ ໂພສ
ນັກການກະທູ້
ວິເຄາະຍາກສຳຫລັບຄູ່ນີ້ ແຕ່ຈະ.............................................
ເຊຍຮອນແລນ, ເຊຍ RVP ເພາະເບຣຊິລ ໄດ້ແຊ້ມປ໌ຫລາຍແລ້ວ.


໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້





໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຊຍ ຮອນແລນ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເອົາຜົນການແຂ່ງຂັນ ຍ້ອນຫລັງມາໃຫ້ເບິ່ງເດີ່

ຮອນແລນ 2-1 ບາຣຊິລ


ບາຣຊິລໄດ້ປະຕູຂື້ນນຳກ່ອນແຕ່ນາທີທີ່ສິບ ຈາກໂຣບິນໂຢ່ ຮອນແລນມາໄດ້ປະຕູຕີສະເໝີ ຈາກ ເຟລິເປ້ ເມໂລ່ ນາທີ 53 ແລະມາໄດ້ອີກປະຕູຈາກ ເວສລີ່ ສະໄນເດີ່ ນາທີ 68