ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ກິລາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ກິລາ » ອຸລູໄກວ Vs ຮອນແລນ ເພື່ອນໆພັນລາວເຊຍທີມໄດ

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
VS


ສະພາບທີມ: ອຸລູໄກວ ຈະບໍ່ມີ ຫລຸຍ ຊົວເຣຊ ກອງໜ້າໂຕເກັ່ງທີ່ຕິດໂທດແບນ ຈາກນັດທີ່ຜ່ານມາ ແລະ ຮໍເກ້ ຟູຊິເລ່ ວິງແບັກດ້ານຊ້າຍ ທີ່ສະສົມໃບເຫລືອງສອງໃບ ແລະຕ້ອງເຊັກຄວາມພິດຂອງ ດິເອໂກ່ ໂກດິນ ກອງຫລັງໂຕເກັ່ງທີ່ບໍ່ສົມບູນ ຖ້າລົງບໍ່ໄດ້ ຈະເປັນ ເມົາລິຊິໂອ່ ວິກຕໍຣິໂນ່ ລົງມາເຮັດມາເຮັດໜ້າທີ່ແທນ ສ່ວນຮອນແລນ ຈະບໍ່ມີ ເກຣກໍລີ່ ຟານເດີ່ວີລ ແລະໄນເຈລ ເດີຢອງ ທີ່ຕິດໂທດແບນ ຄາດວ່າ ເບິຣ໌ຕ ຟານ ມາຣ໌ໄວຈະໃຫ້ ເດມີ່ ເດີ່ຊູ ແລະຄາລິດ ບູລາຫ໌ຣູຊ ລົງຫລິ້ນແທນ ສ່ວນ ໂຍຮິດ ມາໄທຊັນ ນ່າຈະລົງໄດ້ໃນເກມນີ້


ວິເຄາະເກມ: ທັ້ງສອງທີມຍັງບໍ່ເຄີຍເສຍທີມໃດມາ ຕັ້ງແຕ່ຮອບແບ່ງກຸ່ມ ອຸລຸໄກວ ກວ່າຈະຜ່ານມາຮອດຮອບນີ້ ຕ້ອງເມື່ອຍ ໄດ້ຍິງຈຸດໂທດຕັດສິນຜ່ານການ່າມາໄດ້ ສະພາບຄວາມຟິດຍ່ອມເປັນຮອງ ຮອນແລນແນ່ນອນສະຖິຕິບານໂລກທີ່ຜ່ານມາ ທີມຈາກຢູໂຣບ ບໍ່ເຄີຍໄດ້ແຊ້ມນອກທະວີບ ແຕ່ຄັ້ງນີ້ມີຮອດວສາມທີມທີ່ຜ່ານເຂົ້າມາຮອບຮອງ ນອກຈາກຮອນແລນແລ້ວ ກາຍັງມີ ເຢຍລະມັນແລະສະເປນ ຖືວ່າມີໂອກາດລ້າງອາຖັນໄດ້ສູງຫລາຍ ອຸລຸໄກວ ຍັງບໍ່ເຈີຄູ່ແຂ່ງທີ່ແຂງໆເລີຍ ຕ່າງຈາກຮອນແລນ ທີ່ຫາກໍ່ເຂ່ຍ ບາຣຊິລ ແຊ້ມຫ້າສະໄຫມ ຕົກຮອບໄປ ໃນເວລານີ້ ຮອນແລນແມ່ນມີຄວາມຫ້າວຫັນເຕັມທີ່ ແລະບໍ່ຢ້ານທີມໄດເລີຍ ແລະອີກຢ່າງ ອຸລຸໄກວ ນັດນີ້ບໍ່ມີ ຫລຸຍ ຊົວເຣຊ ເຫັນວ່າເປັນເລື່ອງໃຫຍ່ກວ່າ ຮອນແລນ ຂາດ ເດີຢອງຫລື ຟານເດີ ວີລ ເກມບຸຂອງ ອຸລຸໄກວອ່ອນລົງແນ່ນອນ ສ່ວນຮອນແລນ ຄີແມນສຳຄັນ ສະໄນເດີ່ ແລະລັອບເບນຍັງຢູ່ຄົບ ນັດນີ້ຖ້າສະໄນເດີ່ ຫລິ້ນໄດ້ຕາມຟອມບໍ່ນ່າຈະມີປັນຫາ ແຕ່ຢ່າງວ່າລູກກົມໆໆໆ

11 ຜູ້ຫລິ້ນທີ່ຄາດວ່າຈະລົງສະໜາມ

ອຸລຸໄກວ: ມຸສເລຣ່າ, ເປໄຣຣ່າ, ວິຄຕໍລິໂນ່, ລູກາໂນ່, ສະກອຕຕິ, ເປເຣຊ, ອາເຣວາໂລ່, ໂລເດໂຣ່, ກາວານີ່, ຟໍຣ໌ລັນ, ອາບຣູ
ຮອນແລນ: ສະເຕເຄເລນເບີຣ໌ກ, ບູລາຣູຊ, ມາໄທຊັນ, ໄຮຕິງກ້າ, ຟານ ບຣອງຮອຣ໌ສ, ເດີ ຊູ, ຟານ ບອມແມລ, ສະໄນເດີ່, ລັອບເບນ, ເຄົ້າ, ຟານ ເພີຊີ່

ປລ. ວິເຄາະຕາມຄວາມເຫັນສ່ວນໂຕເດີ່


໗ ກະທູ້
໗໔໒ ໂພສ
ຊຳນານການເວັບບອດ
ອັດສະວິນສີສົ້ມ

I will not say I failed 1000 times, I will say that I discovered there are 1000 ways that can cause failure_

໑ ກະທູ້
໑໑໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນຄືບໍ່ມີສະພາບ ໂຮນລັງ ແດ່!?

ເຮົາຄົບກັນສອງປີແລ້ວ.. ^_^

໒໒ ກະທູ້
໒໗໔ ໂພສ
ນັກການກະທູ້


໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແນວໂນ້ມແລ້ວ ຮອນລັງ ນ່າຈະຊະນະ ບໍ່ກາຍ 20ນາທີ ຂອງຕັ້ງແລກ ຍິງໄດ້ແນ່ນອນ ຮອນລັງ 5-0 ອູລູໄກວ ພີລຶກເນາະ ..ເຮິເຮິ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຊັຍ ຮອນແລນເດິ!!


໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Gapou ຂຽນວ່າ...
ມັນຄືບໍ່ມີສະພາບ ໂຮນລັງ ແດ່!?



ຂຽນລວມຢູ່ນຳກັນໃນຫົວຂໍ້ ສະພາບທີມຫັນເດ ຕໍ່ຈາກອຸລຸໄກວ


໐ ກະທູ້
໓໐໕ ໂພສ
ຊຳນານການເວັບບອດ
ຂໍເຊຍ ຮອນແລນເດີ


໒໑ ກະທູ້
໔໖໑ ໂພສ
ຊຳນານການເວັບບອດ
ເຊຍ ອຸລູໄກວເດີ


໐ ກະທູ້
໒໓ ໂພສ
ຂາປະຈຳເວັບບອດ
ໄດ, ໂຕເກັ່ງ:ຂຽນຜິດ


໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ BMM ຂຽນວ່າ...
ໄດ, ໂຕເກັ່ງ:ຂຽນຜິດ



ໂຕເກັ່ງ ຜິດບ່ອນໃດ ໃຫ້ຂຽນວ່າແນວໃດ


໑ ກະທູ້
໑໒໕ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ keng652 ຂຽນວ່າ...
ແນວໂນ້ມແລ້ວ ຮອນລັງ ນ່າຈະຊະນະ ບໍ່ກາຍ 20ນາທີ ຂອງຕັ້ງແລກ ຍິງໄດ້ແນ່ນອນ ຮອນລັງ 5-0 ອູລູໄກວ ພີລຶກເນາະ ..ເຮິເຮິ



ຕັ້ງແລກຫລືຕັ້ງແຮກຫລືຕັ້ງທຳອີດຫລືເຄີ່ງເວລາທຳອິດ


໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ moon ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ keng652 ຂຽນວ່າ...
ແນວໂນ້ມແລ້ວ ຮອນລັງ ນ່າຈະຊະນະ ບໍ່ກາຍ 20ນາທີ ຂອງຕັ້ງແລກ ຍິງໄດ້ແນ່ນອນ ຮອນລັງ 5-0 ອູລູໄກວ ພີລຶກເນາະ ..ເຮິເຮິ



ຕັ້ງແລກຫລືຕັ້ງແຮກຫລືຕັ້ງທຳອີດຫລືເຄີ່ງເວລາທຳອິດ



ຕັ້ງທຳອິດ


໑ ກະທູ້
໑໑໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມື້ຄືນເສຍດາຍອູລູກວັຍ

ເບີເຈັດຕື່ນບານຫຼາຍເກີນ

ເຮົາຄົບກັນສອງປີແລ້ວ.. ^_^

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Gapou ຂຽນວ່າ...
ມື້ຄືນເສຍດາຍອູລູກວັຍ

ເບີເຈັດຕື່ນບານຫຼາຍເກີນ



ແມ່ນລະ ຫລາຍລູກທີ່ລາວນ່າຈະເຮັດໄດ້ດີກວ່ານັ່ນ