ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ກິລາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ກິລາ » ເຢຍລະມັນ-ສະເປນ ທີມໃດຈະໄດ້ເຂົ້າໄປຊີງ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້



ສະພາບທີມ: ເຢຍລະມັນ ຈະບໍ່ມີ ຄາເຄົາ ກອງໜ້າເຊື້ອສາຍບຣາຊິລ ທີ່ຖືກບາດເຈັບ ແລະໂທມັດ ມູນເລີ່ ທີ່ຖືກແບນ ຈາກການສະສົມໃບເຫລືອງຄົບສອງໃບ ຄາດວ່າ ປິໂອເຕີ່ ໂທຣຊອຟສະກີ່ ຈະໄດ້ລົງຫລິ້ນແທນ ສ່ວນຕຳໜ່ງອື່ນແມ່ນຍັງຄືເກົ່າ ແລະຄາດວ່າ ໂຍອາຄິມ ເລິຟ ຈະໃຊ້ນັກເຕະຊຸດເກົ່າ
ສ່ວນສະເປນ ຈະໄດ້ ຣາອູລ ອັລບິໂອລ ກອງຫລັງທີ່ຜ່ານການເຊັກຄວາມຟິດເປັນຕົວເລືອກໃນແນວຮັບອີກຄົນ ແລະບິເຊນເຕ້ ເດລ ບອສກ້າ ຕ້ອງຕັດສິນໃຈໃຫ້ໂອກາດ


ວິເຄາະເກມ: ເຢຍລະມັນໂຊຟອມສຸດຍອດຕັ້ງແຕ່ເຂົ້າຮອບນັອກເອົາຕ໌ມາ ໂດຍການຖະລົ່ມອັງກິດ 4-1 ແລະອາເຈນຕີນ່າ 4-0 ສ່ວນທີມສະເປນ ສອງຮອບທີ່ຜ່ານມາເປັນການເອົາຊະນະດ້ວຍຜົນ 1-0 ທັ້ງສອງນັດ ເຢຍລະມັນມີຈຸດເດັ່ນໃນເກມບຸກທີ່ໄວ ແລະກອງຫລັງທີ່ຄ່ອນຂ້າງແນ່ນອນ ແຕ່ໃນນັດນີ້ຈະບໍ່ມີ ໂທມັດ ມູນເລີ່ ທີ່ໂຊຟອມດີມາຕະຫລອດສອງນັດ ນ່າຈະເຮັດໃຫ້ທີມ ອ່ອນລົງພໍສົມຄວນ ສ່ວນສະເປນ ນ່າຈະຍັງໃຊ້ ເຟີນັນໂດ ຕໍເຣສ ຢູ່ຖືງວ່າຈະຍັງຍິງປະຕູບໍ່ໄດ້ກໍ່ຕາມ ຖ້າເບິ່ງຈາກຮອບທີ່ຜ່ານມາ ເຢຍລະມັນ ແມ່ນເຫັນວ່າໃຊ້ທີມເວີກທີ່ເໜືອກວ່າໃນການເອົາຊະນະມາໄດ້ ແຕ່ທັ້ງສອງທີມທີ່ພົບມານັ້ນແມ່ນ ເນັ້ນຜູ້ຫລິ້ນບໍ່ພໍເທົ່າໃດຄົນ ໃນການສ້າງສັນເກມ ຊຶ່ງແຕກຕ່າງຈາກ ສະເປນ ທີ່ມີຕົວເລືອກໃນການສ້ງສັນເກມຫລາຍໂຕ ສະເປນໃຊ້ການຫລິ້ນແບບ ເຕາະບານຫາຊ່ອງຫວ່າງ ຊຶ່ງມັນແຕກຕ່າງຈາກເຢຍລະມັນເຄີຍພົບມາ ດັ່ງນັ້ນນັດນີ້ ເຢຍລະມັນຈະຫລິ້ນແບບສອງນັດແລ້ວຄືສິຍາກ ສະເປນໃນສອງນັດທີ່ຜ່ານມາແມ່ນຫລິ້ນແບບນີ້ ລອກລໍ້ໃຫ້ອີກຝ່າຍໄລ່ບານ ແລະຍິງປະຕູໄດ້ໃນຊ່ວງທ້າຍເກມ


11 ຜູ້ຫລິ້ນທີ່ຄາດວ່າຈະລົງສະໜາມ

ເຢຍລະມັນ: ນອຍເອີ່, ລາມ, ແມເຕຊັດເກີ່, ຟຣິດິຊ, ບົວເຕັງ, ເຄດິຣ່າ, ໂອຊີລ, ຊະໄວສະໄຕເກີ່, ໂທຣຊອຟສະກີ່, ໂພໂດລສະກີ່, ໂຄເຊ່


ສະເປນ: ກາຊິຍາສ, ຣາມອສ, ປູໂຢລ, ປີເກ້, ກັປເດບິລ່າ, ບຸສເກຕ, ອະລອນໂຊ່, ຊາບີ່, ອີນຽສຕ່າ, ບີຢ່າ, ຕໍເຣສ







໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປາມືກ ພອລເລືອກສະເປນເຊົ້າຊີງ




<object style="height: 344px; width: 425px"><param name="movie" value="http://www.youtube.com/v/vTdpJQ-0WwA"><param name="allowFullScreen" value="true"><param name="allowScriptAccess" value="always"><embed src="http://www.youtube.com/v/vTdpJQ-0WwA" type="application/x-shockwave-flash" allowfullscreen="true" allowScriptAccess="always" width="425" height="344"></object>


໔ ກະທູ້
໗໕໐ ໂພສ
ຊຳນານການເວັບບອດ
ເຢຍລະມັນແນ່ນອນ! ເຢຍລະມັນ ສູ້ໆ












໘ ກະທູ້
໑໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຢຍລະມັນ

ຢ່າເລືອກຄົນທີ່ເຈົ້າຄິດວ່າຈະຢູ່ນຳເຂົາເຈົ້າໄດ້ແຕ່ໃຫ້ເລືອກຄົນທີ່ເຈົ້າຢູ່ບໍ່ໄດ້ຖ້າບໍ່ມີເຂົາເຈົ້າ

໑໘ ກະທູ້
໙໖໔ ໂພສ
ຊຳນານການເວັບບອດ
German ເເນ່ນອນ

啤酒...:

໔໖ ກະທູ້
໓໙໙ ໂພສ
ຊຳນານການເວັບບອດ
ສະເປນ ເດີ

Expert of Math apply, Math analysis and General Math

໔ ກະທູ້
໗໕໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ ManRed ຂຽນວ່າ...
ປາມືກ ພອລເລືອກສະເປນເຊົ້າຊີງ



ຮ່າຮ່າ...! ຖ້າເຢຍລະມັນແພ້ສະເປນອີ່ຫລີ ປາມຶກພອລ ຄົງຢູ່ເຢຍລະມັນບໍ່ໄດ້ແລ້ວ ດຽວເຂົາຈັບມາເຮັດກິນ!












໔໖ ກະທູ້
໓໙໙ ໂພສ
ຊຳນານການເວັບບອດ
ສະເປນ ແນ່ນອນ

Expert of Math apply, Math analysis and General Math

໐ ກະທູ້
໑໓໐ ໂພສ
ນັກການກະທູ້
ເຢຍລະມັນ ແນ່ນອນ ບໍເຊື່ອໃຜ ເຊື່ອຕົນເອງ ເຢຍລະມັນສູ້ໆໆໆໆໆໆ

ກິນເພື່ອຢູ່ ສູ້ບໍຖອຍເລື່ອງຕີເລື່ອງຕ່ອຍຖອຍກ່ອນໝູ່

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃນບານໂລກຄັ້ງນີ້ ປາມືກພອລ ຍັງບໍ່ເຄີຍເລືອກຜິດ ແຕ່ໃນຢູໂຣ 2008 ປາມືກພອລ ເລືອກ ເຢຍລະມັນຊະນະສະເປນ ແຕ່ຕົວຈິງສະເປນຊະນະ ເຢຍລະມັນ


໗ ກະທູ້
໗໔໒ ໂພສ
ຊຳນານການເວັບບອດ
ເຊຍທັງ2

I will not say I failed 1000 times, I will say that I discovered there are 1000 ways that can cause failure_

໗ ກະທູ້
໗໔໒ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ boupotato ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ ManRed ຂຽນວ່າ...
ປາມືກ ພອລເລືອກສະເປນເຊົ້າຊີງ



ຮ່າຮ່າ...! ຖ້າເຢຍລະມັນແພ້ສະເປນອີ່ຫລີ ປາມຶກພອລ ຄົງຢູ່ເຢຍລະມັນບໍ່ໄດ້ແລ້ວ ດຽວເຂົາຈັບມາເຮັດກິນ!


ຕົ້ມຍຳເນາະ

I will not say I failed 1000 times, I will say that I discovered there are 1000 ways that can cause failure_

໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
20 ນາທີທຳອິກ ໂຄເຊ່ ຍິງເຂົ້າແນ່ນອນ ແລະຫລັງຈາກນັ້ນ ແລ້ວ ສະເປນຖືກຍ່ອງ ແນ່ນອນ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໐ ກະທູ້
໙໑໐ ໂພສ
ຊຳນານການເວັບບອດ
ຈັບໄປເຮັດກິນດີກວ່າອັນປາມຶກນັ່ນ!! ຮຶ໋ຍ! ຈັ່ງແມ່ນເປັນຕາຊັງ!
ທຸກໆທີມທີ່ຂ້ອຍເຊຍຣ໌ ໄດ້ຖືກລົມພັດຫາຍໄປໃນອາກາດແລ້ວ ບໍ່ເຫລືອຈັກທີມເລີຍ!!!

There's a thin line between Life and Death, I wish for a Miracle to happen...

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າມືກພອລ ເລືອກບໍ່ຖືກ ມັນສິບໍ່ຖືກເຂົາເອົາໄປຜັດກະເພົາບໍນໍ



໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ManRed ຂຽນວ່າ...
ຖ້າມືກພອລ ເລືອກບໍ່ຖືກ ມັນສິບໍ່ຖືກເຂົາເອົາໄປຜັດກະເພົາບໍນໍ



ໝຶກພອລ..ລູກພໍ່..
ເອົາດີຯເນີ້ລູກ..ແມ່ນຯເນີ້ລູກ
ຢ່າໃຫ້ພໍ່ໄດ້ຂາຍລົດ..ຂາຍບ້ານເນີ້ລູກ..



໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຢຍລະມັນເດີພີ່ນ້ອງ


໒໒ ກະທູ້
໒໗໔ ໂພສ
ນັກການກະທູ້
ມະນຸດເຮົານີ້ນໍ້ ອ່ອນແອເກີນກວ່າສິ່ງໃດໆ
ຜູກພັນຢູ່ກັບຄວາມເຊື່ອງົມງາຍ .....................................................


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ປາໝຶກນ້ອຍ ສູ້ໆ!!

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໘ ກະທູ້
໗ ໂພສ
ຂາປະຈຳເວັບບອດ
ຄົນເຮົາ ນາທີ ນຶ່ງ ແມ່ນຄິດເຖິງ ພັນຣ້ອຍຢ່າງ ຊິນັບຫຍັງ ສິ່ງທີ່ ເວົ້າວ່າກອງຫລັງເຊັກຄວາມຜິດພາດ ຈຸດນີ້ ຟັງແລ້ວຄືຊວນເຂົ້າຣ່ວມການພະນັນໂດຍທາງອ້ອມເນາະ ແຕ່ກໍ່ເປັນເລື້ອງທີ່ຫລາຍຄົນຕ້ອງໄດ້ຄິດ ຄິດບ່ອນໃດ ເພາະ ຄົນເຮົາບາງຄັ້ງກໍ່ມີຄວາມພ້ອມ ບາງຄັ້ງກໍ່ຂາດສະຕິ ຍ້ອນຫຍັງ ນີ້ຄືຄຳຖາມ ຫລາຍຄົນຄົງຕອບຍາກ ແຕ່ຫລາຍຄົນຕອບຢ່າງຄ້າຍຄຽງກັນ ແມ່ນເລື້ອງດວງ , ເຊັ່ນຄຳວ່າດວງດີຂາຍຂີ້ກໍ່ລວຍ ຍາມດວງຊວຍຂາຍນາມາກໍ່ໝົດ ນັ້ນ ລະ ຢ່າໄດ້ເອົາໃຈໃສ່ຫລາຍບັນຫານີ້ຫລາຍ ຈັກໝ່ອຍ ຖືກຜີພະນັນຄອບຄອງຢ່າງບໍ່ຣູ້ສຶກ ( ຜີພະນັນມີຫລາຍປະເພດເດີ ) ສຳລັບຂອ້ຍດີໃຈນຳ ທັງທິຕົກ ແລະ ທິມໄດເຂົ້າຮອບ ເວົ້າບໍ່ໄດ້ ແນວບໍ່ມີຄູ່ແຂ່ງກໍ່ອາດດີ ໄດ້ເປັນທີນຶ່ງເນາະ ແຮ່ໆໆໆໆໆ


໑ ກະທູ້
໒໙໐໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຢຍລະມັນ


໖ ກະທູ້
໒໑໙ ໂພສ
ນັກການກະທູ້
ເປັນຈັ່ງໃດກໍ່ເຊຍສະເປນສູ້ໆ

It's not enough to have a good mind,the main things is to use it well

໒ ກະທູ້
໑໐໘ ໂພສ
ນັກການກະທູ້
ປາມືກສິຖູກ ປີ້ງກະບັດນີ້ຫຼະ 555+
ເຢຍລະມັນ ຊະນະ ຍູ່ເເລ້ວ

[center][/center]

໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ເຮົາຄິດວ່າສະເປນເດີຊິໄດ້ຊິງນິ
ເຢຍລະມັນເອົາທີ່3ພໍແລ້ວ ເຄີຍໄດ້ແຊ້ມຫຼາຍລະ ປີນີ້ໃຫ້ທິມບໍ່ເຄີຍໄດ້ແຊ້ມເປັນແດ່
ປ.ລ. ເລືອກສະເປນນິບໍ່ກ່ຽວກັບປາເມິກເດີ

M99NOY

໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄັນປາໝຶກເດົາຜິດຊິບໍ່ຖືກຈັບໄປເຮັດຕ້ຳຍຳທະເລຫວະນິ


ທ້າວທອງໃສ

໑໖ ກະທູ້
໙໒໗ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ THAOthongsai ຂຽນວ່າ...
ຄັນປາໝຶກເດົາຜິດຊິບໍ່ຖືກຈັບໄປເຮັດຕ້ຳຍຳທະເລຫວະນິ




ກຽມຄ່າ ຫົວສີໄຄ ເຄື່ອງປຸງໄວ້ຮຽບຮ້ອຍຍຍ

ຫ້ຽນນ້ອຍ.....ແລ້ວກໍ່ກາຍມາເປັນຫ້ຽນໃຫຍ່

໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈັ່ງໃດກະເຊຍສະເປນ
ບໍ່ກ່ຽວກັບປາອີ່ຮືເດີ້

ທ້າວທອງໃສ

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະເປນ..ໄດ້ເຂົ້າຊິງແນ່ນອນ..
ແຕ່ຊິງທີສາມ..!!


໑໑ ກະທູ້
໑໑໐໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະເປນແນ່ນອນ
ຊະນະ 2-1


໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອິນຊີເຫຼັກ ສູ້!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!


ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>