ກະທູ້ມາໃໝ່ | ຫມວດ | ບັນເທີງ » ກິລາ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຢາກໄດ້ໝູ່ໄປ ຖີບລົດຖີບ ນຳກັນຫຼາຍໆຄົນນະ ໃຜສົນໃຈບໍ່ ເອົາສະເພາະມືສະມັກຫຼິ້ີນນຳກັນເດີ້ ຖີບແບບຄາລາວານເລີຍ 555 ( ຖີບລົດທາງໄກ ) ຂ້ອຍໄປຖີບຄົນດຽວມັນເຫງົາ ຂ້ອຍຖີບແຕ່ວັນເສົາແລະອາທິດ ຖ້າສົນໃຈຢາກມາຮ່ວມຖີບນໍາກັນໃຫ້ຕິດຕໍ່ມາກະທູ້ນີ້ໂລດເດີ້ ແລ້ວກໍ່ນັດກັນໄປຖີບ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຊວນຜູ້ສາວມາຖີບນຳແລ້ວ
ຊົ່ວຢ່າງສ້າງສັນ
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຄິດດີ ເວົ້າດີ ເຮັດດີ
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຢາກໄປຢູ່ ບໍ່ມີລົດຖີບ!!!
ຫ້ຽນນ້ອຍ.....ແລ້ວກໍ່ກາຍມາເປັນຫ້ຽນໃຫຍ່
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ນັດກັນຢູ່ໃສ່ ນິ ຊິໄປນຳ ບອກສະຖານທີ່ ເວລາ ລະອຽດ ແດ່ ແມະ
ຮັກແທ້ຄືແມ່
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ໜ້າສົນໃຈ ໜ້າສົນໃຈ ແລ້ວລາຍລະອຽດນິ ຈັ່ງໃດ ແນວໃດ ລະ
ໜຸ່ມຄົນນີ້ ມີດີທີ່ໜ້າຕາ ອິອິ
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຖີບຢູ່ໃສນະ? |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ດີໃຈເດເນາະທີ່ມີຄົນສົນໃຈ ເອົາເປັນ ທຸກໆວັນເສົາ-ອາທິດ ດີບໍ່ໝູ່? ຖ້າຈະໄປແທ້ກະນັດໄປເຈິກັນຢູ່ ປະຕູໄຊ ດີບໍ່ ຫຼືວ່າພວກເຈົ້າຄິດວ່າຈັ່ງໃດ? ຕິດຕໍ່ມາທາງຫຼັງໄມ ຫຼື ໜ້າໄມກະໄດ້ເດີ້ Facebook ກະໄດ້ sone_tt@yahoo.com |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຊວນເຮົາແນ່ເດີ ຢາກໄປນຳ ແຕ່ວ່າຍັງບໍ່ໄດ້ຊື້ລົດຖີບ ຂໍຊ້ອນນຳໄດ້ບໍ່ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຂໍລາຍລະອຽດແດ່ ສົນໃຈຢູ່ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ Organ ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ kharm ຂຽນວ່າ... ຊວນຜູ້ສາວມາຖີບນຳແລ້ວຢູ່ໃສນິ ຢູ່ໃສ ?? ຢູ່ນອກໆພຸ້ນແຫຼະ
ຊົ່ວຢ່າງສ້າງສັນ
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຊວນເຮົາແນ່ເດີ ຢາກໄປນຳ
ກູເຮັດຫຍັງກາຜິດ ໃຫ້ໄດ້ໃຈມຶງສະ
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ໄປຖີບຢູ່ໃສລະ ດົງໂດກໄດ້ບໍ່
ຮັກແທ້ຄືແມ່ຂ້າ ຮັກຕໍ່ມາຄືແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ບ້ານຂ້ອຍຢູ່ໄກນ່ະ.. ວ່າແຕ່ຖີບຢູ່ໃສລ່ະ..?? |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຂ້ອຍບ່ອຢາກຖືກຖີບນະ....ຢາກໄປຢູ່ໄປໃສລະມື້ໃດບອກມາ
ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ວັນເສົາ ຫຼື ວັນອາທິດ ຈະມານີ້ດີບໍ່? ຕອນ 4 ໂມງແລງ ນັ້ນເຈີກັນຢູ່ ປະຕູໄຊ ແລ້ວພາກັນ ຖີບໄປໃຫ້ຮອດສະໜາມກິລາ ຫຼັກ16 |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ມີໃຜສິໄປແນ່ ຈັກຄົນລະ
ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ sonelaottfclub ຂຽນວ່າ... ວັນເສົາ ຫຼື ວັນອາທິດ ຈະມານີ້ດີບໍ່? ຕອນ 4 ໂມງແລງນັ້ນເຈີກັນຢູ່ ປະຕູໄຊ ແລ້ວພາກັນ ຖີບໄປໃຫ້ຮອດສະໜາມກິລາ ຫຼັກ16 ໂອໂຫ້.. ແຕ່ຫຼັກຫົກກະລົມສິຈັບລ່ະ.. |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ sonelaottfclub ຂຽນວ່າ... ວັນເສົາ ຫຼື ວັນອາທິດ ຈະມານີ້ດີບໍ່? ຕອນ 4 ໂມງແລງນັ້ນເຈີກັນຢູ່ ປະຕູໄຊ ແລ້ວພາກັນ ຖີບໄປໃຫ້ຮອດສະໜາມກິລາ ຫຼັກ16 ໄກແທ້ ແມ່ຍິງໄປນຳໄດ້ຢູ່ຫວາ? |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຖີບຫຼາຍໆຄົນຂີ່ຮຽງກັນເປັນແພດຽວຕຳຫຼວດກະຊິຈັບໃໝ່
M99NOY
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ແມ່ນແລ້ວຕຳຫລວດລາວຖ້າເຫັນອີ່ຫຍັງກະຍ່າບ່ວ່າສິເປັນລົດລົດໃຫຍ່ລົດຈັກຫລືລົດຖີບຂີ່ຮຽງກັນຫລາຍໆຄັນມັນຕ້ອງຈັບໂລດແຕ່ມັນເຫັນນົກບິນນຳກັນເປັນ ຫ່າຝູງໃຫຍ່ມັນພັດບ່ຈັບ ຈັກມັນຜິດກົດຫມາຍວ່າດ້ວຍການຂັບຂີ່ບ່ອນໃດ ແບບນີ້ຫ້າມບ່ໄຫ້ຂີ່ລດນຳທາງເດີເພາະວ່າແຕ່ລະມື້ຈະມີລົດເປັນພັນໆຄັນທີ່ຂີ່ຕິດໆໆໆໆໆໆໆໆໆກັນ ມັນຕ້ອງອອກມາຈັບລະ ......ເອ໋ແຕ່ມັນຂີ່ຕິດໆໆກັນທຸກມື້ໃດເນາະ ເວນກຳ...
ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ໜ້າສົນໃຈ ແຕ່ບໍ່ມີລົດຖີບເສືອພູເຂົາ ມີແຕ່ລົດອີ່ຮ້າງ 555
ຄົນຜ່າຍແພ້ ບໍ່ແມ່ນຄົນທີ່ລົ້ມເຫຼວ
ຄົນທີ່ລົ້ມເຫຼວ ແມ່ນຄົນທີ່ລົ້ມເລີກ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ໄກໂພດຫວາ??? ເອົາຈັ່ງຊິເນາະຊັນນະ.... ໄປໃກ້ໆໃນແຖວຕົວເມື່ອງ ນ.ວ ນິສະເນາະ ແລະຖືວ່າເປັນການແນະນຳຕົວຂອງແຕ່ລະຄົນໃຫ້ຮູ້ຈັກກັນໄປພ້ອມເລີຍ. |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ VongGekalo ຂຽນວ່າ... ໜ້າສົນໃຈ ແຕ່ບໍ່ມີລົດຖີບເສືອພູເຂົາ ມີແຕ່ລົດອີ່ຮ້າງ 555ອິ ອິ ອິ ລົດຖີບແບບໃດກະໄດ້ ຄ່ອຍໆຖີບຊົມວິວໄປ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຄືວ່າຫັ້ນແລະຂີ່ຫລາຍຄັນຕຳຫລວດມັນສິຈັບຂ້ຫາປັ່ນປ່ວນຊາດຕັ້ງກຸ່ມປະທ້ວງ ຂ້ຫາບ້າໆແບບນີ້ກະມີ ເວົ້າແທ້ໃດນິ
ຕາມຫາທີມເວີກເປົ້າໝາຍດຽວກັນເພື່ອເປັນມະຫາເສດຖີນຳກັນ
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ອ້າງເຖິງຂໍ້ຄວາມຈາກ Joehunt ຂຽນວ່າ... ແມ່ນແລ້ວຕຳຫລວດລາວຖ້າເຫັນອີ່ຫຍັງກະຍ່າບ່ວ່າສິເປັນລົດລົດໃຫຍ່ລົດຈັກຫລືລົດຖີບຂີ່ຮຽງກັນຫລາຍໆຄັນມັນຕ້ອງຈັບໂລດແຕ່ມັນເຫັນນົກບິນນຳກັນເປັນ ຫ່າຝູງໃຫຍ່ມັນພັດບ່ຈັບ ຈັກມັນຜິດກົດຫມາຍວ່າດ້ວຍການຂັບຂີ່ບ່ອນໃດ ແບບນີ້ຫ້າມບ່ໄຫ້ຂີ່ລດນຳທາງເດີເພາະວ່າແຕ່ລະມື້ຈະມີລົດເປັນພັນໆຄັນທີ່ຂີ່ຕິດໆໆໆໆໆໆໆໆໆກັນ ມັນຕ້ອງອອກມາຈັບລະ ......ເອ໋ແຕ່ມັນຂີ່ຕິດໆໆກັນທຸກມື້ໃດເນາະ ເວນກຳ...ເຮົາກະບໍ່ຕ້ອງຄີ່ຮຽງກັນຫຼາຍລະເນາະ ເຄົາລົບກົດຈາລະຈອນໄປພ້ອມ ບໍ່ແມ່ນຈະເຮັດຄືຊິພາກັນໄປປະທ້ວງ ຖ້າເປັນແບບນັ້ນກະບໍ່ໄດ້ລະເນາະ :) |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
Specifically for who likes bicycling |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ຢູ່ລາວສະເບາະ |
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ໄປແທ້ເບາະ ນິ ຊິລ້າງລົດໄວ້ກ່ອນຊ້ານ ຂີ້ຝຸ່ນຈັບຫຼາຍໆ
ຮັກແທ້ຄືແມ່
|
|
ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
|