ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ກິລາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ກິລາ » ບອກໃຫ້ຮູ້ນຳແດ່!

ໜ້າທີ່ 2 ຈາກທັງໝົດ 4 ໜ້າ <<<1234>>>


໑໓ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
ຫຼິ້ນໄພ້................!

ມີພຽງຮັກແທ້ໃຜແນ່ຊິມາເອົາ

໓ ກະທູ້
໓໐໕ ໂພສ
ຊຳນານການເວັບບອດ
OoO ເທຄັວນໂດ້ OoO

//ໂລກສອນໃຫ້ມະນຸດຮູ້ຈັກການປ່ຽນແປງ ແຕ່....ໂລກກໍ່ພັດສອນໃຫ້ມະນຸດຮູ້ຈັກຜູກພັນ

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປຕັງ, ດອກປີກໄກ່, ແລະ ອື່ນໆ


໑໕ ກະທູ້
໒໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເສຍດາຍເດ ບໍ່ໄດ້ໄປເບິ່ງຊ້ຳ........


.........ການຮັບວ່າຕົນເອງເອງຜິດແລະຮູ້ຈັກຂໍໂທດຄືສິ່ງທີ່ມີກຽດ ການແກ້ໂຕເປັນເລື່ອງຂອງຄົນໂງ່ທີ່ຄິດວ່າຄົນອື່ນໂງ່...........

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ PNT ຂຽນວ່າ...
ເສຍດາຍເດ ບໍ່ໄດ້ໄປເບິ່ງຊ້ຳ........



ອາວກະຄຶກັນຫັ້ນລະບໍ່ໄດ້ເບິ່ງເພາະວ່າ ຢູ່ໄກຫຼາຍແຕ່ຫາກພາກັນກະຕຽມຢ່າງຄັກແນ່ກະຊິໄດ້ຫຼຽນນັ້ນນີ້ຫຼາຍຢ່າງຕິເບາະ!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ການກະຕຽມເຂົ້າສູ່ການແຂ່ງຂັນກິຣາຊຽບເກັມນີ້ໄປຮອດໃສແລ້ວ?

ມີຂ່າວວ່າມື້ກ່ອນນີ້ທີມເຕະບານເຍົາວະຊົນລາວເສັຍໃຫ້ເກົາຫຼີໃຕ້ຮອດແປດຕໍ່ໝຶ່ງ !!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃກ້ເຂົ້າມາຊັກໄຊ້ ຍັງບໍ່ແນ່ໃຈວ່າ ນັກກິລາລາວຈະພາກັນເສັຍໝ້າຫຼື
ພາໃຫ້ພາກພູມໃຈນຳໃນວະຣະ ການແຂ່ງຂັນທີ່ຈະມາເຖິງນີ້.
ແລ້ວຈະມີຄົນໄປເບິ່ງຫຼາຍນ້ອຍປານໃດ?ພໍຊິມີຣາຍໄດ້ທົບທຶນບໍ່ນໍ?!
ຫຼືວ່າຈະພາກັນມີໝີ້ມີສິນຖ້ວມຫົວຕຼອດໄປບໍ ຫຼັງຈາກການແຂ່ງຂັນແລ້ວ.
ບັດເຂົ້າຊົມຂາຍໄປໄດ້ຈັກເປິເຊັນແລ້ວ?


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄດ້ຟັງຂ່າວວ່າ ທາງພວກ ເພື້ອນບ້ານ ອິນໂດ, ມາເລ.. ຟິລິບປິນວ່າຈະສົ່ງນັກກິຣາ ສຳລອງມາແຂ່ງຢູ່ລາວ!!!ແທ້ບໍ່ນໍ?


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະແດງວ່າກະທູ້ນີ້ ບໍ່ມີໃຜສົນໃຈປານໃດສ່ຳວ່າ ຄວາມສົນໃຈໃນການຈັດງານກິຣານີ້ ບໍນໍ,
ຫາກເປັນຈັ່ງຊີ້ ຢ້ານວ່າພາກັນເຈັ້ງແທ້!
ຫາກວ່າກະຕຽມກັນຄັກແນ່ ແລະນັກກິຣາກະມີໃຈເປັນນັກກິຣາແທ້ ກະຫວັງວ່າຄົງຈະໄດ້ຫຼາຍຫຼຽນຢູ່ດອກນໍພີ່ນ້ອງ.
ຊິສົ່ງໃຈມາຊ່ອຍເຊັຍເດິ.


໙ ກະທູ້
໒໔໗ ໂພສ
ນັກການກະທູ້
ບານເຕະ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນບໍ ບານເຕະນີ້ ຢ້ານວ່າໄປນຳເຂົາບໍ່ລອດຕິ, ທິມຫວຽດ,ໄທ ,ພະມ້າ ,ມາເລເຊັຍ ແມ້ ແຕ່ສິງຄະໂປກະຍັງໄປໄກກວ່າເຮົາແລ້ວ.
ເວົ້າງ່າຍໆ ທິມເຮົາ ຖອຍຫຼັງ.
ບໍ່ມີເງຶ່ອນໄຂຫຼຶຈັ່ງໃດ.
ໃນໃຈກະຢາກໃຫ້ໄດ້ແທ້ຫັ້ນລະແຕ່..


໓ ກະທູ້
໘໑ ໂພສ
ຂາປະຈຳເວັບບອດ
ເປຕັງ
ເທຄັວນໂດ
ຢູໂດ
ເຕັ້ນ

sTUpId....!!!!

໓ ກະທູ້
໓໕ ໂພສ
ຂາປະຈຳເວັບບອດ
ຕີສະນຸກເກີນຳຕິເບາະ

ອາດີດຄືຝັນໄປ ອານາຄົດຕໍ່ໄປຢູ່ເພື່ອຂ້າເຈົ້າ

໑໐ ກະທູ້
໑໒໕໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປ່ຕັ່ງ,ເທຄວັນໂດ ເປັນໄປໄດ້

ເຂົ້າຫຼາມ ຕຳໝາກຮຸ່ງ ປີ້ງໄກ່

໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍໂທດຂ້ອຍບໍຮູ້ເດີ

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໐ ກະທູ້
໓໗ ໂພສ
ຂາປະຈຳເວັບບອດ
ເປຕັງ... ນ່າຈະ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະເຫັນວ່າຫຼາຍຄົນໃຫ້ນ້ຳສຽງແກ່ ເປຕັງນໍ,ເທັກກວນໂດ...ດອກປີກໄກ່ເດ?

ແຕ່ກ່ອນໆນານມາແລ້ວເຄີຍມີນັກຍ່າງລາວທີ່ໄປແຂ່ງຂັນຊີເກັມຢູ່ໃສລະບໍ່ຈື່...
ຍັງເຫຼຶອພຽງສອງຄົນໃນທາງຫັ້ນ ມີໃຜຜູ່ຜນຶ່ງ,ຊາດອຶ່ນ ແລະຜູ່ກ່ຽວ(ຊຶ່ຂໍສງວນ..)ແຕ່ຝ່າຍນັກຍ່າງລາວເຮົາພັດບໍ່ໄດ້ຫຼຽນນຳເຂົາຊ້ຳ..
ໃນໂອກາດທີ່ໄດ້ພົບກັນທີ່ຮ່ານອຍເລີຍໄດ້ຖາມເຈົ້າກີ້ເຈົ້າການ(ເພາະຫມໍໄປຮຽນຢູ່ຮ່ານອຍ) ວ່າເປັນເພາະຫຍັງຈຶ່ງບໍ່ໄດ້ຫຼຽນນຳເຂົາ...
ຜີຫ່າເອີຍ !!!
ແນມຫນ້າແນມຫຼັງບໍ່ເຫັນວ່າມີໃຜ ກະແລ່ນ ....
ບາດແລ້ວເຂົາກະຮູ້ວ່າແລ່ນ ກະຈຶ່ງບໍ່ໄດ້ຫຼຽນນຳເຂົາ...


໑໐ ກະທູ້
໔໑໐ ໂພສ
ຊຳນານການເວັບບອດ
ແນມຫນ້າແນມຫຼັງບໍ່ເຫັນວ່າມີໃຜ ກະແລ່ນ ....
ບາດແລ້ວເຂົາກະຮູ້ວ່າແລ່ນ ກະຈຶ່ງບໍ່ໄດ້ຫຼຽນນຳເຂົາ...
5555555555555555555555555++++++++++++++++++++

ອັນໂຕຂ້າ ຄື ຊົນເຜົ່າ ອະສຸຮາ ວັນຂ້າງຫນ້າ ຈະຖ້າລົບກັບພະອິນ (ອະສຸຮາ ແປວ່າ ຜູ້ບໍ່ກິນເຫລ້າ ເດ້ ,,,)[b] [/b]

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕາມໄດ້ສັງເກດແຕ່ແດນໄກ ຄິດວ່າ ທີມ ໂວເລ້ບອນຍິງ ໄທ ຄົງເອົາແຊມໄປກິນ(ທິມເຂົາມາແຂ່ງແບບສຳທັນທະໄມຕີ ກະຍັງສາມາດເອົາຊະນະທີມຊາດ ໂປແລນໄດ້.
ແລ້ວທີມຊາດລາວເຮົາຈະມີເຄນຳເຂົາແນ່ບໍ່?
ທາງການແລ່ນເດ ກະຊິບໍ່ມີໃຜພໍຊິສູ້ເຂົາໄດ້ບໍ?
ຄຶວ່າຕີມວຍກະສົມຄວນ ຕອນກຣຣາເຂດທີ່ປາກເຊຄາວຫຼັງ.
ເວົ້າປານວ່າ ກັບໂຕເອງ!!


໑ ກະທູ້
໓໒໖ ໂພສ
ຊຳນານການເວັບບອດ
ມວຍລາວ ໄດ້ຫຼຽນຄຳ ແນ່ນອນນນ....

-->-->-->

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃນການຕີມວຍມັນກະມີຫຼາຍຣຸ້ນແມ່ນບໍ່?
ແຕ່ຣຸ້ນນ້ອຍ ນ້ຳຫນັກ ແຕ່..
ຣຸ້ນໃຫຍ່ ແຕ່....
ແຕ່ໄດ້ງິນມາວ່າ ຜູ່ເປັນໂຄສແລ້ວແມ່ນຄົນ....ທີ່ອາຈບໍ່ແມ່ນເປັນໂຄສທີ່ມີນ້ຳໃຈນັກກິຣາແທ້!!
ຫມາຍຄວາມວ່າຜູ່ກ່ຽວອາຈສົ່ງຂໍ້ມູນກ່ຽວກັບນັກມວຍລາວໃຫ້ ສະມາຄົມມວຍບ້ານຕົນເອງໃຫ້ໄດ້ຮູ້ ..
ວ່າໃຜເກັ່ງທາງໃດມີພິບໃຫວບ່ອນໃດ...
ນັ້ນຫົນທາງກະວ່າຢາກແຄບເຂົ້າ.


໐ ກະທູ້
໒໙ ໂພສ
ຂາປະຈຳເວັບບອດ
ແລ່ນ


໑໘ ກະທູ້
໑໒໙໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້ຄືກັນ ໜ້າຈະໄດ້ບໍ່ຕ່ຳກວ່າ 5 ຫຼຽນ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໘ ກະທູ້
໑໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປ່ຕັ່ງ

ຢ່າເລືອກຄົນທີ່ເຈົ້າຄິດວ່າຈະຢູ່ນຳເຂົາເຈົ້າໄດ້ແຕ່ໃຫ້ເລືອກຄົນທີ່ເຈົ້າຢູ່ບໍ່ໄດ້ຖ້າບໍ່ມີເຂົາເຈົ້າ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແປກນໍ ເປຕັງນີ້ ກາຍມາເປັນທີ່ນິຍົມກັນຫຼາຍຢູ່ບ້ານເຮົາ ທີ່ກຳເນິດມັນແມ່ນຢູ່ແຖວໃດແທ້?
ບໍ່ແມ່ນແຖວເອິຣົບພຸ້ນບໍ?


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕາມທີ່ຄົນໃຈດີວ່ານີ້ ກະພໍໃຫ້ດີໃຈຂື້ນຕື່ມ, ແຕ່ຄິດວ່າໃນນາມເຈົ້າພາບສົມຄວນຈະມີບົດບາດ ຍາດແຍ່ງເອົາໃຫ້ໄດ້ຈັກຊາວຫຼຽນ ..ກະຍັງໄຄ ບໍ່ຊັ້ນແລ້ວຫຼຽນທຸກຫຼຽນກະຕ້ອງແພງພິລຶກ!!
ຫຼັງການແຂ່ງຂັນແລ້ວກະຈຳເປັນຊິໄດ້ພາກັນຫາຫ້າຫາສີບໄປໃຊ້ຫນີ້!!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄຊໂຍ,
ທີມຊາດລາດ ໃນສະຫນາມເຕະບານ ໄດ້ອັນດັບໃນການແຂ່ງບານ ສີ່ເສົ້າ!!
ບາດນີ້ ພັດຄັດເອົານັກເຕະດີໆອອກຈາກທີມ ຕັ້ງສອງຄົນ!!!
ຢ້ານວ່າ ຮອດຍາມແຂ່ງແທ້ໆກະຊິ ໄດ້ທີ່ຫນຶ່ງຈາກດ້ານຫຼັງ!!!!ຫຼາຍກວ່າ.


໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮອດວັນກ່ອນຈະໄດ້ອັບເດດແຕ່ລະໄລຍະໃຫ້

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກິລາເປຕັງເປັນກິລາທີ່ນີຍົມກັນໃນປະເທດຟະຣັງ ແຕ່ຟະຣັງມັນໜາວເລີຍເຂົາບໍ່ຢາກຫຼີ້ນ ເພາະມັນຕ້ອງໄດ້ໃຊ້ມືໂຍນມັນຫນາວເຮັດໃຫ້ມືແຂງແລ້ວເຂົາບໍ່ນີຍົມ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢ່າພາກັນເກັ່ງແຕ່ເວົ້າໃສ່ນັກກິລາລາວເດີ,ເຂົາເຈົ້າຝຶກຊ້ອມໜັກເອົາແທ້ເອົາວ່າແມ່ນໃຜບໍ່ຢາກເກັ່ງ
ຈັ່ງໃດກະຂໍໃຫ້ພາກັນເຊຍນັກກິລາຂອງຊາດເຮົາບໍ່ຢາກໃຫ້ເວົ້າໃສ່ກັນຫຼາຍໜີ້ບໍ່ໜີ້ນັ້ນເຈົ້າໄປຊ່ອຍ
ປະເທດຕົນເອງຈັກກີບບໍ່ເຫັນມີມີແຕ່ເວົ້າໃຫ້ປະເທດຄວນປ່ຽນແນວຄິດໃໝ່ສາຂ້ອຍວ່າ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

ໜ້າທີ່ 2 ຈາກທັງໝົດ 4 ໜ້າ <<<1234>>>