ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ກິລາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ກິລາ » ບອກໃຫ້ຮູ້ນຳແດ່!

ໜ້າທີ່ 4 ຈາກທັງໝົດ 4 ໜ້າ <<<1234>>>


໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໄດ້11ຫຼຽນຄຳແລ້ວເດອາວເທົາ4ຫຼຽນເງິນ20ຫຼຽນທອງແດງ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ xyz ຂຽນວ່າ...
ໄດ້11ຫຼຽນຄຳແລ້ວເດອາວເທົາ4ຫຼຽນເງິນ20ຫຼຽນທອງແດງ



ຂອບໃຈເດິທິດຝອຍທີ່ສົ່ງບ່າວໃຫ້ຮູ້ນຳ!
ບໍ່ມີໃຜຄາດຄິດດອກນໍ!
ຫາກຮອດມື້ແຂ່ງຂັນ ໂຍນເປຕັງຄົງຈະໄດ້ຕື່ມອີກຫຼາຍຫຼຽນນໍແມ່ນບໍ່.
ດີໃຈນຳນັກກິຣາລາວສຸດໃຈ.ມື້ນີ້ຈະຍົກຈອກເບັຍໂຕມັກແທນທຸກຄົນເດິ!!
Desperados!!
ແລະນັກກິຣາລາວຈົ່ງກ້າວໄປແລະມີໄຊອີກຫຼາຍໆປະເພດ!!!
ບາດໃກ້ປິດງານແລ້ວຊິໄປຊຸມແຊວກັນຢູ່ສຖານທູດລາວທີ່ບໍຊໍ!!!


໐ ກະທູ້
໒໕ ໂພສ
ຂາປະຈຳເວັບບອດ
teakwandooo soud jaiiiiiiiiiiiiii


໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລາວເຮົາໄດ້ມາແລ້ວ 13 ຽນຄຳ
ໄດ້ມາຈາກ...ລືມຊກິລາແລ້ວ!
ຢູ່ໂປໂລຍເບງໂທລະພາບຊ່ອງລາວບໄດ້ຫວາ?


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ phetsa ຂຽນວ່າ...
teakwandooo soud jaiiiiiiiiiiiiii



ເພດສານີ້ເວົ້າຖືກໃຈຫຼາຍ!!
ເຫັນວ່າໄດ້ຫຼຽນຄຳ ໑ ແລະຫຼຽນເງິນນຳອີກ ືສອງຫຼຽນແມ່ນບໍ່?


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kitaarnundra ຂຽນວ່າ...
ລາວເຮົາໄດ້ມາແລ້ວ 13 ຽນຄຳ
ໄດ້ມາຈາກ...ລືມຊກິລາແລ້ວ!
ຢູ່ໂປໂລຍເບງໂທລະພາບຊ່ອງລາວບໄດ້ຫວາ?




ໂອ ດີໃຈໆໆສຸດເລີຍ ຄິດໄວ້ພຽງສີບເທົ່ານັ້ນ ນີ້ ໄດ້ເປັນສີບສາມແລ້ວ!!
ບໍ່ຄ່ອຍໄດ້ເບິ່ງດອກມັນຮັບຍາກ.
ໄກໂພດແຕ່ວ່າຍັງບໍ່ທໍ້ຖອຍ ຊອກຫາເບິ່ງຢູ່!!
ຂອບໃຈໃນການໃຫ້ຂ່າວ!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄິດວ່າໃນກະທູ້ນີ້ ມາເຖິງຈຸດອາວະສານພຽງນີ້ສານໍ.
ຈັ່ງໃດກະທີມຊາດລາວເຮັດໄດ້ເກິນຄວາມຄາດຫມາຍທີ່ພີ່ນ້ອງພັນລາວມາອອກຄຳເຫັນເອົາໄວ້ ແຕ່ຫນ້າເສັຍໃຈທີ່ພວກນັກກິລາທີ່ແຟນໆທົ່ວປະເທດຫວັງວ່າຈະໄດ້ສ້າງຜົນງານທີ່ດີເດັ່ນກວ່າທຸກວິຊາພາກັນເສັຍທ່າ ນັ້ນແມ່ນພວກ ຫຼີ້ນ ເປຕັງ.
ກະຢ່າເທາະນໍຈັ່ງໃດກະຈົບສີ້ນລົງດ້ວຍດີບໍ່ມີຫຍັງເປັນການບໍ່ຈົບງາມເກິດຂື້ນໃນຍາມແຂ່ງຂັນນັ້ນກະດີແລ້ວ.
ຜຂ ນີ້ຢ້ານມີການຈະຣາຈົນຫຼືພຶດຕິການແນວບໍ່ດີເກິດຂື້ນ ສ້າງຄວາມອົນລະວົນສັບສົນຕ່າງໆ ແຕ່ທຸກສິ່ງຢ່າງກະຈົບລົງດ້ວຍດີ ແລະຊາວລາວກະພໍອົກພໍໃຈໃນຜົນງານສີ້ນນີ້ຢ່າງອອກຫນ້າອອກຕາ.
ກະຊົມເຊີຍ.
(ມາຄິດໄລ່ກັນວ່າງານນີ້ ຕົກເປັນຣາຍຈ່າຍຜູ່ລະຈັກກີບ?!!)
ໂຊກດີແລະຂອບໃຈທຸກໆຄົນທີ່ມາແຫວ່ມ່ວນຊື່ນແລະຫົວເສັຍນຳກັນເດິ.


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຮອດມື້ນີ້ ກະຫຼັງຊີເກັມກາຍມາເດືອນກວ່າແລ້ວ, ຂີ້ຝຸ່ນຂີ້ໄຫງ່ທຸກເມັດກະໄດ້ລົງແນບດິນຕາມເດີມແລ້ວ.
ທັງຄວາມຫັນສາເບີກບານທັງແຮງເຊັຍໃຫ້ແກ່ທີມຊາດລາວກະໄດ້ຂື້ນເຖິງຍອດສູງສຸດໃນປະຫວັດສາດມາແລ້ວ,ຜູ່ທີ່ມີຜົນປະໂຫຍດ,ຜູ່ທີ່ໄດ້ປະກອບສ່ວນໃນວຽກງານອັນນີ້ກະໄດ້ນອນອີ່ມຫູອີ່ມຕາມາແລ້ວ
ຜຂ ເຈົ້າຂອງກະທູ້ກະຂໍປິດຣາຍການນີ້ລົງເຊັ່ນກັນ,ຂໍກ່າວຄຳຂອບອົກຂອບໃຈຕໍ່ຫມູ່ຄູ່ທີ່ພາກັນມາອອກຄຳຄິດຄຳເຫນນຳ ທັງຜູ່ທີ່ນຳເອົາຂ່າວໃຫມ່ໆມາແຈ້ງສູ່ກັນໃຫ້ຮູ້ເຖິງຄວາມເປັນໄປໃນວາຣະການແຂ່ງຂັນນັ້ນ,ແມ່ນຫາກວ່າມີຫຍັງທີ່ຂາດຕົກບົກຜ່ອງ,ທັງຫາກວ່າມີຫຍັງບໍ່ຈົບບໍ່ງາມ(ໂດຍສເພາະຄຳເວົ້າຄຳຈາທີ່ອາຈຮຸນແຮງທີ່ມີມາກະ ຕ້ອງຂໍໂທດນຳມານະທີ່ນີ້ ແລະ ຈຂກທ ກະຂໍຮັບຜິດຊອບທຸກຢ່າງ.
ການໂຜດໂທດຕໍ່ກັນຄື ແນວທາງແລະອຸດົມການທີ່ຍາກ ຢາກຈະຂຫຍາຍໃຫ້ເປັນນິສັຍແກ່ທຸກຄົນ.
ດ້ວຍຄວາມຮັກແພງຫມົດທຸກຄົນ.
ເທົາ(ຂຽວມ້ານໆ!!)
ຈົບບໍຣິບວນ.

ອາວວິເດິເຊນ!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນອັນວ່າ: ລາລົງ ດ້ວຍຄວາມພາກພູມໃຈທີ່ທິມຊາດລາວ ປະກອບສ່ວນໄດ້ເກິນຄາດຫມາຍ.
ຢາກໃຫ້ມີການເກີນຄາດຫມາຍໃນວົງການອື່ນໆເຊັ່ນກັນເດນໍ, ຄືຊິຄັກ ປານຫອຍໄຂ້!
ບໍ່ຮູ້ວ່າຫອຍໄຂ້ຫັ້ນມີອຸນນະພູມຈັກອົງສາກັນ.
ຕ້ອງໄດ້ຊອກຫາແພດຫມໍ ຜູ່ຍິງມາຊ່ອຍ.
ແຕ່ເວົ້າໄປເວົ້າມາກະຕ້ອງສົ່ງຄຳຍ້ອງຍໍຫາບັນດາຜູ່ທີ່ໄດ້ຄ້ຽວເຂັນ ພວກນັກກິຣາທີ່ຕ້ອງໄດ້ຖອກເຫື່ອເທແຮງປານນ້ຳຫັ້ນວ່າ ໄດ້ສ້າງຄວາມທີ່ວ່າເປັນໄປບໍ່ໄດ້ໃຫ້ເປັນຈິງຂື້ນມາ.
ຂອບໃຈຊາວລາວທີ່ພາກັນຊຸມແຊວ ເຊັຍທີມລາວ ແນ່ນອນບາງຄົນຈົນຄໍແຫບໄປ, ບາງຄົນກະກັບບ້ານແບບແທກທາງ, ບາງຄົນກັບບ້ານຢ່າງຫວາດກົວ(ສາກກະເບືອຂອງເມັຍເພາະມາຊ້າທຸກຄືນ-ບໍ່ເອົາວຽກເອົາການ ທັງລູກທັງເມັຍກະ...)
ແຕ່ຈັ່ງໃດກໍດີ ພີ່ນ້ອງເອີຍ ນານທີມີເທື່ອ ກະພາກັນເອົາໃຫ້ມັນສົມໃຈ..
ຄວນຍົກໂທດກັນໄດ້ ໃນຄອບຄົວກະດາຍ.
ພວກຫ້າງຮ້ານຂາຍເບັຍກະຄົງຂາຍດິບຂາຍດີປານຂາຍນ້ຳ!!
ເຈົ້າໃຫຍ່ນາຍໂຕກະເຊິດຫນ້າຊູຕາໄດ້ປານວ່ານົກຍູງໄປເລີຍ!!
ແຕ່ ນາຍຄັງຫຼວງຄົງ ຫົວຊິແຕກຕາຍ!!
ແລ້ວ ຜົນສຫຼູບອອກມາເທົ່າໃດ?
ໄດ້ຫຼືເສັຍ?
ມີກຳໄລຫຼາຍປານໃດ?
ຫືຕ້ອງໄດ້ ຈ່າຍເພີ້ມນອກຈາກ ທີ່ດິນບຶງທາດຫຼວງແລ້ວຕ້ອງໄດ້ເອົາຫຍັງແຖມອີກບໍ?


ໜ້າທີ່ 4 ຈາກທັງໝົດ 4 ໜ້າ <<<1234>>>