ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ກິລາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ກິລາ » ໃບເຫຼືອງໃບແດງເກີດຂື້ນໄດ້ແນວໃດ໋

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແນວຄວາມຄິດໃນການແຈກ ໃບແດງ ໃບເຫຼືອງ ໃນການແຂ່ງຂັນເຕະບານນັ້ນເກີດຈາກການຄັົ້ນຄິດ ແລະ ລິເລີ່ມ ໂດຍຜູ້ຊາຍທີ່ຊື່ວ່າ
ເຄນ ແອສຕັນ ກຳມະການຕັດສິນຜູ້ມີຊື່ສຽງດົ່ງດັງ ຈາກອັງກິດ ໂດຍເຂົາຜູ້ນີ້ໄດ້ຖືກຄັດເລືອກໃຫ້ເປັນການມະການໃນການແຂ່ງຂັນ
ບານໂລກເຖີງ3ຄັ້ງແຕ່ປີ 1966 1970 1974 ຕາມລຳດັບ ນອກຈາກນີ້ ຊາຍຜູ້ນີ້ຍັງໄດ້ຮັບການແຕ່ງຕັ້ງໃຫ້ເປັນຄະນະກຳມະທິການ
ຕັດສິນຂອງຟິຟາເປັນເວລາ8ປີອິກດ້ວຍ.
ລາວເປີດເຝີຍວ່າລາວໄດ້ແນວຄວາມຄິດມາຈາກສັນຍານໄຟຈາລະຈອນ ຂະນະລາວນັ່ງໃນລົດທີ່ຕິດຢູ່ໃນບໍລິເວນສີ່ແຍກຂອງບ້ານ
ເກີດລາວໂດຍລາວຄິດວ່າ ໜ້າຈະມີການນຳສັນຍາລັກສີແດງ ແລະ ສີເຫຼືອງຂອງໄຟສັນຍານຈາລະຈອນມາປັບໃຊ້ໃນການແຂ່ງຂັນ
ເຕະບານ ໂດຍໃຫ້ສີເຫຼືອງເປັນການເຕືອນນັກເຕະທີ່ມີການປະພຶດທີ່ຜິດໃນການແຂ່ງຂັນ ແລະ ສີແດງແມ່ນການໄລ່ອອກໃນການກະທຳ
ຜິດໃນຂັ້ນຮຸນແຮງ
ທັງນີ້ ທັງນັ້ນການໃຫ້ບັດເຫຼືອງ ບັດແດງຍັງເປັນການເວົ້າແທນຄຳເວົ້າຂອງກຳມະການ ແລະ ເປັນການຫຼຸດການປະທະອາລົມຂອງນັກເຕະ
ດວ້ຍກັັນ


໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາເປີດສົດກະທູ

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໑໙ ກະທູ້
໑໖໐ ໂພສ
ນັກການກະທູ້
ຄ້າຍຄືກັນກັບການໃຊ້ໝາກຫວີດເນາະ ເພາະວ່າການທີ່ໃຊ້ໝາກຫວີດໃນການຕັດສິນກິລາຕ່າງໆ
ກໍ່ໄດ້ມາຈາກ ການສັງເກດຜ່ານຕຳຫຼວດຈາລະຈອນສະໄໝກ່ອນທີ່ໃຊ້ໝາກຫວີດເພື່ອ ເປົ່າ ແລະ ໃຫ້
ສັນຍານທິດທາງການຈາລະຈອນ


໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃບເຫຼືອງ = ເຕືອນ
ໃບແດງ = ໄລ່ອອກ



໓ ກະທູ້
໗໖໑ ໂພສ
ຊຳນານການເວັບບອດ
ຮູ້ແຕ່ +=

ຊົ່ວຢ່າງສ້າງສັນ

໒ ກະທູ້
໒໐໕ ໂພສ
ນັກການກະທູ້
ໜ້າຈະມີສີຂຽວ ຕອນທີ່ເຕືອນ ແລ້ວບໍ່ໃຫ້ບັດ


໑໙ ກະທູ້
໑໖໐ ໂພສ
ນັກການກະທູ້
ການໃຫ້ໃບຂຽວນີ້ ຂພຈ ເຄີຍເຫັນເທື່ອໜຶ່ງຕອນແຂ່ງຂັນ
ບານເຕະເຍົາວະຊົນອາຊຽນ U12 ຕອນຈັດຢູ່ລາວ
ການໃຫ້ໃບຂຽວເປັນການຍ້ອງຍໍນັກເຕະທີ່ມີມາລະຍາດີ
ແຕ່ສຳລັບລາຍການອື່ນຍັງບໍ່ທັນໄດ້ປະກົດ


໑ ກະທູ້
໓໒໖ ໂພສ
ຊຳນານການເວັບບອດ
ຕີປີກໄກ່ກະມີໃບເຫຼືອງ ໃບແດງຄືກັນ =ເຕືອນ ຕັດໜຶ່ງແຕ້ມ

-->-->-->

໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮົາກະບໍ່ຮູ້ຄືກັນ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໑໔ ກະທູ້
໖໘໑ ໂພສ
ຊຳນານການເວັບບອດ
ຂອບໃຈທີ່ເພີ່ມອິກຫນຶ່ງຄວາມຮູ້


໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ ມີແຫຼະດີ


໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Ph3t ຂຽນວ່າ...
ຂອບໃຈທີ່ເພີ່ມອິກຫນຶ່ງຄວາມຮູ້



ຂອບໃຈຄືກັນເດີທີ່ເຂົ້າມາເມັ້ນເມັ້ນ


໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃບຫນຶ່ງແສນກີບ ຄືຄ່ອຍເຫັນຄົນໃຊ້ປານໃດເນາະ ! ກະກຽວກັນຢູ່ຫວານິ.eee