ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ກິລາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ກິລາ » ລາດຊະວົງກາຕ້າບໍ່ທໍ້ຖອຍທຸ່ມເງິນກວ່າ 1,5 ພັນລ້ານປອນ ເພື່ອຄອບຄອງຫຸ້ນຜີ

໔ ກະທູ້
໘ ໂພສ
ຂາປະຈຳເວັບບອດ

"ເດລຍ ເມລ໌" ສື່ຂ່າວປະເທດອັງກິດມີຂ່າວອອກມາວ່າ ລາດຊະສົງກາຕ້າບໍ່ທໍ້ຖອຍຕຽມທຸ່ມເງິນກວ່າ 1,5 ພັນລ້ານປອນ ເພື່ອຢຶກຫຸ້ນ "ຜີແດງ" ແມນເຊັສ໌ເຕີ້ ຢູໄນເຕັດ ຍອດທີມແຫ່ງພຣີເມ່ຍລີກ ອັງກິດ ມາຈາກມືຕະກູນ "ເກລເຊີ້" ໃຫ້ຈົນໄດ້

ເມື່ອໄລຍະຕົ້ນເດືອນກຸມພາ 2011 ມີລາຍງານວ່າລາດຊະວົງ "ອັລ ທານີ" ແຫ່ງກາຕ້າ ຢື່ນຂໍ້ສະເໜີຊື້ຫຸ້ນ ແມນ ຢູໄນເຕັດ ເປັນເງິນ 1 ພັນລ້ານປອນ ແຕ່ຖືກເຈົ້າຂອງທີມຊາວອາເມຣິກັນປະຕິເສດແບບບໍ່ມີສາເຫດ ໂດຍແຫຼ່ງຂ່າວເຊື່ອວ່າ ມັລຄອມ ເກລເຊີ້ ນັກທຸລະກິດຊາວ ອະເມຣິກັນຕ້ອງການຂາຍຫຸ້ນ "ຜີແດງ" ໃນມືທັງໝົດລາຄາ 1,8 ພັນລ້ານປອນ

ເຖິງຢ່າງໃດກໍ່ຕາມ ລ່າສຸດໃນວັນພະຫັດທີ 03/03/2011 ທີ່ຜ່ານມາ ມີຂ່າວດັງອອກມາອີກຄັ້ງວ່າ ລາດຊະວົງ "ອັລ ທານີ" ຕຽມທຸ່ມເງິນ 1,5 ພັນລ້ານປອນ ເພື່ອລອງໃຈ "ເກລເຊີ້" ອີກເທື່ອໝຶ່ງ ໂດຍປຫຼ່ງຂ່າວເພີ່ມເຕີມ ຖ້າຍັງຖືກປະຕິເສດອີກ ອະພິມະຫາເສດຖີແຫ່ງກາຕ້າຈ້ອງ ຈະຈັບມືກັບ "ອັດສະວິນແດງ" (ເຣດໄນທ໌) ກຸ່ມທຸນເຊິ່ງເກີດຈາກການລວມໂຕກັນຂອງບັນດາເສດຖີທີ່ເປັນແຟນບານຂອງ ແມນ ຢູໄນເຕັດ ໃນການຍື່ນຊື້ທີມຕໍ່ໄປ

ເຊິງສື່ອັງກິດເຊື່ອວ່າຫາກ ແມນ ຢູໄນເຕັດ ຕົກຢູ່ໃນມືຂອງກຸ່ມອາຫຣັບ ການຕໍ່ສູ້ທັງໃນ ແລະ ນອກສະໜາມກັບ ແມນ ຊິຕີ້ ແຮງຈະເຂັ້ມ ຂຸ້ນ ເນື່ອງຈາກປະຈຸບັນ ກຸ່ມທຸນຈາກອາບູ ດາບີ ສະຫາລັດອາຫຣັບ ເອມິເລດ ກໍ່ທຸ່ມເງິນມະຫາສານໃນການພະຍາຍາມແປງໂສມໜ້າ "ເຮືອໃບສີຟ້າ" ຂຶ້ນມາບຽດຍາດແຊ້ມພຣີເມ່ຍລີກ ລວມເຖິງການໄຕ່ລະດັບເປັນຍອດທີມຂອງຢູໂຣບໃຫ້ໄດ້,


໓໔ ກະທູ້
໑໑໑໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຣາຊ໌ຊະວົງຕ້າ ນັ້ນແມ່ນຣາຊ໌ຊະວົງຂ້ອຍເອງ ແຕ່ໜ້າເສຍດາຍທີ່ບໍ່ມີ" ກາ "ນຳເຂົາ

ນັກບຸນຄົນບາບ-ຄົນຣວຍທີ່ຍາກຈົນ-ຄົນໃຈງ່າຍແຕ່ບໍ່ຫຼາຍໃຈ

໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໙ ກະທູ້
໓໔໓ ໂພສ
ຊຳນານການເວັບບອດ
ກາຄືວ່າຫັ້ນແຫຼະນາ

ຄົນທີ່ຮັກເຈົ້າຈົນຕາຍມີຢູ່ແທ້ບໍ່ແມ່ນນິຍາຍ ຈື່ໄວ້

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າມີເງິນແຕ່ເຮັດລະບົບທີມເສຍ..
ກະຢ່າຂາຍເທາະ..
ແຕ່ເລື່ອງນີ້ມັນຂຶ້ນກັບເກລເຊີທີ່ຈະເປັນຜູ້ຕັດສິນໃຈ..
ຢ່າລືມວ່າການທຳທີມຂອງແມນຍູຂອງ ເຊີ ອາເລັກສ໌ ນັ້ນ..
ບໍ່ໄດ້ເນັ້ນການດຶງສະຕາຣ໌ດັງຯ ເໝືອນ ເຊລຊີ ຫຼື ຣີລ ມາດຣິດ ...
ແຕ່ເນັ້ນການສ້າງລະບົບທີມໃຫ້ແຂງແກ່ນ..
ແລ້ວປັ້ນນັກເຕະທີມີແວວຮຸ່ງ..
ເຖິງແມ້ບາງຄັ້ງຈະທຸ່ມທຸນຊື້ມະຫາສານກໍຕາມ..
ແຕ່ກໍຊື້ເມື່ອມີຄວາມຕ້ອງການ ແລະ ຈຳເປັນແທ້ຯ..


໐ ກະທູ້
໓໑໔ ໂພສ
ຊຳນານການເວັບບອດ

try do see