ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້,
ແກ້ໄຂເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
"ເດລຍ ເມລ໌" ສື່ຂ່າວປະເທດອັງກິດມີຂ່າວອອກມາວ່າ ລາດຊະສົງກາຕ້າບໍ່ທໍ້ຖອຍຕຽມທຸ່ມເງິນກວ່າ 1,5 ພັນລ້ານປອນ ເພື່ອຢຶກຫຸ້ນ "ຜີແດງ" ແມນເຊັສ໌ເຕີ້ ຢູໄນເຕັດ ຍອດທີມແຫ່ງພຣີເມ່ຍລີກ ອັງກິດ ມາຈາກມືຕະກູນ "ເກລເຊີ້" ໃຫ້ຈົນໄດ້
ເມື່ອໄລຍະຕົ້ນເດືອນກຸມພາ 2011 ມີລາຍງານວ່າລາດຊະວົງ "ອັລ ທານີ" ແຫ່ງກາຕ້າ ຢື່ນຂໍ້ສະເໜີຊື້ຫຸ້ນ ແມນ ຢູໄນເຕັດ ເປັນເງິນ 1 ພັນລ້ານປອນ ແຕ່ຖືກເຈົ້າຂອງທີມຊາວອາເມຣິກັນປະຕິເສດແບບບໍ່ມີສາເຫດ ໂດຍແຫຼ່ງຂ່າວເຊື່ອວ່າ ມັລຄອມ ເກລເຊີ້ ນັກທຸລະກິດຊາວ ອະເມຣິກັນຕ້ອງການຂາຍຫຸ້ນ "ຜີແດງ" ໃນມືທັງໝົດລາຄາ 1,8 ພັນລ້ານປອນ
ເຖິງຢ່າງໃດກໍ່ຕາມ ລ່າສຸດໃນວັນພະຫັດທີ 03/03/2011 ທີ່ຜ່ານມາ ມີຂ່າວດັງອອກມາອີກຄັ້ງວ່າ ລາດຊະວົງ "ອັລ ທານີ" ຕຽມທຸ່ມເງິນ 1,5 ພັນລ້ານປອນ ເພື່ອລອງໃຈ "ເກລເຊີ້" ອີກເທື່ອໝຶ່ງ ໂດຍປຫຼ່ງຂ່າວເພີ່ມເຕີມ ຖ້າຍັງຖືກປະຕິເສດອີກ ອະພິມະຫາເສດຖີແຫ່ງກາຕ້າຈ້ອງ ຈະຈັບມືກັບ "ອັດສະວິນແດງ" (ເຣດໄນທ໌) ກຸ່ມທຸນເຊິ່ງເກີດຈາກການລວມໂຕກັນຂອງບັນດາເສດຖີທີ່ເປັນແຟນບານຂອງ ແມນ ຢູໄນເຕັດ ໃນການຍື່ນຊື້ທີມຕໍ່ໄປ
ເຊິງສື່ອັງກິດເຊື່ອວ່າຫາກ ແມນ ຢູໄນເຕັດ ຕົກຢູ່ໃນມືຂອງກຸ່ມອາຫຣັບ ການຕໍ່ສູ້ທັງໃນ ແລະ ນອກສະໜາມກັບ ແມນ ຊິຕີ້ ແຮງຈະເຂັ້ມ ຂຸ້ນ ເນື່ອງຈາກປະຈຸບັນ ກຸ່ມທຸນຈາກອາບູ ດາບີ ສະຫາລັດອາຫຣັບ ເອມິເລດ ກໍ່ທຸ່ມເງິນມະຫາສານໃນການພະຍາຍາມແປງໂສມໜ້າ "ເຮືອໃບສີຟ້າ" ຂຶ້ນມາບຽດຍາດແຊ້ມພຣີເມ່ຍລີກ ລວມເຖິງການໄຕ່ລະດັບເປັນຍອດທີມຂອງຢູໂຣບໃຫ້ໄດ້,