ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ກິລາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ກິລາ » ເມກະໂປຼເຈັກ ! ຜີທຸ່ມ 100 ລ້ານປອນຮັບໜ້າຮ້ອນ

໔ ກະທູ້
໘ ໂພສ
ຂາປະຈຳເວັບບອດ
Sir Alex Ferguson ຜູຈັດການທີ "ປີສາດແດງ" ແມນເຊສເຕີ້ ຢູໄນເຕັດຕຽມທຸ່ມເງິນມະຫາສານ 100 ລ້ານປອນເພື່ອຊື້ນັກເຕະໃໝ່ເຂົ້າມາເສີມຄວາມແຂງແກ່ງ ໃນຊ່ວງຊຳເມີ້ນີ້

ຕາມລາຍງານຂອງ "ເດິຊັນ ເອັກສ໌ເພສ໌" ສື່ປະເທດອັງກິດລະບຸວ່າ ເຟີກູສັນຕຽມທຸ່ມເງິນປະມານ 100 ລ້ານປອນ ເພື່ອດຶງໂຕດາວເຕະເປົ້າໝາຍ ເຊັ່ນ: ແກເຣັດ ເບລ ປີກຊາຍທີມຊາດເວລສ໌ຂອງທ໊ອດແນ້ມ ຮ໊ອດສະເປີ ທີ່ຈະມີຄ່າຕົວບໍ່ໜ້າຈະຕ່ຳກວ່າ 30 ລ້ານປອນ, ແອັຊຊລີ້ ຢັງ ປີກຂວາທີມຊາດອັງກິດຂອງ "ສິງຜະຫຍອງ" ແອັສຕັ້ນ ວິລລາ ທີ່ມີຄ່າຕົົວ 20 ລ້ານປອນ

ຈໍແດນ ເຮັນເດີສັນ ມິດຟິວດາວຣຸ່ງຂອງ "ແມວດຳ" ຊັນເດີແລນ ທີ່ພ້ອມສະເໜີໂຕ ໄມເຄີ້ນ ຄາລິກ ທີ່ຫາກໍ່ຕໍ່ສັນຍາໃໝ່ເປັນສ່ວນໜຶ່ງຂອງຂໍ້ສະເໜີລວມ 15 ລ້ານປອນ

ແຈັກ ຣັອດເວລລ໌ ນັກເຕະທີມຊາດອັງກິດຊຸດອາຍຸບໍ່ເກີນ 21ປີຂອງ "ທອັບຟີ້ສີນ້ຳເງິນ" ເອຟເວີຕັ້ນ ມີຄ່າຕົວ 20 ລ້ານປອນ, ອະເລັກ ອັອກເລດ-ແຊມເບີເລນ ປີກດາວຣຸ່ງເຊົ້າແຮມຕັ້ນ ຊຶ່ງມີຄ່າຕົວ 10 ລ້ານປອນ ສຳລັບນັກຜູ້ຮັກສາປະຕູມືໜຶ່ງຕົນໃໝ່ທົດແທນ ຟານເດີຊາ ທີ່ຍັງບໍ່ມີການລະບຸເປົ້າໝາຍເທື່ອ


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົ້າໃຈທ່ານເຊີຣ໌ ທີ່ຢາກໃຫ້ດາວຮຸ່ງເຂົ້າມາທົດແທນໃນທີມ..
ແຕ່ຢາກບອກທ່ານເຊີຣ໌ວ່າ..
ພວກ ມາເຄດ້າ, ຊິຊາຣິໂຕ້, ແອນເດີສັນ, ໂອແບຕອງ, ເບເບ້, ສະມອລລິງ, ຟາບິໂອ, ຣາຟາເອລ, ອີແວນສ໌..
ພວກນີ້ຍັງຕ້ອງໃຊ້ເວລາອີກຈັກຊ່ວງໜຶ່ງພຸ້ນລະຖຶງຈະຝາກຜີຝາກໄຂ້ໄດ້..
ເບິ່ງແຕ່ວ່າຕອນນີ້ເຮົາຍັງຕ້ອງຝາກຄວາມຫວັງກັບ ກິກສ໌ ສະໂຄລ໌ ເຊິ່ງພວກນີ້ຟອຣ໌ມດີ ແຕ່ບໍ່ເໝືອນເດີມສາມາດປະຄອງທີມພໍສ່ຳໃດສ່ຳໜຶ່ງເທົ່ານັ້ນ..
ຕອນນີ້ແມນຍູນັ້ນຟອຣ໌ມຕົກໄປຫຼາຍ(ກໍເຂົ້າໃຈວ່າກຳລັງສ້າງທີມໃໝ່)..
ຄິດແຕ່ວ່າເຮົາເສຍໄດ້ແມ້ແຕ້ລິເວີພູລ..
ຫຼັງຈາກເກມສ໌ນີ້ຄົງຈະໃຫ້ທ່ານເຊີຣ໌ເຂົ້າໃຈທີມໄດ້ຫຼາຍຂຶ້ນ..

ໂດຍສ່ວນຕົວປີນີ້ຫວັງແຕ່ແຊມພ໌ ພຣີເມຍລີກ ແລະ ເອຟເອຄັພ..
ສ່ວນຜູ້ຫຼິ້ນໃໝ່ຖ້າໄດ້ ເບລ, ຍັງ ແລະ ຣ໊ອດເວລ ແມ່ນແຈ່ມເລີຍທ່ານເຊີຣ໌..!!