ຂຽນເມື່ອ ຫລາຍກວ່າ 13 ປີ ກ່ອນໜ້ານີ້
ສື່ແຫ່ງແດນກະທິງ ເຜີຍວ່າ ແມນເຊັສເຕີ້ຢູໄນເຕັດ ຈໍ່ໄດ້ ດາບິດ ເດ ເຄອາ ຜູ້ຮັກສາປະຕູອາຍຸ 20 ປີຂອງ ແອຕເລຕິໂກ ມາດຣິດ ໄປເຜົ້າປະຕູ ໂຮງລະຄອນໂອທຣາຟຟອດ ຫຼັງຕົກລົງຄ່າໂຕ 20 ລ້ານຢູໂຣ ກັບທີມ "ກາໝີ" ໄດ້ແລ້ວ ຈຶ່ງເຫຼືອພຽງແຕ່ການເວົ້າເງື່ອນໄຂສ່ວນໂຕ ແລະ ກວດສອບຮ່າງກາຍນັກເຕະເທົ່ານັ້ນ
"ສະປອດ" ໜັງສືພິມກິລາຂອງສະເປນ ປະໂຄມຂ່າວວ່າທີມ "ປີສາດແດງ" ແມນເຊັສເຕີ້ ຢູໄນເຕັດ ມະຫາອຳນາດວົງການເຕະບານຂອງອັງກິດບັນລຸຂໍ້ຕົກລົງກັບທີມ "ກາໝີ" ແອຕເລຕິໂກ ມາດຣິດ ແຫ່ງສຶກລາລິກາ ແດນກະທິງ ໃນການດຶງໂຕ ດາບິດ ເດ ເຄອາ ຜູ້ຮັກສາປະຕູດາວຣຸ່ງ ດີກຣີທີມຊາດສະເປນ ຊຸດອາຍຸບໍ່ເກີນ 21 ປີ ໄປຮ່ວມທີມ ໂດຍເຫຼືອພຽງແຕ່ການເຈລະຈາເງື່ອນໄຂສ່ວນໂຕ ແລະ ກວດສອບຮ່າງກາຍເທົ່ານັ້ນ ເປັນອັນຈົບພິທີ
ລາຍງານຂ່າວລະບຸວ່າ ເຊີ ອະເລັກ ເຟີກູສັນ ພໍ່ໃຫຍ່ແຫ່ງໂອລ໌ ທຣາຟຟອດ ຕົກລົງປົງໃຈເລືອກ ເດ ເຄອາ ດາວຣຸ່ງໄວ 20 ປີ ວ່າຈະມາເປັນຕົວແທນຂອງ ເອັດວິນ ຟານ ເດິ ຊາ ຜູ້ຮັກສາປະຕູລຸ້ນເກົ໋າຊາວດັດຊ໌ ທີ່ຈະແຂວນຖົງມືຕອນຈົບລະດູການນີ້ ແລະ ລ່າສຸດສາມາດບັນລຸຂໍ້ຕົກລົງກັບ ແອຕເລຕິໂກ ມາດຣິດ ໄດ້ແລ້ວພ້ອມຈ່າຍຄ່າໂຕ 20 ລ້ານຢູໂຣ ແລະ ເຫຼືອພຽງລໍຖ້າກວດສອບຮ່າງກາຍ ເມື່ອໃດທີ່ສາມາດຈ/ຕົກລົງເງື່ອນໄຂສ່ວນໂຕກັບນັກເຕະໄດ້
ເດ ເຄອາ ໄດ້ຮັບການຍົກຍ້ອງຢ່າງສູງວ່າເປັນໂຕຕາຍໂຕແທນໄລຍະຍາຍຂອງ ອີເຄຣ໌ ກາຊິຢາສ ຜູ້ຮັກສາປະຕູຂອງ ເຣອັລ ມາດີຣິກ ໃນການເປັນມື 1 ທີມຊາດສະເປນ ໃນອະນາຄົດ ໂດຍເຂົາເປັນໜຶ່ງໃນຜູ້ຮັກສາປະຕູຊື່ດັງຫຼາຍໆຄົນທີ່ມີຂ່າວກ່ຽວພັນກັບ "ປີສາດແດງ" ໄລ່ມາຕັ້ງແຕ່ ມານູເອລ ນອຍເອີ້ຣ໌ ກັບ ດຣເນ໊ ອ໊າດເລີ້ ສອງມືກາວທີມຊາດເຢຍລະມັນຂອງ ຊາລເກ້ 04 ແລະ ໄບເອີ້ ເລເວີກູເຊັ້ນ ຕາມລຳດັບ ແລະ ມາເທ່ນ ສະເຕເຄເລັນເບີກ ມື 1 ທີມຊາດຮອນແລນຂອງ ອາແຈ໊ກ ອັມເຕີດັມ