ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ກິລາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ກິລາ » ສະຫະພັນບານເຕະແຫ່ງຊາດລາວ ຕ້ອງຮັບຜິດຊອບຕໍ່ແຟນບານ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
To: laosff@laotel.com

subject: ຄຳສະເໜີແນະຕໍ່ສະຫະພັນບານເຕະແຫ່ງຊາດລາວ

ຮຽນ: ທ່ານປະທານສະຫະພັນບານເຕະແຫ່ງຊາດລາວ

ເລື່ອງ: ຄຳສະເໜີແນະຕໍ່ສະຫະພັນບານເຕະແຫ່ງຊາດລາວ

ອີງຕາມ: ສະພາບການຕົວຈິງຂອງການແຂ່ງຂັນນັດຊິງຊະນະເລີດ U16 ຊິງແຊມພ໌ອາຊຽນ ລະຫວ່າງ ທີມຊາດລາວ ພົບກັບ ທີມຊາດໄທ ໃນວັນທີ 20/07/2011

ການແຂ່ງຂັນບານເຕະ U16 ຊິງແຊມພ໌ອາຊຽນທີ່ຈົບໄປ..
ເຖິງແມ້ນວ່ານັກເຕະທີມຊາດລາວໄດ້ພຽງຮອງແຊມພ໌..
ແຕ່ນັ້ນເຊື່ອວ່າຫຼາຍຯຄົນກໍພໍໃຈພໍສົມຄວນ..

ແຕ່ການຈັດການແຂ່ງຂັນນັດຊິງ ໃນຕອນແລງວັນທີ 20/07/2011 ທີ່ຜ່ານມາ..
ໄດ້ສະແດງໃຫ້ເຫັນຄວາມລົ້ມເຫຼວໃນການບໍລິຫານ ແລະ ການຈັດການແຂ່ງຂັນຂອງ ສະຫະພັນບານເຕະ ຢ່າງປະຕິເສດບໍ່ໄດ້..
ຄວາມຈິງບານເຕະນັດນີ້ໄດ້ມີປະກາດຂາຍບັດເຂົ້າຊົມກ່ອນສອງມື້ ຢູ່ທີ່ຮ້ານສະດວກຊື້ M-Point Mart..
ແລະປະກົດວ່າມີຜູ້ຄົນໃຫ້ການສະໜັບສະໜຸນ ແລະ ຕ້ອງການເຂົ້າຊົມບານເຕະນັດນີ້ຢ່າງລົ້ນຫຼາມ..

ແຕ່ພໍມື້ແທ້ນັ້ນ ສະຫະພັນໄດ້ເຮັດການໂກງ! ຕໍ່ບຸກຄົນເຫຼົ່ານີ້ຢ່າງໜ້ານ້ອຍເນື້ອຕ່ຳໃຈ..
ຄືປ່ອຍໃຫ້ບຸກຄົນທີ່ບໍ່ມີບັດເຂົ້າຊົມ ສາມາດເຂົ້າຊົມຈົນລົ້ນສະໜາມ..
ເຮັດໃຫ້ຫຼາຍຄົນທີ່ມີບັດເຂົ້າຊົມເສຍສິດ ແລະ ເສຍໂອກາດເຂົ້າຊົມບານເຕະນັດນີ້ຢ່າງຫຼີກລ່ຽງບໍ່ໄດ້..
ເຊິ່ງບັນຫາດັ່ງກ່າວນີ້ ອາດນຳພາບັນຫາທີ່ສະຫະພັນບໍ່ສາມາດປະຕິເສດໃນຄວາມຂາດມາຕະຖານໄດ້ຄື:

1. ໄດ້ເຮັດການສໍ້ໂກງຕໍ່ບຸກຄົນທີ່ຊື້ປີ້ ແຕ່ບໍ່ໄດ້ຮັບການດູແລໃຫ້ສາມາດເຂົ້າຊົມ.
2. ບໍ່ມີການດູແລກວດກາ ອາດຈະມີຄວາມບໍ່ປອດໄພເຊັ່ນ: ສະໜາມອາດຈະຖະລົ່ມ ຈາກຜູ້ຄົນທີ່ເຂົ້າໄປລົ້ນຄວາມຈຸຂອງສະໜາມ.
3. ບໍ່ມີການກວດກາຄົນເຂົ້າເບິ່ງ ເປັນຊ່່ອງໂວ່ອັນໃຫຍ່ຫຼວງຖ້າມີການກໍ່ການຮ້າຍ.
4. ເຮັດໃຫ້ປະເທດຊາດຂາດຄວາມເຊື່ອໝັ້ນ ໃນກໍລະນີທີ່ຈະສາມາດຈັດລາຍການແຂ່ງຂັນລະດັບສາກົນ.
5. ທີ່ສຳຄັນທີ່ສຸດ ໄດ້ເຮັດໃຫ້ຂາດຄວາມສັດທາ ແລະ ນ້ອຍເນື້ອຕ່ຳໃຈຕໍ່ແຟນບານລາວຢ່າງຫຼີກລ່ຽງບໍ່ໄດ້.

ຄວາມຫຼົ້ມເຫຼວໃນຄັ້ງນີ້ຈະສ້າງຄວາມເສຍຫາຍຕໍ່ພາບພົດ ແລະ ຄວາມເຊື່ອໝັ້ນໃນວົງການບານລາວທີ່ພວມຂະຫຍາຍຕົວ..
ເຊິ່ງຂ້າພະເຈົ້າຂໍສະເໜີວິທີທາງແກ້ໄຂດັ່ງຕໍ່ໄປນີ້:

1. ຕ້ອງລະບຸຂອບເຂດເວລາ ແລະ ສະຖານທີ່ຈຳໜ່າຍບັດເຂົ້າຊົມທຸກນັດຢ່າງຊັດເຈນ.
2. ໃນກໍລະນີປ້ອງການກັກຕຸນ ໃຫ້ສາມາດຊື້ໄດ້ພຽງປີ້ໜຶ່ງ ຕໍ່ຄົນໜຶ່ງ.
3. ຕ້ອງບໍ່ເກັບປີ້ຕາມຮ້ານຄ້າມາຂາຍທີ່ໜ້າສະໜາມບານເຕະ ເພື່ອປ້ອງກັນຄົນຫຼັ່ງມາຊື້ພຽງຈຸດດຽວ.
4. ຕ້ອງໃຫ້ລົດທີ່ມີປີ້ເຂົ້າຊົມສາມາດມີສິດເຂົ້າຈອດໃນສະໜາມກີລາກ່ອນ ຈົນເຕັມຄວາມຈຸ.
5. ຕ້ອງມີການກວດກາອາວຸດຕ່າງຯ ກ່ອນເຂົ້າຊົມຈາກເຈົ້າໜ້າທີ່ທຸກທາງເຂົ້າສະໜາມບານເຕະ.
6. ຕ້ອງບໍ່ອະນຸຍາດໃຫ້ຄົນທີ່ບໍ່ມີບັດເຂົ້າຊົມ ສາມາດເຂົ້າຊົມເກມໄດ້.
7. ຕ້ອງບໍ່ໃຫ້ບັດເຂົ້າຊົມເປັນ Free Zone ຕ້ອງກຳນົດໂຊນ ແລະ ບ່ອນນັ່ງຢ່າງຊັດເຈນ.
8. ຖ້າຂໍ້ສະເໜີຂອງຂ້າພະເຈົ້າບໍ່ດີພໍ ຂໍໃຫ້ທາງສະຫະພັນໄປເບິ່ງງານຢູ່ທີ່ຕ່າງປະເທດ ແລ້ວຖອດຖອນບົດຮຽນເພື່ອໃຫ້ໄດ້ມາຕະຖານສາກົນ.

ທັງໝົດທີ່ຂ້າພະເຈົ້າໄດ້ສະເໜີມາ ເພື່ອຕ້ອງການຍົກລະດັບມາຕະຖານການຈັດການແຂ່ງຂັນຂອງສະຫະພັນ..
ແລະ ປ້ອງກັນບໍ່ໃຫ້ເສຍສັດທາຈາກແຟນບານ ຜູ້ທີ່ຕ້ອງການສະໜັບສະໜຸນບານເຕະລາວ..

ດ້ວຍຄວາມຮັກແພງ

ແຟນບານທີມຊາດລາວ..



໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຈັດໜັກແຕ່ ເຊົ້າໆໆ ແທ້ະ

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໒໕ ກະທູ້
໒໘໘໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນໆ ເບວ ເບ້ວ
ບໍ່ແມ່ນຕັ້ງເວົ້າເດີ້
ຕອນເຂົາໄປນະ ມັນຈະມີຕຳຫຼວດກວດປີ້ ກ່ອນຈະເຂົ້າໄປໃນເດີ່ນເນາະ
ລະອັນຈຳຫຼວດພວກນັ້ນກະ.......ແທ້ໆ (ປະໄວ້ໃນຖານທີ່ເຂົ້າໃຈເອງ ອິອິ)
ເກັບປີ້ນຳເຮົາໄປແທນທີ່ຈະຈີກແລ້ວເອົາໃຫ້ເຮົາຄືນ
ອັນນີ້ບໍ່ສົ່ງຄືນ ລະກະບໍ່ຈິກອີກ
ລະເອົາໄປຂາຍຕໍ່ວ່າຊັ້ນນນນນນນນນນນນນນນນນ!!!!!!!!

ລະຕັ່ງນັ່ງ, ສະຖານທີ່ກະບໍ່ພໍເອີ່ຍ!
ເວົ້າມາລະເຈັບຕັບ!! ຊົ່ວເອີ້ຍ!!!



I believe in the IMPOSSIBLE

໑ ກະທູ້
໕໐໖ ໂພສ
ຊຳນານການເວັບບອດ
ເຫັນດີກັບແນວຄິດ....ແຕ່ອ່ານແລ້ວເດັກນ້ອຍງົງ ” ລົ້ມເຫລວ = ສິ່ງບົກຜ່ອງ ແມ່ນບໍ່ (fail), ອັນຄຳວ່າ ລົ້ນຫລາມ = ລົ້ນເຫືອ ຫລື ມາກມາຍກ່າຍກອງນັ້ນເບາະ(overwhelmingly)...


໒ ກະທູ້
໒໔໐ ໂພສ
ນັກການກະທູ້
ແມ່ນແຫລະ ອຸສາຊື້ປີ້ມາ 30ພັນ 4ບັດ ຫາບ່ອນຈອດລົດກະບໍ່ໄດ້ ຕ້ອງຈອດແຄມທາງ ຢ່າງໄປເປັນຫລັກ ໄປຮອດແລ້ວເຂົ້າບໍ່ໄດ້ ເຮັດຫນ້າຈືດຢູ່ຫນ້າເດີນບານ ໄດ້ຍິນແຕ່ສຽງ ເວນກຳແຕ່ໆ


໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນໆວານນີ້ຫຍຸ້ງຂະໜາດ


໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສຸດຍອດເລີຍມື້ວານນີ້ນະ!!!

ໄປຕັ້ງແຕ່ 5 ໂມງ...ບໍ່ຮອດສະຫນາມເລີຍ!!!

ຍ້ອນບັນຫາທີ່ທ່ານເວົ້າມາທັງໝົດນັ້ນລະ...ຈື່ງເປັນເຫດແບບຮູບທີ່ ຂພຈ ຖ່າຍມານີ້!!!




ໄດ້ຈອດລົດຖິ້ມໄວ້ຫັ້ນແລ້ວລົງຍ່າງໄປຫາເດີ່ນຕັ້ງວ່າ 5 ຫຼັກເລີຍ!!!!!!



໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ໄດ້ໄປສະໜາມນຳດອກ ຄົນສະຫັວນ
ແຕ່ເບິ່ງການຖ່າຍທອດສົດກັບພໍ່ແລະນ້ອງຊາຍ
ສີ່ງທີ່ຢາກສະເໜີຕື່ມຄື ການປະພຶດຂອງບັນດາກອງເຊຍ ທີ່ສະແດງອອກເຖິງການຂາດມາລະຍາດ ໂດຍການໂຍນສີ່ງຂອງລົງໄປໃສ່ທີມນັກກິລາ
ຝ່າຍກົງກັນຂ້າມ ຢ່າງໜ້າລົງກຽດ ແລະ ສະແດງອອກເຖິງຄວາມບໍມີນ້ຳໃຈນັກກິລາ

ບໍຮູ້ຈັກແພ້ ບໍ່ຈັກຊະນະ ບໍຮູ້ການໃຫ້ອະໄພ
ບໍຄວາມຈະສະແດງມາລະຍາດແບບນັ້ນ ມັນເສຍພາບພົດ ຄົນລາວເປັນຜູ້ທີ່ມີຄຸນສົມບັດ ມີມາລະຍາດ ມີຮີດຄອງປະເພນີອັນດີງາມ ມີພາສາປະຈຳຊາດ ເຮົາຈັດງານກິລາກໍເພືອ່ ສ້າງຄວາມສາມັກຄີໃນລະດັບສາກົນ ເພີ່ນມາບ້ານເຮົາກໍຄວນຈະຄຳນັບຮັບຕ້ອນ ໃຫ້ເພີ່ນປະທັບໃຈ
ແຕ່ກອງເຊຍ ມື້ວັນທີ20 ຈຳນວນໜື່ງ ເຮັດຂາຍໜ້າ ແທ້

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ SumoGirl ຂຽນວ່າ...
ບໍ່ໄດ້ໄປສະໜາມນຳດອກ ຄົນສະຫັວນ
ແຕ່ເບິ່ງການຖ່າຍທອດສົດກັບພໍ່ແລະນ້ອງຊາຍ
ສີ່ງທີ່ຢາກສະເໜີຕື່ມຄື ການປະພຶດຂອງບັນດາກອງເຊຍ ທີ່ສະແດງອອກເຖິງການຂາດມາລະຍາດ ໂດຍການໂຍນສີ່ງຂອງລົງໄປໃສ່ທີມນັກກິລາ
ຝ່າຍກົງກັນຂ້າມ ຢ່າງໜ້າລົງກຽດ ແລະ ສະແດງອອກເຖິງຄວາມບໍມີນ້ຳໃຈນັກກິລາ

ບໍຮູ້ຈັກແພ້ ບໍ່ຈັກຊະນະ ບໍຮູ້ການໃຫ້ອະໄພ
ບໍຄວາມຈະສະແດງມາລະຍາດແບບນັ້ນ ມັນເສຍພາບພົດ ຄົນລາວເປັນຜູ້ທີ່ມີຄຸນສົມບັດ ມີມາລະຍາດ ມີຮີດຄອງປະເພນີອັນດີງາມ ມີພາສາປະຈຳຊາດ ເຮົາຈັດງານກິລາກໍເພືອ່ ສ້າງຄວາມສາມັກຄີໃນລະດັບສາກົນ ເພີ່ນມາບ້ານເຮົາກໍຄວນຈະຄຳນັບຮັບຕ້ອນ ໃຫ້ເພີ່ນປະທັບໃຈ
ແຕ່ກອງເຊຍ ມື້ວັນທີ20 ຈຳນວນໜື່ງ ເຮັດຂາຍໜ້າ ແທ້



ແມ່ນແລ້ວທ່ານ!! ກອງເຊຍບາງຈຳນວນເຮັດບໍ່ດີໄປແບບຂາດສະຕິ..!!

ແຕ່ກໍ່ເປັນຍ້ອນຄວາມກົດດັນທີ່ມີຢູ່ໃນສະໜາມຈິງຈົນລົ້ນອອກຈາກຄວາມຮູ້ສຶກ!!

ຖ້າໃຜໄດ້ຢູ່ໃນສະໜາມແທ້ຈະຮັບຄວາມກົດດັນນັ້ນໄດ້ຫຼາຍເກີນກວ່າຄົນທີ່ເບິ່ງຢູ່ໜ້າຈໍ!!




໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກໃຫ້ທຸກຄົນສະທ້ອນຄວາມຮູ້ສຶກ ໂດຍສົ່ງບົດຄວາມຂອງຂ້າພະເຈົ້າໄປທີ່:

laosff@laotel.com

ເຮົາຕ້ອງຊ່ວຍກັນເພື່ອຮັກສາສິດ ແລະ ເປັນຜົນດີຕໍ່ວົງການເຕະບານລາວ.


໐ ກະທູ້
໑໓໐ ໂພສ
ນັກການກະທູ້
ແມ່ນແລ້ວຄວນຈະປັບປຸ່ງລະບົບການຂາຍປີ້ຄຶນ ຜ່ານມາກະມີບັນຫາໃຫ້ເຫັນແລ້ວ ແຕ່ມື້ວານນີ້ແຮງບໍ່ມີລະບົບເລີຍ
ໜ້າອາຍຍອ້ນລະບົບການຂາຍປີ້ແລ້ວ ຍັງມາອາຍຕໍ່ພຶກຕິກຳທິບໍດີຈາກການຖີ້ມກະປອ່ງກະຕຸກລົງໃສ່ເດິນອີກ.
ຫູໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

ກິນເພື່ອຢູ່ ສູ້ບໍຖອຍເລື່ອງຕີເລື່ອງຕ່ອຍຖອຍກ່ອນໝູ່

໑ ກະທູ້
໒໖໔໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເບີ່ງຢູ່ໂທລະພາບດີກ່ອນ


໐ ກະທູ້
໑໖໕ ໂພສ
ນັກການກະທູ້


໑໓ ກະທູ້
໒໕໒໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເບີ່ງຢູ່ໃສກະດີຄືກັນຫັ້ນແລະ


໑໗ ກະທູ້
໔໐໙ ໂພສ
ຊຳນານການເວັບບອດ
ເຫັນດີນຳທີ່ກ່າວມາເດີ້


໔໒ ກະທູ້
໘໒໕ ໂພສ
ຊຳນານການເວັບບອດ
555555.... ເຈົ້າຂຽນ ຂື້ນ ມາເອງ ຫວາ.....


໔໒ ກະທູ້
໘໒໕ ໂພສ
ຊຳນານການເວັບບອດ
ຂ້ອຍ ກະ ຜູ້ໜື່ງ ທີ່ ໄປ ເບີ່ງ.....ບໍ່ໄດ້ປີ້ຊ້ຳ ມັນຫມົດກ່ອນ ແຕ່ ໄດ້ເບີ່ງສະບາຍ


໑໐ ກະທູ້
໗໖ ໂພສ
ຂາປະຈຳເວັບບອດ
ຂ້ອຍກະເປັນຄົນ1ທີ່ໄປແຕ່ບ່ໄດ້ເຂົ້າທັງທີ່ມີປີ້ແຕ່ຄົນເຕັມກ່ອນ........ຂ້ອຍວ່າທີ່ມັນເປັນແບບນີ້ແມ່ນເກີດມາຈາກຂໍ້ບົກຜ່ອງຫຼາຍຢ່າງ
1 ຂາຍປີ້ເກີນຄວາມຈຸຂອງສະໜາມ ຄື ສະໜາມອາດຈະສາມາດບັນຈຸຄົນໄດ້ 2000 ຄົນ ແຕ່ຂາຍປີ້ກາຍ 2000 ປີ້ ເຮັດໃຫ້ຄົນມີປີ້ແຕ່ມາຊ້າບໍໄດ້ເຂົ້າ
2 ຫຼະຫຼວມດ້ານການກວດກາເຮັດໃຫ້ຄົນທີ່ບ່ມີປີ້ສາມາດເຂົ້າໄປໄດ້.....ໝູ່ຂ້ອຍທີ່ໄປກ່ອນຂ້ອຍຍັງໄດ້ເຂົ້າໂດຍທີ່ບໍ່ມີປີ້ສະແດງວ່າການກວດກາເບິ່ງແຍງຫຼະຫຼວມຫຼາຍ
3 ຄົນຍາມບໍ່ຈີກປີ້ ແລ້ວເອົາກັບມາຂາຍຄືນ..ເພາະຕອນຂ້ອຍໄປຮອດຄົນລົ້ນສະໜາມ ແລ້ວ ແຕ່ຍັງຂາຍປີກັນຢູ່ບາງບ່ອນ
ທັງຍັງມີພວກສວຍໂອກາດຂາຍປີເກີນລາຄາອີກ.....ປີ້ 10,000 ຂ້ອຍຊື້ 15,000 ຖືວ່າໄດ້ຖືກລະໃດມີບາງຄົນຊື້ 20,000, 30,000,50,000-100,000
ເວົ້າມາ ແລ້ວເຊັງເລີຍ............. ສະຫະພັນຄວນະຈາລະນາໃໝ່ໃດ



໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖືກຕ້ອງລ້ານເປີເຊັນ...
ນີ້ແລະນິໄສການເຮັດວຽກຂອງຄົນລາວສ່ວນຫລາຍລະເຮັດແບບບໍ່ເອົາໃຈໃສ່ ເຮັດຕາມມີຕາມເກີດ ດີແຕ່ຂ້ອຍບໍ່ໄດ້ໄປທີ່ບໍ່ໄປກະຍ້ອນເຫັນລົດຕິດຫລາຍຫັ້ນລະ


໔ ກະທູ້
໕໗ ໂພສ
ຂາປະຈຳເວັບບອດ
ລາວສູ້ໆ

ສີເກີດ

໔ ກະທູ້
໕໗ ໂພສ
ຂາປະຈຳເວັບບອດ
ລາວສູ້ໆ

ສີເກີດ

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາຈອບເບິ່ງ

ເຮົາບໍ່ໄດ້ໄປ ບໍ່ສົນໃຈເລີຍມື້ນັ້ນເມົາ


໑໔ ກະທູ້
໒໔໔ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ...
To: laosff@laotel.com

subject: ຄຳສະເໜີແນະຕໍ່ສະຫະພັນບານເຕະແຫ່ງຊາດລາວ

ຮຽນ: ທ່ານປະທານສະຫະພັນບານເຕະແຫ່ງຊາດລາວ

ເລື່ອງ: ຄຳສະເໜີແນະຕໍ່ສະຫະພັນບານເຕະແຫ່ງຊາດລາວ

ອີງຕາມ: ສະພາບການຕົວຈິງຂອງການແຂ່ງຂັນນັດຊິງຊະນະເລີດ U16 ຊິງແຊມພ໌ອາຊຽນ ລະຫວ່າງ ທີມຊາດລາວ ພົບກັບ ທີມຊາດໄທ ໃນວັນທີ 20/07/2011

ການແຂ່ງຂັນບານເຕະ U16 ຊິງແຊມພ໌ອາຊຽນທີ່ຈົບໄປ..
ເຖິງແມ້ນວ່ານັກເຕະທີມຊາດລາວໄດ້ພຽງຮອງແຊມພ໌..
ແຕ່ນັ້ນເຊື່ອວ່າຫຼາຍຯຄົນກໍພໍໃຈພໍສົມຄວນ..

ແຕ່ການຈັດການແຂ່ງຂັນນັດຊິງ ໃນຕອນແລງວັນທີ 20/07/2011 ທີ່ຜ່ານມາ..
ໄດ້ສະແດງໃຫ້ເຫັນຄວາມລົ້ມເຫຼວໃນການບໍລິຫານ ແລະ ການຈັດການແຂ່ງຂັນຂອງ ສະຫະພັນບານເຕະ ຢ່າງປະຕິເສດບໍ່ໄດ້..
ຄວາມຈິງບານເຕະນັດນີ້ໄດ້ມີປະກາດຂາຍບັດເຂົ້າຊົມກ່ອນສອງມື້ ຢູ່ທີ່ຮ້ານສະດວກຊື້ M-Point Mart..
ແລະປະກົດວ່າມີຜູ້ຄົນໃຫ້ການສະໜັບສະໜຸນ ແລະ ຕ້ອງການເຂົ້າຊົມບານເຕະນັດນີ້ຢ່າງລົ້ນຫຼາມ..

ແຕ່ພໍມື້ແທ້ນັ້ນ ສະຫະພັນໄດ້ເຮັດການໂກງ! ຕໍ່ບຸກຄົນເຫຼົ່ານີ້ຢ່າງໜ້ານ້ອຍເນື້ອຕ່ຳໃຈ..
ຄືປ່ອຍໃຫ້ບຸກຄົນທີ່ບໍ່ມີບັດເຂົ້າຊົມ ສາມາດເຂົ້າຊົມຈົນລົ້ນສະໜາມ..
ເຮັດໃຫ້ຫຼາຍຄົນທີ່ມີບັດເຂົ້າຊົມເສຍສິດ ແລະ ເສຍໂອກາດເຂົ້າຊົມບານເຕະນັດນີ້ຢ່າງຫຼີກລ່ຽງບໍ່ໄດ້..
ເຊິ່ງບັນຫາດັ່ງກ່າວນີ້ ອາດນຳພາບັນຫາທີ່ສະຫະພັນບໍ່ສາມາດປະຕິເສດໃນຄວາມຂາດມາຕະຖານໄດ້ຄື:

1. ໄດ້ເຮັດການສໍ້ໂກງຕໍ່ບຸກຄົນທີ່ຊື້ປີ້ ແຕ່ບໍ່ໄດ້ຮັບການດູແລໃຫ້ສາມາດເຂົ້າຊົມ.
2. ບໍ່ມີການດູແລກວດກາ ອາດຈະມີຄວາມບໍ່ປອດໄພເຊັ່ນ: ສະໜາມອາດຈະຖະລົ່ມ ຈາກຜູ້ຄົນທີ່ເຂົ້າໄປລົ້ນຄວາມຈຸຂອງສະໜາມ.
3. ບໍ່ມີການກວດກາຄົນເຂົ້າເບິ່ງ ເປັນຊ່່ອງໂວ່ອັນໃຫຍ່ຫຼວງຖ້າມີການກໍ່ການຮ້າຍ.
4. ເຮັດໃຫ້ປະເທດຊາດຂາດຄວາມເຊື່ອໝັ້ນ ໃນກໍລະນີທີ່ຈະສາມາດຈັດລາຍການແຂ່ງຂັນລະດັບສາກົນ.
5. ທີ່ສຳຄັນທີ່ສຸດ ໄດ້ເຮັດໃຫ້ຂາດຄວາມສັດທາ ແລະ ນ້ອຍເນື້ອຕ່ຳໃຈຕໍ່ແຟນບານລາວຢ່າງຫຼີກລ່ຽງບໍ່ໄດ້.

ຄວາມຫຼົ້ມເຫຼວໃນຄັ້ງນີ້ຈະສ້າງຄວາມເສຍຫາຍຕໍ່ພາບພົດ ແລະ ຄວາມເຊື່ອໝັ້ນໃນວົງການບານລາວທີ່ພວມຂະຫຍາຍຕົວ..
ເຊິ່ງຂ້າພະເຈົ້າຂໍສະເໜີວິທີທາງແກ້ໄຂດັ່ງຕໍ່ໄປນີ້:

1. ຕ້ອງລະບຸຂອບເຂດເວລາ ແລະ ສະຖານທີ່ຈຳໜ່າຍບັດເຂົ້າຊົມທຸກນັດຢ່າງຊັດເຈນ.
2. ໃນກໍລະນີປ້ອງການກັກຕຸນ ໃຫ້ສາມາດຊື້ໄດ້ພຽງປີ້ໜຶ່ງ ຕໍ່ຄົນໜຶ່ງ.
3. ຕ້ອງບໍ່ເກັບປີ້ຕາມຮ້ານຄ້າມາຂາຍທີ່ໜ້າສະໜາມບານເຕະ ເພື່ອປ້ອງກັນຄົນຫຼັ່ງມາຊື້ພຽງຈຸດດຽວ.
4. ຕ້ອງໃຫ້ລົດທີ່ມີປີ້ເຂົ້າຊົມສາມາດມີສິດເຂົ້າຈອດໃນສະໜາມກີລາກ່ອນ ຈົນເຕັມຄວາມຈຸ.
5. ຕ້ອງມີການກວດກາອາວຸດຕ່າງຯ ກ່ອນເຂົ້າຊົມຈາກເຈົ້າໜ້າທີ່ທຸກທາງເຂົ້າສະໜາມບານເຕະ.
6. ຕ້ອງບໍ່ອະນຸຍາດໃຫ້ຄົນທີ່ບໍ່ມີບັດເຂົ້າຊົມ ສາມາດເຂົ້າຊົມເກມໄດ້.
7. ຕ້ອງບໍ່ໃຫ້ບັດເຂົ້າຊົມເປັນ Free Zone ຕ້ອງກຳນົດໂຊນ ແລະ ບ່ອນນັ່ງຢ່າງຊັດເຈນ.
8. ຖ້າຂໍ້ສະເໜີຂອງຂ້າພະເຈົ້າບໍ່ດີພໍ ຂໍໃຫ້ທາງສະຫະພັນໄປເບິ່ງງານຢູ່ທີ່ຕ່າງປະເທດ ແລ້ວຖອດຖອນບົດຮຽນເພື່ອໃຫ້ໄດ້ມາຕະຖານສາກົນ.

ທັງໝົດທີ່ຂ້າພະເຈົ້າໄດ້ສະເໜີມາ ເພື່ອຕ້ອງການຍົກລະດັບມາຕະຖານການຈັດການແຂ່ງຂັນຂອງສະຫະພັນ..
ແລະ ປ້ອງກັນບໍ່ໃຫ້ເສຍສັດທາຈາກແຟນບານ ຜູ້ທີ່ຕ້ອງການສະໜັບສະໜຸນບານເຕະລາວ..

ດ້ວຍຄວາມຮັກແພງ

ແຟນບານທີມຊາດລາວ..



ເຫັນດີນຳສົງສານຄົນຊື້ປີ້ນະ
ປ່ຽນເອົາເງີນຄືນໄດ້ບໍ
ຄົນຮັບຜິດຊອບປ່ອນໜ້າອອກມາແນ່່


໑໙ ກະທູ້
໒໐໒ ໂພສ
ນັກການກະທູ້
ບ້ານເຮົາຄຸ້ຄອງກັນຍາກນໍ,,ແນະນໍາ ,,ຖ້າໃຜຊື້ປີ້ແລ້ວບໍ່ມີບ່ອນນັ່ງ ແນະນໍາໃຫ້ໄປຖອນປີ້ຄືນ,,ສໍາລັບກອງເຊຍທີ່ໂຍນສີ່ງຂອງລົງໄປໃສ່ທີມນັກກິລາຝ່າຍກົງກັນຂ້າມນັ້ນ ຈັບໄປຂັງຈັກ5ມື້ ມັນຈັງຊິພໍດີ ,,
,,,,ປະເທດລາວເຮົາຮັກສາຄວາມປອດໄພໃຫ້ນັກກິລາຝ່າຍກົງກັນຂ້າມ ບໍ່ໄດ້ ໃຜຊິຢາກມາແຂ່ງຢູ່ປະເທດເຮົາ,,


໒ ກະທູ້
໔໒໑ ໂພສ
ຊຳນານການເວັບບອດ
ແມ່ນໆ

..........................................................................
..........................................................................

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ tolak ຂຽນວ່າ...
ຂ້ອຍກະເປັນຄົນ1ທີ່ໄປແຕ່ບ່ໄດ້ເຂົ້າທັງທີ່ມີປີ້ແຕ່ຄົນເຕັມກ່ອນ........ຂ້ອຍວ່າທີ່ມັນເປັນແບບນີ້ແມ່ນເກີດມາຈາກຂໍ້ບົກຜ່ອງຫຼາຍຢ່າງ
1 ຂາຍປີ້ເກີນຄວາມຈຸຂອງສະໜາມ ຄື ສະໜາມອາດຈະສາມາດບັນຈຸຄົນໄດ້ 2000 ຄົນ ແຕ່ຂາຍປີ້ກາຍ 2000 ປີ້ ເຮັດໃຫ້ຄົນມີປີ້ແຕ່ມາຊ້າບໍໄດ້ເຂົ້າ
2 ຫຼະຫຼວມດ້ານການກວດກາເຮັດໃຫ້ຄົນທີ່ບ່ມີປີ້ສາມາດເຂົ້າໄປໄດ້.....ໝູ່ຂ້ອຍທີ່ໄປກ່ອນຂ້ອຍຍັງໄດ້ເຂົ້າໂດຍທີ່ບໍ່ມີປີ້ສະແດງວ່າການກວດກາເບິ່ງແຍງຫຼະຫຼວມຫຼາຍ
3 ຄົນຍາມບໍ່ຈີກປີ້ ແລ້ວເອົາກັບມາຂາຍຄືນ..ເພາະຕອນຂ້ອຍໄປຮອດຄົນລົ້ນສະໜາມ ແລ້ວ ແຕ່ຍັງຂາຍປີກັນຢູ່ບາງບ່ອນ
ທັງຍັງມີພວກສວຍໂອກາດຂາຍປີເກີນລາຄາອີກ.....ປີ້ 10,000 ຂ້ອຍຊື້ 15,000 ຖືວ່າໄດ້ຖືກລະໃດມີບາງຄົນຊື້ 20,000, 30,000,50,000-100,000
ເວົ້າມາ ແລ້ວເຊັງເລີຍ............. ສະຫະພັນຄວນະຈາລະນາໃໝ່ໃດ



ມັນບໍ່ແມ່ນວ່າຂາຍປີ້ເກີນຈຳນວນທີ່ນັ່ງດອກ..
ເພາະມື້ນັ້ນທຸກຯປີ້ສາມາດເບິ່ງໄດ້ສອງນັດເໝືອນກັນໝົດ..
ແຕ່ປັນຫາຢູ່ບ່ອນທີ່ ສະຫະພັນໄດ້ເກັບປີ້ໄປຂາຍໄວ້ໜ້າສະໜາມ..
ເຮັດໃຫ້ຜູ້ຄົນຫຼັ່ງໄຫຼໄປທີ່ເດີ່ນບານເຕະ..
ແຕ່.. ຊ້ຳຜັດປ່ອຍໃຫ້ຄົນບໍ່ມີປີ້ເຂົ້າໄປໃນສະໜາມ ແທນທີ່ຄົນທີ່ໄດ້ຊື້ປີ້ໄວ້ແລ້ວ..
ສະຫຼຸບ ເລີຍເກີດເຫດວຸ່ນວາຍໃນມື້ນັ້ນຢ່າງທີ່ຮູ້ກັນ..


໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
dee tae bor dai pai bg nc

tae bg u net khod zar lery

TV ka bg bor dai..........


໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມາ ຕິດຕາມ ຄວາມ ຄິດ ແຕ່ ລະ ຄົນ;;;;;;;;;;;;;;ຮ່າໆໆໆໆໆໆໆໆໆ

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໑໐ ກະທູ້
໗໖ ໂພສ
ຂາປະຈຳເວັບບອດ
[color=purple]ແຕ່ຂ້ອຍວ່ານັກເຕະບານທຸກທີມແມ່ນສະແດງຢູ່ແລ້ວບໍ່ເຈັບກໍ່ຕ້ອງເຮັດວ່າເຈັບເປັນທຳມະດາຂອງນັກເຕະບານຢູ່ແລ້ວທີມລະດັບສາກົນເຂົາກະເຮັດແບບນີ້ກັນທັງນັ້ນມັນຢູ່ທີ່ກຳມະານຫຼາຍກວ່າວ່າຕາມັນຊິດີບໍ່ແລະ ທີ່ຈິງທີມກົງກັນຂ້າມເຮົາມັນກະບໍ່ໄດ້ເຮັດຫຍັງອາດຈະສະແດງຫຼາຍໄປແຄ້ນັ້ນເອງ. ເປັນທຳມະດາຂອງທີມທີ່ມີປະຕູນຳທີ່ຕ້ອງການທ່ວງເວລາ (ພະເອີນວ່າທີມເຮົາສະແດງບໍ່ເກັ່ງແລະ ບໍ່ຢາກໃຫ້ເສຍເວລາອີກ)
ແຕ່ທີ່ກະເຈົ້າດຶກຕຸກມື້ນັ້ນອາດຈະແມ່ນດຶກໃສກຳມະກນຫຼາຍກວ່າຄັນແມ່ນຂ້ອຍໄດ້ເຂົາໄປຂ້ອຍກະຊິດຶກໃສກຳມະການຄືກັນ ເຫ້ຍມັນນິຈະແມ່ນຕາຖົ່ວ



ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>