ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ກິລາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ກິລາ » ອຸ່ນເຮືອນ ຄວ້າອັນດັບ 1 ຖີບລົດທີ່ຊຽງໃໝ່

໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວົງການກິລາໃນບ້ານເຮົາປະຈຸບັນຖືວ່າສ້າງຜົນງານໄດ້ໂດດເດັ່ນ ທີ່ຮູ້ຈັກກັນດີກໍ່ຄືການແຂ່ງຂັນ ບານເຕະ ອາຍຸບໍ່ເກີນ 16 ປີ. ກອງ​ເຊຍ U-16 ລາວ ຫັນ​ໃຈ​ເກືອບ​ຈະ​ບໍ່​ທົ່ວ​ທ້ອງ ເມື່ອ​ຊາບ​ຜົນ U-16 ສ.ເກົາ­ຫຼີ ເອົາ​ຊະ­ນະ ກຳ­ປູ­ເຈຍ 10-0 ແລະ ຍີ່­ປຸ່ນ ເອົາ​ຊະ­ນະ ຫວຽດ­ນາມ 5-2 ລາວ​ເຮົາ​ຕ້ອງ​ຕົກ​ຮອບ​ແນ່­ນອນ ແຕ່​ຍັງ​ໂຊກ​ດີ​ເມື່ອ​ຜົນ​ການ​ແຂ່ງ­ຂັນ​ຂອງ​ກຸ່ມ G ອົດ​ສະ​ຕຣາ​ລີ ເອົາ​ຊະ­ນະ ອິນ​ໂດ​ເນ​ເຊຍ ໄປ 5-2 ແລະ U-16 ລາວ ເອົາ​ຊະ­ນະ ໄຕ້​ຫວັນ 5-0 ມີ 10 ຄະ­ແນນ ເໜືອ​ອິນ​ໂດ​ເນ​ເຊຍ ຢູ່ 1 ຄະ­ແນນ ເລີຍ​ໄດ້​ສິດ​ຜ່ານ​ເຂົ້າ​ຮອບ​ໄປ​ຢ່າງ​ຫວຸດ​ຫວິດ (ອັນນີ້ບໍ່ກ່ຽວກັບຫົວຂໍ້.. ແຕ່ຢາກອັບເດດ.. ອິອິ)
-------------------------------------------------------------------------------------------------------------------------------

ທ້າວ ອຸ່ນ​ເຮືອນ ເທບ​ວົງ­ສາ ສາ­ມາດ​ຄ້ວ​າ​ອັນ​ດັບ 1 ມາ​ຄອງ​ໄດ້​ຢ່າງ​ຍິ່ງ​ໃຫຍ່ ໃນ​ການ​ແຂ່ງ­ຂັນ​ຖີບ​ລົດ​ທີ່​ຊຽງ​ໃໝ່ ປະ­ເທດ​ໄທ ວັນ​ທີ 18 ກັນ­ຍາ 2011 ຜ່ານ​ມາ​ນີ້ ໃນ​ລາຍ­ການ Doi Suthep 2011.

ທ່ານ ວິນ​ເຟຣດ ເດດ​ທິ​ບົວ (ວິນ​ລີ່) ຄູ​ເຝິກ ແລະ ຜູ້​ປະ­ສານ​ງານ​ທາງ​ດ້ານ​ການ​ຕ່າງ­ປະ­ເທດ ຂອງ​ສະ­ຫະ­ພັນ​ຖີບ​ລົດ​ແຫ່ງ​ຊາດ​ລາວ ໄດ້​ແຈ້ງ​ໃຫ້​ຮູ້​ວ່າ: ການ​ແຂ່ງ­ຂັນ​ຖີບ​ລົດ​ທີ່​ຊຽງ​ໃໝ່​ຄັ້ງ​ນີ້ ກໍ​ຖື​ໄດ້​ວ່າ​ເປັນ​ຄັ້ງ​ໃຫຍ່​ສົມ­ຄວນ ຊຶ່ງ​ມີ​ນັກ​ຖີບ​ລົດ​ໃນ​ອາ­ຊີ ເອີ​ຣົບ ອາ­ເມ­ລິ­ກາ ມາ​ເຂົ້າ​ຮ່ວມ​ແຂ່ງ­ຂັນຢ່າງຫຼວງຫຼາຍ ສະ­ເພາະ​ນັກ​ຖີບ​ລົດ​ຂອງ​ລາວ​ເຮົາ ໄດ້​ສົ່ງ​ເຂົ້າ​ຮ່ວມ​ພຽງ​ແຕ່ 2 ຄົນ​ເທົ່າ​ນັ້ນ ແລະ ກໍ​ສາ­ມາດ​ສ້າງ​ຜົນ­ງານ​ໄດ້​ຢ່າງ​ໂດດ​ເດັ່ນ​ຄື​ທ້າວ ອຸ່ນ​ເຮືອນ ເທບ​ວົງ­ສາ ສາ­ມາດ​ຄ້ວ​າ​ອັນ​ດັບ 1 ມາ​ຄອງ​ໄດ້​ຢ່າງ​ຍິ່ງ​ໃຫຍ່ ໃນ​ການ​ຖີບ​ລົດ 11 ກິ­ໂລ­ແມັດ ໃຊ້​ເວ­ລາ 31 ນາ­ທີ ກັບ 21 ວິ­ນາ­ທີ ອັນ​ດັບ 2 ແມ່ນ​ນັກ​ຖີບ​ລົດ​ຈາກ ສປປ ລາວ ເຮົາ​ອີກ ຄື ທ້າວ ສຸ​ລິ​ວົງ ປ່ຽມ​ປັນ­ຍາ ໃຊ້​ເວ­ລາ 31 ນາ­ທີ ກັບ 55 ວິ­ນາ­ທີ ອັນ​ດັບ 3 ແມ່ນ Nicolas MAGNAN ຈາກ​ກາ​ນາ​ດາ ໃຊ້​ເວ­ລາ 33 ນາ­ທີ ກັບ 01 ວິ­ນາ­ທີ ອັນ​ດັບ 4 ແມ່ນ Thomas WIEGAND ຈາກ​ເຢຍ​ລະ​ມັນ ໃຊ້​ເວ­ລາ 33 ນາ­ທີ ກັບ 13 ວິ­ນາ­ທີ ແລະ ອັນ​ດັບ 5 ແມ່ນ ນັນ­ທະ​ວັດ ຈາກ​ໄທ ເຈົ້າ­ພາບ ໃຊ້​ເວ­ລາ 33 ນາ­ທີ ກັບ 22 ວິ­ນາ­ທີ.

ນຳສະເໜີໂດຍ: ຄົນໃຈດີ
ຂໍ້ມູນຈາກໜັງສືພິມວຽງຈັນໃໝ່ ສະບັບວັນທີ 26 ກັນຍາ 2011

<-----ຄົນໃຈດີແຟນຄລັບ

໔໒ ກະທູ້
໒໖໐໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປີດສົດທູ້ເປັນທາງການ



໒໒ ກະທູ້
໑໑໘໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
เก่งเนาะ

ເຫັນອ້າຍເປັນຕອກມັດກ້າ ດຳນາແລ້ວຢຽບໃສ່ຕົມ

໖ ກະທູ້
໕໒໙ ໂພສ
ຊຳນານການເວັບບອດ


ອື້ມ ໜັບໜຸນໆໆໆ

♥ (◕‿◕)♥ MuSiC = LiFE --->> GuiTaR = B --->> CaMeRa = Pp --->> B&Pp = PLaiFuNH --->> 4EVER LUV ♥ (◕‿◕)♥