ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ກິລາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ກິລາ » ຫລວງພະບາງ-ນະຄອນຫລວງວຽງຈັນ

໒໐ ກະທູ້
໖໗ ໂພສ
ຂາປະຈຳເວັບບອດ
ພວກທ່ານເບິ່ງການທາຍທອດສົດມື້ນີ້ບໍ່(ວັນທີ 20 ທີ່ຊີງຫຼຽງກັນຫັ້ນນາ ) ວ່າເລື່ອງທີ່ເກີດຂື້ນໃນສະໜາມກິລາທີ່ຫລວງພະບາງ ມັນເປັນຕາເຮັດບໍ່ທີ່ໄຫລຢອກກັນໃນສະໜາມຄືປະເທດເພືອນບ້ານເຮົາ

ຂ້ອຍມັກກິລາ ແລະ ກິລາບ້ານເຮົາກຳລັງພັດທະນາ ເດີພີນ້ອງເອີຍ! ຈົມຫຍັງວະກູຈັກນ໋ອຍກະຕົດອອກເລືອດດອກ 555


໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບານລາວຊິໄປມວຍໂລກ


໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕອນທຳອິດຂ້ອຍເຊຍທີມເຈົ້າພາບ ແຕ່ຫຼັງຈາກເຫັນເຫດການນັກເຕະຝ່າຍເຈົ້າພາບໄລ່ຕີກຳມະການ ຂ້ອຍເລີຍປ່ຽນໃຈມາເຊຍທີມນະຄອນຫຼວງ ແລະກະສົມໃຈສົມນ້ຳໜ້າ


໒ ກະທູ້
໑໖໗໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ນະຄອນຫຼວງ


໒໓ ກະທູ້
໖໖໐ ໂພສ
ຊຳນານການເວັບບອດ
ບໍ່ເກີດຫຍັງຂຶ້ນ

.ເຮີເຮີ



໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປັນແບບຢ່າງທີ່ດີໃຫ້ແກ່ເດັກ.....ມື້ໜ້າເອົາເດັກນ້ອຍປະຖົມໄປເຕະນຳເດີ້ ...ມັນຈິ່ງສົມສັກສີ...555


໒໓ ກະທູ້
໖໖໐ ໂພສ
ຊຳນານການເວັບບອດ
ເຫັນຢູ່ FB ເລີຍເອົາມາເສີມ
ຕາມນີ້

.ເຮີເຮີ



໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
ນັກບານໄລ່ເຕະກຳມະການວາຊັ້ນ


໓ ກະທູ້
໘໕ ໂພສ
ຂາປະຈຳເວັບບອດ
ສົມນ້ຳຫນ້າ ຢາກດັງຕີໄລ່ຕີກຳມະການ


໓ ກະທູ້
໘໕ ໂພສ
ຂາປະຈຳເວັບບອດ
ປະເທດຊາດຈາລຶກບຸນຄຸນ


໗ ກະທູ້
໗໗ ໂພສ
ຂາປະຈຳເວັບບອດ
ບໍ່ທັນເປັນມືອາຊີບພໍ ກຳມະການເອງກະບໍ່ທັນເກມ ເລື່ອງມັນເລີຍເປັນແບບນັ້ນ

ຄວາມກ້າວໜ້າໃນທຸກດ້ານບໍ່ແມ່ນວ່າຈະບໍ່ມີອຸປະສັກ ແຕ່ມັນຂື້ນກັບວ່າເຮົາຈັດການກັບບັນຫາ ແລະ ອຸປະສັກນັ້ນໄດ້ ຫຼື ບໍ.

ບຸນຄຸນເປັນຕ້ອງຊົດໃຊ້ ແລະ ຈຳເປັນທີ່ສຸດ ແຕ່ກໍ່ບໍ່ໝາຍຄວາມວ່າເຮົາຕ້ອງ ເປັນທາດຮັບໃຊ້ ເຂົາ[/size]

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ້ອຍຢາກເຫັນເດ້


໐ ກະທູ້
໒໐ ໂພສ
ຂາປະຈຳເວັບບອດ
ມັນບໍ່ເປັນນຳນັກກິລາດອກ,ມັນເປັນນຳກຳມະກອນ,ໂອ່ຍ ບໍ່ແມ່ນ ກຳມະການ

ຊູມຊົນຄົນຮັກສາຍຂອງ

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກຳມະການບໍ່ຢຸດຕິທຳ
ນັກກິລາກໍເລີຍໃຈຮ້ອນ
ແຕ່ກໍ່ບໍ່ຄວນເຮັດແບບນັ້ນ
ເພາະເປັນການຖ່າຍທອດສົດ
ອາຍຂະເຈົ້າ



໒໓ ກະທູ້
໖໖໐ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ Bearm ຂຽນວ່າ...
ກຳມະການບໍ່ຢຸດຕິທຳ
ນັກກິລາກໍເລີຍໃຈຮ້ອນ
ແຕ່ກໍ່ບໍ່ຄວນເຮັດແບບນັ້ນ
ເພາະເປັນການຖ່າຍທອດສົດ
ອາຍຂະເຈົ້າ


ແມ່ນແຫຼະ....ຈັງໃດ໋ມັນກາເປັນພຽງການແຂ່ງຂັນ ແລະ ແຂ່ງຂັນເພື່ອຄວາມສາມະຄີ...ບໍ່ແມ່ນເພື່ອການແຕກແຍກ...ອີກຢ່າງກາຄົນລາວນຳກັນ...ເຮັດໄປໄດ້....

.ເຮີເຮີ



໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ຈັ່ງຊີ້ມັນຕ້ອງຖອນ ຈັ່ງຊີ້ມັນຕ້ອງຖອນ

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໐ ກະທູ້
໘ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ເບີ່ງແລ້ວຂ້ອຍລະອາຍແທນ......ຄົນລາວເຮົາບໍ່ເຄີຍເປັບແບບນີ້


໒ ກະທູ້
໕໔ ໂພສ
ຂາປະຈຳເວັບບອດ
ເຫັນເຫດການແບບນີ້ແລ້ວ ກະຮູ້ສຶກເສຍໃຈຫຼາຍໆໆໆ
ແລ້ວຂ້ອຍຄິດວ່າ ຄົນລາວທົ່ວປະເທດກະຄືສິຮູ້ສຶກເສຍໃຈ
ເພາະທີ່ຜ່ານມາ ປະເທດເຮົາບໍ່ເຄີຍມີເຫດການແບບນີ້
ຂາຍໜ້າ ຂາຍຕາບ້ານເຮົາໝົດເລີຍ
ແລະອີກຢ່າງໜຶ່ງເມືອງຫຼວງພະບາງກະເປັນເມືອງມໍລະດົກໂລກອີກ


໕ ກະທູ້
໒໗ ໂພສ
ຂາປະຈຳເວັບບອດ
ສົງໃສຕິດນິໃສບໍ່ດີຈາກປະເທດເພື່ອນບ້ານ (ຢາກບານລາວໄປມວຍໂລກນຳເຂົາຕິບໍ)

ດ້ວຍຄວາມຍິນດີ

໐ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ບານລາວຈະໄປມວຍໂລກແລ້ວ
ແຕ່ປະຊາຊົນລາວທຸກຄົນບໍ່ດີໃຈດອກ
.........
ເຮົາເວົ້າບໍ່ໄດ້ດອກວ່າໃຜຜິດໃຜຖືກ
ແຕ່ເຫດການແບບນີ້ມັນບໍຄວນເກີດຂື້ນກັບ
ການແຂ່ງຂັນຄົນລາວກັບຄົນລາວດ້ວຍກັນເລີຍ
.........
ປະເທດອື່ນເປັນລະຢາກເປັນຄືປະເທດກະເຈົ້າຕິເບາະ
ມື້ຫນ້າຕີກັນຫມົດສະຫນາມເລີຍເດີ
ຈິງເປັນການໂຄສະນາປະເທດລາວໃຫ້ດັງ
ທົ່ວໂລກຄືກັນປະເທດ........ບໍ່ຢາກເອີ່ຍ55555555


໕ ກະທູ້
໒໗ ໂພສ
ຂາປະຈຳເວັບບອດ
ເບິ່ງພາບເຫດການໄດ້ຈາກລິ້ງດ້ານລຸ່ມເດີ້ພີ່ນ້ອງ

http://www.youtube.com/watch?v=HkzeJyqdoTo&feature=share

ດ້ວຍຄວາມຍິນດີ

໔ ກະທູ້
໒໘໔ ໂພສ
ນັກການກະທູ້
ບານລາວໄປມວຍວັດ