ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ກິລາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ກິລາ » ເຫດການທີ່ຫລວງພຣະບາງຍັງບໍ່ຈົບງ່າຍໆ ເມື່ອສຸກທະວີກຽມຍື່ນຟ້ອງນັກກີລາ ຂໍ້ຫາທຳຮ້າຍຮ່າງກາຍ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຫດການ​ນັດ​ຊີງ​ຊະນະ​ເລີດ​ບານ​ເຕະ​ຊາຍ​ໃນ​ງານ​ກີລາ​ແຫ່ງ​ຊາດ​ຄັ້ງ​ທີ IX ທີ່​ຫລວງ​ພຣະບາງ​ຍັງ​ບໍ່​ຈົບ​ລົງ​ງ່າຍໆ ​ເມື່ອ​ທ່ານ​ສຸກ​ທະວີ ​ແກ້ວ​ກຸນ​ລະ​ວົງ ກຳມະການ​ຕັດສິນ​ໃນ​ນັດ​ດັ່ງກ່າວ​ນັ້ນ​ກຽມຍື່ນ​ຟ້ອງ​ນັກກີລາ​ທີ່​ລຸ​ມ​ໄລ່​ຕີຕົນ​ເອງ​ໃນ​ຂໍ້​ຫາ​ທຳຮ້າຍ​ຮ່າງກາຍ, ຂະນະ​ທີ່​ຜູ້​ເປັນ​ມານ​ດາ​​ເຫັນ​ເຫດການ​ດັ່ງກ່າວ​ທາງ​ໂທລະພາບ​ເຖິງ​ກັບ​ຊ໊ອກລົ້ມ​ປ່ວຍ​ທັນທີ, ຕ້ອງ​ໄດ້​ຮັກສາ​ຫລາຍ​ອາທິດ​ກວ່າ​ອາການ​ຈະ​ດີ​ຂຶ້ນ ​ແຕ່​ຍັງ​ບໍ່​ຫາຍ​ເປັນ​ປົກກະຕິ, ຍັງຄົງ​ມີ​ອາການ​ຜະ​ຫວາ​ຕໍ່​ເຫດການທີ່​ເກີດ​ຂຶ້ນຈົນ​ເຖິງ​ທຸກ​ວັນ​ນີ້.

ສຸກ​ທະວີ ​ແກ້ວ​ກຸນ​ລະ​ວົງ​ກຳມະການ​ຕັດສິນ​ຂອງ​ສະຫະພັນ​ບານ​ເຕະ​ແຫ່ງ​ຊາດລາວ​ (ສຕລ) ຊາວ​ແຂວງ​ສະຫວັນ​ນະ​ເຂດ​ກ່າວຢືນຢັນ​ຕໍ່​ທີ​ມຂ່າວ​ຫນັງສືພິມ​ເສດຖະກິດ-​ການ​ຄ້າ​ວ່າ: ຈະ​ຍື່ນ​ຟ້ອງ​ນັກກີລາ​ທີ່​ໄລ່​ຕີ​ຕົນ​ເອງ​ໃນ​ນັດ​ຊີງ​ຊະນະ​ເລີດ​ບານ​ເຕະ​ຊາຍກິລາ​ແຫ່ງ​ຊາດ​ຄັ້ງ​ຫລ້າ​ສຸດ​ຜ່ານ​ມາ​ນີ້​ຢ່າງ​ແນ່ນອນ, ​ເນື່ອງ​ຈາກ​ວ່າ​ເຫດການ​ດັ່ງກ່າວ​ເປັນ​ເຫດການ​ທີ່​ສະ​ເທືອ​ນຂວັນ, ​ໂດຍມີ​ແຟນບານ​ທົ່ວ​ປະ​ເທດ​ເປັນ​ພະຍານ​ເຫັນ​ຈະໆຜ່ານ​ຫນ້າ​ຈໍ​ໂທລະພາບ.

ສຸກ​ທະວີ​ກ່າວ​ອີກ​ວ່າ ຫລັງ​ຈາກ​ເກີດ​ເຫດການ​ດັ່ງກ່າວ​ນັ້ນ​ຂຶ້ນ​ນັກກີລາ​ທີ່​ກໍ່​ເຫດ​ຫລື​ທີ​ມຫລວງ​ພຣະບາງຄວນຈະ​ອອກ​ມາ​ຂໍ​ໂທດ​ຂໍອະ​ໄພ ຫລືທຳ​ອູ່​ສູ່ຂວັນ​ເພື່ອ​ເອີ້ນ​ຂວັນ ​ແລະ ກຳລັງ​ໃຈ​ຂອງ​ຕົນ​ກັບ​ຄືນ​ມາ.
http://www.senotimes.com/textDetail.php?textID=761


໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ງານເຂົ້າລະບາດນິ ທຳຮ້າຍຮ່າງກາຍຄົນອື່ນແຖມຍັງເຮັດໃຫ້ມານດາຂອງເຂົາລົ້ມປ່ວຍອີກຕ່າງຫາກ


໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ທຳມະດາຕວານີ້ນ່າ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໒໗ ກະທູ້
໑໑໒໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກຳມະການໄດ້ທ່າ ເພາະ ເສັ້ນເລືອດຢູ່ໜ້າແຂ່ງຂອງລາວໃຫຍ່....


໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kitaarnundra ຂຽນວ່າ...
ກຳມະການໄດ້ທ່າ ເພາະ ເສັ້ນເລືອດຢູ່ໜ້າແຂ່ງຂອງລາວໃຫຍ່....


ຫຼິ້ນກັບໃຜບໍ່ຫຼິ້ນ ໄປຫຼິ້ນກັບຄົນເສັ້ນເລືອດໄຫຍ່


໖໘ ກະທູ້
໓໓໒໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kett ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ kitaarnundra ຂຽນວ່າ...
ກຳມະການໄດ້ທ່າ ເພາະ ເສັ້ນເລືອດຢູ່ໜ້າແຂ່ງຂອງລາວໃຫຍ່....


ຫຼິ້ນກັບໃຜບໍ່ຫຼິ້ນ ໄປຫຼິ້ນກັບຄົນເສັ້ນເລືອດໄຫຍ່


ຄິດວ່າເສັນທາງຊັ້ນດອກໃຫຍ່ ທີ່ແທ້ເສັ້ນເລືອດ

ພຣະພຸດທະອົງກ່າວໄວ້ : ຫາກກິເລດເຮັດໃຫ້ເຮົາລົ້ມຫຼຽວໄດ້ສັນໃດ ທັມມະກໍ່ເຮັດໃຫ້ເຮົາເລີ່ມຕົ້ນໃໝ່ໄດ້ສັນນັ້ນ !

໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂໍ້ຫາທຳຮ້າຍຮ່າງກາຍຊື່ໆ ບໍ່ຫນັກດອກ ໂຕກຳມະການເອງກະບໍ່ໄດ້ເຈັບຫນັກ
ແຕ່ຄັນມີພວກພ້ອງອັນອື່ນນິ ບໍ່ແນ່ໃຈ


໑໖ ກະທູ້
໑໑໙ ໂພສ
ນັກການກະທູ້
ປະກົດການກຸ່ມຄົນທີ່ບໍ່ມີລະດັບວັດທະນາທຳກໍແບບນີ້ແຫຼະ

ເປົ້າໝາຍຂອງຊີວິດຄືຄິດຢ່າງດ່ຽວວ່າເຮົາຈະຕ້ອງໄປເຖີງມັນວັນໃດໜື່ງແນ່ນອນແລະບໍ່ເຄີຍລັງແລໃຈສີວວິນາທີ.

໕ ກະທູ້
໒໗໓໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້



໑໐໘ ກະທູ້
໒໒໖໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສົງສານ ນັກ ກິລາ ເດ ເນາະ
ຖຶກ ຫ້າມລົງ ແຂ່ງຕັ້ງ ສາມປີ ຫ້າ ປີ ແລ້ວ ຍັງມາ ຖຶກຟ້ອງທຳຮ້າຍ ຮ່າງກາຍອີກ

ພວກ ນັກກິລາ ຖຶກ ຫ້າມລົງ ແຂງ ແລ້ວ ກະຫນ້າ ຈະພໍ
ທີ່ ກຳມະ ການຕັດສິນ ແບບ ສຸມ ສີ່ ສຸມຫົກ ຄື ບໍເຫັນມີ ໃຜລົງ ໂທດ

ຄົນສະຫລາດສະແຫວງຫາຄຳສອນສັ່ງ ແຕ່ຄົນໂງ່ເປັນທາດ ຂອງຄວາມມັກຍ້ອງ

໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈັດເຕັມໆໆເລີຍ ທ່ານ ກຳມະການ ຄົນ ບໍ່ມີສະປີລິດ ໃນກິລາ.....

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໐ ກະທູ້
໑໗໗໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປານນັ້ນພຸ້ນນາ


໕໗ ກະທູ້
໒໑໐໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ topphiengfar ຂຽນວ່າ...
ຈັດເຕັມໆໆເລີຍ ທ່ານ ກຳມະການ ຄົນ ບໍ່ມີສະປີລິດ ໃນກິລາ.....



ແມ່ນແລ້ວບັກສະຫາຍ


໙ ກະທູ້
໔໐໔ ໂພສ
ຊຳນານການເວັບບອດ
ເຮັດປານເດັກນ້ອຍຍັງຊີໃຫ້ເຂົາເຈົ້າສູ່ຂວັນໂຕເອງອີກ ບໍ່ຖືກເຂົາເຈົ້າເຕະຕາຍຄາຕີນກາບຸນຫົວມຶງສ່ຳໃດ໋ແລ້ວ ມຶງຜິດແທ້ໆບັກສົ້ນຕີນ


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກຳຕາມທັນລະວາບາດນີ້ໆໆ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໒໕ ກະທູ້
໒໘໓ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ topphiengfar ຂຽນວ່າ...
ຈັດເຕັມໆໆເລີຍ ທ່ານ ກຳມະການ ຄົນ ບໍ່ມີສະປີລິດ ໃນກິລາ.....




໑໖ ກະທູ້
໑໘໘ ໂພສ
ນັກການກະທູ້
ກຳມະການຄືບໍ່ຜິດ, ຄືບໍ່ມີການລົງໂທດ


໒ ກະທູ້
໗໙ ໂພສ
ຂາປະຈຳເວັບບອດ
ຍັງມີໜ້າຈະມາຟ້ອງອີກກໍ່ເຫັນກັນວ່າເຈົ້າຕັດສິນບໍ່ຢຸດຕິທຳ ຖືກເຂົາຊື້ຈ່າຍມາຕິເບາະຈຶ່ງຕັດສິນແບບນັ້ນ, ດີແລ້ວທີ່ເຂົາຍັງບໍ່ເອົາເຖິງຕາຍນາ


໐ ກະທູ້
໔໗ ໂພສ
ຂາປະຈຳເວັບບອດ
ໃຫ້ມັນເປັນໄປຕາມກຳຂອງຜູ້ກໍ່ເລື່ອງ


໒໒ ກະທູ້
໑໓໖໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຫ້ກຳລັງໃຈກຳມະການເດີ້ ສູ້ໆໆໆ

ສຸລາ ບໍ່ໄດ້ເຮັດໃຫ້ໃຜເປັນວິລະບູຣຸດ ແຕ່ວ່າ ວິລະບູຣຸດກໍ່ຂາດສຸຣາບໍ່ໄດ້

໐ ກະທູ້
໒໐ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ luffy ຂຽນວ່າ...
ຂໍ້ຫາທຳຮ້າຍຮ່າງກາຍຊື່ໆ ບໍ່ຫນັກດອກ ໂຕກຳມະການເອງກະບໍ່ໄດ້ເຈັບຫນັກ
ແຕ່ຄັນມີພວກພ້ອງອັນອື່ນນິ ບໍ່ແນ່ໃຈ


ເຈັບນ້ອຍກະມີຄວາມຜິດ

ເຊຍກໍາມະການສະຫວັນນະເຂດ ຢ່າງສຸດໃຈ

໐ ກະທູ້
໒໐ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ SumoGirl ຂຽນວ່າ...
ສົງສານ ນັກ ກິລາ ເດ ເນາະ
ຖຶກ ຫ້າມລົງ ແຂ່ງຕັ້ງ ສາມປີ ຫ້າ ປີ ແລ້ວ ຍັງມາ ຖຶກຟ້ອງທຳຮ້າຍ ຮ່າງກາຍອີກ

ພວກ ນັກກິລາ ຖຶກ ຫ້າມລົງ ແຂງ ແລ້ວ ກະຫນ້າ ຈະພໍ
ທີ່ ກຳມະ ການຕັດສິນ ແບບ ສຸມ ສີ່ ສຸມຫົກ ຄື ບໍເຫັນມີ ໃຜລົງ ໂທດ



ຖ້າສົງສານນັກິລາເຈົ້າຕ້ອງຈ້າງທະນາຍຄວາມໄປຊ່ວຍ,,ເຫັນດີນໍາກໍາມະການເພາະປະຕິບັດຕາມຂັ້ນຕອນຂອງກົດໝາຍ

ເຊຍກໍາມະການສະຫວັນນະເຂດ ຢ່າງສຸດໃຈ

໐ ກະທູ້
໒໐ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Leedonsouk ຂຽນວ່າ...
ກຳມະການຄືບໍ່ຜິດ, ຄືບໍ່ມີການລົງໂທດ



ຜິດຢູ່ໃສ?

ເຊຍກໍາມະການສະຫວັນນະເຂດ ຢ່າງສຸດໃຈ

໐ ກະທູ້
໒໐ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Oulaihuk ຂຽນວ່າ...
ຍັງມີໜ້າຈະມາຟ້ອງອີກກໍ່ເຫັນກັນວ່າເຈົ້າຕັດສິນບໍ່ຢຸດຕິທຳ ຖືກເຂົາຊື້ຈ່າຍມາຕິເບາະຈຶ່ງຕັດສິນແບບນັ້ນ, ດີແລ້ວທີ່ເຂົາຍັງບໍ່ເອົາເຖິງຕາຍນາ


ເວົ້າປານມີຫຼັກຖານນໍ ວ່າເຂົາລົງເຊິງຊື້ຈ້າງ ,ຄິດວ່າຕົວເອງເປັນ ,FBI ຫວະ

ເຊຍກໍາມະການສະຫວັນນະເຂດ ຢ່າງສຸດໃຈ

໐ ກະທູ້
໒໐ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ soulinthone ຂຽນວ່າ...
ເຮັດປານເດັກນ້ອຍຍັງຊີໃຫ້ເຂົາເຈົ້າສູ່ຂວັນໂຕເອງອີກ ບໍ່ຖືກເຂົາເຈົ້າເຕະຕາຍຄາຕີນກາບຸນຫົວມຶງສ່ຳໃດ໋ແລ້ວ ມຶງຜິດແທ້ໆບັກສົ້ນຕີນ



ໂອ,ຈະຜິດຫຼືຖືກບໍ່ແມ່ນເຈົ້າຊິມາຕັດສິນໄດ້ງ່າຍໆ ,,ຖ້າວ່າກໍາມະການເຮັດຜິດຄວນຖືກຕີ ,ຜູ້ທີ່ຕີກໍາມະການກໍ່ຄວນເຂົ້າຄຸກ,,ສໍາຫຼັບບາສີສູ່ຂວັນ ຂ້ອຍຄິດວ່າບໍ່ສາມາດແກ້ຄວາມຜິດໄດ້,,,

ເຊຍກໍາມະການສະຫວັນນະເຂດ ຢ່າງສຸດໃຈ

໒໐໐ ກະທູ້
໑໕໓໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ວ່າກັນໄປ ຕາມເຫດແລະຜົນ


໑໖ ກະທູ້
໑໘໘ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Markk ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ Leedonsouk ຂຽນວ່າ...
ກຳມະການຄືບໍ່ຜິດ, ຄືບໍ່ມີການລົງໂທດ



ຜິດຢູ່ໃສ?



ສະແດງວ່າບໍ່ໄດ້ເບິ່ງ

ໃຜກໍ່ເຫັນວ່າກຳມະການກໍ່ຜິດຄືກັນ ໃນເລື່ອງຂອງການຕັດສິນ ຫຼືວ່າຖືກແຕະແລ້ວລຸດໃຫ້ເລີຍ


໔໗ ກະທູ້
໖໘໙ ໂພສ
ຊຳນານການເວັບບອດ
ເຮັດແນວໃດກໍ່ໄດ້ລໍຖ້າຟັງຕອນຕໍ່ໄປຢູ່ເດີ້...

ເປັນຄົນດີຂອງສັງຄົມ-ເປັນລູກທີ່ດີຂອງພໍ່ແມ່

໔ ກະທູ້
໔໕ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ Oulaihuk ຂຽນວ່າ...
ຍັງມີໜ້າຈະມາຟ້ອງອີກກໍ່ເຫັນກັນວ່າເຈົ້າຕັດສິນບໍ່ຢຸດຕິທຳ ຖືກເຂົາຊື້ຈ່າຍມາຕິເບາະຈຶ່ງຕັດສິນແບບນັ້ນ, ດີແລ້ວທີ່ເຂົາຍັງບໍ່ເອົາເຖິງຕາຍນາ

[img]null[/img]


໗ ກະທູ້
໗໗ ໂພສ
ຂາປະຈຳເວັບບອດ
ການຮ້ອງຟ້ອງກໍ່ເປັນສິດຂອງລາວແຕ່ລາວ
ກໍ່ຕ້ອງໄດ້ກຽມຄໍາຕອບຕໍ່ສຽງລູກປີດທີ່ດັງອອກຈາກປາກຂອງລາວໃຫ້ໄດ້ຄືກັນ ເຖີງວ່າເປັນຄົນລະເລື່ອງກັບການ ທຳຮ້າຍຮ່າງກາຍກໍ່ຕາມ

ບຸນຄຸນເປັນຕ້ອງຊົດໃຊ້ ແລະ ຈຳເປັນທີ່ສຸດ ແຕ່ກໍ່ບໍ່ໝາຍຄວາມວ່າເຮົາຕ້ອງ ເປັນທາດຮັບໃຊ້ ເຂົາ[/size]

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>