ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ກິລາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ກິລາ » ທ່ານມີຄວາມເຫັນ ແລະ ມຸມມອງແນວໃດຕໍ່ວົງການກິລາທີ່ຍອດນິຍົມຂອງຄົນລາວໃນປະຈຸບັນ (ໂດຍສະເພາະກິລາບານເຕະຂອງທີມຊາດລາວ ທັງຍິງ ແລະ ຊາຍ)

໒ ກະທູ້
໗໐ ໂພສ
ຂາປະຈຳເວັບບອດ
ທ່ານໃດມີຄຳເຫັນຫຼືຂໍ້ຄິດດີໆກ່ຽວກັບຫົວຂໍ້ຂ້າງເທິງນັ້ນຊ່ອຍເຂົ້າມາແບ່ງປັນນຳກັນໄດ້ເດີພີ່ນ້ອງ


໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເປີດສົດ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໗໓໙ ກະທູ້
໙໔໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ໄດ້ເບິ່ງ ແລະ ບໍ່ຮູ້ຂ່າວປານໃດ


໖ ກະທູ້
໙໗ ໂພສ
ນັກການກະທູ້
ກິລາລາວເກືອບວ່າທຸກປະເພດບໍ່ມີການພັດທະນາເຮັດແບບເຄີ່ງໆກາງໆສ່ວນຫລາຍ
ແມ່ນມັກຫລີ້ນບີ່ເລັກຫລືຫມາກບູນສັງເກດເບີ່ງໂລດວ່າຫ້ອງການໄດແດ່ບໍ່ມີເດີ່ນຫມາກບູນ

ໃຜສໍ້ລາດບັງຫລວງຂໍໃຫ້ມັນຈົ່ງຢ່າໄດ້ພົບກັບຄວາມສຸກກິນບໍ່ໄດ້ຢູ່ບໍ່ເປັນໃຫ້ມັນຮ້ອນມັນຮົນໃນອົກຄືກັບຖຶກໄຟລົນ

໒ ກະທູ້
໗໐ ໂພສ
ຂາປະຈຳເວັບບອດ
ທີມຊາດລາວຊຸດໃຫຍ່ລົງແຂ່ງຊູຊຸກິຄັບ ທີ່ມຽນມາວັນທີ 9/10/2012 ເສຍໃຫ້ຕິມໍ 1-3 ປະຕູ ມື້ນີ້ມີແຂ່ງຕໍ່ພົບກັບທີມຊາດບຣູໄນ ຊ່ອຍກັນເຊຍແດ່ເດີພີ່ນ້ອງ!!!


໗ ກະທູ້
໑໑໑ ໂພສ
ນັກການກະທູ້
juk mong kor

ຢູ່ເສີຍໆກະງາມ/ຫລໍ່ແລ້ວ

໗ ກະທູ້
໑໑໑ ໂພສ
ນັກການກະທູ້
laos win 3-2

ຢູ່ເສີຍໆກະງາມ/ຫລໍ່ແລ້ວ

໒໒ ກະທູ້
໓໓໙ ໂພສ
ຊຳນານການເວັບບອດ
ທີມລາວຍັງອ່ອນຢູ່ ແຕ່ກໍ່ເຊຍເຕັມທີ່


໑໒໙ ກະທູ້
໓໓໙໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ billionaire ຂຽນວ່າ...
ທີມລາວຍັງອ່ອນຢູ່ ແຕ່ກໍ່ເຊຍເຕັມທີ່


ກະແນວເຕະບານຈົບ ງານລ້ຽງແມ່ນເສືອ ກິນພໍຊິຄານກັບບ້ານ


໑໐ ກະທູ້
໗໘໑ ໂພສ
ຊຳນານການເວັບບອດ
ຍັງໄກຄວາມຈະເລີນ


໑໒ ກະທູ້
໓໙໕ ໂພສ
ຊຳນານການເວັບບອດ
ເຫັນວ່ານິຍົມກັນເພື່ມຊື້ນ ນັບແຕ່ຈັດ SEA GAME ຢູລາວ ປີ 2009

ເປັນເທວະດາມານານ ຂໍເປັນຊາຕານຊົ່ວຄາວ

໑໓ ກະທູ້
໒໖໖ ໂພສ
ນັກການກະທູ້
ຍ້ອນມີການໂຄສະນາຕໍ່ສາທາລະນະຊົນຫຼາຍຂື້ນກວ່າເກົາຈຶ່ງເຮັດໃຫ້ຄົນເຮົານິຍົມກັນໄປເບິ່ງໄປເຊຍ ແຕ່ກ່ອນບໍ່ມີການໂຄສະນາ ປະຊາບໍ່ຮູ້ ຈຶ່ງບໍ່ມີຄົນໄປເບິ່ງ

ຊີວິດຄືສິ່ງທີ່ບໍ່ແນ່ນອນ ເພາະທຸກຢ່າງປ່ຽນຕາມການເວລາ

໑໖ ກະທູ້
໑໘໗ ໂພສ
ນັກການກະທູ້
ວົງການກິລາໃນລາວທຸກປະເພດ........ຈະເລີນຍາກ ເພາະສັງເກດໄດ້ຈາກ ກິລາບານເຕະ ຫລັງຈາກແຂ່ງຂັນແລ້ວກໍ່ພາກັນສະຫລອງເມົາເລືອກັນບ້ານ ເດີ່ນບູນແຮງຄັກ ເມົາຕັ້ງແຕ່ບໍ່ທັນໄດ້ຫລີ້ນຊໍ້າ

ແຫຼ່ງມົ້ວສຸມຂອງຄົນ.........ຮັກ-ຄອມ.....


໑ ກະທູ້
໑໔ ໂພສ
ຂາປະຈຳເວັບບອດ
ແບບນັ້ນກາຍັງຮັບໄຫວ ອັນທີ່ຮັບບໍ່ໄດ້ຄື ໃນກິລາເຕະບານ ແລ້ວຍັງປະສົມປະສານກັບກິລາຕີມວຍ ນໍາອີກ ອັນນີ້ໄວ້ໃຫ້ມີແຕ່ບ້ານເພີ່ນຊະ ບ້ານເຮົາບໍ່ຢາກໃຫ້ມີ


໑໘ ກະທູ້
໒໐໖໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສູ້ໆໆໆ ກາຍນ ດືມ ການ ກີນ ປະ ຕິ ເສດ ບໍ່ໄດ້ ດ໋ອກ

ຢ່າອິດສາຄົນອື່ນ ແຕ່ຢູ່ແບບໃຫ້ຄົນອື່ນອິດສາ

໕ ກະທູ້
໕໖ ໂພສ
ຂາປະຈຳເວັບບອດ
ແພ້ ຫຼື ຊະນະ ກະເຊຍລາວ, ເກີດເປັນຄົນລາວແລ້ວ ກະຕ້ອງເຊຍໄປຕະຫຼອດຊີວິດ.


໑໐ ກະທູ້
໔໙໓ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ poulim ຂຽນວ່າ...
ວົງການກິລາໃນລາວທຸກປະເພດ........ຈະເລີນຍາກ ເພາະສັງເກດໄດ້ຈາກ ກິລາບານເຕະ ຫລັງຈາກແຂ່ງຂັນແລ້ວກໍ່ພາກັນສະຫລອງເມົາເລືອກັນບ້ານ ເດີ່ນບູນແຮງຄັກ ເມົາຕັ້ງແຕ່ບໍ່ທັນໄດ້ຫລີ້ນຊໍ້າ


^
^
^
ຖືກຕ້ອງທີ່ສຸດເລີຍ

ຖ້າຍັງເຮັດຄືທຸກມື້ນີ້ຢູ່ຢ່າຄິດໃຫ້ເມື່ອຍວ່າຈະສາມາດພັດທະນາໃຫ້ດີກວ່ານີ້ໄດ້ຄືປະເທດອື່ນໆ ເຖິງຈະຈ້າງໂຄ້ດເກັ່ງທີ່ສຸດໃນໂລກມາສອນ ກໍ່ບໍ່ມີຄວາມໝາຍ ເພາະພວກນັກກິລາຊ້ອມແລ້ວໆພາກັນກິນເຫລົ້າກິນເບຍຈົນເມົາຄືໝາແບບນີ້ ເສຍເງິນງົບປະມານຊື່ໆ


໑໓ ກະທູ້
໒໒໕ ໂພສ
ນັກການກະທູ້
ເພິ່ນພັດທະນາໄດ້ດີ


໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
ລະບຽບວິໄນຕ່ຳ ແຕ່ຫວັງຄວາມສຳເຫຼັດສູງ


໑໗ ກະທູ້
໑໕໙ ໂພສ
ນັກການກະທູ້
ກິລາເຕະບານຂອງລາວເຮົາກະມີການພັດທະນາຂື້ນຫລາຍຢູ່ໄດ໋ ຂ້ອຍໄດ້ເບິ່ງເຕະບານຊູຊູກິຄັບ ທີ່ລາວເຮົາພົບກັບສິງກະໂປ
ເຖິງວ່າເຮົາຈະແພ້ ແຕ່ເບິ່ງແລ້ວຜົນງານການຫີ້ນກະໂອເຄຢູ່ ລາວເຮົາເກືອບຊະນະພຸ້ນໄດ໋ມື້ນັ້ນ
ແຕ່ຖ້າຊິໃຫ້ປັບປຸງ ກະຄືເລື້ອງພະລະກຳລັງ ເພາະວ່າລາວເຮົາມັກຈະແພ່ວປາຍ ຄືຕອນເຄິ່ງທຳອິດລະຫລີ້ນດີ ແຕ່ພໍມາປາຍເຄິ່ງຫລັງ
ລະຈະເຫັນວ່າ ອອ່ນແຮງລົງ