ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ກິລາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ກິລາ » Lao ຈະຖ່າຍທອດສົດ ເຕະບານ ພຣີເມ່ຍລີກອັງກິດ

໘໕ ກະທູ້
໙໙໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕອນຄໍ່າວັນທີ 19 ກັນຍາ 2013 ນີ້ ຢູ່ທີ່ໂຮງແຮມດອນຈັນພາເລດ
ນະຄອນຫລວງວຽງຈັນ ໄດ້ມີພິທີເຊັນສັນຍາຮ່ວມມືບໍລິຫານລິຂະສິດ
ຖ່າຍທອດສົດການແຂ່ງຂັນກິລາບານເຕະພຣີເມ່ຍລີກອັງກິດ ລະຫວ່າງ
ທ່ານ ກິດສະນັນ ງາມປະຕິພົງ ປະທານເຈົ້າໜ້າທີ່ບໍລິຫານບໍລິສັດ CTH-
SSN Television ປະເທດລາວ ກັບທ່ານ ສະຖາພອນ ບຸນຊູວົງ
ປະທານບໍລິສັດເຊົ້າສະຕ້າເນັດເວີກຈຳກັດ (South Star Network)
ແລະ ທ່ານ ທັດສະຄອນ ທຳມະວົງ ປະທານບໍລິສັດທີເຄຈຳກັດ
ໂດຍການເຂົ້າຮ່ວມຂອງທ່ານ ສະຫວັນຄອນ ຣາຊະມຸນຕຣີ ລັດຖະມົນຕີ
ຊ່ອຍວ່າການກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ
ທ່ານ ກິດຕິສັກ ກ່ອມຈິດ ເອກອັກຄະລັດຖະທູດ ທີ່ປຶກສາ ແຫ່ງ
ຣາຊະອານາຈັກໄທ ປະຈຳ ສປປ.ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ
ເຂົ້າຮ່ວມ.

ທ່ານ ກິດສະນັນ ງາມປະຕິພົງ ໄດ້ກ່າວວ່າ: ບໍລິສັດ CTH ຈຳກັດ
ປະເທດໄທ ໄດ້ສ້າງຕັ້ງຂຶ້ນດ້ວຍທຶນຈົດທະບຽນ 1.000 ລ້ານບາດ
(ສະກຸນເງິນໄທ) ເປັນຜູ້ໃຫ້ບໍລິການໂທລະພາບໃຊ້ສາຍ ຫຼື Cable TV
ໃນລະບົບດິຈິຕອນທີ່ທັນສະໄໝ ທັງໃຫ້ບໍລິການລະບົບສາຍເຄເບິ້ລ
ຜ່ານໂຄງຂ່າຍສາຍໄຍແກ້ວ ລະບົບດາວທຽມ ແລະ ລະບົບອິນເຕີເນັດ
ມີສັນຍານຄອບຄຸມທົ່ວປະເທດໄທ ປັດຈຸບັນ ບໍລິສັດໄດ້ໃຫ້ບໍລິການ
ລາຍການທີ່ເປັນຂ່າວສານ ສາລະໜ້າຮູ້ ຄວາມບັນເທີງຫລາກຫລາຍ
ຮູບແບບ ໃນລະບົບພາບທີ່ມີຄວາມແຈ້ງທີ່ສຸດ(Hight Definition)
ຊຶ່ງສ້າງຄວາມແຕກຕ່າງໃນການຮັບຊົມໂທລະພາບທີ່ໜ້າຕື່ນຕາຕື່ນໃຈ
ໃຫ້ກັບລູກຄ້າທີເປັນສະມາຊິກ ແລະ ໄດ້ຮັບການຕອບຮັບເປັນຢ່າງດີ
ຢູ່ຫລາຍປະເທດໃນປັດຈຸບັນ ຊຶ່ງນອກຈາກລາຍການທີ່ມີຄຸນະພາບແລ້ວ
ຍັງເປັນຜູ້ທີ່ໄດ້ຮັບລິຂະສິດໃນການເຜີຍແຜ່ສັນຍານການຖ່າຍທອດສົດ
ການແຂ່ງຂັນເຕະບານພຣີເມ່ຍລີກປະເທດອັງກິດ ຕະຫລອດໄລຍະ
3 ລະດູການ ນັບແຕ່ລະດູການ 2013-2016 ໂດຍລູກຄ້າທີ່ເປັນ
ສະມາຊິກສາມາດຮັບຊົມໄດ້ທຸກໆຄູ່ຂອງການແຂ່ງຂັນ.
ບໍລິສັດ CTH ປະເທດໄທ ຈິ່ງສ້າງຕັ້ງບໍລິສັດ CTH-SSN ເທເລວີເຊິນ
ຢູ່ ສປປ.ລາວ ໂດຍຮ່ວມກັບ ບໍລິສັດ ເຊົ້າສະຕ້າເນັດເວີກລາວຈຳກັດ
ແລະ ບໍລິສັດທີເຄ ຈຳກັດ ໂດຍມີທຶນຈົດທະບຽນ 100 ລ້ານບາດ
ເພື່ອໃຫ້ບໍລິການໂທລະພາບສາຍເຄເບິ້ລຢູ່ ສປປ.ລາວ ນັບແຕ່ນີ້
ເປັນຕົ້ນໄປ ປະຊາຊົນລາວທຸກຄອບຄົວ ຈະສາມາດຮັບຊົມໂທລະພາບ
ລະບົບ HD ທີ່ມີຄວາມແຈ້ງຊັດທີ່ສຸດ.






Link


໕໕ ກະທູ້
໔໓໕໒ ໂພສ
ສຸດຍອດແຫ່ງເຈົ້າກະທູ້
CTH- ເຂົາຖ່າຍຢູ່ແລ້ວ

ນັກສຶກສາ ປັນຍາຊົນ ຄົນແຫ່ງສະຕະວັດທີ 21
ເຫັນແກ່ຕົວສຸດໆໆໆໆໆໆໆໆໆໆໆໆໆໆໆໆໆໆໆໆ

໒໐ ກະທູ້
໓໙໗ ໂພສ
ຊຳນານການເວັບບອດ
ນອກຈາກ CTH- ມີຊ່ອງໃດອິກລະນິ??


໑໔໐ ກະທູ້
໑໗໙໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກຳ xີ້ ດີກວ່າກຳ xົດ


໑ ກະທູ້
໕໙໗ ໂພສ
ຊຳນານການເວັບບອດ
ຄັກ


໓ ກະທູ້
໑໖໘ ໂພສ
ນັກການກະທູ້
ເປັນຂ່າວທີ່ດີ....