ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ໂດຍທົ່ວໄປຊາວນະຄອນຫຼວງວຽງຈັນ ແມ່ນຮັບຮູ້ດີວ່າ: ໃນທ້າຍປີ 2009 ແມ່ນຈະໄດ້ຮ່ວມກັບປະຊາຊົນລາວ
ບັນດາເຜົ່າທົ່ວປະເທດ ເປັນເຈົ້າພາບຈັດງານມະຫະກຳກິລາຊີເກມ ຄັ້ງທີ 25 ທີ່ເປັນຄັ້ງປະຫວັດສາດ ພາຍຫຼັງປະ
ເທດຊາດໄດ້ຮັບການປົດປ່ອຍມາແຕ່ປີ 1975.
ປັດຈຸບັນພື້ນຖານໂຄງລ່າງໃນການກະກຽມຮັບໃຊ້ແມ່ນສຳເລັດ ແລະ ມີຄວາມພ້ອມເປັນສ່ວນໃຫຍ່ ແຕ່
ເພື່ອເຮັດແນວໃດໃຫ້ຊາວນະຄອນຫຼວງວຽງຈັນ ກາຍເປັນເຈົ້າພາບທີ່ດີ ໃນການຕ້ອນຮັບແຂກບ້ານແຂກເມືອງນັ້ນ
ຊາວນະຄອນຫຼວງວຽງຈັນພວກເຮົາ ຈະຕ້ອງໄດ້ປະຕິບັດ 4 ໜ້າທີ່ສຳຄັນຄື:
1. ຕ້ອງໄດ້ຍົກສູງນ້ຳໃຈຮັກຊາດ ຮັກລະບອບໃໝ່ ແລະ ຮັກນະຄອນຫຼວງ 450 ປີ ທຸກຄົນຕ້ອງຮັບຮູ້ວ່າ:
ທັງໝົດແມ່ນເປັນທັງສິດ ແລະ ພັນທະປະກອບສ່ວນ ທັງເປັນເຈົ້າການສຶກສາອົບຮົມ ການເມືອງ-ແນວຄິດ ຢ່າງກວ້າງ
ຂວາງໃຫ້ມະຫາຊົນຮັບຮູ້ ແລະ ເຂົ້າໃຈກ່ຽວກັບຄວາມໝາຍຄວາມສຳຄັນຂອງການເປັນເຈົ້າພາບຊີເກມ ຊາວນະຄອນ
ຫຼວງວຽງຈັນທຸກຄົນ ຈະກາຍເປັນຕົວແທນໃຫ້ແກ່ຄົນລາວໃນທົ່ວປະເທດ.
2. ເປັນເຈົ້າການເຂົ້າຮ່ວມເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຮອບດ້ານຂອງພັກ ເຮັດໃຫ້
ນະຄອນຫຼວງວຽງຈັນ ມີສະຖຽນລະພາບ ແລະ ຄວາມສະຫງົບຢ່າງໜັກແໜ້ນ ເຮັດວຽກງານປ້ອງກັນຕົນເອງ ມີສະຕິຕໍ່
ການຈັດຕັ້ງ-ຕໍ່ລະບຽບກົດໝາຍສູງ ເພື່ອຮັບປະກັນໃຫ້ມີຄວາມສະຫງົບສຸກຢູ່ໃນທົ່ວສັງຄົມ ຮັບປະກັນການສັນຈອນ
ສະດວກສະບາຍ ເປັນລະບຽບ ບໍ່ມີອຸປະຕິເຫດເກີດຂຶ້ນ (ຖ້າເກີດກໍແມ່ນຢູ່ໃນອັດຕາສ່ວນຕ່ຳສຸດ).
+ ຮັບປະກັນບໍ່ໃຫ້ມີເຫດຮ້າຍເກີດຂຶ້ນ ທີ່ຈະກະທົບເຖິງຊີວິດ ແລະ ຊັບສິນຂອງພັກ-ລັດ ແລະ ປະຊາຊົນ.
+ ເປັນເຈົ້າການກຳຈັດປະກົດການຫຍໍ້ທໍ້ຢູ່ໃນສັງຄົມໃຫ້ໝົດໄປ ເປັນຕົ້ນ: ຂີ້ລັກ ບັນຫາຢາເສບຕິດ ປຸ້ນຈີ້
ສໍ້ໂກງຊັບພົນລະເມືອງ ແລະ ອື່ນໆ.
+ ຢູ່ແຕ່ລະບ້ານບໍ່ໃຫ້ມີຂໍ້ຂັດແຍ່ງ ບໍ່ໃຫ້ມີຄະດີ ແລະ ການປະທະກັນ.
+ ຢັບຢັ້ງອັກຄີໄພ ແລະ ສາມາດແກ້ໄຂໃນລະດັບວ່ອງໄວ.
3. ຍູ້ແຮງການຜະລິດເປັນສິນຄ້າ ການບໍລິການ ເພື່ອເປັນຂອງຂວັນຕ້ອນຮັບແຂກບ້ານ ແຂກເມືອງ ແລະ
ແກ້ໄຂຄອບຄົວທຸກຍາກທີ່ຍັງຄົງຄ້າງໃຫ້ໄດ້ຢ່າງສິ້ນເຊີງ ໃນປີ 2010.
- ນັກທຸລະກິດ-ຊາວຄ້າຂາຍ ກໍຕ້ອງໄດ້ຍົກສູງຈັນຍາບັນ ຈັນຍາທຳຂອງຕົນ ເດັດຂາດບໍ່ອະນຸຍາດໃຫ້ສວຍ
ໂອກາດຂຶ້ນລາຄາສິນຄ້າໃນລະຫວ່າງການຈັດງານ ເພື່ອຮັກສາກຽດ ແລະ ຊື່ສຽງຂອງຊາວນະຄອນຫຼວງວຽງຈັນ.
4. ຊາວນະຄອນຫຼວງວຽງຈັນ ຕ້ອງດຳລົງບົດບາດເປັນຕົວແທນໃນການເຜີຍແຜ່ຄວາມຫຼາກຫຼາຍທາງ
ດ້ານວັດທະນະທຳ ຮີດຄອງປະເພນີອັນດີງາມຂອງຊາດ ຄວາມມີນ້ຳໃຈ ວັດທະນະທຳ ການແຕ່ງກາຍ ນຸ່ງຖື ແລະ
ການຕ້ອນຮັບແຂກທົ່ວທຸກບ່ອນຈະມາຢ້ຽມຢາມດ້ວຍໄມຕີຈິດທີ່ດີ.[/color]
|