![]() |
![]() |
![]() |
![]() |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
![]() ມື້ນີ້ ທອງໃສໄດ້ເບິ່ງລາຍການ ເຊຍລາວ( Cheer laos ) ທາງຊ່ອງລາວສຕາ ເພິ່ນໄດ້ແຈ້ງໃຫ້ຮູ້ວ່າ ຈະມີການຈຳໜ່າຍປີ້ເຂົ້າຊົມພິທີເປີດປິດ ແລະ ປີ້ເຂົ້າຊົມການແຂ່ງຂັນກິລາປະເພດຕ່າງໆ ໃນມະຫະກຳກີລາຊີເກມສ ຄັ້ງທີ່ 25 ທີ່ລາວໄດ້ຮັບກຽດເປັນເຈົ້າພາບໃນ ວັນທີ 9-18 ທັນວາ ປີ2009 ຫລື ທ້າຍປີນີ້ນິເອງ ປີ້ເຂົ້າຊົມພິທີເປີດ-ປິດ ແມ່ນມີລາຄາແຕກຕ່າງກັນຄື 500.000ກີບ 400.00ກີບ 300.00ກີບ 200.000ກີບ ລາຄາກໍ່ຄົງຈະຂຶ້ນກັບບ່ອນນັ່ງເນາະ ຢູ່ໃກ້ກະຈ່າຍແພງແນ່ ແລ້ວແຕ່ວ່າ ສຳລັບ ປີ້ເຂົ້າຊົມການແຂ່ງຂັນກິລາປະເພດຕ່າງໆ ເພິ່ນຈະຈຳໜ່າຍພຽງ13ປະເພດກິລາ ອີກ12ປະເພດແມ່ນເຂົ້າຊົມຟຣີ ລາຄາສູງສຸດແມ່ນ 100.000ກີບ ຕ່ຳສຸດແມ່ນ 20.000ກີບ ຂື້ນກັບປະເພດກິລາໄດ້ຮັບຄວາມນິຍົມຫລາຍໜ້ອຍ ຂໍ້ມູນຂ້າງເທິງ ແມ່ນເບິ່ງຈາກລາຍການ ເຊຍລາວ ອອກອາການທາງຊ່ອງ ລາວສຕາ ໃນວັນທີ 21:7:2009 ໃຜຢາກຕິດຕາມຄວາມເຄື່ອນໄຫວ ການເຝິກຊ້ອມ ຂອງນັກກີລາລາວ ລວມໄປເຖິງຄວາມພ້ອມທາງດ້ານສະໜາມແຂ່ງຂັນ ການບໍລິການຮັບໃຊ້ນັກກິລາພ້ອມດ້ວຍແຂກທີ່ຈະເຂົ້າມາທ່ຽວມາຊົມ ສາມາດຕິດຕາມໄດ້ ລາຍການ ເຊຍລາວ ອອກອາກາດທຸກວັນອັງຄານ ແປດໂມງແລງ ທາງຊ່ອງລາວສຕາ ເຖິງເວລາແລ້ວທີ່ຄົນລາວເຮົາຈະມາຮ່ວມແຮງຮ່ວມໃຈ ສາມັກຄີກັນ ອອກໄປສົ່ງສຽງເຊຍສົ່ງກຳລັງໃຈໃຫ້ນັກກີລາລາວທຸກຄົນກ້າວໄປສູ່ໄຊຊະນະ ກໍ່ຄືການຍາດເອົາຫຼຽນຄຳມາສູ່ຄົນລາວເຮົາ ລາວສູ້ໆ ລາວສູ້ໆ
ທ້າວທອງໃສ
|
|
![]() ຊິເຂົ້າເບີ່ງຕອນປິດ
何よりも真実を貴ぶ
|
|
![]() ຊິໄດ້ຢືມເງິນເຈົ້າຂອງກະທູ້ຈັກ1,000,000 ກີບນິລະໄປ ທັງປິດທັງເປີດນິນະ 555555+ ອັນ12 ປະເພດເຂົ້າຊົມຟຣີນິ ມີຫຍັງແນ່ນໍ້ ຂອງຟຣີນິມັກຢູ່
ຫ້ຽນນ້ອຍ.....ແລ້ວກໍ່ກາຍມາເປັນຫ້ຽນໃຫຍ່
|
|
![]() ປີ້ພິເສດ ນັ່ງເບິ່ງໜ້າຈໍໂທລະທັດ -.- |
|
![]() ton nun bor dai u lao, na sia dai |
|
![]() ອືມມ ບາງທີ ລົງທະບຽນສາຍສະເພາະແລ້ວ ສິກັບລາວ ມາອີກ ![]() |
|
![]() ໂອ້ ຄວາມຮູ້ອີກແລ້ວ ຂອບໃຈທີ່ບອກ |
|
![]() ອ້າງເຖິງຂໍ້ຄວາມຈາກ AJNokeiengBigbang ຂຽນວ່າ... ຊິໄດ້ຢືມເງິນເຈົ້າຂອງກະທູ້ຈັກ1,000,000 ກີບນິລະໄປທັງປິດທັງເປີດນິນະ 555555+ ອັນ12 ປະເພດເຂົ້າຊົມຟຣີນິ ມີຫຍັງແນ່ນໍ້ ຂອງຟຣີນິມັກຢູ່ ທອງໃສ ທ້ອນເງິນໄວ້ແຕ່ດຽວນິເລືຍ ຮະໆ ຄັນຊິຢືມກະໄດ້ ດອກເບ້ຍຢາກວ່າສູງແນ່ ຮ້ອຍລະສາມສິບ ຮະໆ ສິບສອງປະເພດກິລາທີ່ຈະຊົມຟຣີແມ່ນເພິ່ນຍັງບໍ່ແຈ້ງໃຫ້ຮູ້ຢ່າງຊັດເຈນ ຕິດຕາມຂ່າວຕໍ່ໄປ
ທ້າວທອງໃສ
|
|
![]() ລາຄາກະພໍຟັງ ຂໍສະແດງຄວາມດີໃຈນຳໝູ່ເພື່ອນຜູ້ທີ່ມີໂອກາດໄດ້ໄປເຊຍຢູ່ແຈເດີ່ນ ເຮົາຂໍເປັນແຮງໃຈແລະເຊຍສຸດຂວດຢູ່ຫນ້າຈໍ ຕາມເວລາອອກອາການ ເອີຍໆໆ ອອກອາກາດ ທີ່ທອງໃສເວົ້າໄວ້ຂ້າງເທີງນັ້ນລະ ຂອບໃຈເດີ..... ![]()
-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ |
|
![]() ອ້າຍແບ້ງ ໂອ້ຍທອງໃສຂຽນຜິດ ຢ່າແຫລະບໍ່ແປງດ໋ອກ ໃຫ້ກະເຈົ້າຊອກວ່າຜິດບ່ອນໃດ (ທີ່ແທ້ໝໍບໍ່ຮູ້ບ່ອນແປງ ເວນກຳ) ມຸກເດີ້ອັນນິ ຫົວນຳແນ່
ທ້າວທອງໃສ
|
|
![]() ຮາຮາຮາຮາ ຫົວນຳ |
|
![]() ລາຄາຊ່ຳນິພີ່ນ້ອງເຮົາກະຊິໄປເບິ່ງຢູ່ບໍ ຂພຈ ແຫຼະຜູ້ໜຶ່ງຊິເສຍສະຫຼະເບິ່ງຢູ່ບ້ານ ![]() |
|
![]() ອ້າງເຖິງຂໍ້ຄວາມຈາກ Oxegen ຂຽນວ່າ... ລາຄາຊ່ຳນິພີ່ນ້ອງເຮົາກະຊິໄປເບິ່ງຢູ່ບໍຂພຈ ແຫຼະຜູ້ໜຶ່ງຊິເສຍສະຫຼະເບິ່ງຢູ່ບ້ານ ![]() ເປັນອາສາສະໝັກ ເຂົ້າຟຣີ ຕວະນຸ້ຍ ເຮັດລືມ
ທ້າວທອງໃສ
|
|
![]() ອ້າງເຖິງຂໍ້ຄວາມຈາກ THAOthongsai ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ Oxegen ຂຽນວ່າ... ລາຄາຊ່ຳນິພີ່ນ້ອງເຮົາກະຊິໄປເບິ່ງຢູ່ບໍຂພຈ ແຫຼະຜູ້ໜຶ່ງຊິເສຍສະຫຼະເບິ່ງຢູ່ບ້ານ ![]() ເປັນອາສາສະໝັກ ເຂົ້າຟຣີ ຕວະນຸ້ຍ ເຮັດລືມ ເອີ ລືມໄປ ![]() ຊິຈ່ອຍບໍ່ນໍໄປເປັນອາສາສະໝັກນິ |
|
![]() ແມ່ນນະ ອາສາສະມັກໄດ້ເຂົ້າຟຣີຫວາ ? ເປັນຈັ່ງຊີ້ ຂ້ອຍກະຢາກຂໍເປັນອາສາສມັກກັ້ງຄັນຮົ່ມໃຫ້ ຄຸນຍິງ ນຸ້ຍ ຊິໄດ້ບໍເນາະ. ![]()
-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ |
|
![]() ຂ້ອຍຄິດວ່າລາຄາປີ້ງານເປິດປິດຫັນກາສົມເຫດສົມຜົນດີ ແຕ່ປີ້ທີ່ໃຊ້ໄວ້ເບິ່ງກິລາທົ່ວໄປໜ້າຈະມີອີກແບບຄືເຮັດເປັນ ເພັກເກດ ຊື້ເທື່ອດຽວ ສາມາດໃຊ້ເບິ່ງໄດ້ທຸກປະເພກກິລາໃນມື້ນັ້ນ ![]() |
|
![]() ອ້າງເຖິງຂໍ້ຄວາມຈາກ ETarBank ຂຽນວ່າ... ແມ່ນນະ ອາສາສະມັກໄດ້ເຂົ້າຟຣີຫວາ ? ເປັນຈັ່ງຊີ້ ຂ້ອຍກະຢາກຂໍເປັນອາສາສມັກກັ້ງຄັນຮົ່ມໃຫ້ ຄຸນຍິງ ນຸ້ຍ ຊິໄດ້ບໍເນາະ. ![]() ມາແມະ ![]() |
|
![]() ຂອບໃຈເດີ້ທອງໃສ ແມ່ເຮົາກະຢາກຮູ້ລາຄາ |
|
![]() ລະກາອີກອັນໜຶ່ງເດີ ບໍ່ໄດ້ຕັ້ງໃຈຊິເວົ້າໃຫ້ຄົນມັກຂອງຟຣີ ເດີ ເພາະວ່າຂອງຟຣີໃຜໆກາມັກ ແຕ່ເທື່ອນີ້ມັນເປັນໜ້າເປັນຕາຂອງປະເທດ ເສີຍເງິນດາມເລັກດາມໜ້ອຍ ເພື່ອເຂົ້າໄປເຊຍ ນັກກິລາລາວ ໃຫ້ມີກຳລັງໃຈຍາດເອົາຫຼຽນຄຳ ກາຄືຊິບໍ່ເປັນຫຍັງຕິເບາະ ![]() |
|
![]() ອ້າງເຖິງຂໍ້ຄວາມຈາກ sirilattana ຂຽນວ່າ... ລະກາອີກອັນໜຶ່ງເດີ ບໍ່ໄດ້ຕັ້ງໃຈຊິເວົ້າໃຫ້ຄົນມັກຂອງຟຣີ ເດີ ເພາະວ່າຂອງຟຣີໃຜໆກາມັກ ແຕ່ເທື່ອນີ້ມັນເປັນໜ້າເປັນຕາຂອງປະເທດ ເສີຍເງິນດາມເລັກດາມໜ້ອຍ ເພື່ອເຂົ້າໄປເຊຍ ນັກກິລາລາວ ໃຫ້ມີກຳລັງໃຈຍາດເອົາຫຼຽນຄຳ ກາຄືຊິບໍ່ເປັນຫຍັງຕິເບາະເວົ້າຖືກໃຈຫຼາຍ ແຕ່ອັນນິກະບັງເອີນໄປເປັນອາສາສະໝັກ ກະເລີຍມີຄວາມຈຳເປັນຕ້ອງໄດ້ເບິ່ງຟຣີ ວ່າຊັ້ນສະ |
|
![]() ນ້ອງທ້າວຄຳເປົ້າ ເວົ້າເປັນການເປັນງານກະເປັນເນາະ ຮະໆ ເຫັນດີເດີ້ ຊ່ວຍໆກັນ ຄົນລາວເຮົາ ອ້າງເຖິງຂໍ້ຄວາມຈາກ sirilattana ຂຽນວ່າ... ຂ້ອຍຄິດວ່າລາຄາປີ້ງານເປິດປິດຫັນກາສົມເຫດສົມຜົນດີ ແຕ່ປີ້ທີ່ໃຊ້ໄວ້ເບິ່ງກິລາທົ່ວໄປໜ້າຈະມີອີກແບບຄືເຮັດເປັນ ເພັກເກດ ຊື້ເທື່ອດຽວ ສາມາດໃຊ້ເບິ່ງໄດ້ທຸກປະເພກກິລາໃນມື້ນັ້ນ ອ້າງເຖິງຂໍ້ຄວາມຈາກ Oxegen ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ sirilattana ຂຽນວ່າ... ລະກາອີກອັນໜຶ່ງເດີ ບໍ່ໄດ້ຕັ້ງໃຈຊິເວົ້າໃຫ້ຄົນມັກຂອງຟຣີ ເດີ ເພາະວ່າຂອງຟຣີໃຜໆກາມັກ ແຕ່ເທື່ອນີ້ມັນເປັນໜ້າເປັນຕາຂອງປະເທດ ເສີຍເງິນດາມເລັກດາມໜ້ອຍ ເພື່ອເຂົ້າໄປເຊຍ ນັກກິລາລາວ ໃຫ້ມີກຳລັງໃຈຍາດເອົາຫຼຽນຄຳ ກາຄືຊິບໍ່ເປັນຫຍັງຕິເບາະເວົ້າຖືກໃຈຫຼາຍ ແຕ່ອັນນິກະບັງເອີນໄປເປັນອາສາສະໝັກ ກະເລີຍມີຄວາມຈຳເປັນຕ້ອງໄດ້ເບິ່ງຟຣີ ວ່າຊັ້ນສະ[/quot]e
ທ້າວທອງໃສ
|
|
![]() ພໍດີຫາກໍ່ຈະອົກຫັກ ມື້ນີ້ກາເລີຍບໍ່ມີອາລົມກວນໆ ![]() |
|
![]() ອ້າງເຖິງຂໍ້ຄວາມຈາກ sirilattana ຂຽນວ່າ... ພໍດີຫາກໍ່ຈະອົກຫັກ ມື້ນີ້ກາເລີຍບໍ່ມີອາລົມກວນໆໂອ ຫາຄົນດາມໃຈໄດ້ລ່ະເບາະ |
|
![]() ອ້າງເຖິງຂໍ້ຄວາມຈາກ Oxegen ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ sirilattana ຂຽນວ່າ... ພໍດີຫາກໍ່ຈະອົກຫັກ ມື້ນີ້ກາເລີຍບໍ່ມີອາລົມກວນໆໂອ ຫາຄົນດາມໃຈໄດ້ລ່ະເບາະ ນຸ້ຍ ຢ່າມາພັງກະທູ້ທອງໃສເດີ້ ຂໍຮ້ອງ
ທ້າວທອງໃສ
|
|
![]() ອ້າງເຖິງຂໍ້ຄວາມຈາກ THAOthongsai ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ Oxegen ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ sirilattana ຂຽນວ່າ... ພໍດີຫາກໍ່ຈະອົກຫັກ ມື້ນີ້ກາເລີຍບໍ່ມີອາລົມກວນໆໂອ ຫາຄົນດາມໃຈໄດ້ລ່ະເບາະ ນຸ້ຍ ຢ່າມາພັງກະທູ້ທອງໃສເດີ້ ຂໍຮ້ອງ ເວົ້າບາບໝູ່ຫຼາຍ ![]() |
|
![]() ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ... ປີ້ພິເສດ ນັ່ງເບິ່ງໜ້າຈໍໂທລະທັດ -.-ແມ່ນແມ່ນຕ້ອງໄດ້ແຕ່ແນວນີ້ລະ ວີໄອພີ |
|
![]() ເຮົາເອົາເພງຊີເກມມາຝາກ ເຊີ່ງເເມ່ນທອງໄສ ຮ້ອງເອງ Link |
|
![]() ກໍ່ໜ້າເຫັນໃຈ ຜູ່ທີ່ຢູ່ຕ່າງປະເທດຫລືຕ່າງແຂວງ ທີ່ບໍ່ສະດວກທີ່ຈະມາຮ່ວມໃນງານໄດ້ ເອົາເປັນວ່າໃຜມີຄວາມອາດສາມາດໄປໄດ້ ກໍ່ໄປເບິ່ງເນາະ ອັນນິບໍ່ບັງຄັບກັນ ຢ່າລືມວ່າ ເປັນໂອກາດທີ່ຫາໄດ້ຍາກທີ່ຖ້າພາດເທື່ອນີ້ແລ້ວກໍ່ບໍ່ຮູ້ວ່າ ອີກຈັກປີລາວຈະໄດ້ຈັດອີກ ເພິ່ນຈັດລຽນປະເທດເຈົ້າພາບຕາມອັນສອນໂຣມັນ ສະນັ້ນໃຜມີຄວາມສາມາດໄປໄດ້ກະໄປຮ່ວມບັນທຶກ ປະຫວັດສາດ ໜ້າໃຫມ່ຂອງລາວເຮົານຳກັນ
ທ້າວທອງໃສ
|
|
![]() ອ່າວໆໆໆໆໆ ຄົນລະຄົນກັນ
ທ້າວທອງໃສ
|
|
![]() ໄຄເເນ່ ມີເບີ່ງຟຣີ ລະມີຖ່າຍທອດສົດບໍ່ຜ່ານສະຖານນີໄທບໍ່ |