ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ກິລາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ກິລາ » ເດີນເຕະບານໃນນະຄອນຫຼວງເລີ່ມຫຼຸດໜ້ອຍຖອຍລົງ

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປະກົດວ່າເດີ່ນເຕະບານບໍ່ຄ່ອຍຈະພໍສຳລັບນັກເຕະບານເພື່ອອອກກຳລັງກາຍ ມີຫຼາຍທີມທີ່ບໍ່ສາມາດລົງເຕະຍ້ອນວ່າຈອງເດີນບໍ່ໄດ້ ມີຫຼາຍເດີ່ນທີ່ຍຸ໋ບຍ້ອນການພັດທະນາຕົວເມືອງມີການຂະຫຍາຍອອກຢ່າງບໍ່ຢຸດຍັ້ງ ບັນດາເດີນເຕະບານຟຸດຊໍ ເຊັ່ນ: ເດີ່ນນາໄຊ ແລະ ບ່ອນອື່ນໆກໍ່ມີການຢຸດຕິໄປຕາມໆກັນ ກໍ່ເລີຍເປັນເຫດໃຫ້ຂ້າພະເຈົ້າໄກ້ຈະເປັນເປ້ຍເປັນລ່ອຍແລ້ວຍ້ອນບໍ່ໄດ້ແລ່ນ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະແລ່ນອ້ອມເຮືອນເອົາລະ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຕ່ຕາມທີ່ ຂພຈ ເຫັນກະມີຫຼາຍຢູ່ໄດ໋
ແຕ່ເປັນປະເພດເສຍຄ່າເຊົ່າ
ສົງໄສ ຈຂກທ ໝາຍເຖິງເດີ່ນບໍ່ເສຍເງິນໄດ໋ຫັ້ນເນາະ

strawberry

໑ ກະທູ້
໗໗ ໂພສ
ຂາປະຈຳເວັບບອດ
ອັນນີ້ບໍ່ຂໍຕອບເພາະບໍ່ຮູ້ອິອິອິ


໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຖີງ: Oxegen
ເດີ່ນບໍ່ເສຍຄ່າເຊົ່າບໍ່ມີແລ້ວນ້ອງເອີຍ ດຽວນີ້ເປັນທຸລະກິດໝົດແລ້ວ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ແມ່ນໆໆ ຄົນເຕະຫຼາຍກະເລີຍຈ່ອງເດີ່ນຍາກ
ໄປຊ້າ5ນາທີລະແມ່ນບໍ່ໄດ້ເຕະ
ມື້ນັ້ນໂຄດເຊັງເລີຍ ໂທຈ່ອງເດີ່ນແຕ່ເຊົ້າ ບາດຮອດໂມງໄປລະວ່າ ໃຫ້ຄູ່ອື່ນເຕະກ່ອນ

M99NOY

໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກຖາມວ່າເດີນບ່ອນໃດຄັກກ່ວາໝູ່ຊິໄດ້ໄປເຕະລອງເບີ່ງ


໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ທອງໃສລະວ່າດຽວນິ ເດີ່ນເຕະບານເກີດຂຶ້ນປານດອກເຫັດ

ທ້າວທອງໃສ

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນແລ໋ະ meenoy ມື້ນັ້ນເຮົາກ່າໂທນັດເດີ່ນໄວ້ແລ້ວບາດວ່າຍົກທີມໄປແລ້ວພັດມີທີມອື່ນມາເຕະແທນແລ້ວ ເຊັງຂະໜາດຍົກທີມກັບມາເຮືອນ
ຈັກໜ່ອຍ 8 ໂມງ ໝູ່ມັນໂທມາວ່າໄປເຕະຮອບ 8ໂມງຫາ9.30 ກາງຄືນ ເລີຍປະຕິເສດມັນເດີກໂພດ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ຄັນໃຈມັກແທ້ ເຕະຈັກໂມງກະເຕະໂລດນ້າ
ຕອນນັ້ນຍັງເຄືຍແຕ່2ບາດ ເຕະແລ້ວບາດ1ລະໄປກິນເບຍ
ເມົາລະທ້າກັນມາເຕະອີກ ເທື່ອທີ່2ເກືອບເກີດເສິກກັນ

M99NOY

໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຈກ່າມັກຢູ່ ແຕ່ມີວຽກໄປແນວອື່ນຫັ້ນຕິ
ແທ້ເມົາແລ້ວໄປເຕະນ່າ
ຄົນເມົາມັກຈະຮ້າຍໄວໄດ ແລະ ບໍ່ຍອມໃຜອີກ ຊອກຫາແຕ່ເລື່ອງໃສ່ໂຕເອງ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແລ່ນຕາມທາງຫັນເດບໍ່ເສີຍເງິນເປັນຈອງເດີ່ນເຕະບານເສີຍເງິນໃດ


໒໐ ກະທູ້
໑໓໖໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລື່ອງເສຍເງີນນັ້ນບໍ່ມີບັນຫາ ຖ້າມີເດີນໃຫ້ເຊົ່າ
ຖ້າບ້ານເຮົາມີເດີ່ນບານຫຼາຍຈະເຮັດໃຫ້ຄົນລາວເຮົາເຕະບານເກັ່ງ

ເອົາເມຍຈົນແຕ່ໃຈດີ ດີກວ່າເອົາເມຍເສດຖີທີ່ຄິດທໍລະຍົດ
ຄຣິກຫາປະໂຫຍກກິນໃຈບ່ອນນີ້ ຢ່າລໍຊ້າ

໙ ກະທູ້
໒໔໗ ໂພສ
ນັກການກະທູ້
ໂດຍ ຂ້ານ້ອຍ