ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ກິລາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ກິລາ » ປີ້ເຂົ້າຊົມງານກິລາ Sea Game ຄັ້ງທີ່ 25 ຈະມີຈຳໜ່າຍໃນໄວໆນີ້

໒໑ ກະທູ້
໑໐໖ ໂພສ
ນັກການກະທູ້
http://phutthavongs.wordpress.com/

1. ລາຄາປີ້ເຂົ້າຊົມພິທີ ເປີດ – ປີດ ມີຢູ່ 4 ລາຄາຄື: A 500.000 kip, B 400.000 kip, C 300.000 kip, D 200.000 kip.
2. ກິລາເຕະບານຊາຍ – ຍິງ (ຮອບຄັດເລືອກ): ບ່ອນນັ່ງໃນຮົ່ມ: 70.000 kip, ບ່ອນນັ່ງກາງແຈ້ງ: 50.000 kip
3. ກິລາເຕະບານຊາຍ – ຍິງ (ຮອບຮອງ, ຮອບຊີງ): ບ່ອນນັ່ງໃນຮົ່ມ: 100.000 kip, ບ່ອນນັ່ງກາງແຈ້ງ: 70.000 kip
4. ກິລາຕີດອກປີກໄກ່ (ຫຼັກ 16) ກຳນົດລາຄາດຽວ: 30.000 kip
5. ກິລາລອຍນ້ຳ – ໂດດນ້ຳ – ດຳນ້ຳ (ຫຼັກ 16) ກຳນົດລາຄາດຽວ: 50.000 kip
6. ກິລາມວຍລາວ, ມວຍສາກົນ (ບຶງຄະຍອງ) ກຳນົດລາຄາດຽວ: 50.000 kip
7. ກິລາປັນຈາສິລັດ – ກະຕໍ້ – ປິ່ງປ່ອງ – ວູຊູ (ລາວໄອເຕັກ), ກິລາເຕະດອກຂົນໄກ່ (ບຶງຄະຍອງ), ກິລາຢູໂດ, ຄາລາເຕໂດ (ເຈົ້າອານຸວົງ), ກິລາເທັນນິດ (ຫຼັກ 16), ກິລາບານສົ່ງ (ຫຼັກ 16), ກິລາຍິງປືນ (ຫຼັກ 16) ແມ່ນກຳນົດລາຄາດຽວ: 30.000 kip
8. ກິລາເທຄັວນໂດ (ມ.ຊ ປູຍອງ) ແລະ ກິລາມວຍປ້ຳ ກຳນົດລາຄາດຽວ 20.000 kip
9. ສ່ວນປະເພດກິລາທີ່ຍັງເຫຼືອບໍ່ໄດ້ເກັບເງີນຄ່າຜ່ານປະຕູ
10. ລາຄາບໍລິການຝາກລົດ: ລົດໃຫຍ່ 20.000 kip/ຄັນ/ຄັ້ງ, ລົດຈັກ 10.000 kip/ຄັນ/ຄັ້ງ

ຊຶ່ງຄາດວ່າຈະໃຫ້ມີຈຳໜ່າຍໃນກາງເດືອນ 10/2009 ນີ້

ຈາກໜັງສືພີມປະຊາຊົນ ສະບັບວັນທີ 16/9/2009

ຈາກ: http://phutthavongs.wordpress.com/2009/09/17/ປີ້ເຂົ້າຊົມງານກິລາ-sea-game-ຄັ້/



໖ ກະທູ້
໘໔໙ ໂພສ
ຊຳນານການເວັບບອດ
ຄ່າຝາກລົດແພງໂພດຕີ໋ເບາະ

M99NOY

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມີເງິນຢູ່ແຕ່ 100,000 ກີບ ຊິຂໍເບິ່ງແຕ່ ມວຍລາວນີ້ລະ(ມັກແຮງ) ເຫລືອຈາກຄ່າຝາກລົດແລະຄ່າປີ້ ເອົາໄວ້ຊື້ເບຍແລະຂອງແກ້ມເພື່ອສະຫຼອງ..

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໒ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ຢາກໄດ້ປີ້ພິທີເປີດ,,,,ແພງໂພດ

ຄວາມຈິງກັບຄວາມຝັນບໍ່ມີວັນຈະບັນຈົບກັນ

໕ ກະທູ້
໔໙໐ ໂພສ
ຊຳນານການເວັບບອດ
1. ລາຄາປີ້ເຂົ້າຊົມພິທີ ເປີດ – ປີດ ມີຢູ່ 4 ລາຄາຄື: A 500.000 kip ແພງເນາະ ເບິ່ງຢູ່ບ້ານເອົາ

ຄວາມຮັກຂອງສອງເຮົາເປັນແນວນິຫວາ

໒ ກະທູ້
໖໙໒ ໂພສ
ຊຳນານການເວັບບອດ
ແມ່ນໆໆໆ ມື້ເປີດກັບປິດຢູ່ບ້ານດີກວ່າ ແພງໂພດບໍ່ມີເງິນ ເທົ່າໆໆໆກັບເງິນເດືອນເກືອບ ເດືອນ 1 ເຣົາພຸ້ນນະ
ເສຍດາຍເງິນ ແຕ່ກະຢາກໄປຢູ່ໃດລະ ເພາະວ່າເປັນຄັ້ງແລກໃນປະຫວັດສາດລາວທີ່ເປັນເຈົ້າພາບໃນການຈັດງານມະຫາ (ຫະ) ກຳກິລາຊີເກມຄັ້ງທີ 25 ນີ້


We Make Them Cry Who Care 4 Us
But We Cry 4 Those Who Never Cry 4 Us
& We care 4 Those Who Will Never Cry 4 Us

໒ ກະທູ້
໙໐໕ ໂພສ
ຊຳນານການເວັບບອດ
ລາຄາປີ້ເຂົ້າຊົມພິທີ ເປີດ ຄືວ່າແພງແທ້
ຊົງຊິບໍ່ໄດ້ໄປເບີ່ງດອກງານນີ້ ອິອິ


໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລາຄາປີ້ເຂົ້າຊົມພິທີ ເປີດ ຄືວ່າແພງແທ້ ບໍ່ມີເງີນຊື້ແລ້ວ


໒໑ ກະທູ້
໑໐໖ ໂພສ
ນັກການກະທູ້
ເບີ່ງພິທີເປີດມື້ດຽວແຕ່ອົດກິນເປັນເດືອນ,,,,,,,,,,,

ປລ ຂະໜາດລາຄາປີ້ທາງການຍັງຊຳນີ້ ລາຄາຕະຫຼາດມືດແມ່ນບໍ່ໃຫ້ເວົ້າ


໒ ກະທູ້
໕໓໘ ໂພສ
ຊຳນານການເວັບບອດ
ອັນເຮົາລະບໍ່ມີຮອດເງິນເດືອນຊິເຮັດແນວໃດບາດນິ

ຄວາມຈິງກັບຄວາມຝັນບໍ່ມີວັນຈະບັນຈົບກັນ

໕ ກະທູ້
໔໑໗໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເງິນມີຕິດຢູ່ກະເປົ໋າຕອນນິມີແຕ່5000ກີບ ບໍ່ພໍຮອດຄ່າຝາກລົດຊ້ຳ


໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກໄປເບິ່ງເວີ່ຍ

<-----ຄົນໃຈດີແຟນຄລັບ

໓ ກະທູ້
໘໑ ໂພສ
ຂາປະຈຳເວັບບອດ
8. ກິລາເທຄັວນໂດ (ມ.ຊ ປູຍອງ) ແລະ ກິລາມວຍປ້ຳ ກຳນົດລາຄາດຽວ 20.000 kip
ເບິ່ງເທຄັວນໂດດີກ່ວາທັງຖືດທັງມັນ
10. ລາຄາບໍລິການຝາກລົດ: ລົດໃຫຍ່ 20.000 kip/ຄັນ/ຄັ້ງ, ລົດຈັກ 10.000 kip/ຄັນ/ຄັ້ງ

ພໍດີເປັນປີ້ 40.000ກິບ ຂີ່ລົດເມໄປດີກ່ວາ

sTUpId....!!!!

໒໑ ກະທູ້
໑໐໖ ໂພສ
ນັກການກະທູ້
"8. ກິລາເທຄັວນໂດ (ມ.ຊ ປູຍອງ) ແລະ ກິລາມວຍປ້ຳ ກຳນົດລາຄາດຽວ 20.000 kip
ເບິ່ງເທຄັວນໂດດີກ່ວາທັງຖືດທັງມັນ
10. ລາຄາບໍລິການຝາກລົດ: ລົດໃຫຍ່ 20.000 kip/ຄັນ/ຄັ້ງ, ລົດຈັກ 10.000 kip/ຄັນ/ຄັ້ງ

ພໍດີເປັນປີ້ 40.000ກິບ ຂີ່ລົດເມໄປດີກ່ວາ"

ຊັ້ນ, ໄປນຳອ້າຍກໍ່ໄດ້


໒໑ ກະທູ້
໑໐໖ ໂພສ
ນັກການກະທູ້
ຕາຕະລາງການແຂ່ງຂັນກິລາແຕ່ລະປະເພດ





ຈາກ, http://www.laosoc.com/competition_schedule.htm


໑໓ ກະທູ້
໑໓໔໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສົມແລ້ວເດີ

ຮັກແທ້ມີຢູ່ໃສ? ມີຂາຍບໍ່?

໓ ກະທູ້
໘໑ ໂພສ
ຂາປະຈຳເວັບບອດ
"8. ກິລາເທຄັວນໂດ (ມ.ຊ ປູຍອງ) ແລະ ກິລາມວຍປ້ຳ ກຳນົດລາຄາດຽວ 20.000 kip
ເບິ່ງເທຄັວນໂດດີກ່ວາທັງຖືດທັງມັນ
10. ລາຄາບໍລິການຝາກລົດ: ລົດໃຫຍ່ 20.000 kip/ຄັນ/ຄັ້ງ, ລົດຈັກ 10.000 kip/ຄັນ/ຄັ້ງ

ພໍດີເປັນປີ້ 40.000ກິບ ຂີ່ລົດເມໄປດີກ່ວາ"

ຊັ້ນ, ໄປນຳອ້າຍກໍ່ໄດ້

ລະອ້າຍມາຮັບນ້ອງແດ່ເດີ້ ຢູ່ທ່າລາດ

sTUpId....!!!!