ກະທູ້ມາໃໝ່ | ຫມວດ | ບັນເທີງ » ກິລາ |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຫາກວ່າໃຜຮູ້ສາຍເຫດບອກມາດ່ວນ! ຜູ່ກ່ຽວມາຮ່ວມຝຶກຊ້ອມກັບທີມຊາດມາເປັນເວລາສີບເດ ແລະເປັນນັກກິຣາທີ່ເດັ່ນ,ເກັ່ງ ແຕ່ຖຶກໄລ່ອອກຈາກທີມຊາດ.. |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອ້າວງົງລາວກະເປັນນັກກິລາທີ່ເກັ່ງລະໄປໄລ່ລາວອອກເຮັດຫຍັງ ເອີ່ເນາະບໍ່ຮູ້ຄືກັນເດີ່ອັນນີ້ກະດາຍນ່ະ ອິອິອິ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ມາຝຶກຊ້ອມນຳທີມຊາດ ປະມານສີບເດຶອນ! ເສັຍດາຍ. |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ອ້າວຝຶກໄດ້ສິບເດືອນລະໄລ່ອອກ ແລ້ວບໍ່ເສຍດາຍລາວຫວາຝຶກມາຕັ້ງດົນລະ ອີກຢ່າງລາວກະຫຼິ້ນໄດ້ດີບໍ່ແມ່ນຫວາ ຊິໄປຊອກຄົນໃໝ່ມາຝຶກແທນຫວາ DNA ວ່າຕ້ອງບໍ່ທັນກັບຊີເກມນີ້ແນ່ນອນ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຄິດວ່າຜູ່ທີ່ໄດ້ເຫັນເລົາເຕະຫັ້ນດອກວ່າ,ເພາະຜ່ານມາກະໄດ້ມີການແຂ່ງຂັນ ສີ່ເສົ້າ ຫຼຶອີຫຍັງນີ້ລະ. ອີກຜູ່ຫນຶ່ງທີ່ເປັນຄົນເຊື້ອສາຍລາວທີ່ມາແຕ່ເຢິຣະມັນກະຖຶກໄລ່ອອກຄືກັນ!! ເບິ່ງເປັນວ່າເຈົ້າໃຫຍ່ນາຍໂຕເຮົາຫົວຂີ້ຫມ້ຽງ!! |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ແອນໂທນີ ສະກຸນທອງ ມາຈາກ ອະເມຣິກາໂດຍຄວາມເຫັນດີຂອງ ຣັຖບານລາວເຊື້ອເຊີນມາ ທັງໃຫ້ສັນຊາດລາວນຳພ້ອມ ແລະກະມີອີກຜູ່ຫນຶ່ງມາຈາກ ເຢິຣະມັນ ຊື່ ສີມະໂນ!! ທັງສອງຕາມຂ່າວບອກວ່າເກັ່ງແຕ່ວ່າຈຳຕ້ອງຖຶກຄັດອອກຈາກທີມຊາດ ເພາະເຫດຜົນໃດ? ທີ່ຈິງ ໃນກົດ ຂອງຟິຟາ ຖ້າຫາກວ່າຜູ່ກ່ຽວບໍ່ທັນໄດ້ເຄີຍເຕະໃນທີມຊາດໃດມາກ່ອນໃນຂັ້ນນີ້ ກະສາມາດ ເຂົ້າເຕະໃນທີມຊາດລາວໄດ້.ໂຕຢ່າງງ່າຍໆ ມີນັກເຕະໂປແລນທີ່ເກິດແລະໃຫຍ່ຢູ່ຝຣັ່ງເສດ ອາຍຸກະ ໒໖ ປີ ກະສາມາດເຂົ້າເປັນນັກເຕະໃຫ້ໂປແລນໄດ້ເພາະຜູ່ກ່ຽວມີຈຸດປະສົງຢາກໃຫ້ສົມໃຈພໍ່ເຖົ້າຕົນທີ່ມີເຊື້ອສາຍມາແຕ່ໂປແລນ. ນອກນັ້ນກະຍັງມີຄົນມາແຕ່ທາງປະເທດອຶ່ນແຕ່ມາຢູ່ໂປແລນ ປະມານສີ່ຫ້າປີກະສາມາດຂໍສັນຊາດເປັນໂປແລນໄດ້ແລະກະສາມາດມາເຕະໃຫ້ທີມຊາດໂປແລນໄດ້. ບັນຫານີ້ ອາຈຂື້ນກັບຄວາມຮູ້ເທົ່າບໍ່ເຖິງການທາງຝ່າຍລາວເຮົາຫຼາຍກວ່າ ກ່ຽວກັບກົດເກັນຂອງຟິຟາ.ຫາກວ່າຜູ່ກ່ຽວມີສັນຊາດລາວກະສາມາດເຕະໃຫ້ທີມຊາດລາວໄດ້ໂດຍຊອບທຳ. ຫາກວ່າທາງກົມການ ກິຣາແຫ່ງຊາດໃນອາຊີເຫັນວ່າຜິດກະຕິກາກະສົມຄວນຫຼຶຫາກມີ ຂໍ້ຂ້ອງໃຈກະສົມຄວນທວງຖາມໃນສະພາແຫ່ງກົມກິຣາຟິຟາ. ເວົ້າມາມັນກະຍາວຍຶດ ເສັຍດາຍທີ່ທາງການກິຣາລາວເສັຍປຽບຍ້ອນວ່າບໍ່ຢາກ ຫຼຶວ່າສົມຍອມຟັງຫາງສຽງຜູ່ອຶ່ນໂດຍບໍ່ສຶບຫາຄວາມຈິງ. ແນ່ນອນວ່າບັນຫານີ້ສາມາດແກ້ໄຂໄດ້. ໃນຢູ່ໂຣບມີຄົນເປັນພັນເປັນຫມື່ນທີ່ມີ ສອງຫຼຶສາມສັນຊາດ!!! ຫາກຢາກແກ້ມັນຊິຍາກປານໃດ !! ຢ້ານແຕ່ວ່າບໍ່ຢາກ ແກ້ຫັ້ນລະຫຼາຍກວ່າ! |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ໂອ ບໍ່ຮູ້ໄດ໋ນີ້ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ການໃຫ້ສັມພາດ ຂອງ ທ່ານ ດາວອນ ສະກູນທອງ ຜູ້ເປັນພໍ່ຂອງທ້າວ Anthony ສະກູນທອງ ອາຍຸ20ປີ ນັກເຕະບານ ຈາກ ນະຄອນ Seattle ຣັຖວໍຊີງຕັນ (Washington State) ຊື່ງເປັນນື່ງໃນ ຕົວເດັ່ນ ຂອງທີມຊາດລາວ ເພື່ອເຂົ້າແຂ່ງຂັນ ເຕະບານ SEA GAMES ຄັ້ງທີ່ 25 ທີ່ ສປປລາວ ເປັນເຈົ້າພາບ ແຕ່ຕົກມາໃນ ບັ້ນທ້າຍ ກ່ອນງານມະຫາກັມ SEA GAMES ຈະໄຂຂື້ນຢ່າງ ເປັນທາງການ ບໍ່ເທົ່າໃດສັປດາ ຂ້າງໜ້ານີ້ ທາງການ ສປປລາວ ປະຕິເສດວ່າ ທ້າວ Anthony ບໍ່ສາມາດເຂົ້າ ຮ່ວມທີມຊາດລາວ ເຕະບານ ໄດ້ ຍ້ອນບັນຫາເຣື້ອງ ການຖື2ສັນຊາດ ຊຶ່ງແມ່ນທາງການ ສປປລາວ ເປັນຜູ້ອອກສັນຊາຕໃຫ້. ເຣຶ້ອງດັ່ງກ່າວ ໃນຄັ້ງນີ້ເກີດຂື້ນ ໄດ້ແນວໃດນັ້ນ ເຊີນທ່ານຕິຕາມ ຮັບຟັງການສັມພາດ ໄດ້ເລີຍ... ສເນີໂດຍ: ໄມຊູລີ Photo: RFA Anthonyສະກູນທອງນັກເຕະບານລາວຈາກສະຫະຣັດ(ຊ້າຍ) ຖືກຕັດຈາກທີມຖ່າຍຮູປກັບຫົວໜ້າຄຣູຝຶກຂອງທີມຊາຕລາວ. ຂ່າວຈາກ http://www.rfa.org/lao/...%20-10092009130253.html |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຂອບໃຈຫຼານ ນິນທີ່ມາຊ່ອຍຢ່າງທັນການ. ຢາກຮູ້ວ່າທາງຣັຖບານເຮົາຄິດຈັ່ງໃດຕໍ່ປະເດັນນີ້? ຫາກມີໃຜໃນວົງການກິຣາລາວມາເວົ້າສູ່ຟັງກະຄືຊິຫາຍຂ້ອງໃຈ. |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ແຕ່ວ່າບັນຫານີ້ ແກ້ໄຂງ່າຍກວ່າປອກກ້ວຍໃຫ້ລິງກິນ ເພາະກາຫັ້ນກັດກິນກົ້ນກ່ອນເດ!! |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ເຈົ້າເຫັນດີຢາກໃຫ້ຜູ່ກ່ຽວມາເຕະໃຫ້ທີມຊາດລາວບໍ? |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ບໍ່ຮູ້ເລື່ອງນີ້ ແຕ່ຢາກຖາມວ່າລາວໄດ້ເຂົ້າຮ່ວມສີ່ເສົ້າພ່ານມາບໍ່ ? |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ມັນເປັນຂ່າວເເຕ່ດົນນະ ເລີ່ມຈາກນັກເທນນິດຍີງ ລູກຊອດລາວອັງກິດພູ້ນນະ ເປັນຍ້ອນກົດຫມາຍລາວຫ້າມຖືສອງສັນຊາດເບາະຫລືວ່າຈັ່ງໄດ ອີກຢ່າງກໍເພື່ອຫລີກເວັ້ນການວິພາກວິຈານຈາກສື່ມວນພາຍນອກເເລະສະຫະພັນກິລາ ຍ້ອນພວກກ່ຽວເເມ່ນບໍ່ໄດ້ດຳລົງຊີວິດຢູ່ລາວເເທ້ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ປະເທດລາວເປັນຂອງຄົນລາວທຸກຄົນບໍ່ວ່າຢູ່ນອກຫລືຢູ່ໃນ ຖ້າວ່າຈະເຮັດຫຍັງທຳຫຍັງເພື່ອປະໂຫຍດຂອງຊາດລາວແລ້ວ ເປັນຫຍັງບໍ່ໃຫ້ໂອກາດກັນ. ບໍ່ເຂົ້າໃຈນຳຄືກັນ
-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ສະບາຍດີTektonik, & Etabank, ສຳຫຼັບນັກເທນນິສ ອັງກິດເຊື້ອສາຍລາວນັ້ນ(ມີສັນຊາດອັງກິດ-ພໍ່ແມ່ເປັນລາວ ແຕ່ນາງນັ້ນໄດ້ຫຼີ້ນໃຫ້ທີມຊາດອັງກິດມາແລ້ວ ຈະໄປຫຼີ້ນໃຫ້ອີກຊາດອຶ່ນບໍ່ໄດ້),ສ່ວນນັກເຕະບານທີ່ເວົ້າມານີ້ບໍ່ ເຄິຍຫຼີ້ນໃຫ້ທີມຊາດໃດມາກ່ອນ ແລະຜູ່ກ່ຽວກະມີສັນຊາດລາວແລ້ວ,ມັນບໍ່ກ່ຽວຫຍັງຫນາກັບ ບັນຫາອຶ່ນ! ຢູ່ໃສກະມີນັກເຕະຈາກຊາດອຶ່ນມາເຕະໃຫ້ໄດ້ຫາກວ່າຜູ່ກ່ຽວມີສັນຊາດນັ້ນຈະແມ່ນໄດ້ມາມື້ວານມື້ຊຶນນີ້ກໍຕາມ ທັງຫມົດຖຶກຕ້ອງຕາມກະຕິກາ ຟິຟາ. ທີ່ ເຕັກໂຕນິກວ່າຖຶສອງສັນຊາດນັ້ນຢູ່ໃນຢູໂຣບ ນັກເຕະຫຼາຍຄົນມີຫຼາຍສັນຊາດ ແຕ່ ຕາມກົດຟິຟາ ຜູ່ກ່ຽວສາມາດຫຼີ້ນໃຫ້ແກ່ທີມຊາດ ຂອງຊາດດຽວ. ຜຂ ເຫັນວ່າບັນຫານີ້ ມັນບໍ່ແມ່ນບັນຫາທີ່ແກ້ໄຂຍາກ ພຽງແຕ່ວ່າ ມັນຍາກ ຍ້ອນ ອາຈຮູ້ເທົ່າບໍ່ເຖິງການສື່ໆ.ມັນຊິກ່ຽວຫຍັງກັບສອງສັນຊາດ ແຕ່ຜູ່ກ່ຽວມີສັນຊາດລາວ.ບັນຫາອຶ່ນໃດມັນກະຕົກໄປທັງຫມົດ.ຫາກວ່າມີຫຍັງຍັງຂ້ອງຄາ ກະຄຶຄວາມເຂົ້າໃຈກົດເກັນຂອງຟິຟາຫັ້ນເທົ່ານັ້ນທີ່ອາຈບໍ່ເຂົ້າໃຈຄືເຂົາ. ສ່ວນວ່າຄົນທີ່ຖຶສັນຊາດນັ້ນໆ ບໍ່ຈຳເປັນຕ້ອງຢູ່ໃນປະເທດນັ້ນແຕ່ຢ່າງໃດ!ບາງຄົນທີ່ມີສັນຊາດ ນັ້ນເວົ້າພາສາຊາດໃຫ່ຮອດບໍ່ຖ້ອງກະມີ. ຫານແບ້ງ ຫາກວ່າຜູ່ກ່ຽວມີໃຈຢາກຫຼີ້ນໃຫ້ທີມຊາດລາວເພາະວ່າພໍ່ແມ່ເປັນຄົນລາວແຕ່ດຽວນີ້ຖືສັນຊາດ ອະເມຣິກາມັນກະບໍ່ມີຫຍັງຂັດຂ້ອງຕາມລູງເຂົ້າໃຈ ເພາະ ນັກເຕະຄົນນັ້ນພົ້ນກະສຽນແລ້ວ.ເລົາອາຈຕິດທີມຊາດອະເມຣິກາກະໄດ້ຫາກວ່າເຮົາບໍ່ຕໍ່ສູ້ຍາດແຍ່ງເອົາ.ທົ່ວໂລກເຂົາກະຊອກຄົ້ນຫາຄົນທີ່ມີເຊື້ອສາຍຂອງປະເທດເຂົາ:ໃນທີມຊາດ ເຢິຣະມັນມີນັກເຕະເຊື້ອຊາດ ໂປແລນ ຫຼາຍຄົນເຊັ່ນ: Klose, Lukas Podolski.. Daniel Obraniak(lives in France) - ca not speak polish but he plays for Polish team! or Roger Gerrera (Brazylian native)and play for Polish team because he has polish nationality! Actually he live in Greece! ບັນຫາມັນຂື້ນຢູ່ນຳແຕ່ບ້ານເຮົາບໍ່ຫຼຶວ່າຂື້ນຢູ່ກັບການກິຣາ ແຫ່ງອາຊີ!(ຮ່ານອຍຫຼຶ ກຸງເທບ?). ຢາກຮູ້ແທ້ໆເດວ່າເພາະເຫດໃດ? |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ມີແບບນີ້ອີກວ່າ
ສິ່ງທີ່ຢາກເຮັດຈົ່ງລົງມືເຮັດ ຢ່າປ່ອຍໃຫ້ໂອກາດຜ່ານໄປ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ກະຈັ່ງວ່ານີ້ແຫຼ້ວ! ເວົ້າມາແລ້ວກະເຈັບຫົວນຳ! |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຮັກແທ້ມີຢູ່ໃສ? ມີຂາຍບໍ່?
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ໂອ້ ຕາດີຕົນລາວເນາະ ອົດສາສ້ອມຈະມາລົງຊີເກມ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ກະຈັ່ງວ່າຫັ້ນລະ! ໃນນາມຄົນລາວຕາຂາວນຳກັນເຈົ້າວ່າສົມຄວນມີ ພຶດຕິການຢ່າງໃດທີ່ຈະແກ້ໄຂ? ເຊື່ອແນ່ວ່າຍັງມີເວລາບໍ່ຫຼາຍ ທີ່ຈະແກ້ໄຂໄດ້.. ແຕ່ ຕົກມາຮອດປານນີ້ ບໍ່ຮູ້ວ່າເຂົາເຈົ້າທັງສອງຈະຍັງມີສັດທາທີ່ຢາກຈະກັບມາຫຼີ້ນໃຫ້ທີມຊາດລາວຫຼຶບໍ່?? ຈະສົ່ງຂ່າວແລະໂອ້ໂລມນຳເຂົາເຈົ້າເບິ່ງ. ແລ້ວເຈົ້າໃນນາມສະມາຊິກສະພາ ຊາວບ້ານຢາກເຮັດຫຍັງແນ່ໃນກໍຣະນີນີ້? |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ດຽວນີ້ຜູ້ກ່ຽວກັບໄປຢູ່ເມການຳຄອບຄົວ ທີ່ Seattle, WA ລຽບລ້ອຍແລ້ວ.. ຖາມເຖິງເລື່ອງສັດທາທີ່ຈະກັບມາຫຼີ້ນໃຫ້ທີມຊາດນັ້ນກະຍັງມີຢູ່ຫັ້ນລະ, ແຕ່ວ່າຈະມີໂອກາດກັບມາຫັ້ນລະມັນຍາກ .
-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ໃຫ້ຕ່າງປະເທດວິຈານແດ່ ລາວຈຶ່ງເປັນທີ່ຮູ້ຈັກຂອງຄົນໃນໂລກ ແດ່ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ໃຜຫົວຂີ້ໝ້ຽງ?
ໂຈນຫ້າຮ້ອຍສອງເທື່ອເປັນພັນ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ໄຄແຕ່ເຮົາຫົວຂີ້ເລື່ອຍ
-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ລະວັງກາຍເປັນຄົນບໍ່ຫວັງດີຕໍ່ຊາດເດີ
ໂຈນຫ້າຮ້ອຍສອງເທື່ອເປັນພັນ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ບອກກັນໄວ້ແດ່ເດີ ຢ້ານຫລົງ
-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ບໍ່ຮູ້ຄືກັນ ເດີ່
ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ກະຫົວຂີ້ຫມ້ຽງຫັ້ນລະທັງຫົວຂີ້ເຫຼຶ່ອຍນຳພ້ອມ!! ຢາກຮູ້ຕົ້ນເຫດຂອງການ ຄັດອອກຈາກທີມຊາດ ນັ້ນມັນມີມາຈັ່ງໃດ ? ຕົ້ນເຫດແທ້ໆຫັ້ນເດິ. ຕາມທີ່ໄດ້ໂອ້ໂລມນຳຫມູ່ຄູ່ທາງຢູໂຣບພີ້ ເຂົາວ່າ ມັນ ເປັນຈຸດອ່ອນຂອງໃຜ? ແລ້ວຫມູ່ຄູ່ຢູ່ໃກ້,ຢູ່ວຽງຈັນໄດ້ຮູ້ແລະສຶບຖາມຕິດຕາມນຳແນ່ຖ້ອນ!! ຈະພະຍາຍາມປີ້ນແຜ່ນຟ້າແຜ່ນດິນຫາກົດຣະບຽບຂອງຟິຟາ ທີ່ວ່າ ນັກເຕະທັງສອງບໍ່ຖຶກຫຼັກການຫຼຶໃດນັ້ນມາໃຫ້ເບິ່ງນຳກັນ. ຕາມທີ່ຮູ້ມານີ້ ມັນບໍ່ສຳຄັນຫຍັງຫນາວ່າຄົນທີ່ມີສອງສັນຊາດ ຈະໄປກ່ຽວກັບກະຕິກາຟິຟາ.ຫຼຶວ່າ ຊິເກັມບໍ່ໄດ້ຂື້ນກັບຟິຟາບໍ່ຊັ້ນນະ? ຫາກວ່າທັງສອງຄົນມີໃຈຍັງຢາກມາຫຼີ້ນໃຫ້ທີມຊາດລາວເຮົາຢູ່ ຫມູ່ເພຶ່ອນຄິດວ່າພວກເຮົາຄວນຈະເຮັດຈັ່ງໃດ?ຈະຕ້ອງໃຫ້ຂຽນຄຳຮ້ອງຂໍໄປໃສ,ຫາໃຜ ຈົ່ງຊ່ອຍບອກມາ ວ່າມັນຂື້ນກັບໃຜ ບັນຫານີ້? ຫາກວ່າຍັງມີຊ່ອງທາງຢູ່ ຂ້ອຍຈະດີ້ນຮົນໃຫ້ເຖິງ! ດ້ວຍໃຈຫວັງແລະຄວາມຮ່ວມມືຈາກທຸກຄົນ. ຣັກແພງ. |
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້, ແກ້ໄຂເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ຄົງຈະແມ່ນຕາມກົດໜາຍຂອງລັດຖະບານລາວບໍ່ໃຫ້ມີສອງສັນຊາດ, ຖ້າຫາກອະນຸຍາດໃຫ້ຜູ້ກ່ຽວມີໄດ້ ມັນຈະເປັນແບບຢ່າງ ໃຫ້ຄົນເຊື້ອສາຍລາວໃນທົ່ວໂລກ, ບໍ່ແມ່ນວ່າຫຼີ້ນກິລາເກັ່ງລະມີສິດໄດ້ສອງສັນຊາດ, ບາດວ່າທ້າວ(ກ)ທ້າວ(ຂ) ລະບໍ່ມີສິດ ຄິດວ່າເພີ່ນຕັດບັນຫາແຕ່ຕົ້ນດີກົ່ວແກ້ປາຍ, ຈຸດນີ້ໃຫ້ຄິດວ່າສຳຄັນແລະ ແມ່ນບັນຫາໃຫຍ່ຈະຕາມມາ. ຖ້າຫາກວ່າອະນຸຍາດໃຫ້ຜູ້ກ່ຽວມີສອງສັນຊາດແລ້ວຄິດວ່າຈະມີການວິພາກວິຈານກັນບໍ່ໜ້ອຍ, ບັນຫານີ້ໃຫ້ບັນດາທ່ານພິຈາລະນາເບີ່ງດີໆກ່ອນຈະຕັດສິນໃຈຫຍັງເດີພີ່ນ້ອງ.
ໂຈນຫ້າຮ້ອຍສອງເທື່ອເປັນພັນ
|
|
ຂຽນເມື່ອ ຫລາຍກວ່າ 15 ປີ ກ່ອນໜ້ານີ້
ສີຄືໆຂື້ນມາຈັກໜ້ອຍແລ້ວບາດນິ
-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ |