ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ກິລາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ກິລາ » ເປັນຫຍັງນັກເຕະນາມສະກຸນ ``ສະກຸນທອງ`` ຈຶ່ງຖຶກໄລ່ອອກຈາກທີມຊາດ?

ໜ້າທີ່ 2 ຈາກທັງໝົດ 3 ໜ້າ <<<123>>>


໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄືຫຍັງແບ້ງ?

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄືໄອຍະການສູງສຸດ ຕີເບາະ

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຮ່າໆໆໆໆໆກະເວົ້າໂພດແບ້ງກະດາຍ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໗ ກະທູ້
໓໗ ໂພສ
ຂາປະຈຳເວັບບອດ
ເປັນຍ້ອນຈັ່ງຊີ້ລະວົງການກິລາລາວມັນຈື່ງບໍ່ໄປຮອດໃສ່
ເອົາແຕ່ເສັ້ນເຂົ້າປູ້ນເຂົ້າປຽກ ມັນຈື່ງເໜົາຈື່ງເລະຫັນລະ
ຢ່າວ່າແຕ່ສອງສາມຄົນນັ້ນເຖາະ ຍັງມີຫລາຍໆ
ບໍ່ເບີ່ງປະເທດອືນແດ່ ເວົ້າພາສາເຂົາບໍ່ຂອດຊຳ ເຂົາຍັງວ່າເປັນຄົນເຂົາ ຂໍແຕ່ພຽງສ້າງຊື່ສຽງໃຫ້ປະເທດ


໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຈັກເດອ້າຍເອີຍ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
xyz,
ຫາກວ່າກັນຈັ່ງຊັ້ນ ມັນກະຫາເຫດຜົນມາແກ້ພາຍຫຼັງທີ່ໄດ້ຮຽກເອີ້ນເຂົາເຈົ້າ``ຊາວລາວໃນຕ່າງປະເທດ``ໃຫ້ມາປະກອບສ່ວນນຳກັນ,ຊ້ຳບໍ່ພໍຍັງອອກດຳຣັດໃຫ້ສັນຊາດລາວແກ່ເຂົາເຈົ້າໄປແລ້ວ. ເຮັດຫຍັງອິ່ຫຍັງລົງໄປແລ້ວຈຶ່ງມາຄິດຮູ້ພາຍຫຼັງ?!?ຊັ້ນບໍ?
ໂອຍ ເອົາແຕ່ການເມຶອງໄປກ່ອນແລະເປັນໃຫຍ່!
ຄັນຊັ້ນໄປຮ້ອງໂຮໂປສະກະເອີ້ນເຂົາມາເຮັດຫຍັງ ເຮັດແບບນີ້
ຕາມໄທບ້ານນອກຂອກນາ ເຂົາວ່າ ນິສັຍເດັກນ້ອຍຕິແມ່ນບໍ່ ເອົາຫຍັງຈິງຈັງບໍ່ໄດ້.
ເອົາແຕ່ຄຳຫວານໄປລໍ້ກັນ ແລ້ວກະ ຢຽບຄຳຫມັ້ນສັນຍາໂຕເອງຖີ້ມ ສົມນັກກິຣາຊັ້ນຍອດ!!
...ຫມັ້ນຍືນເດິ!!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມັນຜິດບ່ອນໃດຫວາທີ່ຄົນທີ່ມີສອງສັນຊາດ ຈະບໍ່ສາມາດເປັນນັກກິຣາໃຫ້ທີມຊາດຂອງຕົນເອງບໍ່ໄດ້?
ກົດກະຕິກາໃດ?ຈາກວົງການກິຣາ ມາແຕ່ໃສ?
ຫາກ ກຸ່ມ ຊີເກັມກະຂື້ນຢູ່ນຳແລະໃຊ້ກົດຂອງ ຟິຟາ ມັນກະບໍ່ມີຫຍັງຜິດນີ້ຫນາ.
ໂອ້ໂລມນຳຫຼາຍຄົນທັງຜູ່ທີ່ມີຄວາມຮອບຮູ້ທາງດ້ານນີ້ ເຂົາກະວ່າບໍ່ມີຫຍັງຜິດປະເດັນໃດທັງ*********ນ!!ແລ້ວ
ໃນກໍຣະນີຢູ່ລາວນີ້ມັນຜິດບ່ອນໃດກັນແທ້?
ຫາກ ການກິຣາ ຕ້ອງໃຫ້ ການເມຶອງມາຢູ່ເທິງແລ້ວ ແຫນງສູ້ ປົງອະນິຈາສາຈະດີກວ່າ!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຫັນວ່າບັນຫານີ້ ບໍ່ເປັນທີ່ສົນໃຈນຳປານໃດ,
ຫນ້າເສັຍດາຍຄວາມພະຍາຍາມຂອງຊາຍຫນຸ່ມເຫຼົ່ານັ້ນ.
ແມ່ນຕິວ່າຜູ່ຫນື່ງສອງຄົນບໍ່ມີຄວາມເສັຍຫາຍແລະສູນເສັຍມາກມາຍຫຍັງດອກ!!
ແຕ່ ຄວາມສູນເສັຍທີ່ບໍ່ຢາກຮູ້ນັ້ນຄືຄວາມສູນເສັຍໃນຄວາມໄວ້ວາງໃຈແລະນ້ຳຄຳຂອງບັນດາຜູ່ທີ່ມີອຳນາດບາດໃຫຍ່ໃນປະເທດຫັ້ນຕິ,ຕໍ່ໄປໆເວົ້າຫຍັງສູ່ຄົນລາວໃນຕ່າງແດນໃຜຊິໄປຟັງ.
ຫາກຟັງກະຫູຊ້າຍ ອອກຫູຂວາຫັ້ນລະ ແນວຄົນບໍ່ມີສັດຈະທຳທີ່ພໍໃຫ້ເຊື່ອຖືແລະໄວ້ວາງໃຈໄດ້.


໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້ເດ

strawberry

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຜູ່ກ່ຽວຊື່ ແອນໂທນີ ສະກູນທອງ ໄດ້ມາຝືກຊ້ອມນຳທີມຊາດລາວເປັນເວລາສີບເດຶອນ
ທັງຍັງໄດ້ ສັນຊາດລາວນຳອີກ ແຕ່ພາຍຫຼັງຜູ່ທີ່ເອົາ ສັນຊາດໃຫ້ນັ້ນພັດມາວ່າຜູ່ກ່ຽວ
ຈະບໍ່ສາມາດຫຼີ້ນໃຫ້ທີມຊາດລາວໃນຊີເກມນີ້ !!


໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄືຊິຕີກັນກ່ອນຈັ່ງໃດບຸນິ

strawberry

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Oxegen ຂຽນວ່າ...
ຄືຊິຕີກັນກ່ອນຈັ່ງໃດບຸນິ



ບໍ່ມີໃຜຕີໃຜດອກນາງ
ພຽງຫາເຫດໃສ່ກັນ ທັງມັນມຶດມົນນຳການສັບສົນທາງສັນຊາດວ່າເດ
ວ່າຜິດນັ້ນນີ້.ທີ່ຈິງກົດເກນຟິຟ້າເຂົາບໍ່ກ່ຽວ ແຕ່ໄທເຮົາພາກັນເອົາເກາະມາກ່ຽວກັນເອງ!


໓ ກະທູ້
໓໑໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂອ ໂດຍໆ

strawberry

໘ ກະທູ້
໘໔ ໂພສ
ຂາປະຈຳເວັບບອດ
ເສຍດາຍໃດນິຖ້າເກັ່ງນະ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Scouser ຂຽນວ່າ...
ເສຍດາຍໃດນິຖ້າເກັ່ງນະ



ຕາມຂ່າວທີ່ໄດ້ງິນມາຜູ່ກ່ຽວໄດ້ຖືກຍົກຍ້ອງຈາກວົງການເຕະບານແຖວອາຊີວ່າມີລີລາໃນການຫຼີ້ນດີ ທັງທາງເທັກນິກແລະຄວາມໄວ!
ຜູ່ສັງເກດການທີ່ໄດ້ເຫັນເຂົາຫຼີ້ນແລຝຶກຊ້ອມເປັນເວລາສີບເດຶອນຜ່ານມາ ທັງຢູ່ໄທ ແລະຫວຽດນາມ.
ມີການສຳພາດ ພໍ່ແລະຜູ່ກ່ຽວໃນຄຳເຫັນທີ່ ນິນ ເອົາມາລົງໄວ້ໃນ ກະທູ້ນີ້ຂ້າງເທິງ,ລອງໄປເບິ່ງດູ.


໐ ກະທູ້
໓໙ ໂພສ
ຂາປະຈຳເວັບບອດ
ຕາເສຍດາຍເນາະ...................ນັກເທັນນິດສາວກະບໍ່ໄດ້ເຂົ້າທິມຊາດລາວຄືກັນຫວາ?????????
ລາວຕິດອັນດັບສິບນັກເທັນນິດທີ່ງາມທີ່ສຸດໃນໂລກພຸ້ນນະຕາເສຍດາຍອະຫຼີ.....ວ່າສິໄດ້ເຫັນຄົນງາມ

ໄປຊື້ນໍ້າປາໃຫ້ເມຍກອ່ນເດີ້.........................!!!!!!

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ tuluktm ຂຽນວ່າ...
ຕາເສຍດາຍເນາະ...................ນັກເທັນນິດສາວກະບໍ່ໄດ້ເຂົ້າທິມຊາດລາວຄືກັນຫວາ?????????
ລາວຕິດອັນດັບສິບນັກເທັນນິດທີ່ງາມທີ່ສຸດໃນໂລກພຸ້ນນະຕາເສຍດາຍອະຫຼີ.....ວ່າສິໄດ້ເຫັນຄົນງາມ


ເຈົ້າເວົ້າເຖິງນັກເທັນນິດ ຢູ່ອັງກິດ ຫັ້ນບໍ?


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ສະບາຍດີທຸກຄົນ,
ປັດຈຸບັນ ໂຄດທີມຊາດຄົນໃຫມ່ຂອງໂປແລນກຳລັໜຫາສ່ອງທາງທີ່ຈະດຶງເອົານັກເຕະຈາກເຢິຣະມັນໃຫ້ມາເຕະໃນທີມຊາດໂປແລນ :ເຊບາສຕຽນ ເບນີສ:ເກິດຢູ່ໂປແລນແຕ່ໄປໃຫຍ່ຢູ່ ເຢິຣະມັນທັງເຕະໃຫ້ທີມຊາດ ທີ່ມີອາຍຸຕ່ຳກວ່າ ຊາວເອັດປີ,ປາກໂປແລນບໍ່ໄດ້ ກັບນັກເຕະ ຊາວອິຕາລີທີ່ມີແມ່ເປັນ ຄົນເຊື້ອສາຍໂປແລນ ຊື່ ຟຣັນແຊສໂກ!ຫມໍນີ້ປາກພາສາແມ່ໄດ້.
ແລ້ວບັນຫາເຮົາມັນຂ້ອງຢູ່ກັບຂ້ອງໃນຂົນແຂ່ງເຮົາເອງ ຕາມວ່າ!!


໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢ່າຈົມກັບອາດີດທີ່ບໍ່ມີວັນຫວນຄືນມາໄດ້

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ xyz ຂຽນວ່າ...
ຢ່າຈົມກັບອາດີດທີ່ບໍ່ມີວັນຫວນຄືນມາໄດ້



ກະຈິງຄືເຈົ້າວ່າຫັ້ນແຫຼະ ແຕ່ວ່າ ວັນຫນຶ່ງຂ້າງຫນ້າອະດີດນັ້ນອາຈເປັນສ່ອງທາງທີ່ຈະພາໃຫ້ຫຼີກເວັ້ນຄວາມຜິດພາດດັ່ງຜ່ານມາ.
ຄວາມຈິງມັນກະມີພຽງວ່າເຮົາເປັນເຮົາແທ້ບໍຫຼືວ່າຕ້ອງໄດ້ຟັງພຸ້ນພີ້ຢູ່ບໍ່ແລ້ວ!
ຕາມຂ່າວວ່າ ຜູ່ກ່ຽວບໍ່ສາມາດຫຼີ້ນໃຫ້ທີມຊາດໄດ້ພຽງໃນຣະຍະຊີເກັມນີ້ເທົ່ານັ້ນວ່າຊັ້ນນະ! ອານາຄົດຕໍ່ໄປກະຈະສາມາດຫຼີ້ນໃຫ້ທີມຊາດໄດ້!!!
ນີ້ພາໃຫ້ງົງໃນການຕັດສິນຫຼືອອກຄຳເຫັນທີ່ ຫາ logic ບໍ່ເຫັນ.
ວ່າບໍ!?
ສະນັ້ນຈຶ່ງພໍສະລູບສັ້ນໆໄດ້ວ່າ :``ແສບໆໆໆໃຈ``.


໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ມື້ນີ້ນັ່ງກິນເຫຼົັ້າກັບໝູ່ ໝູ່ວ່າໄດ້ຍິນວ່າທາງການລາວໄດ້ຮ້ອງຜູ້ກ່ຽວກັບໄປລາວແລ້ວວ່າຊັ້ນ ( ຕາມໄດ້ຍິນເດີ )

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໜ້າເສຍດາຍຫຼາຍໆ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ETarBank ຂຽນວ່າ...
ມື້ນີ້ນັ່ງກິນເຫຼົັ້າກັບໝູ່ ໝູ່ວ່າໄດ້ຍິນວ່າທາງການລາວໄດ້ຮ້ອງຜູ້ກ່ຽວກັບໄປລາວແລ້ວວ່າຊັ້ນ ( ຕາມໄດ້ຍິນເດີ )


ແມ່ນແທ້ຫວະຫຼານແບ້ງ?
ຄັນຊັ້ນຫຼານມັກເບັຍແນວໃດ?
ອາວນີ້ ເອົາແຕ່ "Desperados" ເພາະດຽວນີ້ຢູ່ໄກກັນໂພດ ອາວຈຳຕ້ອງກິນເພຶ່ອ ແບບຕິດຫນີ້ຫຼານເອົາໄວ້ ຍົກສອງຂວດບາດດຽວແທນຫຼານ.
ຫາກວາສນາດີມີໂຊກ ໄດ້ກັບມາດອງຫຼານກັບກະແຕນ້ອຍກະຊິພົກມານຳຈັກໂຫຼຫນື່ງ!
ເປັນຂ່າວດີວິເສດແທ້ ຕ້ອງຫາເພີ້ມເຕີມຂ່າວສົດໆຮ້ອນເດິຫຼານ.
ບາງທີທາງຂ່າວລາວພັດຖິ່ນອາຈອອກໃນມື້ນີ້ ຈະເລາະຫາຟັງ.
ຂອບໃຈຫຼານຕູ້ສາສຸດໃຈເລີຍມື້ນີ້.


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຕ່ທີ່ຈິງສະພາບການນີ້ກະເປັນໄດ້ດັ່ງໃຈຂອງຜູ່ມີສີດຜູກຂາດເປັນເຈົ້າຂອງປະເທດ ປານ ຜະເດັດການ!!
ມັນກະແມ່ນຣະບອບຜະເດັດການແທ້ໆ.
ຫາກໃຜຍັງມີດິນມີດອນເປັນຂອງໂຕເອງຢູ່ກະດີ ແຕ່ໃຫ້ຣະວັງໄວ້ແນ່ ຢູ່ບໍ່ຢູ່ ດິນຕອນນັ້ນອາຈກາຍໄປເປັນຂອງອາເຊັງ ອ້າຍຫງຽນ ໄປແລ້ວ ແຕ່ເຈົ້າຍັງບໍ່ຮູ້ສື່ໆ!!
ໄດ້ເຫັນພຽງຮູບນັກເຕະຄົນນີ້ ບໍ່ໄດ້ເຫັນລວດລາຍໃນເດິ່ນ, ຜູ່ສັງເກດການທາງຫວຽດນາມເຫັນວ່າຫຼີ້ນດີ ວ່ອງໄວດີ, ມີເຕັກນິກດີ ເສັຍດາຍນໍ.
ຈັ່ງຊີ້ລະເຂົາວ່າ ກິນເຂົ້າໂຕ ຟັງຄວາມເພິ່ນ!
ຫຼືວ່າບໍ່ໄດ້ກິນເຂົ້າໂຕແລ້ວ ກິນເຂົ້າເພິ່ນຕ້ອງໄດ້ຟັງຄວາມເພິ່ນ!ໂອຍເວນກຳແທ້ໆ
ຢາກເກິດມາເປັນຜູ່ໃຫຍ່ເດ ແລະກະມີຣິດເດດ ຄື ໃນບົດເພງຂອງທ່ານຄຳຫຼ້າຫນໍ່ແກ້ວແຕ່ກີ້(ຕອນບ້ານເມືອງຕົກຢູ່ໃນພາວະຫມໍ້ແຫກແຕກໄຫພຸ້ນ!)ທີ່ວ່າ:

``ຂ້ອຍຢາກເປັນຄົນເລິດໃນເວດມົນຄາຖາ
ຈະຄູ້ມອານາລ້ານຊ້າງໄພ່ພົນພົ້ນໄພເສັຍກ່ອນ
ດຽວນີ້.ແກວແດງຫນ້າດ້ານຣານລຸກບ້ານປ່າຂາດອນ
ເກັນຫມູເກັນຫມາງົວຄວາຍໄປຫຼ້ອນສ້າງຄວາມເດືອດຮ້ອນໄປທຸກຫົນແຫ່ງ``

ແຕ່ວາສນາຂ້ອຍມັນຫາກສ້ວຍ ບໍ່ມີເວດມີມົນອີ່ຫຍັງ ມີແຕ່ຫົວມົນ ກັບອີ່ຫຍັງສອງອັນມົນໆ ເຮັດຫຍັງນຳບໍ່ໄດ້..
ແຕ່ຄິດວ່າຍັງພໍສ້າງຫຍັງຈັກຢ່າງໄດ້ ແຕ່ຊິມີໃຜເດຊິຢາກມາສ້າງນຳ!!!

ມີວິທີດຽວທີ່ໃຫ້ລືມເຣື້ອງອຸບາດນີ້ໄດ້ ກະພາກັນກິນເບັຍທຸກມື້ທຸກວັນ ບໍ່ຈຳເປັນຕ້ອງມາສົນໃຈກັບບັນຫາທີ່ຈະພາໃຫ້ສຫມອງປູ້!ຊ້ຳບໍ່ພໍຍັງໄປຕຳໃຈເພິ່ນແລ້ວຊິມີເຣື້ອງມີລາວກັນອື້ສາວ.

ຂໍໄຕ້ທຽນໄຫວ້ອາໄລນຳວິນຍານຂອງ``ວົງການ ຟູດບອນລາວ`` ທີ່ມີນ້ຳໃຈນັກກິລາຢ່າງພັນເປິເຊັນ ແຕ່ຊິເຮັດຈັ່ງໃດໄດ້ ຄຳສັ່ງມີມາຈັ່ງຊັ້ນເດນໍ!

ອະນິຈາ!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລີກເກັມໄປແລ້ວທາງອາຊີເຮົາພີ້ ກະບໍ່ມີການແຂ່ງຂັນຫຍັງກັນເລີຍບໍນໍ?
ເວົ້າເຖິງກິຣາເຕະບານ ທີ່ວ່ານີ້.
ຫາກວ່າມີການແຂ່ງຂັນຣະຫວ່າງຊາດ ໂຄດ ທີມລາວຈະເອີ້ນໃຜມາຫຼີ້ນໃຫ້?
ແລ້ວກັບມາຫາ ແອນໂທນີນຳອີກ ເຂົາຈະຖືກເອີ້ນເຂົ້າມາເຕະນຳບໍ?
ແລ້ວເຂົາກະຄິດຢາກຈະມາເປັນລາວຄືນຄືເກົ່າດັ່ງພໍ່ແມ່ຂອງເຂົາບໍ?
ມີໃຜຮູ້ເຣື້ອງນີ້ຊ່ອຍບອກໃຫ້ຮູ້ນຳແນ່!


໑໓ ກະທູ້
໑໐໓໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້ຈັກຊ້ຳ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ tomvt ຂຽນວ່າ...
ບໍ່ຮູ້ຈັກຊ້ຳ



ຮູ້ພຽງວ່າ ຢູ່ສະຫາຣັຖອະເມຣິກາ ທັງຄອບຄົວ ພໍ່ແມ່!!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໃຜອ່ານໄດ້ແລະເຂົ້າໃຈກະພາກັນມາອ່ານ ຫາກວ່າມີຫຍັງຂ້ອງໃຈກະຖາມມາແລ້ວຊິຫາທາງອະທິບາຍໃຫ້ (ແປຈາກຝຣັ່ງເສດເປັນຕົ້ນ)
http://forumlao.free.fr/forum/viewtopic.php?t=376


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຢາກໃຫ້ເຂົ້າຟັງຂ່າວການສຳພາດຫັ້ນເດິ!
http://forumlao.free.fr/forum/viewtopic.php?t=376


໒໔ ກະທູ້
໑໗໑໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຮູ້ຈັກ


ໜ້າທີ່ 2 ຈາກທັງໝົດ 3 ໜ້າ <<<123>>>