ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ກິລາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ກິລາ » ເປັນຫຍັງນັກເຕະນາມສະກຸນ ``ສະກຸນທອງ`` ຈຶ່ງຖຶກໄລ່ອອກຈາກທີມຊາດ?

ໜ້າທີ່ 3 ຈາກທັງໝົດ 3 ໜ້າ <<<123>>>


໗ ກະທູ້
໗໔໒ ໂພສ
ຊຳນານການເວັບບອດ
ເສຍດາຍເນາະ,,,,ຈັງແມ່ນຫຶກທາງການ

I will not say I failed 1000 times, I will say that I discovered there are 1000 ways that can cause failure_

໑໑ ກະທູ້
໑໑໐໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ຂໍມີຄວາມເຫັນ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ TuiFabregas ຂຽນວ່າ...
ເສຍດາຍເນາະ,,,,ຈັງແມ່ນຫຶກທາງການ



ຫາກວ່າມີຄວາມຈິງໃຈຢາກໃຫ້ ຜົນງານທາງກິລາປະເພດນີ້ຮຸ່ງເຮຶອງທຽມທັນຫມູ່ ເຮົາຕ້ອງເປັນເຮົາ
ການເມືອງຕ້ອງໄປຢູ່ໃນສພາ ບໍ່ມາກ່ຽວພັນນຳເດິ່ນບານ..ຝືກສອນກະຕ້ອງມີ ອິສຣະເສຣີໃນການຕັດສິນໃຈເລືອກ
ຫຼືຮຽກເອີ້ນເອົານັກເຕະມາຝືກຊ້ອມ..ຍາມນັ້ນມັນຈຶ່ງຈະມີຜົນງານ.
ນັກເຕະບານລາວເຮົາກະບໍ່ນ້ອຍຫນ້າໃຜໃນອາຊີ..
ຫາກວ່າການເມືອງມາໃຫຍ່ເຫນືອການກິລາແລ້ວແຫນງສູ້ຢ່າເຮັດສາຍັງດີກວ່າເສັຍເງິນງົປມານແຫ່ງຊາດລ້າໆ.
ເອົາມາແຈກໃຫ້ພວກສພພາກາແຟກິນເບັຍກັນຍັງຊິມີປະໂຫຍດກວ່າຢ່າງນ້ອຍກະຊິໄດ້ພາກັນຫຼໍ່ລື້ນຣະບົບປັດສະວະ....


໐ ກະທູ້
໖໐ ໂພສ
ຂາປະຈຳເວັບບອດ
ຕາມກົດຂອງແນວລາວຮັກຊາດຫລືຫຍັງນີ້ລະ ບໍ່ແນ່ໃຈ.ແມ່ນເພີ່ນຈະອານຸຍາດໃຫ້ຄົນທີ່ມີເຊື່ອສາຍລາວຢູ່ຕ່າງປະເທດ ສາມາດກັບມາຢູ່ປະເທດລາວແລະສາມາດຂໍເອົາຫລືຖືສັນຊາດລາວໄດ້.ແຕ່ການຖືນັ້ນເພີ່ນຈະບໍ່ອານຸຍາດໃຫ້ຖືສອງຊັນຊາດ.ເນື່ອງຈາກເພີ່ນເຫັນ
ວ່າມັນຈະເປັນຊ່ອງວ່າງໃຫ້ແກ່ບຸກຄົນທີ່ຈະຄິດທຳລາຍຊາດບ້ານເມືອງ.ຂ້າພະເຈົ້າຄິດວ່າ ເຖີ່ງຈະເປັນຄົນສັນຊາດລາວຫລືເຊື່ອສາຍລາວກໍ່ຕາມ
ຖ້າຄິດຈະກະທຳດີຕໍ່ແຜ່ນດິນແມ່ຫລືຜືນແຜ່ນດິນບັນພະບູລຸດຂອງພວກເຮົາກໍ່ສາມາດເຮັດໄດ້ຕະຫລອດເວລາ ຊ່ວຍດ້ານໜຶ່ງບໍ່ໄດ້ກໍ່ສາມາດ
ຊ່ວຍອີກຫລາຍໆດ້ານ ຂໍພຽງແຕ່ເຮົາຄິດດີແລະສ້າງແຕ່ສິ່ງດີໆ ໃຫ້ຄົນລາວ,ເຊື່ອສາຍລາວດັງກ້ອງ ປະກາດສັກດາໄປເລີ່ຍວ່າ:
"ເຮົາຄືຄົນລາວ,ຄົນລ້ານຊ້າງ,ລູກຫລານຟ້າງຸ່ມ,ຫລູກຫລານເຈົ້າໄຊເສດຖາ,ເຈົ້າອານຸວົງ...ຄົນລາວເຂົ້າໜຽວຈຳປາແດກ"
ດ້ວຍຄວາມເຄົາລົບ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Nor ຂຽນວ່າ...
ຕາມກົດຂອງແນວລາວຮັກຊາດຫລືຫຍັງນີ້ລະ ບໍ່ແນ່ໃຈ.ແມ່ນເພີ່ນຈະອານຸຍາດໃຫ້ຄົນທີ່ມີເຊື່ອສາຍລາວຢູ່ຕ່າງປະເທດ ສາມາດກັບມາຢູ່ປະເທດລາວແລະສາມາດຂໍເອົາຫລືຖືສັນຊາດລາວໄດ້.ແຕ່ການຖືນັ້ນເພີ່ນຈະບໍ່ອານຸຍາດໃຫ້ຖືສອງຊັນຊາດ.ເນື່ອງຈາກເພີ່ນເຫັນ
ວ່າມັນຈະເປັນຊ່ອງວ່າງໃຫ້ແກ່ບຸກຄົນທີ່ຈະຄິດທຳລາຍຊາດບ້ານເມືອງ.ຂ້າພະເຈົ້າຄິດວ່າ ເຖີ່ງຈະເປັນຄົນສັນຊາດລາວຫລືເຊື່ອສາຍລາວກໍ່ຕາມ
ຖ້າຄິດຈະກະທຳດີຕໍ່ແຜ່ນດິນແມ່ຫລືຜືນແຜ່ນດິນບັນພະບູລຸດຂອງພວກເຮົາກໍ່ສາມາດເຮັດໄດ້ຕະຫລອດເວລາ ຊ່ວຍດ້ານໜຶ່ງບໍ່ໄດ້ກໍ່ສາມາດ
ຊ່ວຍອີກຫລາຍໆດ້ານ ຂໍພຽງແຕ່ເຮົາຄິດດີແລະສ້າງແຕ່ສິ່ງດີໆ ໃຫ້ຄົນລາວ,ເຊື່ອສາຍລາວດັງກ້ອງ ປະກາດສັກດາໄປເລີ່ຍວ່າ:
"ເຮົາຄືຄົນລາວ,ຄົນລ້ານຊ້າງ,ລູກຫລານຟ້າງຸ່ມ,ຫລູກຫລານເຈົ້າໄຊເສດຖາ,ເຈົ້າອານຸວົງ...ຄົນລາວເຂົ້າໜຽວຈຳປາແດກ"
ດ້ວຍຄວາມເຄົາລົບ



ສະບາຍດີ

ຄີດໄປແຕ່ດົນວ່າ ກະທູ້ນີ້ ຕາຍໄປແບບທຳມະຊາດແລ້ວ ກັບມາຟື້ນຄືນອີກ..
ແມ່ນລະ ບັນຫາການຖຶສອງສັນຊາດນີ້ກຳລັງເປັນບັນຫາໃຫຍ່ໃນກະທູ້ໃໜ່ທີ່ຕັ້ງຂື້ນມາສົດໆຮ້ອນໆ.
ເປັນບັນຫາທີ່ ຍັງໃໜ່ສຳຫຼັບບາງຄົນທີ່ຍັງບໍ່ຮູ້ເຖິງຄວາມສຳຄັນອັນແທ້ຈິງ..
ຫຼາຍຄົນອອກຄວາມຄີດຄຳເຫັນໄປຕາມອາຣົມ!
ໂຕຢ່າງຂອງນັກເຕະບານຜູ່ນີ້ ທີ່ເກີດໄດ້ໃຫຍ່ມາຢູ່ສະຫາຣັຖ ແລ້ວຊິມາໃຫ້ຕັດຂາດໄປບາດດຽວ ໃນນາມຄົນໝຸ່ມ ອານາຄົດ, ການສຶກສາ..ແລະທຸກຢ່າງ!
ຢາກມາຖາມຄືນອີກຕໍ່ບັນດາທ່ານຜູ່ທີ່ອອກຄຳເຫັນທີ່ເປັນອະຄະມົງຄຸນທັງຫຼາຍນັ້ນວ່າ..
ຫາກທ່ານຕົກຢູ່ໃນສະພາບດຽວກັບນັກເຕະບານຜູ່ນີ້ ທ່ານກໍຈະເລຶອກແບບໃດ?
ສະຫຼະ ສັນຊາດ ທີ່ເກີດມາ ຫຼືມາຮັບເອົາສັນຊາດທີ່ພໍ່ແມ່ເກີດ?ແລ້ວປະຖີ້ມໄປໜົດທຸກຢ່າງ..
ມັນເປັນບັນຫາແບບສອງຈິດສອງໃຈ.
ກບສັນຊາດທີ່ຈະຮັບເອົາໄປຕລອດຊີວີດ ນັ້ນ ພຽງເພື່ອວ່າ ບາງໂອກາດຈະຖຶກຮຽກເອີ້ນໃຫ້ມາເຕະບານໃຫ້ທີມຊາດ..
ເວລາເຫຼືອນັນ້ນ ໄປນັ່ງເຈົ່າຢູ່ແຖວນ້ຳພຸເບິ່ງໜູ່ຄູ່ທີ່ມາຢ້ຽມຢາມປະເທດ ຍາມພັກແລ້ງ..
ຜູ່ກ່ຽວອາຈບໍ່ມີໂອກາດໄດ້ກັບໄປບ້ານເກີດທີ່ຕົນເກີດນັ້ນ!
ປະຖີ້ມທັງໜູ່ຄູ່, ທັງການສຶກສາ ແລະທຸກຢ່າງ!!
ແມ່ນຕິດຽວນີ້ ລາວ ກັບອະເມຣິກາພົວພັນກັນດີ ແຕ່ ກົດໜາຍ ``ອິມິເກຣຊັນ`` ມັນຄົນລະເຣື້ອງກັນ!!
ແຕ່ຈັ່ງໃດກໍດີ ການທີ່ແນມເຫັນແຕ່ວ່າຄົນລາວນຳກັນຊິມາຄີດແນວບໍ່ດິບບໍ່ດີແກ່ປະເທດຊາດຫັ້ນສົມຄວນປ່ຽນທິດທາງໄປອີກຈັກ ໑ ເປິເຊັນກະດີ!!
ສ້າງແຕ່ສັດຕູໄວ້ຢູ່ເລື້ອຍ.
ຄົນໂຕ ຖຶເປັນສັດຕູ ແລະເປີດຮົ້ວໃຫ້ງົວປ່າເຂົ້າທຸກຮ່ອມຫັ້ນບໍ່ເຫັນຄວາມເສັຍຫາຍ!
ຫາກເປັນຈັ່ງຊີ້ ແລ້ວຄຳຂວັນທີ່ນຳມາໃຊ້ດ້ວຍການຮຽກຮ້ອງໃຫ້ຄົນລາວ ຈາກສາຣະທີດໂລກມາຊ່ອຍກັນສ້າງແປງບ້ານເມຶອງຫັ້ນມັນ ກະບໍ່ມີຄວາມໜາຍແຫຼະ!
ຫາກຄວາມບໍ່ໄວ້ວາງໃຈກັນມີຢູ່ ກະມີແຕ່ຈະເກີດການຜິດຖຽງກັນ, ເກີດຄວາມບໍ່ໜັ້ນໃຈແລະເຊື່ອໃຈກັນ ມັນກະຊິພາໃຫ້ແຕ່ເກີດແຕກແຍກກັນຢູ່ສ່ຳນັ້ນ.
ຫາກບໍ່ຈິງໃຈກັບມາເພື່ອຫວັງຈະຊ່ອຍກັນໃຜຈະມາ..
ບາດມາແລ້ວຊ້ຳມາເຮັດຈັ່ງຊີ້ໃສ່ກັນມັນ ເຈັບແສບພໍໆປານກັນກັບວ່າຕົບຫົວແລ້ວຍັງມາເຕະກົ້ນນຳອີກຫັ້ນ!!

ໃນອາທີດທີ່ແລ້ວ ນັກເຕະ ອະດີດ ທີມເຍົາວະຊົນ ຂອງເຢິຣະມັນ ຊື່ວ່າ ``ເຊບາສຕຽນ ເບນີສ`` ທີ່ ທາງ ທີມຊາດໂປແລນໄດ້ ພະຍາຍາມຮຽກຮ້ອງໃຫ້ມາເຕະໃນທີມຊາດ ກະໄດ້ມາ ເພາະຕັດສີນໃຈຢາກເປັນນັກເຕະທີມຊາດ ທີ່ຕົນມີເຊື້ອສາຍ-ມີສາຍເລຶອດ ເປັນຄົນໂປແລນ!
ເວົ້າຄວາມໂປແລນກະຍັງບໍ່ຖ້ອງ!
ໃນທີມຊາດຂອງເຢິຣະມັນ ປາງ ແຊມໂລກປີນີ້ ກະມີນັກເຕະເຊື້ອສາຍໂປແລນ ສາມຄົນ, ເຕິຣະກີ ໑ ຄົນ, ອີກເຊື້ອສາຍ ອາຫຼັບ ໑ ຄົນ ແລະ ເຊື້ອສາຍ ບຣາຊິລນຳອີກ!! ແລະ ບົວແຕງ ້ອາຍນ້ອງກັນ ເຕະໃຫ້ຄົນລະທີມຊາດ ຜູ່໑ ທີມຊາດເຢິຣະມັນ ຜູ່໑ ທີມຊາດ ການາ!

ເຮົາມີຄົນເຮົາເອັງແທ້ໆຍັງ ເວົ້າຈາກັນບໍ່ຕົກລົງປົງໃຈໄດ້!

ເວົ້າຫຼາຍກະນ້ຳລາຍແຫ້ງ!!

ຊ້ຳບໍ່ພໍໜູ່ຍັງຫາວ່າເຮົາສ້າງຄວາມປັ່ນປ່ວນ!
ແລະຄີດໄປວ່າ ເຮົາຫວັງໄປໃນທາງບໍ່ດີແກ່ປະເທດຊາດ!!


໕ ກະທູ້
໓໓໖ ໂພສ
ຊຳນານການເວັບບອດ

ຮັກແທ້ມີຢູ່ໃສຫວະ?

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ka ຂຽນວ່າ...



ກາເອີຍວ່າອີ່ຫຍັງ.

ເອົາກົດໝາຍນີ້ມາໃຫ້ອ່ານຫຼີ້ນນຳກັນ ແມ່ນທ່ານໄຜ່ໝາມຮຽບຮຽງມາຈາກກົດໜາຍຣະຫວ່າງຊາດ ກ່ຽວກັບສິດທິມະນຸດ..ສາມມາຕຣາ.

``ມາຕຣາ ໑໓.
(໑) ບຸກຄົນທຸກຄົນ ມີສິດທີ່ຈະທ່ອງທ່ຽວໄປມາ ໂດຍເສຣີ ແລະ ເລືອກທີ່ຕັ້ງພຸມລຳເນົາ ຢູ່ພາຍໃນລັດໃດລັດນຶ່ງ.
(໒) ບຸກຄົນທຸກຄົນ ມີສິດທີ່ຈະຈາກປະເທດໃດປະເທດນື່ງໄປ ນັບທັງປະເທດຂອງຕົນ ເອງດ້ວຍ ແລະ ກັບຄືນມາປະເທດຂອງຕົນໄດ້.

ມາຕຣາ ໑໔.
(໑) ບຸກຄົນທຸກຄົນ ເມື່ອຖືກບຽດບຽນ ຂ້ຽວເຂັນນັ້ນ ມີສິດທີ່ຈະອາໄສ ແລະ ຮັບເອົາທີ່ອາໄສໃນປະເທດອື່ນກໍໄດ້.
(໒) ສິດສ່ວນນີ້ ບໍ່ໃຫ້ອ້າງອອກໄດ້ ໃນກໍຣະນີທີ່ຄຳຮ້ອງຟ້ອງກ່າວຫາ ຫາກມີເຫດຜົນ ຕາມຄວາມຈິງ ອັນກ່ຽວແກ່ໂທດທາງກົດໝາຍ ຣະຫ່ວາງຊາດ ຫລື ກ່ຽວເຖິງການກະທຳທີ່ຂັດ ຕໍ່ຫລັກການ ແລະ ຄວາມມຸ້ງໝາຍຂອງ ສະຫະປະຊາຊາດ.

ມາຕຣາ ໑໕.
(໑) ບຸກຄົນຜູ່ໃດ ກໍມີສິດທີ່ຈະມີສັນຊາດ.
(໒) ບໍ່ມີຜູ່ໃດເລີຍ ທີ່ຈະຖືກຖອນສັນຊາດຂອງຕົນ ໂດຍລຳພັງໃຈ ຫລື ຖືກຖອນສິດ ໃນການປ່ຽນສັນຊາດ.``

ສຶກສາກັນດີໆແລ້ວ ພາກັນເຊົາຕິຜູ່ອື່ນ.
ແລະສັງຫອນອີ່ຫຍັງແນ່ຈັກຢ່າງວ່າ ເຈົ້າກະມີສິດແທ້ບໍ?


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ມີຄວາມເຫັນໃດໆຈາກໃຜຜູ່ມີຄວາມຮູ້ທາງນີ້ມາເວົ້າສູ່ຟັງຈັກຄົນ.ພາກັນໄປບວດເປັນພະລືສີໄປໜົດແລ້ວກະບໍ່ຮູ້!
ແຕ່ໃຜຊິມາສົນໃຈແນວວ່າເປັນບັນຫາຂີ້ໄກ່.
ບໍ່ຕ້ອງສົນກັນດີກວ່າ
ມາສົນໃຈກັນວ່າມື້ນີ້ໃຜນຸ່ງສົ້ງຢິນໃໜ່ໆ,
ໃຜຍ້ອມຜົມສີໃດກັນ,
ໃຜຂີ່ຣົຖຍິ່ຫໍ້ໃດແລະຣຸນໃດກັນ!
ຫາກວ່າບັນຫານັ້ນບໍ່ຖືກໂຕເອງກະບໍ່ສົນໃຈ.ແມ່ນແຕ່ວ່າຢາກຮຽນຮູ້ໄວ້ບາດຫ່າໄດ້ໄປເປັນເລຂາທູດຢູ່ໃສກະພໍຊິໄດ້ຮູ້ເວົ້າໂລມ
ນຳໜູ່ຍາມໄປກິນລ້ຽງໃນແວດວົງນັກການທດຫຼື ປັນຍາຊົນ.
ກົດໜາຍສາກົນແບບນີ້ ເບິ່ງໄປໃນທັສນະຂອງຄົນລາວເຮົາວ່າກັນໄປຈັ່ງໃດ?
ຣັຖບານເຮົາກະເຊັນຮັບຮູ້ກົດເກນອັນນີ້ ແລ້ວໃນພາກໂຕຈິງເປັນຈັ່ງໃດ?
ຊ່ອຍມາບອກໃຫ້ຮູ້ນຳແນ່!

ນອກເຣື້ອງນອກລາວໄປແລ້ວ!
ໃນໃຈເຂົ້າມາວ່າຢາກຖາມຫານັກເຕະຜູ່ນີ້ ພັດເສຶອກໄປທາງໃໜ່.
ໃນ ຊູຊູກີ ຄັບນີ້ ກະໄດ້ເອີ້ນໜໍນີ້ມາເຕະຮ່ວມນຳຫຼືບໍ່?
ແຟນເຕະບານທັງຫຼາຍຊ່ອຍແຈ້ງຂ່າວໃຫ້ຮູ້ນຳແນ່!
ທີມຊາດລາວກະວ່າໄດ້ເຂົ້າຮອບນຳເຂົາໄປແລ້ວຫັ້ນໄປເຈິໃຜກັນ?


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເກັບມາໃຫ້ນັກເຕະບານທັງຫຼາຍໃຫ້ເບິ່ງແລະຖອດຖອນເຕັກນິກຖນົນນີ້ເອົາໄປໃຊ້ອາຈເປັນຜົນດີໃນຊູຊູກີ ຄັບ!

Linkບານຖນົນ!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຫັນວ່າທີມຊາດລາວໂດນທີມອິນໂດເນເຊັຍຢຽບວອດວາຍໄປ.ກຄີດວ່າຄົງເງີຍຫົວຂື້ນໄດ້ໃນການປເຊີນກັບທີມ ມາເລເຊັຍມື້ນີ້.
ຢາກຮູ້ນຳເດວ່າດຽວນີ້ໃຜເປັນໂຄສທີມລາວ?
ຫາກເອົາຊະນະໄດ້ຄົງໄດ້ເຂົ້າຮອບຕໍ່ໄປ ຫາກຕີສເມິຢ້ານວ່າໜົດຫົນທາງ..
ແຕ່ບໍ່ຮູ້ບໍ່ເຫັນການເເຊ່ງຂັນນັ້ນ ຈົ່ງຊ່ອຍບອກໃຫ້ຮູ້ນຳແນ່!
ໃຜໄດ້ເບິ່ງ Insane street football ທີ່ເອົາມາໃຫ້ສອງສາມວັນກ່ອນຂ້າງເທີງນີ້ ຫາກວ່າເປັນນັກກິລາເຕະບານສົມຄວນເບິ່ງ.
ລາວສູ້ໃຫ້ສົມຊື່..


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍ້ອນການບົ່ງບັນຍັດທີ່ໄຮ້ຄວາມຮິ່ນຕອງແລະແນມເຫັນຜົນປະໂຫຍດຂອງໂຕເອງ
ຈຶ່ງພາກັນໄດ້ແຕ່ກິນແໝງໃຈຍາມໄປເຕະບານບ້ານໜູ່ເສັຍ ສີ່ຫ້າປະຕູຕໍ່ສູນ.
ນ້ຳໃຈນັກກິລາລາວໜັ້ນຍືນ.
ເປັນນັກກິລາຄວນຫ້າງຫານ້ຳໃຈນັກກິລາໄວ້ແນ່ຈັກເປິເຊັນກະດີ.


໒໓ ກະທູ້
໒໖໓ ໂພສ
ນັກການກະທູ້
ໂອ໋ ແມ່ນໄດ໋ເນາະ ເຫັນດີນຳເດີ


໑ ກະທູ້
໒໔໐ ໂພສ
ນັກການກະທູ້
ບໍ່ຮູ້ໄດ໋ນີ້

ກູເຮັດຫຍັງກາຜິດ ໃຫ້ໄດ້ໃຈມືງສະ
ອົກຫັກດີກ່ວາຮັກບໍ່ເປັນ


໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ການໃຫ້ສັມພາດ ຂອງ ທ່ານ ດາວອນ ສະກູນທອງ ຜູ້ເປັນພໍ່ຂອງທ້າວ Anthony ສະກູນທອງ ອາຍຸ20ປີ ນັກເຕະບານ ຈາກ ນະຄອນ Seattle ຣັຖວໍຊີງຕັນ (Washington State) ຊື່ງເປັນນື່ງໃນ ຕົວເດັ່ນ ຂອງທີມຊາດລາວ ເພື່ອເຂົ້າແຂ່ງຂັນ ເຕະບານ SEA GAMES ຄັ້ງທີ່ 25 ທີ່ ສປປລາວ ເປັນເຈົ້າພາບ ແຕ່ຕົກມາໃນ ບັ້ນທ້າຍ ກ່ອນງານມະຫາກັມ SEA GAMES ຈະໄຂຂື້ນຢ່າງ ເປັນທາງການ ບໍ່ເທົ່າໃດສັປດາ ຂ້າງໜ້ານີ້ ທາງການ ສປປລາວ ປະຕິເສດວ່າ ທ້າວ Anthony ບໍ່ສາມາດເຂົ້າ ຮ່ວມທີມຊາດລາວ ເຕະບານ ໄດ້ ຍ້ອນບັນຫາເຣື້ອງ ການຖື2ສັນຊາດ ຊຶ່ງແມ່ນທາງການ ສປປລາວ ເປັນຜູ້ອອກສັນຊາຕໃຫ້. ເຣຶ້ອງດັ່ງກ່າວ ໃນຄັ້ງນີ້ເກີດຂື້ນ ໄດ້ແນວໃດນັ້ນ ເຊີນທ່ານຕິຕາມ ຮັບຟັງການສັມພາດ ໄດ້ເລີຍ... ສເນີໂດຍ: ໄມຊູລີ


Photo: RFA
Anthonyສະກູນທອງນັກເຕະບານລາວຈາກສະຫະຣັດ(ຊ້າຍ) ຖືກຕັດຈາກທີມຖ່າຍຮູປກັບຫົວໜ້າຄຣູຝຶກຂອງທີມຊາຕລາວ.

ຂ່າວຈາກ http://www.rfa.org/lao/...%20-10092009130253.html


ໜ້າຈະຖືກຄວາມອ້າຍນິນວ່າ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ viengkeo ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ການໃຫ້ສັມພາດ ຂອງ ທ່ານ ດາວອນ ສະກູນທອງ ຜູ້ເປັນພໍ່ຂອງທ້າວ Anthony ສະກູນທອງ ອາຍຸ20ປີ ນັກເຕະບານ ຈາກ ນະຄອນ Seattle ຣັຖວໍຊີງຕັນ (Washington State) ຊື່ງເປັນນື່ງໃນ ຕົວເດັ່ນ ຂອງທີມຊາດລາວ ເພື່ອເຂົ້າແຂ່ງຂັນ ເຕະບານ SEA GAMES ຄັ້ງທີ່ 25 ທີ່ ສປປລາວ ເປັນເຈົ້າພາບ ແຕ່ຕົກມາໃນ ບັ້ນທ້າຍ ກ່ອນງານມະຫາກັມ SEA GAMES ຈະໄຂຂື້ນຢ່າງ ເປັນທາງການ ບໍ່ເທົ່າໃດສັປດາ ຂ້າງໜ້ານີ້ ທາງການ ສປປລາວ ປະຕິເສດວ່າ ທ້າວ Anthony ບໍ່ສາມາດເຂົ້າ ຮ່ວມທີມຊາດລາວ ເຕະບານ ໄດ້ ຍ້ອນບັນຫາເຣື້ອງ ການຖື2ສັນຊາດ ຊຶ່ງແມ່ນທາງການ ສປປລາວ ເປັນຜູ້ອອກສັນຊາຕໃຫ້. ເຣຶ້ອງດັ່ງກ່າວ ໃນຄັ້ງນີ້ເກີດຂື້ນ ໄດ້ແນວໃດນັ້ນ ເຊີນທ່ານຕິຕາມ ຮັບຟັງການສັມພາດ ໄດ້ເລີຍ... ສເນີໂດຍ: ໄມຊູລີ


Photo: RFA
Anthonyສະກູນທອງນັກເຕະບານລາວຈາກສະຫະຣັດ(ຊ້າຍ) ຖືກຕັດຈາກທີມຖ່າຍຮູປກັບຫົວໜ້າຄຣູຝຶກຂອງທີມຊາຕລາວ.

ຂ່າວຈາກ http://www.rfa.org/lao/...%20-10092009130253.html


ໜ້າຈະຖືກຄວາມອ້າຍນິນວ່າ




ຫາກຈະເວົ້າແບບພາສາຕລາດ ກະແມ່ນວ່າ ສານເອງມ້າງເອງ!!!


໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໜ້າເສຍດາຍນໍ


໔໘ ກະທູ້
໑໙໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂັດຜົນປະໂຫຍດຕິເບາະ

ຮັກ​ແທ້​ຄື​ແມ່​ຂ້າ ຮັກ​ຕໍ່​ມາ​ຄື​ແມ່ຂອງ ຮັກນ້ອງຕ້ອງໃຊ້ເງິນກີບ ແຕ່ຖ້າອ້າຍໃຊ້ເງິນໂດລານ້ອງແຮງຮັກ

໑໑໓ ກະທູ້
໒໔໓໑ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫັ້ນລະເປັນຫັຍງຕ້ອງໄລ່ນໍ


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ viengkeo ຂຽນວ່າ...
ໜ້າເສຍດາຍນໍ



ໃນວາດວົງຂອງການເມືອງ ເຂົາມັກສະຫຼະໄປໄດ້ຢ່າງໝ້າຕາເສີຍ!!
ໄທເຮົາເຈົ້າຂ້ອຍກະ ວ່າ ໝ້າເສັຍດາຍ!
ກະເສັຍດາຍແທ້ໆນີ້ລະ!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ kaopai ຂຽນວ່າ...
ຂັດຜົນປະໂຫຍດຕິເບາະ



ແງ່ນຶ່ງວ່າ ເພາະຍ້ອນໃນລາວບໍ່ມີໃຜຈະມີໄດ້ສອງສັນຊາດ!
ແຕ່ກ່ອນອອກໝັງສືຜ່ານແດນໃຫ້ເຂົາຫັ້ນພວກອາດຍາເຈົ້ານາຍຂີ້ໜາຈອກກະຮູ້ດີ(ຫຼືວ່າຕາບອດ!)ວ່າເຂົາມີສັນຊາດອື່ນຢູ່ ແຕ່ກະຍັງອອກໝັງສືໃຫ້ເຂົາ
ນີ້ຕິຄືບັນຫາ!
ທັງໆທີ່ຮູ້ແຕ່ກະຝືນເຮັດໄປ ແຕ່ບາດອີ່ພໍ່ໃຫຍ່ທາງຮານອຍສັ່ງມາກະຈຳເປັນນຕ້ອງເຮັດຕາມພໍ່ສັ່ງ
ໃຜຊິກ້າຂິນຄຳພໍ່!!


໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ viengkeo ຂຽນວ່າ...
ຫັ້ນລະເປັນຫັຍງຕ້ອງໄລ່ນໍ



ການໄລ່ແອນໂທນີອອກເປັນທາງອອກທີ່ເົອາໝ້າໄວ້ໄດ້ດີກວ່າການກະທຳອື່ນແມ່ນວ່າຈະເສັຍຜົນປະໂຫຍດ
ເສັຍໝ້າຢ່າງດຽວກັບຄົນລາວກັນເອງອະທິບາຍໄດ້ ແຕ່ຂິນຄຳສັ່ງຈາກຂັ້ນສູງນີ້ຕິມັນຂິນບໍ່ໄດ້.
ວາສນາຄົນລາວເຮົາມັນຫາກມີມາຈັ່ງຊີ້ແລະອາຈເປັນໄປຈັ່ງຊີ້ອີກນານຫາກເຮົາຍັງກົ້ມໝ້າກົ້ມຕາເບິ່ງແຕ່ຕູດເຂົາ
ແທນທີ່ຈະເງີຍໝ້າເບິ່ງຟ້າແລະເມັກໜອກ!!


ໜ້າທີ່ 3 ຈາກທັງໝົດ 3 ໜ້າ <<<123>>>