ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ກິລາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ກິລາ » ກອງເຊຍຫວຽດນາມ ມາແຕ່ໄສໃນຊີເກມ ຢູ່ລາວ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>


໔໐ ກະທູ້
໓໕໘ ໂພສ
ຊຳນານການເວັບບອດ
ສື່ ຕ່າງປະເທດງຶດ ກອງເຊັຍຫວຽດນາມ ທີ່ມີຫລວງຫລາຍ
ໂດຍສະເພາະ ກອງເຊຍເຕະບານ
ສື່ຕ່າງປະເທດກະສົງໄສວ່າ
ກອງເຊຍຫວຽດນາມ ມາແຕ່ໄສໃນຊີເກມ ຢູ່ລາວ
ມີຄົນລາວໄປເຊັຍຈັກເປີເຊນ ຄື ມາຫລາຍແທ້
ສີ່ຕ່າງປະເທດ ຕ່າງຄົນຕ່າງເດົາໄປ
ບາງຄົນກະວ່າ ຄົນຫວຽດນາມມີຫລາຍໃນລາວ ມາເຊັຍ ລະກະນັ່ງຣົດຈາກຫວຽດນາມ ມາເຊັຍ
ບາງຄົນກະວ່າ ຄົນລາວ ໄສ່ເສື້ອຫວຽດນາມໄປເຊັຍ
ໃຜຮູ້ບອກຂ້ອຍແນ່ ມີຄົນລາວໄປເຊັຍຫວຽດນາມຫລາຍບໍ່
ຄຶດວ່າກອງເຊັຍຫວຽດນາມທີ່ເປັນຄົນລາວມີຈັກເປິເຊັນ


໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຮັດວຽກຢູ່ພີ້


໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຖວຕລາດເຊົ້າ,ຂວາດິນແລະຕລາດອື່ນໆຫວຽດໄດ້ຢຸດໄປເລາະຂາຍເຄື່ອງແລ້ວກະພາກັນມາເຊຍ

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໖ ກະທູ້
໒໘໐ ໂພສ
ນັກການກະທູ້
ເຂົາເຈົ້າວ່າພວກຫວຽດເຫມົາລົດເມມາເເຕ່ບ້ານເຂົາພຸ້ນ ເເລະຍັງມີຫວຽດທີ່ຢູ່ວຽງ ເເລະຕ່າງເເຂວງນຳ


໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ບໍ່ມີຫຍັງແປກ ຫວຽດກັບລາວກະບໍ່ໄດໄກກັນ ຄົນຫວຽດຢູ່ລາວກະມີຫຼາຍ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໑໕ ກະທູ້
໑໒໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອັນນີ້ຕ້ອງໄດ້ຖາມຂາອອກຂາເຂົ້າ

〞 ┱3ц┏┓g 〝
Create weath by using wisdom,think ahead,stay one step ahead of others




໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫວຽດກັບໄທກະໄກທໍ່ໆກັນຢູ່ແຂວງຂ້ອຍຕິດຊາຍແດນຫວຽດເຂົາເຈົ້າເຂົ້າອອກໄປມາສະດວກຄືກັນກັບຄົນໄທນີ້ລະ
ອີກດ້ານນື່ງແມ່ນມາເຮັດວຽກຢູ່ລາວ,ດ້ວຍເຫດນັ້ນຈື່ງມີຫຽດຫຼາຍໃນລາວ.

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົນຫວຽດນາມອາໃສຢູ່ນະຄອນຫລວງວຽງຈັນເປັນຈຳນວນຫລວງຫລາຍ ນີ້ມັນບໍ່ແມ່ນເລື່ອງແປກ.. ອີກຢ່າງຊິຖາມວ່າ ລາວຈະເຊຍຫວຽດນາມບໍ່ ອັນນີ້ເປີເຊັນຫລາຍວ່າແມ່ນ ເພາະວ່າ ປະຫວັດສາດລາວບອກໄວ້ວ່າ ລາວ ຫວຽດນາມ ກຳບູເຈຍ ຄື 3 ປະເທດອ້າຍນ້ອງ ມີຫຍັງຊ່ວຍເຫລືອກັນຕະຫລອດໃນສະໄໝນັ້ນ.. ເຊື່ອວ່າຖ້າຄົນລາວເຊຍຫວຽດນາມ ຄືຊິບໍ່ແມ່ນເລື່ອງແປກ.. ຫວຽດນາມເຈິກັບມາເລຍໃນເຕະບາຍຊາຍ ເພື່ອຊິງຫລຽນຄຳ ຄາດວ່າຄົນລາວຈຳນວນຫລາຍຈະເຊຍຫວຽດນາມ ເນື່ອງຈາກປະຫວັດສາດບອກໄວ້ແນວນັ້ນ

<-----ຄົນໃຈດີແຟນຄລັບ

໖ ກະທູ້
໑໔໒ ໂພສ
ນັກການກະທູ້
ຄິດເອົາແຕ່ວ່າພົນລະເມືອງປະເທດລາວມີຄົນຫວຽດນາມຈັກເປີເຊັນ...
ບໍ່ຕ້ອງຄິດຫຍັງຍາກເນາະ ນັບແຕ່ກຳມະກອນ ຈົນຮອດພະນັກງານ ຫຼື ຜູ້ແທນກໍ່ມີ

ໃຜມີແຟນແລ້ວຢ່ານອກໃຈມາລົມສາວພັນລາວ

໑໓ ກະທູ້
໑໑໕໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຂົາຈັດໂປແກຮມທົວຊີເກມມາໂດຍສະເພາະພຸ້ນນະ ມາບັກຫລາຍໆ

ອີກຢ່າງຄົນລາວເຊຶ້ອສາຍຫວຽດ ແລະ ຄົນຫວຽດແທ້ໆຢູ່ນະຄອນຫລວງນິກະຫລາຍ

ທ້າວທອງໃສ

໓໘ ກະທູ້
໔໓໑໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແມ່ນໆ.. ລາວກັບຫວຽດນາມ ຢູ່ຄູ່ກັນມາຕະຫລອດ... ຂ້ອຍເຊຍຫວຽດນາມເດີ່ ສູ້ໆໆໆໆໆໆ ເອົາຊະນະມາເລເຊຍໃຫ້ໄດ້

<-----ຄົນໃຈດີແຟນຄລັບ

໐ ກະທູ້
໑໘ ໂພສ
ຂາປະຈຳເວັບບອດ
ອັນນີ້ມັນບໍ່ແມ່ນເລື່ອງແປກ ເພາະວ່າ ປະຫວັດສາດລາວບອກໄວ້ວ່າ ລາວເປັນເມື່ອງຂື້ນ ຫວຽດ


໒ ກະທູ້
໑໑໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຫວຽດມາຢູ່ລາວກະຫຼາຍແລ້ວ
ອີກຢ່າງຫວຽດ-ລາວໃກ້ກັນ ໄປມາສະດວກ ໝວດເພິ່ນກະພາກັນມາເຊຍກັນໄດ້ສະບາຍ
ເວົ້າເຖິງຫວຽດນາມມັກເລື້ອງກິລານິ ກະສຸດໆໃດ໋
ຄິດວ່າສ່ວນຫຼາຍເຂົາເຈົ້າຈະມາເບິ່ງແທ້ ແລະຈຳນວນໜື່ງກະອ້າຍນ້ອງລາວເຮົານີ້ລະ


໗ ກະທູ້
໑໕໘ ໂພສ
ນັກການກະທູ້
ແມ່ນໆ ສົງໃສຄືກັນ ມາແຕ່ໃສວະ

EVERYONE IS EMPOWER TO STOP UNSAFE BEHAVIORS

໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ສະຫນາມກະແຮ່ງໃກ້ທາງຫລັກຊາວເດ່ ຂີ່ອອກມາແຕ່ ດ່ານນ້ຳພາວແປບດຽວກະຮອດ ເຮິໆ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໑໖ ກະທູ້
໑໖໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ anusone ຂຽນວ່າ...
ອັນນີ້ມັນບໍ່ແມ່ນເລື່ອງແປກ ເພາະວ່າ ປະຫວັດສາດລາວບອກໄວ້ວ່າ ລາວເປັນເມື່ອງຂື້ນ ຫວຽດ


ໃຜວ່າລະວັງແນ່

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໐ ກະທູ້
໑໘ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ xyz ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ anusone ຂຽນວ່າ...
ອັນນີ້ມັນບໍ່ແມ່ນເລື່ອງແປກ ເພາະວ່າ ປະຫວັດສາດລາວບອກໄວ້ວ່າ ລາວເປັນເມື່ອງຂື້ນ ຫວຽດ


ໃຜວ່າລະວັງແນ່


ຄັນໝັ່ນອານໝັ່ນຕິດຕາມເບີ່ງກະຮູ້ຫັ້ນແຫຼະບໍ່ຈຳເປັນຕ້ອງໄປຟັງໃຜມາ ລອງໄປຊອກເບິ່ງຄືນເດີ້ ນັບຕັ້ງແຕ່ແຜ່ນນະໂຍບາຍ ກົດໝາຍຕ່າງໆ ລວມໄປຈົນຮອດ
ແຜນພັດທະນາເສດຖະກິດ ເກືອບວ່າແມ່ນອັນດຽວຂອງຫວຽດນາມ ເວົ້າງ່າຍຊະເປັນຫຍັງຄົນຊິໄດ້ຂື້ນຕຳແໜ່ງສູງໆລະດັບການນຳຕ້ອງໄປຮຽນຢູ່ຫວຽດນາມກ່ອນ (ຄັນເວົ້າພາສາງ່າຍໆແມ່ນຕ້ອງໄດ້ຮັບການເຫັນດີຈາກຫວຽດນາມກ່ອນຈື່ງຈະໄດ້ຂຶ້ນ)
ຄັນຊິເວົ້າໃຫ້ມ່ວນມັນກະແມ່ນຄວາມສຳພັນແບບພິເສດ ທີ່ເພິ່ນມັກເວົ້າຫັ້ນລະ


໔ ກະທູ້
໑໑໙໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄົນຫວຽດຢູ່ລາວລະກະມາແຕ່ບ້ານຂະເຈົ້າແດ່

ຄົນຄິດຮອດບ້ານ

໘ ກະທູ້
໒໔໑ ໂພສ
ນັກການກະທູ້
บ้านใกล้เรือนเคียง

มีบุนมีงาน ก่ต้องมากินบุนให้เจ้าพาบปีติดีใจแด่ล่ะ

ขอภัยเดี้ ข้าน้อยพิมตัวหนังสือไท บ่ได้ยู่หอพัก


໑ ກະທູ້
໘໙ ໂພສ
ຂາປະຈຳເວັບບອດ
ຢ່າໄປສົນໃຈເທາະນັກຂ່າວມັນກາປາກບອນຢູ່ແລ້ວກຽມຕົວກຽມໃຈເຊຍລາວພດີກວ່າ

ຖ້າຊິຕາຍຍ້ອນເວົ້າຄວາມຈິງກາໃຫ້ມັນຮູ້ໄປ

໒ ກະທູ້
໑໑໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ anusone ຂຽນວ່າ...
ອັນນີ້ມັນບໍ່ແມ່ນເລື່ອງແປກ ເພາະວ່າ ປະຫວັດສາດລາວບອກໄວ້ວ່າ ລາວເປັນເມື່ອງຂື້ນ ຫວຽດ


ປະຫວັດສາດຫົວໃດຂຽນນ່າ ເອໄາມາໃຫ້ອ່ານແດ່ດຸ
ທີ່ລະບົບ ນະໂຍບາຍຕ່າງໆມັນຄືກັນກະຍ້ອນມີລະບອບການເມືອງຄ້າຍຄືກັນ ຜູ້ນຳຫວຽດ-ລາວໄດ້ຕໍ່ສູ້ ເຮັດການປະຕິວັດນຳກັນ
ແລະເຫັນວ່າແນວທາງນີ້ເຮັດໃຫ້ປະເທດມີຄວາມຄວາມສະຫງົບ.... ບໍ່ມັກວ່າທີ່ປະເທດເຮົາມີຄວາມສະຫງົບ ປານນີ້


໒ ກະທູ້
໑໑໓໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ anusone ຂຽນວ່າ...
ອັນນີ້ມັນບໍ່ແມ່ນເລື່ອງແປກ ເພາະວ່າ ປະຫວັດສາດລາວບອກໄວ້ວ່າ ລາວເປັນເມື່ອງຂື້ນ ຫວຽດ


ປະຫວັດສາດຫົວໃດຂຽນນ່າ ເອົາມາໃຫ້ອ່ານແດ່ດຸ
ທີ່ລະບົບ ນະໂຍບາຍຕ່າງໆມັນຄືກັນກະຍ້ອນມີລະບອບການເມືອງຄ້າຍຄືກັນ ຜູ້ນຳຫວຽດ-ລາວໄດ້ຕໍ່ສູ້ ເຮັດການປະຕິວັດນຳກັນ
ແລະເຫັນວ່າແນວທາງນີ້ເຮັດໃຫ້ປະເທດມີຄວາມຄວາມສະຫງົບ.... ບໍ່ມັກວ່າທີ່ປະເທດເຮົາມີຄວາມສະຫງົບ ຊຳນີ້


໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ລາວເຕະກັບທີມອື່ນ ຫວຽດກະເຊຍລາວ
ບາດຫວຽດເຕະກັບຄົນອື່ນລາວກະເຊຍຫວຽດ
ບາດຫວຽດກັບລາວເຕະກັນ ເຊຍທາງໃຜທາງມັນ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ອ້າງເຖິງຂໍ້ຄວາມຈາກ anusone ຂຽນວ່າ...
ອັນນີ້ມັນບໍ່ແມ່ນເລື່ອງແປກ ເພາະວ່າ ປະຫວັດສາດລາວບອກໄວ້ວ່າ ລາວເປັນເມື່ອງຂື້ນ ຫວຽດ



ເປັນຕາສຽວນຳຄຳເວົ້າ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໔ ກະທູ້
໒໙໗໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ anusone ຂຽນວ່າ...
ອັນນີ້ມັນບໍ່ແມ່ນເລື່ອງແປກ ເພາະວ່າ ປະຫວັດສາດລາວບອກໄວ້ວ່າ ລາວເປັນເມື່ອງຂື້ນ ຫວຽດ


ເປັນຕັ້ງແຕ່ຕອນໃກວະ

ຊີວິດຄືບົດເພງ ເຮົາຕ້ອງບັນເລງເລື້ອຍໄປ

໒໘ ກະທູ້
໓໓໒໕ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ...
ອ້າງເຖິງຂໍ້ຄວາມຈາກ anusone ຂຽນວ່າ...
ອັນນີ້ມັນບໍ່ແມ່ນເລື່ອງແປກ ເພາະວ່າ ປະຫວັດສາດລາວບອກໄວ້ວ່າ ລາວເປັນເມື່ອງຂື້ນ ຫວຽດ



ເປັນຕາສຽວນຳຄຳເວົ້າ



ບາດແລ້ວເຊີນເອົາທີມທີ່ຊະນະເລີດມາລົງສະຫນາມກັບທີມລາວອີກໄດ້ບໍ!?


໐ ກະທູ້
໑໘໖ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ anusone ຂຽນວ່າ...
ອັນນີ້ມັນບໍ່ແມ່ນເລື່ອງແປກ ເພາະວ່າ ປະຫວັດສາດລາວບອກໄວ້ວ່າ ລາວເປັນເມື່ອງຂື້ນ ຫວຽດ



ຄຳເວົ້ານີ້ບໍ່ມີເອກະສານອ້າງອີງ,ເປັນພຽງມຸມມອງຂອງຄົນຜູ້ຫນຶ່ງທີ່ເບິ່ງຄວາມສຳຄັນຫວຽດ-ລາວແນວນັ້ນ.
ລາວ,ຫວຽດແລະກຳປູເຈ້ຍຊ່ອຍກັນຕໍ່ສູ້ໃນສະໃໝສົງຄາມປົດປ່ອຍຫົວເມືອງຂື້ນ,ສ່ຽງເປັນສ່ຽງຕາຍມານຳກັນ(ມີເອກະສານອ່ານທົ່ວໄປ
ນຳປື້ມປະຫວັດສາດລາວ,ແລະຫນ້າຈະມີເປັນພາສາອັງກິດຊອກເອົາເອງ)ດັ່ງນັ້ນຄວາມຮັກແພງທີ່ມີໃຫ້ກັນມັນຫຼາຍກ່ອນປະເທດ
ອື່ນໆ. ຄຳຖາມທີ່ວ່າລາວເປັນຫຍັງຈຶ່ງຕ້ອງໄປຮຽນການເມືອງກັບຫວຽດກ່ອນ,ຍ້ອນວ່າຫວຽດເຂັ້ມແຂງກ່ອນ,ແລະດ້ວຍສຳພັນທີ່
ແຫນ້ນກັນຢູ່ແລ້ວ,ປຽບຄືອ້າຍຖອດຖອນບົດຮຽນແລະຖ່າຍທອດໃຫ້ນ້ອງເພື່ອນຳພາປະເທດເປັນເລື່ອງບໍ່ແປກ.
ຖ້າຄິດຄືເຈົ້າເວົ້າ, ນັກສຶກສາລາວທີ່ໄປຮຽນຢູ່ຫຼາຍໆປະເທດໃນທຸກຂະແຫນງເດ້ຊັ້ນ,ລາວຈະບໍ່ເປັນຫົວເມືອງຂື້ນທົ່ວໂລກໄປ
ເລີຍເບາະ? ການທີ່ໄປຮຽນຮູ້ແລະສົ່ງຄົນໄປຮຽນຈາກປະເທດອື່ນບໍ່ໄດ້ໝາຍຄວາມວ່າເປັນຫົວເມືອງຂື້ນໃຜ,ຜູ້ໃດຈະເລີນກ່ອນ
ຜູ້ໃດເກັ່ງກ່ອນເຮົາກໍ່ຕ້ອງໄປຮຽນນຳ.


໐ ກະທູ້
໑໘໖ ໂພສ
ນັກການກະທູ້
ຢ່າລືມວ່າປະເທດທີ່ເປັນສັງຄົມນິຍົມມີຫນ້ອຍບວກກັບຄວາມເປັນມິດແທ້ບໍ່ຖີ້ມກັນ, ຂັດໄປຂັດມາເຫຼືອຈັກປະເທດ
ທີ່ລາວຈະໄປຮຽນການເມືອງແລະຖອດຖອນບົດຮຽນນຳໄດ້?


໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຄິດວ່າຫວຽດ50ລາວ50

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

໕ ກະທູ້
໒໒໙໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ແຕ່ວ່າລາວກັນຫວຽດຄືອ້າຍນ້ອງກັນເດ

ໂອກາດບໍ່ເຄີຍມາຫາເຮົາ ມີແຕ່ເຮົາສ້າງໂອກາດເອົາເອງ

ໜ້າທີ່ 1 ຈາກທັງໝົດ 2 ໜ້າ <<<12>>>