ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ບັນເທີງ » ກິລາ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້. ຫາກຕ້ອງການແຈ້ງກະທູ້ຜິດກົດລະບຽບ ໃຫ້ໂພສໄດ້ທີ່ http://punlao.com/webboard/topic/3/index/288147/
ບັນເທີງ » ກິລາ » ນັກກິລາເຕະບານ

ໜ້າທີ່ 1 ຈາກທັງໝົດ 4 ໜ້າ <<<1234>>>


໖ ກະທູ້
໘໗ ໂພສ
ຂາປະຈຳເວັບບອດ
ໄດ້ຍີນຂ່າວມາວ່າກ່ອນນັກກິລາເຕະບານໄທຈະກັບປະເທດ ເຂົາເຈົ້າໄດ້ເຮັດພາລະກິດອັນໃຫຍ່ໃຫ້ກັບຫມູ່ບ້ານນັກກິລາ ແລະ ແມ່ບ້ານທີ່ຢູ່ໃນຫັ້ນໂດຍທີ່ວ່າພວກເຂົາໄດ້ຍ່ຽວໃສບ່ອນນອນໂຕເອງຫມົດທຸກຄົນ ແລ້ວກໍ່ກັບປະເທດຢ່າງຫນ້າຕາເສີຍ

ອັນທີ2 ນັກກິລາເທັກຄວນໂດໄທໄດ້ຖີບປ້າຍນາງສາວຈົນແຕກເສຍຫາຍຫມົດຍ້ອນເສຍໃຈເລື່ອງຫຍັງກໍ່ບໍ່ຊາບນຳເພີ່ນ

ອັນທີ3 ຊາວໄທຈຳນວນຫນື່ງໄດ້ຈັບເງີນໃບສິບພັນກີບອອກມາຖາມແມ່ຄ້າຄົນຫນື່ງວ່າ"ບັກອັນນີ້ມັນແມ່ນໃຜ"
ແຕ່ແມ່ຄ້າຄົນນັ້ນກໍ່ບໍ່ສົນໃຈໄດ້ຈັບເງີນຮ້ອຍບາດມາຖາມຜູ້ນັ້ນຄືນຄືກັນວ່າ"ບັກອັນນີ້ມັນແມ່ນໃຜ"
(ເລື່ອງນິແມ່ນແມ່ຄ້າຄົນຫນື່ງທີ່ຂ້າພະເຈົ້າໄປຊື້ເຄື່ອງຢູ່ຮ້ານເພີ່ນ, ເພີ່ນກະເລີຍເວົ້າສູ່ຟັງ ເປັນຫຍັງຄືມາດູຖູກກັນແນວນິວະ)

ເພື່ອນໆໄດ້ຍີນຂ່າວນີ້ຢູ່ຫວາ ຂພຈໄດ້ຍີນມາເຈັບໃຈຂະຫນາດຢາກຈັບມັນມາເອົາຍ່ຽວສາດຫນ້າມັນ(ໃຈຮ້າຍ)


໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກະໄດ້ຍິນເລື່ອງນັກກິລາເຕະບານຢູ່..ແຕ່ບໍ່ແນ່ໃຈວ່າຂ່າວລື ຫຼື ແທ້..
ແຕ່ເລື່ອງສອງເລື່ອງສາມ..ຫາກະຮູ້ກັບເຈົ້າ..
ຈັ່ງໃດກະຂໍໃຫ້ຊັດເຈນແດ່..
ເພາະຂ້ອຍບໍ່ກ້າໂພສຄຳເຫັນຊຸ່ມສີ່ຊຸ່ມຫ້າ..
ເຄີຍມີປະສົບການລ່ະ..


໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໔໐ ກະທູ້
໓໕໘ ໂພສ
ຊຳນານການເວັບບອດ
ຂ່າວລືຫລາຍເນາະ ຂ່າວ ເບີເປົາ ກະຍັງມີ
ຄົນໄທຍຄູ່ມື້ນີ້ ສິຂ້າກັນຕາຍກະຍ້ອນຂ່າວລື ປ່ອຍຂ່າວໄປ ປ່ອຍຂ່າວມາ ຈັກອັນໃດແທ້ ອັນໃດຫລອກ
ອັນໃດ ທີ່ເປັນເລື້ອງ ເວົ້າກັນຊື່ໆ ກະຍ່າສົນໃຈ ອາດຈະມີຄົນໄດ້ປະໂຫຍດ ຈາກຂ່າວລື ທີ່ເວົ້າມາ


໓໑ ກະທູ້
໒໐໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ກາຄືຊິແທ້ເພາະໄດ້ຍີນຜູ້ໃຫຍ່ເວົ້າ


໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໑໕ ກະທູ້
໑໒໑໔ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຂ່າວ ລື ຫຼື ບໍ ເເທ້
ກາບໍ່ຮູ້ຄຶກັນ

ເພາະເປັນການເລົ່າຕໍ່ກັນຝັງ

ຂໍເເຕ່ວ່າຢ່າໃຫ້ເລຶ່ອງເເບບນີ້ເກີດຂຶ້ນໃຫ້ ຂ້າພະເຈົ້າເຫັນກາເເລ້ວກັນ

ເເມ່ນກັບບ້ານບໍ່ໄດ້ເດັດຂາດ ຊີວ່າບໍ່ເຕືອນ( ບໍ່ແມ່ນວ່າໂຫດດອກ ,ເເຕ່ກາໜ້ອຍໜື່ງ )

ຄົນເຮົາຍ່ອມມີກຽດສັກສີຄື ກັນ
ມີສະໝອງ,ມີຕີນ,ມີມື,ຄືກັນ
ຄົນເຮົາເກ່ງຄືກັນໝົດທຸກຄົນຢູ່ໃນໂລກນິ້ເເຕ່ເສຍເເຕ່ວ່າ
ບໍ່ໄດ້ຝືກຝົນຫລາຍເທົ່ານັ້ນເອງ


ຊີເວົ້າເເລ້ວ ການດູຖູກກັັນຫັ້ນມັນກາເປັນສີ່ງທີ່ ບໍ່ດີຫັ້ນເເລະ
ຊາດໃຜ,,,ໃຜກາຮັກຫັ້ນເເລະ
ຂໍໃຫ້ເຂົ້າໃຈນຳກັນ

ເຮົານີ້ເປັນຄົນບໍ່ມັກດູຖູກຄົນດ້ວຍກັນ


〞 ┱3ц┏┓g 〝
Create weath by using wisdom,think ahead,stay one step ahead of others




໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໐ ກະທູ້
໖໔ ໂພສ
ຂາປະຈຳເວັບບອດ
Man...Is ThiZ For Real.?


໓໑ ກະທູ້
໒໓໕໐ ໂພສ
ທີມງານພັນລາວ
ສົງໃສ ມື້ຄືນເຂົາບໍ່ໄດ້ໃສ່

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເລື່ອງນີ້..ເປັນພຽງຂ່າວລືເນີ້..
ດ໋ຽວມື້ອື່ນ..ຂ້ອຍຈະໂພສຊີ້ແຈງ..
ຕອນນີ້ຫາກະໂພສ..ດອນຊິງຊູ້ ຕອນສາມ..ແລ້ວ(ຖືໂອກາດໂຄສະນາ)
ຈັ່ງໃດກະໄປອ່ານກັນເນີ້..
ອິອິອິອິ


໐ ກະທູ້
໓໙ ໂພສ
ຂາປະຈຳເວັບບອດ
ຂ້າພະເຈົ້າກະໄດ້ຍິນມາຄືກັນ...............ອັນທີມັນຂີ້ມັນຍ່ຽວຫັ້ນແມ່ນພວກນັກກິລາເຕະບານຍິງຂອງປະເທດໄທ
ມັນຕັ້ງຊົ່ວແທ້ຊົ່ວວ່າເນາະ..........ອັນຄວາມຊົ່ວຂອງມັນນິ

ໄປຊື້ນໍ້າປາໃຫ້ເມຍກອ່ນເດີ້.........................!!!!!!

໓ ກະທູ້
໓໐໕ ໂພສ
ຊຳນານການເວັບບອດ
ohhhhhhhhh

//ໂລກສອນໃຫ້ມະນຸດຮູ້ຈັກການປ່ຽນແປງ ແຕ່....ໂລກກໍ່ພັດສອນໃຫ້ມະນຸດຮູ້ຈັກຜູກພັນ

໑ ກະທູ້
໒໖ ໂພສ
ຂາປະຈຳເວັບບອດ
ວ່າກັນວ່າຂ່າວລືສາມາດປ່ຽນໝາກກ້ວຍໃຫ້ເປັນໝາກຖົ່ວລຽນໄດ້, ຈັ່ງໃດກະຖ້າຟັງທ່ານເບວເວົ້າກ່ອນ


໑໓ ກະທູ້
໔໔໓ ໂພສ
ຊຳນານການເວັບບອດ


໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຍັງຊອກຫາຂໍ້ມູນຄວາມເປັນຈິງກັບເລື່ອງດັ່ງກ່າວນີ້ຢູ່ວ່າມັນເປັນຈັ່ງໃດມາຈັ່ງໃດມີຈິງແທ້ບໍ
ເຖິງຈັ່ງໃດກໍ່ຕາມບໍ່ຢາກໃຫ້ມີເລື່ອງນີ້,ແຕ່ຖ້າມີອີ່ຫລີ້ລະ ເຮີ້ໆໆ ຈັ່ງເບິ່ງ ຈັ່ງເບິ່ງ..!

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

໔໐ ກະທູ້
໓໕໘ ໂພສ
ຊຳນານການເວັບບອດ
ໃຜເຊື່ອຄົນງ່າຍ ກະຊິຕາຍຍ້ອນຂ່າວ ຂໍບອກຊ່ຳນີ້ຫລະ


໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າງເຖິງຂໍ້ຄວາມຈາກ ETarBank ຂຽນວ່າ...
ຍັງຊອກຫາຂໍ້ມູນຄວາມເປັນຈິງກັບເລື່ອງດັ່ງກ່າວນີ້ຢູ່ວ່າມັນເປັນຈັ່ງໃດມາຈັ່ງໃດມີຈິງແທ້ບໍ
ເຖິງຈັ່ງໃດກໍ່ຕາມບໍ່ຢາກໃຫ້ມີເລື່ອງນີ້,ແຕ່ຖ້າມີອີ່ຫລີ້ລະ ເຮີ້ໆໆ ຈັ່ງເບິ່ງ ຈັ່ງເບິ່ງ..!



(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໔ ກະທູ້
໑໑໙໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າເບີ່ງຕອນຕໍ່ໄປ

ຄົນຄິດຮອດບ້ານ

໒໒ ກະທູ້
໒໕໐໓ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າເປັນຈິ່ງແທ້ກໍ່ບໍ່ເປັນຜົນດີຕໍ່ເຂົາເອງ ລອງຄິດເບິ່ງວ່າບັນດາປະເທດທີ່ຈະຈັດຊີເກມຄັ້ງໜ້າເຂົາຈະຄິດແນວໃດຕໍ່ໄທ

(◕‿◕) ♥ ກະແຕນ້ອຍ ♥ ຂີ້ດື້ (。◕‿◕。)
http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img] http://i285.photobucket.com/albums/ll45/Fasai01/K7lUFNy2yqjpg-1.gif[/img]





໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ເຫດການ..
ເປັນນັກໂປໂລນ້ຳຂອງໄທ..ທີ່ບໍ່ສະບາຍ..ຈົນຮາດໃສ່ບ່ອນແບບນັ້ນ..
ເຊິ່ງມີການກວດຈາກແພດຂອງໄທແລະລາວ..
ຊຶ່ງທຳອິດຄິດວ່າເປັນເຂົ້າຂ່າຍຫວັດ2009..
ຊຶ່ງກໍເປັນພຽງໄຂ້ຫວັດທຳມະດາ..
ຊຶ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງກໍຮັບຊາບວ່າເປັນເຫດສຸດວິໄສ..

ການປ່ອຍຂ່າວ..
ຊຶ່ງເລື່ອງທີ່ເກີດຂຶ້ນນັ້ນເກີດຂຶ້ນຕັ້ງແຕ່ກ່ອນຈະມີພິທີເປີດ..(ໄປເບິ່ງຕາຕະລາງແຂ່ງໂປໂລນ້ຳໄດ້ເພາະແລ້ວກ່ອນພິທີເປີດນຶ່ງມື້)
ແຕ່ຫຼັງຈາກຂ່າວນີ້ອອກມາແມ່ນຫຼັງທີສິບເຈັດ(ຫຼັງຈາກນັດຊິງເຕະບານ)..
ຖ້າວ່າເປັນຂອງນັກເຕະໄທແທ້..ຕ້ອງແມ່ນກ່ອນໜ້ານັ້ນຫຼາຍມື້ເພາະໄທຕົກຮອບກ່ອນ..
ຊຶ່ງຈາກການສືບສວນ..ສັນນິຖານວ່າຄົນທີ່ປ່ອຍຂ່າວເປັນຄົນໄທເອງແຕ່ມີເຊື້ອສາຍຫວຽດນາມ..
ທີ່ເອົາມາປ່ອຍຂ່າວຕາມໃນເວັບບອຣ໌ດ..ໂດຍອ້າງຂໍ້ມູນເຖິງໜັງສືພິມວຽງຈັນໃໝ່..
ຜູ້ກ່ຽວໄດ້ໂພສເມລ໌ໄວ້..ຊຶ່ງໄປເຊີຣ໌ຈໃນໄຮໄຟວ໌ປະກົດວ່າເປັນຄົນໄທ..ແຕ່ເຂົ້າມາເຊຍຫວຽດນາມນັດຊິງ..(ມີຮູບຖ່າຍທີ່ເດີ່ນຫຼັກສິບຫົກຖືທຸງຫວຽດນາມ)
ຕອນນີ້ໄດ້ມີການປະສານຮ່ວມມືຫາແຫຼ່ງຂ່າວຕົ້າຕໍໃຫ້ຊັດເຈນຂອງທາງການທັງສອງປະເທດ..ເພື່ອປ້ອງກັນການບານປາຍ..
ແຕ່ທີ່ແນ່ຊັດແລ້ວ..ບໍ່ແມ່ນນັກກິລາເຕະບານຊາຍຂອງໄທແຕ່ຢ່າງໃດ..

ຂໍ້ມູນເພີ່ມເຕີມ..
http://manager.co.th/Sport/ViewNews.aspx?NewsID=9520000155069
ບ້ານຊີເກມສ໌..ຫຼັງມະຫາວິທະຍາໄລແຫ່ງຊາດ..


໐ ກະທູ້
໒໕໗ ໂພສ
ນັກການກະທູ້
อืม แม่นแล้ว ตามเบวเว้ามาภืกเปะ... เพาะหัวหน้าข้อยกะไปปะชุมเลื่องนี้แระ... บ่อได้เข้าข้างใผเดี้...

!!!!! ຊິເອົາອີ່ຫຍັງກັບຜູ້ຍິງລັ່ນລ້າເກາະ... !!!!!.

໘ ກະທູ້
໑໙໐໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້


໑໓ ກະທູ້
໔໔໓ ໂພສ
ຊຳນານການເວັບບອດ


໑໐ ກະທູ້
໔໑໐ ໂພສ
ຊຳນານການເວັບບອດ
ຂໍອະໄພ ເດິ້ ຍ່າຟ້າວໄປເຊື່ອຂ່າວລື ຫລາຍເຖາະ ຂ້ອຍ ຄິດວ່າ ບໍ່ມີຜູ້ໃດ໋ ຈະໄປກ້າເຮັດແນວນັ້ນດອກ ພວກຂ້ອຍ ຄົນໄທ ເຄີຍມີປະສົບການ ແລ້ວ ເລື່ອງ ກຳພູເຈຍ ພາກັນ ເຊື່ອຂ່າວລື ເລື່ອງ ດາລາໄທຍ ກົບ ສຸວະນັນ ເວົ້າ ວ່າ ປາສາດນະຄອນວັດເປ້ນຂອງໄທ ເຮັດໃຫ້ ສະຖານທູດ ໄທ ຖຶກເຜົາ ແລ້ວ ກໍເຮັດຫຍັງ ບໍ່ໄດ້ ແລະ ເລຶ່ອງນີ້ ຄືກັນ ຫາກເແທ່ຈີງ ບໍ່ຕ້ອງຮອດມື ພວກເຈົ້າ ດອກ ພວກຂ້ອຍ ຈະຮ່ວມປະນາມ ນັກກິລາ ເອັງ ປັດຈຸບັນ ຄົນໄທ ທັ່ວ ໆ ໄປ ເຂົາ ບໍ່ເນ້ນ ເລື່ອງ ຊາດນິຍົມແລ້ວ ຫລ່ະ ເຂົາມອງທີ່ ເຫດຜົນ ແລະຄວາມຍຸດຕິທຳ ນະ ຂະຫນາດ ມວຍ ຕ່າງຊາດມາຊົກໃນໄທ ແລ້ວຊົກເຫນືອກວ່າ ມວຍໄທ ແຕ່ ກຳມະການໃຫ້ ມວຍໄທ ຊະນະ ຊາວບ້ານຍັງດ່າ ກຳມະການ ເລີຍ ,,,,

ຂໍຂອບໃຈ ເບລ ເດີ້ ທີ່ ຫາຂໍ້ມູນ ມາອ້າງອີງ ແລະ ຍືນຍັນ ໂດຍ ສະເພາະ ເອັາຂ່າວ ແບບນີ້ ມາເຫຼ້ນ ຊື່ງ ຄົນທົ່ງໄປ ຍີ່ງອ່ອນໄຫວ ຍູ່ແລ້ວ ມີຫລາຍຄົນ ທີ່ ພ້ອມຈະເຊື່ອ ທັນທີ ເມື່ອໄດ້ຍີນ ໂດຍຂາດການ ວິເຄາະ ວ່າ ມັນເປ້ນໄປໄດ້ ບໍ່ ທີ່ ຄົນປົກກະຕິຈະເຮັດໄດ້ ແນວນັັ້ນ ,,,,,,, ອິກຍ່າງ ຫນີ່ງ ພວກຄົນໄທ ທີ່ ມາຍາມເມືອງລາວ ພວກເຮົາ ຈະພະຍາຍາມ ບອກກັນສະເຫມີ ເລື່ອງ ການເວົ້າຈາ ແລະ ການປະຕິບັດໂຕ ຍ່າໄປເວົ້າ ໃນແນວທາງ ດູຖູກຄົນລາວ ,,,,,,,,,,ເພາະເລື່ອງນີ້ ອ່ອນໄຫວ ໄດ້ງ່າຍ (ຕາມ Bias ) ຂອງຄົນລາວ ແມ້ກະທັ້ງ ຄາລາໄທ ເວົ້າຫຍັງ ທາງລາວ ກໍເອົາມາເປ້ນປະເດັນ ຂ້ອຍ ອ່ານໃນ ສະມາຄົມລາວ ເວັບບອດ ນະ ຂໍໂທດ ເດີ້ ຂ້ອຍ ເຂົາມາໃນ ພັນລາວ ເພາະ ຂ້ອຍ ຍາກຜ່ອນຄລາຍ ແລະ ບ່ອນນີ້ ຂ້ອຍ ກໍມ່ວນ ຫລາຍ ທີ່ ພົບພໍ້ ອ້າຍນ້ອງ ຄົນລູ່ນໃຫມ່ ທີ່ ເປ້ນ Young Generation ຂອງລາວ ດ້ວຍ ຊ້ຳໄປ ແລະ ຂ້ອຍກໍຫວັງ ຍ່າງຍື່ງວ່າ ຂໍໃຫ້ ລັບຟັງ ແລະພີຈາລະນາ ຍ່າງມີສະຕິ ແຕ່ ຖ້າຫາກ ຍັງ ເຊື່ອ ຂ່າວລື ແບບ ບໍ່ພິຈາລະນາຍູ່ ຂ້ອຍ ກໍຄົງ ບໍ່ຕ້ອງ ເວົ້າ ຫຍັງ ຫລາຍ ,,,,,,,,,,,,,,ພຽງແຕ່ອາດຈະຄຶດແຄ່ວ່າ ອິນເຕີເນັດ ມັນບໍ່ໄດ້ ພັດທະນາ ຄົນ ເບາະ ,,,,,,,,,,ແລະ ຂ້ອຍ ທີ່ ເປ້ນຄົນລາວ (ໂດຍການ ສືບສາຍຊາດພັນ ບໍ່ແມ່ນ ການຍູ່ອາໄສ )ຈະເສຍໃຈຫລາຍ ໆ ,,,,,,,

ອັນໂຕຂ້າ ຄື ຊົນເຜົ່າ ອະສຸຮາ ວັນຂ້າງຫນ້າ ຈະຖ້າລົບກັບພະອິນ (ອະສຸຮາ ແປວ່າ ຜູ້ບໍ່ກິນເຫລ້າ ເດ້ ,,,)[b] [/b]

໔໔ ກະທູ້
໓໖໘໘ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອ້າຍຣຸຈ..
ຊ່ວງນີ້ຂ້ອຍກໍຮູ້ສຶກວ່າຄົນໄທ..ຈະເປັນແບບອ້າຍວ່າ..ຄືເອົາເຫດຜົນໄວ້ກ່ອນ..ບໍ່ໂອນອຽງເຂົ້າຂ້າງຕົວເອງ..
ແລະທີ່ຫາຂໍ້ມູນມາຍືນຍັນ..ບໍ່ແມ່ນວ່າປົກປ້ອງໄທ(ດ໋ຽວກະມີຄົນເຂົ້າໃຈແບບນັ້ນ)
ແຕ່ຂ້ອຍຫາມາເພື່ອ..ຄວາມເຂົ້າໃຈທີ່ຖືກຕ້ອງ..ແລະບໍ່ໃຫ້ບານປາຍ..
ເພາະມັນເປັນປະເດັນລະອຽດອ່ອນ..
ດັ່ງຕອນທີ່ອ້າຍເວົ້າວ່າ ເລື່ອງກົບ ສຸວະນັນ ຫັ້ນແຫຼະ..
ສຸດທ້າຍກະຂ່າວໂຄມລອຍທີ່ສ້າງຂຶ້ນມາເອງ..
ຈັ່ງໃດກະຫວັງວ່າຄົນລາວຈະອ່ານໂດຍອະຄະຕິໜ້ອຍລົງ..
ແຕ່ກໍຫວັງວ່າຄົນໄທຈະເບິ່ງລາວໃນແງ່ດີ..ພ້ອມກັນ..
ຈະໄດ້ຢູ່ກັນຢ່າງເພື່ອນບ້ານທີ່ດີຕໍ່ກັນເສຍທີ..


໕ ກະທູ້
໒໕໑ ໂພສ
ນັກການກະທູ້
ຫັ້ນລະ, ໃນທີ່ສຸດກໍ່ມີຄົນເຫັນດີຄ້າຍໆຂ້ອຍລະບາດນິ ຖຶກໂຈມຕີຕະຫຼອດວ່າປົກປ້ອງປະເທດອື່ນບໍ່ເຂົ້າຂ້າງປະເທດໂຕເອງ
ແຕ່ ຂ້ອຍກະບໍ່ຢາກໃຫ້ປະເທດອື່ນເບີ່ງເຮົາໃນທາງບໍ່ດີຫຼາຍກວ່ານີ້ ເລື່ອງອາດີດກໍ່ແມ່ນອາດີດ ຄວາມແຄ້ນ ຫຍັງກໍ່ແມ່ນປະຫວັດສາດ
ປະຈຸບັນກໍ່ຄືມື້ນີ້ ສີ່ງໃດແລ້ວໄປກໍ່ຖີ້ມໄປ ເຮົາຍັງສາມາດສ້າງຄວາມສຳພັນທີ່ດີໄດ້ ເຮົາເຮັດເສດຖະກິດກັບເພື່ອນບ້ານນິບໍ່ແມ່ນໜ້ອຍໆ ລາຍໄດ້ເຂົ້າມານະ
ຈັ່ງໃດກໍ່ຕາມຂຽນຫຼາຍດຽວມີຄົນໂຈມຕີອິກ ວ່າປົກປ້ອງປະເທດອື່ນ
ຢ້ານນນ

ຊີວິດຄືການທົດລອງອັນໝົດສ້ຽນບໍ່ເປັນ


໙ ກະທູ້
໑໒໖໖ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຖ້າເປັນຂ່າວລືກະແລ້ວແຕ່ ດີໃຈນຳ


໐ ກະທູ້
໕໔ ໂພສ
ຂາປະຈຳເວັບບອດ
ທີ່ແທ້ແມ່ນຂ່າວລືເອງຫວະນິ ຄິດວ່າແມ່ນເລື່ອງແທ້ເວີ້ຍ ເຂົ້າໃຈຜິດຕັ້ງດົນອີ່ຫຼີ ໃຜຮູ້ເລື່ອງກະຕ້ອງຄຽດເປັນທຳມະດາເນາະ ແຮງຮັກຊາດ ອິໆໆໆ ຖ້າເປັນພຽງຂ່າວລືກະໃຄແນ່ ຈະໄດ້ໄປບອກໝູ່ຕໍ່ໆກັນວ່າ ມັນບໍ່ແມ່ນເລື່ອງແທ້ (ຢາກຮູ້ຄົນທີ່ປ່ອຍຂ່າວຕ້ອງການຫຍັງກັນແທ້ ວະ ຢາກໃຫ້ຊັງກັນເຂົ້າໄປອີກຊັ້ນຫວະ ເຮີ້ ຢູ່ຢ່າງສະຫງົບນິຕັ້ງຢູ່ບໍ່ເປັນເນາະ) ຂອບໃຈສຳລັບເລື່ອງທັງໝົດ
ກັບອັນທີສອງ ແລະສາມແມ່ນແທ້ຫວະຫັ້ນ ຫຼືວ່າຂ່າວລື ຈັງໃດຂ້ອຍກະຖ້າຟັງຫຼາຍໆ ຄຫ ເດີ້ ຂອບໃຈ ຄຫ bell ນີ້ຫຼາຍໆທີ່ໃຫ້ຄວາມກະຈ່າງ ^^


໒໐ ກະທູ້
໑໒໘໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ດີແລ້ວລະຖ້າວ່າເປັນພຽງຂ່າວລື,ແຕ່ນີ້ກະຍັງຊອກຂ່າວທາງຝ່າຍລາວເຮົາຢູ່ ທັງໜັງສືພີມລາວໃໝ່ຫລືໜັງສືພີມອື່ນໆກະຍັງງຽບ.
ແຕ່ອັນເວບ manager.co.th ນີ້ກະຄືກກັນບາດວີຈານລາວຫັ້ນນ່າເພີ່ນຄືເອົາແທ້ເອົາວ່າ ບາດແນວນີ້ເພີ່ນຄືອອກມາແກ້ໜ້າໄວແທ້ເນາະ.
ແຕ່ກະຍັງດີໃຈ ຖ້າວ່າ ຖ້າວ່າ ແລະ ຖ້າວ່າມັນເປັນຈິ່ງວ່າບໍ່ໄດ້ມີເຫດການດ່ັງທີ່ມາກ່າວນັ້ນ.

-----------------------------------------------------
ຣວຍ-ຈົນ:ສຸດທ້າຍກະມັບຫ່າຄືກັນຫັ້ນລະວາ

ໜ້າທີ່ 1 ຈາກທັງໝົດ 4 ໜ້າ <<<1234>>>