| |
|
|
![]() |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້.
|
|
ນີ້ເປັນຕອນ11ຂອງ..ດອນຊິງຊູ້..ຕ້ອງໄດ້ແຍກເປັນກະທູ້ໃໝ່(ກະທູ້ທີ9)..ເພາະເອົາໄປໂພສກັບຕອນ10ລ່ະ..ເນື້ອທີ່ບໍ່ພໍ.. ສຳຫຼັບ ຕອນ1 ຕອນ2.. ອ່ານໄດ້ທີ່ນີ້ ສຳຫຼັບ ຕອນ3 ຕອນ4.. ອ່ານໄດ້ທີ່ນີ້ ສຳຫຼັບ ຕອນ 5.. ອ່ານໄດ້ທີ່ນີ້ ສຳຫຼັບ ຕອນ6.. ອ່ານໄດ້ທີ່ນີ້ ສຳຫຼັບຕອນເຈັດ.. ອ່ານໄດ້ທີ່ນີ້ ສຳຫຼັບຕອນ8.. ອ່ານໄດ້ທີ່ນີ້ ສຳຫຼັບຕອນ 9.. ອ່ານໄດ້ທີ່ນີ ສຳຫຼັບຕອນ 10.. ອ່ານໄດ້ທີ່ນີ້ ກ່ອນອື່ນຂໍຂອບໃຈໃນບັນດາທ່ານທີ່..ໃຫ້ຂ້າພະເຈົ້າຫຍິບຍືມຊື່ມາເປັນຕົວລະຄອນຊຶ່ງມີຄື: ອ້າຍຣຸຈທົດ.. ເປັນ ພົນຕຳຣວຈ ຣຸຈທົດ.. ບອສໃຈດີ.. ເປັນ ທ້າວ ໃຈດີ.. ອ້າຍທິດຝອຍ.. ເປັນ ທ້າວ ທິດ.. ລິນດາ.. ເປັນ ນາງ ລິນດາ.. ທ່ານ ເທົາ ຄຳແສນ.. ເປັນ ໝໍເທົາ.. ເອື້ອຍ ວັນວານ.. ເປັນ ອາວັນ.. ສຳຫຼັບຕອນເກົ້າໄດ້ເພີ່ມຕົວລະຄອນ 3ໂຕ ມີຄື: ບີ້.. ເປັນ ບີ້.. ນ້ອງຊາຍ ໃຈດີ.. ຫຍິງນຸ້ຍ.. ເປັນ ຫຍິງນຸ້ຍ.. ລູກອ້າຍລູກນ້ອງຂອງ ລິນດາ.. ທ້າວ ທອງໃສ.. ເປັນ ທອງໃສ.. ມືຂວາ ໂຈນທິດ.. ສ່ວນນັກສະແດງຄົນອື່ນຯ..ຈະຖືກປາກົດຊື່..ເມື່ອປະກົດຕົວຢູ່ໃນເລື່ອງ.. ຕິດຕາມດອນຊິງຊູ້ ເດິ ຊີ່ຣີ່ຍ໌ໄດ້..ທຸກວັນພຸດ ແລະ ວັນເສົາ.. ຮຽນຍັງຜູ້ອ່ານທຸກທ່ານ..ຂໍຊ່ວຍກະລຸນາເມັ້ນເພື່ອຕິຊົມດ້ວຍ..ຈະໄດ້ພັດທະນາໃນຕອນຕໍ່ຯໄປ.. ຕອນ11... 10/03/2010 01:48am ໃຈດີ ຕົກໃຈແຮງເມື່ອຮູ້ວ່າຄົນທີ່ສັງຫານພໍ່ຂອງຕົນ.. ເປັນໝູ່ທີ່ແສນຮັກແພງຂອງຕົນ.. ລາວສັບສົນ ແລະ ຕົກຊະເງີ້ໃນເລື່ອງທີ່ໄດ້ຮັບຮູ້.. ໃຈດີ : ບໍ່ແມ່ນ.. ບໍ່ແມ່ນ.. ເປັນໄປບໍ່ໄດ້.. ທິດ : ໃຈດີ.. ເຮົາທິດ.. ແທ້ຯໄດ໋.. ໃຈດີ : ບໍ່! ບໍ່! ບໍ່! ທິດ : ໃຈດີ.. ໂຕຟັງເຮົາກ່ອນ!! ໃຈດີ : ມຶງຂ້າພໍ່ກູ! ມຶງຂ້າພໍ່ກູ! ທິດ : ໃຈດີ.. ເຮົາຂໍໂທດ.. ໃຈດີ : ຂໍໂທດແລ້ວມັນມີຄວາມໝາຍຫຍັງ! ພໍ່ກູຈະຟື້ນຂຶ້ນມາຫວ໋າ!!! ທິດ : ເອົາເລີຍ! ເຮົາຢູ່ນິແລ້ວ! ຖ້າໂຕຢາກຂ້າເຮົາ ກໍເຊີນ.. ລ້າງແຄ້ນແທນພໍ່ໂຕໂລດ.. ໃຈດີ ຈັບປືນແນໃສ່ ທິດ ມືຈັບທີ່ໄກປືນ.. ກຽມພ້ອມຈະລັ່ນໄກ.. ໃຈດີ : ມຶງຂ້າພໍ່ກູ.. ມຶງຕ້ອງຊົດໃຊ້!! ທິດ : ເອົາເລີຍ! ຍິງເລີຍ! ເຮົາຈະຍຶນຢູ່ນີ້.. ໂຕຍິງເຮົາໄດ້ເລີຍ.. ທັນໃດນັ້ນ ສຽງປືນ ກໍດັງຂຶ້ນ.. ປັ້ງ!!!!!!!!!!!!!!!!!!!!!!!!!!!!! ຫຼັງຈາກທີ່ສຽງປືນດັງຂຶ້ນ.. ປະກົດວ່າ ໃຈດີ ຖືກຍິງເຂົ້າທີ່ບ່າຊ້າຍ.. ທິດ : ໃຈດີ!!!! ໃຈດີ ຟຸບລົງກັບທີ່.. ຂະນະທີ່ ທິດ ພະຍາຍາມຈະເຂົ້າໄປຊ່ວຍ.. ທອງໃສ ກໍແລ່ນມາ!! ທອງໃສ : ໄປ! ອ້າຍທິດ.. ຮີບໜີໄວ.. ຕຳຣວຈຈະມາແລ້ວ.. ທິດ : ໂຕຍິງໝູ່ອ້າຍເຮັດຫຍັງ..!! ທອງໃສ : ຖ້າເຮົາບໍ່ຍິງມັນ.. ປານນີ້ອ້າຍບໍ່ໄດ້ມາຍືນລົມເຮົາແບບນີ້ດອກ.. ທິດ : ແຕ່ນັ້ນມັນໝູ່ອ້າຍໄດ໋!! ທອງໃສ : ບໍ່ເຖິງກັບຕາຍດອກ! ເຮົາຍິງເຂົ້າທີ່ບ່າຊື່ຯ.. ທິດ ແລະ ທອງໃສ ໄດ້ຫຼົບໜີ.. ການຈັບກຸມຂອງເຈົ້າໜ້າທີ່ຕຳຣວຈ.. ໂຕນໄປອີກຝັ່ງຂອງນ້ຳຂອງ ຢ່າງລອຍນວນ.. ເຊົ້າມື້ຕໍ່ມາ.. ຂ່າວຂອງ ໂຈນທິດ ໄດ້ແພ່ໄປສູ່ສາທາລະນະຊົນ.. ຜູ້ຄົນຕ່າງເວົ້າເຖິງ ໂຈນທິດ ທີ່ຍິງຕຳຣວຈ ບາດເຈັບ.. ແຕ່ຖຶງຢ່າງໃດກໍຕາມ ໂຈນທິດ ໄດ້ນຳເອົາເງິນທີ່ປົ້ນມາໄດ້ໃນຄືນກ່ອນ ມາວ່ານຢາຍທົ່ວໝູ່ບ້ານ.. ເມື່ອຊາວບ້ານຕື່ນຂຶ້ນມາກໍຮີບແຫ່ແຫນມາເກັບເອົາເງິນເໝືອນທຸກຄັ້ງທີ່ຜ່ານມາ.. ເຮັດໃຫ້ ໂຈນທິດ ຍັງເປັນ ຂວັນໃຈຂອງຊາວບ້ານ.. ເພາະຕ່າງຮູ້ດີ ວ່າບຸກຄົນທີ່ ໂຈນທິດ ໄປປົ້ນມາ.. ແມ່ນຄົນທີ່ເອົາປຽບຊາວບ້ານ.. ແຕ່ຂ່າວນີ້ໄດ້ສ້າງຄວາມໂກດແຄ້ນໃຫ້ແກ່ ນາຍພົນຣຸຈທົດ ຫຼາຍ.. ເພາະນັບຄັ້ງບໍ່ຖ້ວນທີ່ ໂຈນທິດ ໄດ້ເຮັດໃຫ້ ລາວສູນເສຍລາຍໄດ້.. ນາຍພົນຣຸຈທົດ ໄດ້ສັ່ງໃຫ້ເຈົ້າໜ້າທີ່ອອກຕິດປະກາດຈັບ ໂຈນທິດ ພ້ອມໃຫ້ລາງວັນ ນຳຈັບ ແລະ ໃຫ້ເບາະແສເປັນຈຳນວນຫຼວງຫຼາຍ.. ໄດ້ສັ່ງລະດົມຕຳຣວຈ ອອກໄລ່ລ່າ ໂຈນທິດ ຄັ້ງໃຫຍ່.. ແລະ ປະກາດວ່າ ພ້ອມຈັບຕາຍທັນທີ! ເມື່ອຂ່າວເລັດລອດມາຮອດຫູຂອງ ທອງໃສ ກໍໄດ້ຮີບນຳເອົາຂ່າວມາບອກ ທິດ ທັນທີ.. ທອງໃສ : ອ້າຍທິດ! ອ້າຍທິດ! ທິດ : ມີຫຍັງ.. ທອງໃສ..?? ທອງໃສ : ຕອນນີ້ທາງການສັ່ງຈັບຕາຍອ້າຍ.. ແລະ ຕັ້ງຄ່າຫົວໄວ້ສູງຫຼາຍ.. ທິດ : ຊ່ວງນີ້ເຮົາຕ້ອງຫຍຸດເຄື່ອນໄຫວຈັກໄລຍະ.. ເກັບໂຕໃຫ້ງຽບ ແລະ ລະວັງໂຕໃຫ້ຫຼາຍຂຶ້ນ.. ທອງໃສ : ດ໋ຽວເຮົາຈະໄປສຶບຂ່າວຕໍ່.. ມື້ນີ້ເຈົ້າບໍ່ໄປໃສຫວ໋າອ້າຍທິດ..?? ທິດ : ເຖິງຈັ່ງໃດ.. ມື້ນີ້ອ້າຍມີວຽກທີ່ຕ້ອງເຮັດໜ້ອຍໜຶ່ງ.. ທອງໃສ : ແຕ່ການອອກໄປນອກຕອນນີ້ມັນອັນຕະລາຍໄດ໋.. ທິດ : ເຮັດຈັ່ງໃດໄດ້.. ມັນສຳຄັນແທ້ຯ.. ເຊົ້າມື້ຕໍ່ມາຫຼັງຈາກ ໃຈດີ ຖືກຍິງ.. ນາຍພົນຣຸຈທົດ ໄດ້ນຳຂ່າວມາບອກແກ່ລູກສາວ.. ພົນຕຳຣວຈຣຸຈທົດ: ລິນດາ.. ພໍ່ມີຂ່າວມາບອກ.. ລິນດາ : ມີຫຍັງພໍ່..?? ພົນຕຳຣວຈຣຸຈທົດ: ມື້ຄືນນີ້.. ໃຈດີ ໄດ້ອອກໄປຈັບກຸມ ບັກໂຈນທິດ.. ແຕ່ກໍເກີດເຫດບໍ່ຄາດຝັນເກີດຂຶ້ນ.. ລິນດາ : (ນ້ຳສຽງຕົກໃຈ!) ມີຫຍັງພໍ່..??!! ພົນຕຳຣວຈຣຸຈທົດ: ໃຈດີ.. ຖືກຍິງ!! ລິນດາ : ຫ່ະ!! ແລ້ວຕອນນີ້ອາການເປັນຈັ່ງໃດແດ່..?? ພົນຕຳຣວຈຣຸຈທົດ: ຕອນນີ້ຢູ່ທີ່ໂຮງໝໍແລ້ວ.. ລິນດາ : ດ໋ຽວເຮົາຈະໄປເບິ່ງອາການຕອນນີ້ເລີຍ.. ລິນດາ ພ້ອມກັບ ຫຍິງນຸ້ຍ.. ໄດ້ພາກັນໄປທີ່ໂຮງໝໍມະໂຫສົດ.. ເພື່ອຟ້າວໄປເບິ່ງອາການຂອງ ໃຈດີ.. ພໍດີທີ່ ລິນດາ ແລະ ຫຍິງນຸ້ຍ ໄປຮອດໂຮງໝໍ.. ກໍພົບກັບ ແມ່ຂອງໃຈດີ ຢູ່ທີ່ໜ້າຫ້ອງ.. ລິນດາ : ສະບາຍດີແມ່.. ຫຍິງນຸ້ຍ : ສະບາຍດີແມ່.. ແມ່ຂອງໃຈດີ : ສະບາຍດີລູກ.. ລິນດາ : ພໍດີເຊົ້ານີ້.. ພໍ່ເຮົາມາບອກຂ່າວເລື່ອງ ໃຈດີ.. ພວກລູກທັງສອງກໍຮີບມາທີ່ໂຮງໝໍ ທັນທີ.. ຕອນນີ້ ໃຈດີ ອາການເປັນຈັ່ງໃດແດ່ແລ້ວ..?? ແມ່ຂອງໃຈດີ : ຕອນນີ້ກະພົ້ນຂີດອັນຕະລາຍແລ້ວ.. ລູກເຂົ້າໄປຢາມຕອນນີ້ໄດ້ເລີຍ.. ລິນດາ : ໂດຍ.. ລິນດາ ຫັນກັບມາຖາມ ຫຍິງນຸ້ຍ.. ລິນດາ : ຫຍິງນຸ້ຍ.. ເຂົ້າໄປນຳກັນບໍ່..?? ຫຍິງນຸ້ຍ : ບໍ່.. ໄດ້ແລ້ວ.. ຂ້ອຍບໍ່ຢາກໄປຂັດພວກເຈົ້າ.. ລິນດາ : ຮື່.. ນາງອັນນີ້.. ລິນດາ ໄຂປະຕູຫ້ອງຄົນເຈັບເພື່ອເຂົ້າໄປຫາ ໃຈດີ.. ແລະ ນາງກໍໄດ້ທັກ ໃຈດີ ຂຶ້ນວ່າ.. ລິນດາ : ເປັນຈັ່ງໃດແດ່ ໃຈດີ..?? ໃຈດີ : ອ້າວ! ລິນດາ.. ລິນດາ : ພໍດີເຂົາໄດ້ຍິນຂ່າວເພິ່ນ.. ເຂົາກໍຮີບມາ.. ໃຈດີ : ເປັນຫ່ວງເຂົາຫວ໋າ..?? ລິນດາ : ຖ້າບໍ່ຫ່ວງຈະມາຕີ້..!! ມານີ້.. ເບິ່ງແດ່.. ແຜເປັນຈັ່ງໃດແດ່.. ໃຈດີ : ໂອ້ຍ! ເທົ່ານີ້ຍັງໄກຫົວໃຈ..!! ລິນດາ : ເຮັດເປັນເກັ່ງ.. ຖ້າຖືກຍິງລຸ່ມລົງມາໜ້ອຍດຽວ.. ກັບຖືກຫົວໃຈລ່ະເດະຫັ້ນ.. ໃຈດີ : ບໍ່ດອກ.. ບໍ່ຖືກດອກ.. ລິນດາ : ເປັນຫັຍງວ່າຊັ້ນ..?? ຈະບອກວ່າຫຼິ້ນຂອງຊັ້ນຫວ໋າ..?? ໃຈດີ : ບໍ່ດອກ.. ທີ່ມັນບໍ່ຖືກຫົວໃຈເຂົາ.. ກໍເພາະວ່າຫົວໃຈເຂົາຢູ່ກັບເພິ່ນ.. ລິນດາ : ແຫວະ! ການສົນທະນາໄດ້ດຳເນີນຕໍ່ໄປ.. ຈົນກະທັ້ງ ລິນດາ ໄດ້ເອີ່ຍປາກເຖິງ ໂຈນທິດ.. ລິນດາ : ໃຈດີ.. ໂຈນທິດ ເປັນຄົນຍິງເພິ່ນຫວ໋າ..?? ໃຈດີ : ບໍ່ດອກ.. ບໍ່ແມ່ນມັນ.. ລິນດາ : ແລ້ວແມ່ນໃຜລ່ະ..?? ໃຈດີ : ລູກນ້ອງຂອງມັນ.. ລິນດາ : ອືມມ.. ໃຈດີ : ດາ.. ຢາກຮູ້ເລື່ອງຂອງ ທິດ ບໍ່..?? ລິນດາ : ທິດ..ໃດ..?? ໂຈນທິດ ຫັ້ນ..?? ໃຈດີ : ອືມມ.. ລິນດາ : ເຂົາໝາຍເຖິງ ທິດ ໝູ່ເຮົາຫັ້ນໄດ໋..?? ໃຈດີ : ແມ່ນລ່ະ.. ລິນດາ : ເພິ່ນກຳລັງຈະບອກເຂົາວ່າ ທິດ ກັບ ໂຈນທິດ ແມ່ນຄົນດຽວກັນຫວ໋າ..?? ໃຈດີ : ແມ່ນແລ້ວ.. ສອງຄົນນີ້ແມ່ນຄົນດຽວກັນ.. ລິນດາ : (ນ້ຳສຽງຕົກໃຈ) ຫ່ະ! ເປັນໄປບໍ່ໄດ້.. ໃຈດີ : ເຂົາຮູ້ວ່າເລື່ອງນີ້ມັນອາດຈະເຊື່ອໄດ້ຍາກ.. ແຕ່ເພິ່ນຄວນຈະຮູ້ເອົາໄວ້.. ລິນດາ : ທິດ ກາຍເປັນໂຈນແທ້ຯຫວ໋ານິ..?? ໃຈດີ : ເຂົາຮູ້ວ່າໃນມື້ນຶ່ງ ມັນຕ້ອງມາຫາເພິ່ນ.. ຊ່ວງນີ້ລະວັງຕົວໄວ້ແດ່ເດີ້.. ຢ່າງໜ້ອຍຄົນທີ່ເຮົາເອີ້ນວ່າໝູ່.. ຕອນນີ້ມັນບໍ່ເໝືອນເດີມແລ້ວ.. ລິນດາ : ອືມມ.. ເຂົາຈະລະວັງ.. ລິນດາ ຕົກຊະເງີ້ໃນສິ່ງທີ່ ໃຈດີ ໄດ້ບອກນາງ.. ນາງຍັງງົງກັບເລື່ອງທີ່ເກີດຂຶ້ນ.. ຂະນະທີ່ນາງ ຍ່າງອອກມາ ຈາກປະຕູຫ້ອງຄົນເຈັບທີ່ ໃຈດີ ນອນພັກຟື້ນຢູ່.. ໄດ້ມີຜູ້ຊາຍຄົນນຶ່ງດຶງນາງທັນທີ! ລິນດາ : ຫ່ະ!! (ສຽງອຸທານ) ຜູ້ຊາຍຄົນນັ້ນ: ຢ່າປາກ.. ນຳມາດີຯ.. ຜູ້ຊາຍຄົນນັ້ນດຶງນາງມາໃນທີ່ລັບສາຍຕາຄົນ.. ລິນດາ : ປ່ອຍໄດ໋! ປ່ອຍໄດ໋! ບໍ່ຊັ້ນຂ້ອຍຈະເອີ້ນໃຫ້ຄົນມາຊ່ວຍ.. ຜູ້ຊາຍຄົນນັ້ນ: ຢູ່ດີຯ! ຢູ່ດີຯ! ລິນດາ.. ຟັງກ່ອນ.. ລິນດາ : ເຈົ້າແມ່ນໃຜ..!! ຜູ້ຊາຍຄົນນັ້ນ: ຂ້ອຍແມ່ນໝູ່ຂອງເຈົ້າ..! ລິນດາ : ຫ່ະ..?? ຜູ້ຊາຍຄົນນັ້ນກໍແມ່ນ ທິດ ນັ້ນເອງ.. ທີ່ມາຈອບເພື່ອຢາກຮູ້ອາການຂອງ ໃຈດີ ທີ່ໂຮງໝໍ.. ພໍດີລາວເຫັນ ລິນດາ ມາຢາມ ໃຈດີ ລາວເລີຍຕັດສິນໃຈເຂົ້າໄປຫາ.. ລິນດາ : ທິດ! ທິດ! ເພິ່ນແມ່ນ ທິດ ແມ່ນບໍ່..?? ທິດ : ແມ່ນແລ້ວ.. ລິນດາ : ຈັ່ງໃດເພິ່ນກ້າມາທີ່ນີ້.. ຮູ້ບໍ່ທາງການຕ້ອງການໂຕເພິ່ນຊ່ຳໃດ.. ທິດ : ເຂົາຮູ້.. ແຕ່ເຂົາພຽງຢາກຮູ້ວ່າອາການ ໃຈດີ ເປັນຈັ່ງໃດແດ່.. ຂະນະນັ້ນ ຫຍິງນຸ້ຍ ທີ່ຍືນຖ້າ ລິນດາ ຢູ່ໜ້າຕຶກກໍບໍ່ເຫັນ ລິນດາ ມາຈັກເທື່ອເລີຍຂຶ້ນໄປນຳ ລິນດາ ຢູ່ໃນຫ້ອງ ຄົນເຈັບ.. ຫຍິງນຸ້ຍ : ລິນດາ..! ຫຍິງນຸ້ຍ ເຂົ້າໄປເຈິພຽງ ໃຈດີ ແລະ ແມ່ຂອງໃຈດີ ເທົ່ານັ້ນ.. ຫຍິງນຸ້ຍ : ອ້າວ! ລິນດາ ບໍ່ໄດ້ຢູ່ທີ່ນີ້ຫວ໋າ..?? ແມ່ຂອງໃຈດີ : ລິນດາ ອອກໄປໄດ້ດົນລ່ະນ່ະ ລູກ.. ຫຍິງນຸ້ຍ : ໂດຍແມ່.. ແຕ່ລູກບໍ່ເຈິນາງເລີຍ.. ລູກຖ້າຢູ່ໜ້າຕຶກດົນເຕີບ.. ກະຍັງບໍ່ທັນມາ.. ໃຈດີ : ຫຼືວ່າ…………………………….. ແມ່ຂອງໃຈດີ : ຫຼືວ່າຫຍັງລູກ..?? ໃຈດີ ຮີບລຸກຂຶ້ນຈາກຕຽງໂດຍບໍ່ສົນວ່າຕົວເອງຍັງບາດເຈັບຢູ່.. ລາວຮີບຄວ້າເອົາປືນ ແລະ ແລ່ນ ອອກຈາກຫ້ອງ.. ແມ່ຂອງໃຈດີ : ໃຈດີ! ລູກຈະໄປໃສ! ໃຈດີ : ຖ້າຢູ່ນີ້ແມ່.. ຊຶ່ງໃນຕອນນັ້ນ ລິນດາ ກໍກຳລັງຢືນລົມກັບ ທິດ ຢູ່.. ລິນດາ : ເພິ່ນກາຍມາເປັນແບບນີ້ໄດ້ຈັ່ງໃດ ທິດ..?? ເຂົາບໍ່ຢູ່ຫຼາຍປີ ເປັນຫຍັງເພິ່ນປ່ຽນໄປ ໄດ້ປານນີ້.. ທິດ : ເລື່ອງມັນຍາວນ່ະ ດາ.. ເຂົາບໍ່ມີເວລາຈະອະທິບາຍແລ້ວ.. ເຂົາຕ້ອງຮີບໄປກ່ອນ.. ລິນດາ : ແລ້ວເຂົາຈະເຈິເພິ່ນໄດ້ອີກເມື່ອໃດ..?? ທິດ : ເອົາຊີ້.. ມື້ອື່ນຕອນສີ່ໂມງແລງ.. ເພິ່ນມາຫາເຂົາທີ່ ດອນກາງຂອງ ບ່ອນເກົ່າ.. ລິນດາ : ໄດ້.. ແລ້ວເຂົາຈະໄປຫາ.. ທິດ : ດ໋ຽວເຂົາຕ້ອງຮີບໄປແລ້ວ.. ຂະນະທີ່ ທິດ ກຳລັງຈະໜີໄປ.. ສຽງປືນກໍດັງຂຶ້ນ.. ປັງ!!!!!!!!!!!!!!!!!!!!!!!! ໃຈດີ ຍິງປືນໃສ່ທິດ ແຕ່ລູກປືນພາດບໍ່ຖືກເປົ້າ.. ໃຈດີ ຮີບແລ່ນໄລ່ ທິດ ໄປໂດຍບໍ່ສົນວ່າຕົນຍັງເຈັບຢູ່.. ລິນດາ : ໃຈດີ! ໃຈດີ! ຢຸດກ່ອນ.. ໃຈດີ : ລິນດາ ຫຼົບໄປ.. ເຂົາຈະນຳໄປຂ້າມັນ.. ລິນດາ : ໃຈດີ! ຢ່າ..!!! ທິດ ແລ່ນໜີອອກຈາກໂຮງໝໍມະໂຫດສົດ ມຸ້ງໜ້າລົງໄປທີ່ໄຮ່ສວນຂອງຊາວບ້ານ ຢູ່ຫາດດອນຈັນ.. ໃຈດີ ກໍຮີບ ແລ່ນນຳລົງໄປ.. ການໄລ່ລ່າໄດ້ເລີ່ມຕົ້ນຂຶ້ນ.. ໃຈດີ ເຫັນຫຼັງຂອງ ທິດ ຢູ່ໄວຯ.. ລາວພະຍາຍາມ ຍິງປືນໃສ່ ແຕ່ຍິງເທົ່າໃດກໍບໍ່ຖືກຈັກເທື່ອ.. ແຕ່ລາວຍັງບໍ່ຍອມຫຍໍ້ທໍ້.. ເພາະບໍ່ຕ້ອງການໃຫ້ ໂຈນທິດ ລອຍ ນວນຕໍ່ໄປອີກແລ້ວ.. ລາວແລ່ນໄລ່ ໂຈນທິດ ໄປ.. ແຕ່ດ້ວຍຄວາມທີ່ເປັນໄຮ່ສວນຂອງຊາວບ້ານ ເຮັດໃຫ້ຍາກ ທີ່ຈະນຳຈັບໄດ້.. ສຸດທ້າຍ ໂຈນທິດ ກໍໜີລອຍນວນໄດ້ອີກ ຕາມເຄີຍ.. ໃຈດີ : ເຮີ້ຍ! ມັນໜີໄປໄດ້ຈັ່ງໃດວ່ະ!! ໃຈດີ ກັບມາທີ່ໂຮງໝໍ.. ພໍດີທີ່ ລິນດາ ເຫັນ ໃຈດີ ກັບມາຮອດ.. ນາງກໍຮີບແລ່ນໄປຖາມທັນທີ.. ລິນດາ : ເປັນຈັ່ງໃດແດ່ໃຈດີ..?? ໃຈດີ : ມັນໜີໄປໄດ້.. ລິນດາ : ໃຈດີ.. ເພິ່ນບໍ່ເຫັນ ທິດ ເປັນເໝືອນເດີມອີກຫວ໋າ..?? ໃຈດີ : ຈະໃຫ້ເຂົາເປັນໝູ່ກັບຄົນທີ່ຂ້າພໍ່ເຂົາຫວ໋າ..?? ລິນດາ : ເຂົາກໍເຂົ້າໃຈ.. ແຕ່ກໍອົດເສຍໃຈບໍ່ໄດ້ທີ່ໝູ່ເຮົາເປັນແບບນີ້.. ໃຈດີ : ທຳອິດ.. ເຂົາກໍແທບທຳໃຈບໍ່ໄດ້.. ແຕ່ເມື່ອມັນເປັນແບບນີ້.. ເຂົາກໍບໍ່ຮູ້ວ່າຈະເຮັດຈັ່ງໃດ.. ວ່າແຕ່ມັນລົມຫຍັງກັບເພິ່ນ..?? ລິນດາ : ຫ່ະ!! ແບບວ່າ.. ບໍ່ມີຫຍັງດອກ.. ໃຈດີ : ແທ້ຫວ໋າ..?? (ຖາມດ້ວຍຄວາມສົງໄສ) ລິນດາ : ແມ່ນລ່ະ.. ອືມມ.. ດ໋ຽວເຂົາຮີບກັບບ້ານກ່ອນເດີ້.. ດ໋ຽວມື້ອື່ນເຂົາຈະມາຫາໃໝ່.. (ລິນດາຮີບຕັດຄວາມ) ໃຈດີ : ກະໄດ້.. ແລ້ວມື້ອື່ນເຈິກັນ.. ລິນດາ : (ຫັນມາບອກຫຍິງນຸ້ຍ) ໄປ໋..! ຫຍິງນຸ້ຍ.. ໃຈດີ ໄດ້ແຕ່ພຶມພຳກັບຕົວເອງວ່າ ທິດ ໄດ້ບອກຫຍັງກັບ ລິນດາ.. ເມື່ອລາວບໍ່ແນ່ໃຈ.. ລາວຈຶ່ງບອກໃຫ້ ຕຳຣວຈຕິດຕາມ ລິນດາ ບໍ່ໃຫ້ພາດສາຍຕາ.. ແລະ ໃນມື້ຕໍ່ມາຫຼັງຈາກທີ່ ລິນດາ ມາຢາມ ໃຈດີ ທີ່ໂຮງໝໍຕາມນັດ.. ລິນດາ ກໍຮີບອອກຈາກໂຮງໝໍໄວກວ່າ ປົກກະຕິ.. ໃຈດີ ເລີຍສັ່ງໃຫ້ລູກນ້ອງຂອງຕົນຕິດຕາມ ລິນດາ ໄປ.. ລູກນ້ອງຂອງ ໃຈດີ ກຳລັງຕິດຕາມ ລິນດາ ໄປຈົນຮອດແຄມຝັ່ງບ້ານເກົ້າລ້ຽວ.. ແຕ່ຂະນະດຽວກັນ ລິນດາ ກໍຮູ້ສຶກແປກຯ ເໝືອນມີໃຜສະກົດ ຮອຍຕາມຈຶ່ງແນມໄປທາງຫຼັງທັນທີ.. ລິນດາ : ເອະ! ໃຜຫັ້ນ..!! ແຕ່ນາງແນມໄປກໍ່ບໍ່ເຫັນໃຜ.. ນາງເລີຍຍ່າງຕໍ່ເພື່ອຈະໄປລົງເຮືອອອກໄປ ດອນກາງຂອງ ທີ່ນາງໄດ້ນັດໝາຍ ກັບ ທິດ ໄວ້.. ແລະ ລູກນ້ອງທັງສອງຄົນຂອງ ໃຈດີ ກໍຮີບນຳສະກົດຮອຍໄປຢ່າງບໍ່ຄາດສາຍຕາ.. ແຕ່ທັນໃດນັ້ນ.. ມີພໍ່ຄ້າຄົນນຶ່ງຍູ້ລໍ້ມາຕັດໜ້າ ທັງສອງທັນທີ! ລູກນ້ອງໃຈດີ: ເຮີ້ຍ! ເຮີ້ຍ! ແມ່ນຫຍັງນິ..!! ພໍ່ຄ້າ : ໂທດເດີ້ ພວກອ້າຍ.. ໃສຯເຈັບເປັນບ່ອນໃດ!! ລູກນ້ອງໃຈດີ: ເຮີ້ຍ! ແມ່ນຫຍັງນິ.. ສິເຮັດຫຍັງນິ.. ພໍ່ຄ້າ : ເຮົາສິເບິ່ງໃຫ້ວ່າເຈັບບ່ອນໃດບໍ່..?? ລູກນ້ອງໃຈດີ: ບໍ່! ບໍ່! ສິໄປໃສກະໄປໃສໄປແມະ.. ພໍ່ຄ້າ : ຄັນຊັ້ນຂ້ອຍໄປກ່ອນອ້າຍ.. ແຕ່ພໍຫຼັງຈາກນັ້ນ.. ລູກນ້ອງຂອງໃຈດີ ກໍແນມບໍ່ເຫັນ ລິນດາ ແລ້ວ.. ລູກນ້ອງໃຈດີ: ຫ້ວຍ! ໄປໃສໄວແທ້! ວັ່ງກີ້ຍັງເຫັນຫຼັງໄວຯຢູ່.. ທີ່ແທ້ແລ້ວພໍ່ຄ້າຜູ້ນັ້ນແມ່ນ ທອງໃສ ທີ່ປອມຕົວມາ.. ເພາະ ທິດ ຮູ້ວ່າຕ້ອງມີຄົນຕິດຕາມ ລິນດາ ມາ.. ຂະນະດຽວກັນນັ້ນ.. ຂະນະທີ່ ລິນດາ ຍ່າງກຳລັງຈະຍ່າງລົງທ່າ.. ໄດ້ມີຜູ້ຊາຍຄົນນຶ່ງມາດຶງຕົວນາງ.. ເຂົ້າໄປໄວ້ໃນອ້ອມກອດ.. ລິນດາ : ເຮີ້ຍ! ເຈົ້າສິເຮັດຫຍັງຂ້ອຍນິ.. ທິດ : ຈຸ…. ຢ່າປາກນ່ະ.. ເຫັນບໍ່ມີໃຜນຳເພິ່ນມາຫັ້ນ.. ລິນດາ : ອ້າວ! ທິດຫວ໋າ..?? ທິດ : ດ໋ຽວເຂົາຈະພາເພິ່ນຂຶ້ນເຮືອຈະປອດໄພກວ່າ.. ລິນດາ : ຫວ໋າ.. ແຕ່ເຂົາຮູ້ສຶກວ່າຄົນທີ່ປອດໄພແມ່ເພິ່ນຫຼາຍກວ່າ.. ທິດ : ອືມມ.. ແຫະຯ.. ກະເຂົາຫັ້ນລ່ະ.. ລິນດາ : ວ່າແຕ່ເພິ່ນຈະກອດເຂົາໄວ້ອີກດົນບໍ່ນິ..?? ທິດ : ເອີ້ຍ! ໂທດຯ.. ເຂົາບໍ່ໄດ້ຕັ້ງໃຈ.. ລິນດາ : ເອົາລ່ະ.. ຮີບຂຶ້ນໄປເທິງເຮືອດີກວ່າ.. ຂະນະທີ່ ລິນດາ ແລະ ທິດ ພາຍເຮືອອອກໄປ ດອນກາງຂອງ.. ສອງລູກນ້ອງຂອງໃຈດີ ກໍຮີບເອົາຂ່າວ ມາບອກໃຫ້ ໃຈດີ ຮັບຮູ້.. ລູກນ້ອງໃຈດີ: ຜູ້ກອງ! ຜູ້ກອງ! ເຮົານຳໄດ້ນຳຜູ້ຍິງຄົນນັ້ນໄປແລ້ວ.. ໃຈດີ : ແລ້ວນາງໄປໃສ..?? ລູກນ້ອງໃຈດີ: ເອີ່.. ແບບວ່າ.. (ສຽງອ້ຳອຶ້ງ) ໃຈດີ : ເວົ້າມາທະແມ້..!! ລູກນ້ອງໃຈດີ: ເຮົານຳໄປຮອດ.. ທ່າບ້ານເກົ້າລ້ຽວ.. ລ່ະບໍ່ເຫັນນາງແລ້ວ.. ບໍ່ຮູ້ວ່ານາງໄປໃສ.. ໃຈດີ : ໄປກຽມພົນ.. ແລ້ວເຮົາຈະບຸກໄປດອນກາງຂອງດຽວນີ້!!! ລູກນ້ອງໃຈດີ: ແຕ່ຜູ້ກອງຍັງບາດເຈັບຢູ່.. ໃຈດີ : ສົນໃຈນ່ະ! ເທົ່ານີ້ບໍ່ເຖິງຕາຍ.. ຮີບໄປກຽມພົນມາດຽວນີ້..! ລູກນ້ອງໃຈດີ: ຮັບຊາບ..! ໃຈດີ ກຳລັງຈະລະດົມພົນອອກໄປຈັບ ທິດ ທີ່ດອນກາງຂອງ.. ຂະນະທີ່ ທິດ ກັບ ລິນດາ ຈະໄດ້ຢູ່ລົມກັນເປັນຄັ້ງທຳອິດ.. ເຫດການຈະເປັນຈັ່ງໃດຕໍ່ໄປ.. ຕິດຕາມໄດ້ໃນ ດອນຊິງຊູ້ ຕອນ12..
ບໍ່ອາຈຈະເປັນເຈົ້າຊາຍ..ດັ່ງໃນນິຍາຍ..ທີ່ເຈົ້າຝັນ
|
|
|
ຫາຍຈາກການຂຽນໄປສີ່ອາທິດເຕັມຯ.. ຫຼັງຈາກຕິດສອບເສັງ.. ກໍເລີຍກັບມາຂຽນດອນຊິງຊູ້ອີກຄັ້ງ.. ຕອນນີ້ເປັນຕອນທີ 11 ແລ້ວ.. ເລື່ອງລາວກໍເຂັ້ມຂຸ້ນຂຶ້ນທຸກຂະນະ.. ເພາະໃກ້ຮອດຕອນທ້າຍຂອງເລື່ອງແລ້ວ.. ຈັ່ງໃດກໍຂໍໃຫ້ອ່ານຢ່າງມີຄວາມສຸກ.. ຢ່າລືມໂພສຕິຊົມກັນແນ່ເນີ້.. ![]()
ບໍ່ອາຈຈະເປັນເຈົ້າຊາຍ..ດັ່ງໃນນິຍາຍ..ທີ່ເຈົ້າຝັນ
|
|
|
ຢາກໃຫ້ທຸກຄົນອ່ານແລ້ວ.. ໄດ້ຮ່ວມຄາດເດົາຕອນຕໍ່ໄປ.. ລອງມາເດົາກັນຫຼີ້ນຯວ່າເລື່ອງເປັນແນວໃດໃນຕອນຕໍ່ໄປ.. ຖ້າໜ້າສົນໃຈ.. ຈະແກ້ທິດທາງຂອງເລື່ອງໃຫ້.. ລອງຮ່ວມສະໜຸກນຳກັນເນີ້..
ບໍ່ອາຈຈະເປັນເຈົ້າຊາຍ..ດັ່ງໃນນິຍາຍ..ທີ່ເຈົ້າຝັນ
|
|
|
ດົນໆມາທີ. ກະສນຸກດີ.ຊ່າງຂຽນ. |
|
|
ມ່ວນເນາະ |
|
|
ເຮົາອ່ານພວດບາດດຽວມາແຕ່ຕອນເຈັດ ຮະໆ, ໄວ້ຂຽນແລ້ວ ເບລ ລວມຕອນອີກບາດເດີ້ ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ
|
|
|
จังแม่นเนาะ พิมบักหรายหราย เอาเวลาไปเบิงบดฮงนแด่เดี้้ ![]() ![]() ![]() ![]() ![]() |
|
|
ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ... ເຮົາອ່ານພວດບາດດຽວມາແຕ່ຕອນເຈັດ ຮະໆ, ໄວ້ຂຽນແລ້ວ ເບລ ລວມຕອນອີກບາດເດີ້ເນື້ອທີ່ໂພສ..ຈະພໍຫວ໋າ..??
ບໍ່ອາຈຈະເປັນເຈົ້າຊາຍ..ດັ່ງໃນນິຍາຍ..ທີ່ເຈົ້າຝັນ
|
|
|
ອ້າງເຖິງຂໍ້ຄວາມຈາກ ThaoK ຂຽນວ່າ... ດົນໆມາທີ.ກະສນຸກດີ.ຊ່າງຂຽນ. ຈັ່ງໃດກະຂໍຂອບໃຈ.. ທີ່ເອົາຂໍ້ມູນໃຫ້ເຮົາ..
ບໍ່ອາຈຈະເປັນເຈົ້າຊາຍ..ດັ່ງໃນນິຍາຍ..ທີ່ເຈົ້າຝັນ
|
|
|
ບໍ່ອາຈຈະເປັນເຈົ້າຊາຍ..ດັ່ງໃນນິຍາຍ..ທີ່ເຈົ້າຝັນ
|
|
|
ໃຊ້ເວລາແຕ່ສອງສາມມື້.. ມື້ລ່ະຊົ່ວໂມງ..ກະໄດ້ແລ້ວ..
ບໍ່ອາຈຈະເປັນເຈົ້າຊາຍ..ດັ່ງໃນນິຍາຍ..ທີ່ເຈົ້າຝັນ
|
|
|
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ... ເຮົາອ່ານພວດບາດດຽວມາແຕ່ຕອນເຈັດ ຮະໆ, ໄວ້ຂຽນແລ້ວ ເບລ ລວມຕອນອີກບາດເດີ້ເນື້ອທີ່ໂພສ..ຈະພໍຫວ໋າ..?? ຈະວ່າໄປກະບໍ່ເຄີຍລອງ ແຕ່ໄດ້ຢູ່ຄິດວ່າ ຫລື ບໍ່ກະໂພສໃນກະທູ້ດຽວຫລາຍໂພສເອົາ ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ
|
|
|
ມ່ວນໆ ກຳລັງເຂັ້ມຂຸ້ນ ຕອນ 12 ມາໄວໆເດີ້ ຂຽນໄດ້ດີຫຼາຍໆ ![]() ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ
|
|
|
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ NouKGirlLikeTheOther ຂຽນວ່າ... ມ່ວນເນາະອ່ານລ່ະ..ຈ້ຳເບາະ..?? ![]() ບໍ່ ເດົາເອົາ ![]() ![]() |
|
|
ໂອ້ຍ! ຄິດວ່າເບ່ລເຊົາຂຽນຕໍ່ລະຊັ້ນດອກ ຂອບໃຈເດີ້ທີ່ບອກວ່າຕອນ11ມາແລ້ວ. ອ່ານແລ້ວ ມ່ວນອີກຕາມເຄີຍ, ເຜີແປບດຽວມັນແມ່ນຕອນທີ11ລະຕົວະໜິ! ສະແດງວ່າເລື່ອງຄົງໃກ້ຈະຈົບແລ້ວ ຕອບຈົບເຮົາບໍ່ຂໍຄາດເດົາເດີ້ ປ່ອຍໃຫ້ມັນເປັນໄປຕາມທຳມະຊາດຊະ
Sin tu amor en mi vida, mi vida no se
como podre yo vivir |
|
|
ອ້າງເຖິງຂໍ້ຄວາມຈາກ NouKGirlLikeTheOther ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ NouKGirlLikeTheOther ຂຽນວ່າ... ມ່ວນເນາະອ່ານລ່ະ..ຈ້ຳເບາະ..?? ![]() ບໍ່ ເດົາເອົາ ![]() ![]() ອຸສ່າ..ຂຽນ.. ![]()
ບໍ່ອາຈຈະເປັນເຈົ້າຊາຍ..ດັ່ງໃນນິຍາຍ..ທີ່ເຈົ້າຝັນ
|
|
|
ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ Diow ຂຽນວ່າ... ເຮົາອ່ານພວດບາດດຽວມາແຕ່ຕອນເຈັດ ຮະໆ, ໄວ້ຂຽນແລ້ວ ເບລ ລວມຕອນອີກບາດເດີ້ເນື້ອທີ່ໂພສ..ຈະພໍຫວ໋າ..?? ຈະວ່າໄປກະບໍ່ເຄີຍລອງ ແຕ່ໄດ້ຢູ່ຄິດວ່າ ຫລື ບໍ່ກະໂພສໃນກະທູ້ດຽວຫລາຍໂພສເອົາ ຖ້າເປັນໂພສດຽວ.. ໃສ່ສອງຕອນຖືວ່າສຸດຯລ່ະ.. ບາງເທື່ອກະບໍ່ໄດ້ເລີຍ.. ຍ້ອນແນວນີ້..ແຕ່ລ່ະຕອນຈຶ່ງໄດ້ແບ່ງກະທູ້.. ຕອນທຳອິດວ່າຈະເຮັດ ສາມຕອນ ຕໍ່ກະທູ້.. ແຕ່ສຸດທ້າຍ..ມັນບໍ່ພໍ..
ບໍ່ອາຈຈະເປັນເຈົ້າຊາຍ..ດັ່ງໃນນິຍາຍ..ທີ່ເຈົ້າຝັນ
|
|
|
ຂອບໃຈເນີ້..ເອື້ອຍ ວວ. ຈະພະຍາຍາມເຮັດໃຫ້ດີ(ຖ້າເປັນໄປໄດ້)ໃນຕອນຕໍ່ໄປ.. ອິອິອິອິອິ
ບໍ່ອາຈຈະເປັນເຈົ້າຊາຍ..ດັ່ງໃນນິຍາຍ..ທີ່ເຈົ້າຝັນ
|
|
|
ອ້າງເຖິງຂໍ້ຄວາມຈາກ 4ne ຂຽນວ່າ... ໂອ້ຍ! ຄິດວ່າເບ່ລເຊົາຂຽນຕໍ່ລະຊັ້ນດອກ ຂອບໃຈເດີ້ທີ່ບອກວ່າຕອນ11ມາແລ້ວ. ອ່ານແລ້ວ ມ່ວນອີກຕາມເຄີຍ, ເຜີແປບດຽວມັນແມ່ນຕອນທີ11ລະຕົວະໜິ! ສະແດງວ່າເລື່ອງຄົງໃກ້ຈະຈົບແລ້ວ ຕອບຈົບເຮົາບໍ່ຂໍຄາດເດົາເດີ້ ປ່ອຍໃຫ້ມັນເປັນໄປຕາມທຳມະຊາດຊະຕອນຈົບນິ..ຄິດໄວ້ແຕ່ຂຽນລ່ະ.. ແຕ່ວິທີດຳເນີນເລື່ອງໃຫ້ຮອດບ່ອນນັ້ນຫັ້ນຕິ.. ປັນຫາ.. ![]()
ບໍ່ອາຈຈະເປັນເຈົ້າຊາຍ..ດັ່ງໃນນິຍາຍ..ທີ່ເຈົ້າຝັນ
|
|
|
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ NouKGirlLikeTheOther ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ NouKGirlLikeTheOther ຂຽນວ່າ... ມ່ວນເນາະອ່ານລ່ະ..ຈ້ຳເບາະ..?? ![]() ບໍ່ ເດົາເອົາ ![]() ![]() ອຸສ່າ..ຂຽນ.. ![]() ກະດຽວວ່າພິມເອົາ ![]() |
|
|
ອ້າງເຖິງຂໍ້ຄວາມຈາກ NouKGirlLikeTheOther ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ NouKGirlLikeTheOther ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ NouKGirlLikeTheOther ຂຽນວ່າ... ມ່ວນເນາະອ່ານລ່ະ..ຈ້ຳເບາະ..?? ![]() ບໍ່ ເດົາເອົາ ![]() ![]() ອຸສ່າ..ຂຽນ.. ![]() ກະດຽວວ່າພິມເອົາ ![]() ບໍ່ແມ່ນປະຕູເນີ້!! ອັດເອົາ..ອັດເອົາ..!! ![]()
ບໍ່ອາຈຈະເປັນເຈົ້າຊາຍ..ດັ່ງໃນນິຍາຍ..ທີ່ເຈົ້າຝັນ
|
|
|
ປະຕູບໍ່ນຸ້ມປານນີ້ດອກ ![]() |
|
|
ma arn leo der, 5555 thod der ma arn sa, d kua bor ma ![]() muan lai...
° ° °☆ Believe iN DestinY ☆° ° °
|
|
|
sua c an jop dai aow kh jon jep ta mod lei hheheheh muon lai22 dr hun |
|
|
ຢາກອ່ານຕໍ່ ![]() ![]() |
|
|
ມ່ວນຫຼາຍຫັ່ນນີ້ ..... ຍັງຂຽນໄດ້ດີຄືເກົ່າເລີຍ .... ຕອນໜ້າມາໄວໆແນ່ເດີ້ .... ຢ່າໃຫ້ຖ້າດົນຫຼາຍ ... ຮູ້ບໍ່ .... ![]() ![]()
***It'z ME ~ ~ T i t i - L i L" A n G E L***
|
|
|
ຫລັງຈາກທີ່ຖ້າອ່ານມາຕັ້ງຫລາຍທິດ ໃນທີ່ສຸດມື້ນີ້ກໍ່ໄດ້ອ່ານແວ້ວວວວ ອິອິ ເລື່ອງກຳລັງມ່ວນ, ອ່ານແລ້ວກໍ່ເປັນຕາອິດູອ້າຍທິດເຮົາເນາະ T^T ອຶມແລະກໍ່ຢາກຫົວເວລາທີ່ໃຈດີບອກລິນດາວ່າ"ທີ່ມັນບໍ່ຖືກໃຈເຂົາ ເພາະຫົວໃຈເຂົາຢູ່ນຳເພິ່ນ" ອັນນີ້ເບລ໌ຕ້ອງຂຽນມາຈາກຊິວິດຄົນໃຈດີແທ້ໆລະເນາະ ອິອິ
There's a thin line between Life and Death, I wish for a Miracle to happen...
|
|
|
ບໍຮູ້ນຳເດີ ມາເມັນເອົາເງີນເພີ່ມ ຮ່າໆໆ |
|
|
ບໍ່ອາຈຈະເປັນເຈົ້າຊາຍ..ດັ່ງໃນນິຍາຍ..ທີ່ເຈົ້າຝັນ
|
|
|
ນາງເອກຂອງເລື່ອງ.. ມາແວ້ວວວ!!
ບໍ່ອາຈຈະເປັນເຈົ້າຊາຍ..ດັ່ງໃນນິຍາຍ..ທີ່ເຈົ້າຝັນ
|
















































