| |
|
|
![]() |
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້.
|
|
ນີ້ເປັນຕອນ10ຂອງ..ດອນຊິງຊູ້..ຕ້ອງໄດ້ແຍກເປັນກະທູ້ໃໝ່(ກະທູ້ທີ8)..ເພາະເອົາໄປໂພສກັບຕອນ9ລ່ະ..ເນື້ອທີ່ບໍ່ພໍ.. ສຳຫຼັບ ຕອນ1 ຕອນ2.. ອ່ານໄດ້ທີ່ນີ້ ສຳຫຼັບ ຕອນ3 ຕອນ4.. ອ່ານໄດ້ທີ່ນີ້ ສຳຫຼັບ ຕອນ 5.. ອ່ານໄດ້ທີ່ນີ້ ສຳຫຼັບ ຕອນ6.. ອ່ານໄດ້ທີ່ນີ້ ສຳຫຼັບຕອນເຈັດ.. ອ່ານໄດ້ທີ່ນີ້ ສຳຫຼັບຕອນ8.. ອ່ານໄດ້ທີ່ນີ້ ສຳຫຼັບຕອນ 9.. ອ່ານໄດ້ທີ່ນີ ກ່ອນອື່ນຂໍຂອບໃຈໃນບັນດາທ່ານທີ່..ໃຫ້ຂ້າພະເຈົ້າຫຍິບຍືມຊື່ມາເປັນຕົວລະຄອນຊຶ່ງມີຄື: ອ້າຍຣຸຈທົດ.. ເປັນ ພົນຕຳຣວຈ ຣຸຈທົດ.. ບອສໃຈດີ.. ເປັນ ທ້າວ ໃຈດີ.. ອ້າຍທິດຝອຍ.. ເປັນ ທ້າວ ທິດ.. ລິນດາ.. ເປັນ ນາງ ລິນດາ.. ທ່ານ ເທົາ ຄຳແສນ.. ເປັນ ໝໍເທົາ.. ເອື້ອຍ ວັນວານ.. ເປັນ ອາວັນ.. ສຳຫຼັບຕອນເກົ້າໄດ້ເພີ່ມຕົວລະຄອນ 3ໂຕ ມີຄື: ບີ້.. ເປັນ ບີ້.. ນ້ອງຊາຍ ໃຈດີ.. ຫຍິງນຸ້ຍ.. ເປັນ ຫຍິງນຸ້ຍ.. ລູກອ້າຍລູກນ້ອງຂອງ ລິນດາ.. ທ້າວ ທອງໃສ.. ເປັນ ທອງໃສ.. ມືຂວາ ໂຈນທິດ.. ສ່ວນນັກສະແດງຄົນອື່ນຯ..ຈະຖືກປາກົດຊື່..ເມື່ອປະກົດຕົວຢູ່ໃນເລື່ອງ.. ຕິດຕາມດອນຊິງຊູ້ ເດິ ຊີ່ຣີ່ຍ໌ໄດ້..ທຸກວັນພຸດ ແລະ ວັນເສົາ.. ຮຽນຍັງຜູ້ອ່ານທຸກທ່ານ..ຂໍຊ່ວຍກະລຸນາເມັ້ນເພື່ອຕິຊົມດ້ວຍ..ຈະໄດ້ພັດທະນາໃນຕອນຕໍ່ຯໄປ.. ຕອນ10... 10/02/2010 23:31am ສຽງປືນທີ່ດັງສະນັ່ນ.. ເຮັດໃຫ້ທຸກຄົົນທີ່ພາກັນໄປຫຸ້ມຊ່ວຍກັນດັບໄຟ.. ໄດ້ພາກັນແລ່ນມາທີ່ຈຸດຕົ້ນສຽງ.. ລິນດາ : ໃຈດີ.. ນັ້ນສຽງຫຍັງນ່ະ..ເໝືອນສຽງປືນແທ້..?? ໃຈດີ : ເຮົາຮີບໄປເບິ່ງກັນເທາະ.. ເຂົາວ່າອາດຈະມີເລື່ອງບໍ່ດີເກີດຂຶ້ນ.. ໃຈດີ ຈົກປືນອອກມາ.. ແລະ ພາ ລິນດາ ແລ່ນໄປເບິ່ງ.. ແຕ່ພໍທີ່ໄປຮອດບ່ອນທີ່ມາຂອງສຽງ.. ພາບທີ່ເຫັນແມ່ນ ພໍ່ຂອງໃຈດີ ນອນຈົມກອງເລືອດຢູ່.. ໃຈດີ : ພໍ່!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!! ພົນຕຳຣວຈຣຸຈທົດ: ໃຈດີ! ພໍ່ຫຼານຖືກ ໂຈນທິດ ມັນຍິງ.. ລິນດາ : ພໍ່! ພໍ່ເປັນຫຍັງບໍ່.. ພົນຕຳຣວຈຣຸຈທົດ: ພໍ່ບໍ່ເປັນຫຍັງ..ລິນດາ ຮີບຊ່ວຍພາພໍ່ຂອງໃຈດີໄປໂຮງໝໍໄວ.. ໂຈນທິດ ທີ່ກຳລັງຈະແລ່ນໜີໄປ.. ຕ້ອງຫັນກັບມາເມື່ອໄດ້ຍິນທີ່ ນາຍພົນຣຸຈທົດ ຮ້ອງຊື່ຂອງ ໃຈດີ ແລະ ລິນດາ.. ທິດ : ຫ່ະ!! ນີ້ແມ່ນໃຈດີ ແລະ ລິນດາຫວ່ະນິ!!! ທອງໃສ : ອ້າຍທິດ! ຮີບໜີໄວ! ກ່ອນຕຳຣວຈສິມາ!! ທອງໃສ ດຶງ ທິດ ເທົ່າໃດ.. ທິດກໍບໍ່ຍອມໄປຈັກເທື່ອ.. ລາວຍັງມຶນງົງກັບເຫດການທີ່ເກີດຂຶ້ນຈົນເຮັດຫຍັງ ບໍ່ຖືກ.. ທອງໃສ : ອ້າຍທິດ! ອ້າຍທິດ! ຮີບໄປຫັ້ນນ່ະ!!! ແລະໃນທີ່ສຸດ ໂຈນທິດ ກັບ ທອງໃສ.. ກໍຕ້ອງຮີບໜີໄປ.. ເພາະຕຳຣວຈ ແລະ ຕຳຣວຈດັບເພີງກໍຮີບມາ.. ແລະ ໄດ້ນຳໂຕ ພໍ່ຂອງໃຈດີ ຮີບສົ່ງໂຮງໝໍ.. ໃຈດີ.. ແມ່.. ນ້ອງຊາຍຂອງລາວ ພ້ອມກັບ ນາຍພົນຣຸຈທົດ ແລະ ລິນດາ.. ໄດ້ຍືນຖ້າຟັງອາການຂອງພໍ່ໃຈດີ.. ຢ່າງໃກ້ຊິດ.. ແລະ ນາຍພົນຣຸຈທົດໄດ້ເຂົ້າມາປອບໃຈ ໃຈດີ ທີ່ກຳລັງໄຫ້ຢູ່.. ພົນຕຳຣວຈຣຸຈທົດ: ໃຈດີ! ໃຈດີ! ພໍ່ຫຼານຕ້ອງບໍ່ເປັນຫຍັງ.. ໃຈດີ : ພໍ່ເຮົາໄປເຮັດຫຍັງກັບມັນ..?? ບັກໂຈນທິດ ມັນຈຶ່ງມາປອງຮ້າຍກັບພໍ່ເຮົາ.. ພົນຕຳຣວຈຣຸຈທົດ: ອາວ ກະບໍ່ຮູ້.. ຮູ້ແຕ່ວ່າຫຼານບໍ່ຄວນຈະປ່ອຍໃຫ້ມັນລອຍນວນ.. ໃຈດີ : ເຮົາບໍ່ປ່ອຍມັນໄວ້ແນ່ນອນ.. ມັນຕ້ອງຊົດໃຊ້.. ພົນຕຳຣວຈຣຸຈທົດ: ດ໋ຽວອາວຈະໃຫ້ອິສະຣະ ແລະ ໃຫ້ຄວາມຊ່ວຍເຫຼືອຫຼານເຕັມທີ່.. ພໍດີທ່ານໝໍຝຣັ່ງ ໄດ້ຍ່າງອອກມາແຕ່ຫ້ອງມໍລະສຸມ.. ໃຈດີ : ທ່ານໝໍ! ທ່ານໝໍ! ພໍ່ຂ້ອຍເປັນຈັ່ງໃດແດ່!! ໝໍຝຣັ່ງ : (ສຳນຽງເວົ້າບໍ່ຂອດ) ຂ້ອຍໂຂສະແດງຄວາມເສຍຈາຍ.. ໂຄນຂ້າຍ ເສຍແລ້ວ.. ໃຈດີ ແທບຊຸດລົງ.. ຊີວິດນີ້ລາວຍັງບໍ່ເຄີຍແມ້ແຕ່ຈະມີໂອກາດໄດ້ບອກຮັກພໍ່ແມ້ແຕ່ຄັ້ງດຽວ.. ແຕ່ພໍ່ລາວກໍຕ້ອງ ມາຈາກໄປ.. ຄອບຄົົວຂອງລາວກອດກັນຮ້ອງໄຫ້ ກັບການຈາກໄປຂອງຜູ້ເປັນຫົວໜ້າຄອບຄົວ.. ນີ້ເປັນຈຸດເລີ່ມຂອງຄວາມແຄ້ນຝັງໃຈ.. ທີ່ໃຈດີມີຕໍ່ ໂຈນທິດ.. ເຖິງແມ້ນວ່າລາວຈະຍັງບໍ່ຮູ້ກໍຕາມວ່າແທ້ແລ້ວ ໂຈນທິດ ນັ້ນແມ່ນໝູ່ທີ່ຮັກແພງກັນກັບລາວເຫຼືອເກີນໃນສະໄໝຍັງເປັນເດັນນ້ອຍ.. ຂະນະນັ້ນ ໃຈດີ ອອກມານັ່ງຊຶມເສົ້າຢູ່ຄົນດຽວ.. ລິນດາ ກໍໄດ້ຍ່າງເຂົ້າມາຫາ.. ລິນດາ : ເຂົາເສຍໃຈນຳເດີ້ ໃຈດີ.. ໃຈດີ : (ສຽງໂກດແຄ້ນ) ຄົນທີ່ຄວນຊົດໃຊ້ເລື່ອງນີ້ ມີພຽງແຕ່ມັນຜູ້ດຽວ.. ລິນດາ : ແມ່ນໃຜທີ່ເປັນຄົນຍິງພໍ່ຂອງເພິ່ນ..?? ໃຈດີ : ມັນແມ່ນ..ບັກໂຈນທິດ..ຜູ້ຮ້າຍທີ່ທາງການຢາກໄດ້ໂຕຫຼາຍທີ່ສຸດ.. ລິນດາ : ໂຈນທິດ ຫວ໋າ..?? ຊື່ນີ້...................... ໃຈດີ : ບໍ່ໜ້າຈະແມ່ນ ທີ່ດາຄິດດອກ.. ຂະນະທີ່ ລິນດາ ຍ່າງເຂົ້າໄປຫາ ໃຈດີ.. ຫຍິງນຸ້ຍ ທີ່ຍືນຢູ່ນອກໂຮງໝໍ ຜະເອີນຍ່າງໄປເຈິກັບ ບີ້.. ທີ່ລັກມານັ່ງໄຫ້ຢູ່.. ຫຍິງນຸ້ຍເລີຍຍ່າງເຂົ້າໄປຫາ ບີ້.. ຫຍິງນຸ້ຍ : ເປັນຜູ້ຊາຍ..ອີ່ຫຍັງ..ເຂັ້ມແຂັງແດ່ແມະ.. ບີ້ : (ແນມເບິ່ງເໝືອນຢາກຮ້າຍ) ຫຍິງນຸ້ຍ : ໂທດ.. ເຂົາບໍ່ໄດ້ຕັ້ງໃຈ.. ຈັ່ງໃດກະເສຍໃຈແທນເພິ່ນນຳ.. ບີ້ : ອືມມ.. ເຂົາບໍ່ຄິດວ່າພໍ່ເຂົາຈະຈາກເຂົາໄປໄວແບບນີ້.. ຫຍິງນຸ້ຍ : ແຕ່ຈັ່ງໃດກໍຍັງມີແມ່ ແລະ ອ້າຍເພິ່ນ.. ອືມມ.. ເອົາອັນນີ້ໄປໄວ.. ຫຍິງນຸ້ຍ ຍື່ນຜ້າເຊັດໜ້າໃຫ້ກັບ ບີ້.. ບີ້ : ຂອບໃຈ.. ຫຍິງນຸ້ຍ : ຢ່າເສົ້າໄປເລີຍ.. ດ໋ຽວເຂົາຈະເປັນໝູ່ລົມກັບເພິ່ນເອງ.. ບີ້ : ອືມມ.. ຂອບໃຈ.. ຕໍ່ຈາກນັ້ນ.. ນາຍພົນຣຸຈທົດ ໄດ້ພາ ລິນດາ ແລະ ຫຍິງນຸ້ຍ ກັບບ້ານ.. ພໍແຕ່ກັບມາຮອດບ້ານ ນາຍພົນຣຸຈທົດ ໄດ້ເອີ້ນນ້ອງສາວມາຫາ.. ອາວັນ : ມີຫຍັງກັບນ້ອງ..?? ອ້າຍຣຸຈ.. ພົນຕຳຣວຈຣຸຈທົດ: ທີ່ໄຟໃໝ້ເປັນຈັ່ງໃດແດ່.. ອາວັນ : ມີແຕ່ໃໝ້ໃນເຮືອນຄົວ.. ເສຍຫາຍນ່ອຍນຶ່ງ ມື້ອື່ນນ້ອງຈະໃຫ້ເດັນນ້ອຍເຂົາມາສ້ອມແຊມປົວແປງໃຫ້.. ພົນຕຳຣວຈຣຸຈທົດ: ບັກໂຈນທິດ.. ມັນກ້າດີຫຼາຍ ທີ່ເຮັດແບບນີ້..!! ອາວັນ : ຮູ້ສຶກວ່າ ອ້າຍຣຸຈ ຈະເປັນເປົ້າຂອງ ໂຈນທິດ ເປັນພິເສດ.. ສາເຫດແມ່ນຫຍັງ..?? ພົນຕຳຣວຈຣຸຈທົດ: ມັນເວົ້າວ່າ ອ້າຍເຮັດໃຫ້ແມ່ມັນຕາຍ.. ອ້າຍໄປທັນໄປຂ້າແມ່ມັນວັ່ງໃດ.. ອ້າຍຍັງບໍ່ຮູ້ ອາວັນ : ເລື່ອງນີ້.. ນ້ອງຮູ້ສຶກວ່າມັນຈັ່ງໃດຯຢູ່.. ພົນຕຳຣວຈຣຸຈທົດ: ອ້າຍຕ້ອງຮູ້ໃຫ້ໄດ້ວ່າມັນແມ່ນໃຜ.. ອາວັນ : ມື້ອື່ນອ້າຍຈະໄປງານສົບຂອງ ທ່ານປະລັດ ບໍ່..?? ພົນຕຳຣວຈຣຸຈທົດ: ເລື່ອງໄປອ້າຍໄປ.. ແຕ່ເລື່ອງຂອງ ທ່ານປະລັດ.. ເຮົາຮູ້ແຕ່ສອງອ້າຍນ້ອງເດີ້.. ອາວັນ : ເຈົ້າ.. ອ້າຍ.. ເລື່ອງຂອງ ພໍ່ຂອງໃຈດີ ຈະກ່ຽວກັບ ນາຍພົນຣຸຈທົດ ຈະເປັນຈັ່ງໃດ.. ແຕ່ຕອນນີ້ເຮົາມາຟັງ ບົດສົນທະນາຂອງ ລິນດາ ແລະ ຫຍິງນຸ້ຍ.. ຂະນະທີ່ ຫຍິງນຸ້ຍ ກໍາລັງນັ່ງເໝີ່ຢູ່ ລິນດາ ໄດ້ເຂົ້າໄປຈວດ ຫຍິງນຸ້ຍ.. ລິນດາ : ຫຍິງນຸ້ຍ!! ຫຍິງນຸ້ຍ : ເອີ້ຍ! ເອື້ອຍດາ ນ່ະ.. ຂ້ອຍຕົກໃຈໝົດ.. ລິນດາ : ນັ່ງເໝີ່ຫຍັງຢູ່ເກາະ.. ຄືບໍ່ນອນປານນີ້..?? ຫຍິງນຸ້ຍ : ຕາອີ່ຕົນ ບີ້ເນາະ.. ມື້ນີ້ຕອນຢູ່ໂຮງໝໍຂ້ອຍເຫັນລາວນັ່ງຊຶມຢູ່.. ລິນດາ : ກໍພໍ່ລາວເສຍທັງຄົນ.. ຫຍິງນຸ້ຍ : ຫັ້ນແຫຼະ.. ລາວຄົງຍັງທຳໃຈບໍ່ໄດ້.. ລິນດາ : ຫັ້ນແນ່!! ບໍ່ແມ່ນຄິດອີ່ຫຍັງກັບ ບີ້ ຢູ່ເບາະ..?? ຫຍິງນຸ້ຍ : (ໜ້າແດງ) ເອີ້ຍ! ເອື້ອຍດາ.. ເວົ້າຫຍັງເກາະ! ຂ້ອຍສິທັນໄປຄິດອີ່ຫຍັງກັບລາວ.. ລິນດາ : ແມ່ນຫວ໋າ!! ມື້ນີ້ເອື້ອຍເຫັນໂຕໄປຟ້ອນໄປເຕັ້ນກັບ ບີ້ ຢູ່.. ຫຍິງນຸ້ຍ : ເວົ້າໃຫ້ແຕ່ຂະເຈົ້າ.. ລ່ະໄອ້ໂຕຫັ້ນ ກັບ ອ້າຍໃຈດີ ຫັ້ນເດະ..?? ລິນດາ : ອ້າວ! ແນວເອື້ອຍ ກັບ ອ້າຍໃຈດີ.. ເປັນໝູ່ກັນມາແຕ່ນ້ອຍເນາະ.. ສິໄດ້ຄິດອີ່ຫຍັງ.. ຫຍິງນຸ້ຍ : ຄັນບໍ່ຄິດ.. ລ່ະຄືໜ້າແດງຊັ້ນ.. ຫັ້ນແນ່! ຫັ້ນແນ່! ບໍ່ແມ່ນຖ່ານໄຟເກົ່າລຸກຄືນເບາະ.. ລິນດາ : ເປັນເດັກເປັນເລັກ.. ມາເຮັດຮູ້ເລື່ອງຜູ້ໃຫຍ່.. ໄປ໋! ຮີບນອນ.. ມື້ອື່ນຕ້ອງໄປງານ ສົບພໍ່ຂອງໃຈດີ.. ເຊົ້າຕໍ່ມາ ນາຍພົນຣຸຈທົດ ໄດ້ພາ ອາວັນ.. ລິນດາ ແລະ ຫຍິງນຸ້ຍ.. ມາທີ່ບ້ານຂອງ ໃຈດີ.. ບັນຍາກາດເຕັມ ໄປດ້ວຍຄວາມໂສກເສົ້າ.. ແຕ່ທາງໃນງານ ເຕັມໄປດ້ວຍແຂກຜູ້ໃຫຍ່ທີ່ມາຮ່ວມງານ.. ຊຶ່ງຢູ່ໜ້າບ້ານ ມີແມ່ຂອງໃຈດີ ແລະ ບີ້.. ຍືນຕ້ອນຮັບແຂກຢູ່.. ແມ່ຂອງໃຈດີ : ສະບາຍດີນາຍພົນຣຸຈ.. ເຊີນທາງໃນເລີຍ.. ພົນຕຳຣວຈຣຸຈທົດ: ຂໍສະແດງຄວາມເສຍໃຈນຳເດີ້.. ແມ່ຂອງໃຈດີ : ພໍ່ໃຈດີ ເຮັດບຸນມາສ່ຳນີ້.. ມັນຮອດເວລາຂອງລາວແລ້ວ.. ພົນຕຳຣວຈຣຸຈທົດ: ຂ້ອຍແສນຈະເສຍດາຍ ແລະ ອາວອນ ທີ່ທ່ານປະລັດຈາກໄປ.. ເຮົາໄດ້ສູນເສຍ ບຸກຄົນທີ່ມີຄຸນະພາບໄປອີກຄົນນຶ່ງ.. ແມ່ຂອງໃຈດີ : ຖືວ່າໃຫ້ລາວໄດ້ພັກຜ່ອນ ແລະ ໄປສະບາຍ.. ລາວເມື່ອຍມາຫຼາຍແລ້ວ.. ພົນຕຳຣວຈຣຸຈທົດ: ເລື່ອງຄະດີຄວາມທາງຕຳຣວຈຢ່າງຂ້ອຍຈະດູແລໃຫ້ເຕັມທີ່ ເພາະຖືວ່າຄະດີນີ້ ເປັນຄະດີທີ່ອຸສະກາດຫຼາຍ.. ຂ້ອຍໄດ້ໃຫ້ ໃຈດີ ເປັນຜູ້ຮັບຜິດຊອບຄະດີເອງ ແລະ ຂ້ອຍກໍພ້ອມທີ່ຈະ ສະໜັບສະໜຸນ ແລະ ຊ່ວຍເຫຼືອເຕັມທີ່.. ຈາກນັ້ນ ນາຍພົນຣຸຈທົດ ໄດ້ຍ່າງເຂົ້າໄປຫາໃຈດີ.. ເພື່ອໂອ້ລົມກັບ ໃຈດີ ກ່ຽວກັບເລື່ອງຄະດີພໍ່ຂອງ ລາວ.. ພົນຕຳຣວຈຣຸຈທົດ: ໃຈດີເອີ້ຍ! ທາງການໄດ້ຕັ້ງລາງວັນນຳຈັບ ບັກໂຈນທິດ ໄວ້ທີ່ໜຶ່ງແສນກີບ.. ສະແດງໃຫ້ເຫັນວ່າທາງການເພິ່ນຕ້້ອງການໂຕມັນແທ້ຯ.. ໃຈດີ : ເຮົາຈະຈັບມັນດ້ວຍນ້ຳມືຂອງເຮົາເອງ..! ພົນຕຳຣວຈຣຸຈທົດ: ເລື່ອງຄະດີຄວາມຈັ່ງໃດອາວກະຈະໃຫ້ອິສະຣະຫຼານເຕັມທີ່ແນ່ນອນ.. ແລະ ຈະສະໜັບສະໜຸນຫຼານເຕັມທີ່.. ໃຈດີ : ຂອບໃຈທ່ານນາຍພົນ.. ພົນຕຳຣວຈຣຸຈທົດ: ແຕ່ຈັ່ງໃດຕອນນີ້.. ໃຫ້ຫຼານແລ້ວເສັດພິທີຂອງພໍ່ຫຼານກ່ອນ.. ໃຫ້ຫຼານມີຄວາມພ້ອມ ແລ້ວຈຶ່ງກັບມາເຮັດວຽກ.. ໃຈດີ : ໂດຍ.. ທ່ານນາຍພົນ.. ນາຍພົນຣຸຈທົດ ຈະໃຊ້ ໃຈດີ ເປັນເຄື່ອງມືຕາມລ່າ ໂຈນທິດ.. ສັດຕູເບີນຶ່ງຂອງລາວ.. ໂຈນທິດ ນັ້ນໄດ້ປຸ້ນເຄື່ອງຂອງ ນາຍພົນຣຸຈທົດ ຫຼາຍຄັ້ງ.. ສ້າງຄວາມເສຍຫາຍມະຫາສານ ໃຫ້ແກ່ ນາຍພົນຣຸຈທົດ.. ສະນັ້ນບໍ່ແປກໃຈເລີຍທີ່ ນາຍພົນຣຸຈທົດ ຕ້ອງການໂຕ ໂຈນທິດ ເຫຼືອເກີນ.. ຫຼັງຈາກທີ່ງານສົບ ພໍ່ຂອງໃຈດີ ສິ້ນສຸດລົງ.. ທຸກຢ່າງຜ່ານໄປຢ່າງຮຽບຮ້ອຍດີ.. ໃຈດີ ໄດ້ພ້ອມແລ້ວທີ່ຈະກັບເຂົ້າໄປເຮັດວຽກ.. ແລະ ລາວໄດ້ຍ່າງມາໂອ້ລົມກັບ ແມ່ຂອງລາວ.. ໃຈດີ : ແມ່.. ງານສົບຂອງອີ່ພໍ່ ກະຖືວ່າສຳເຫຼັດລົງແລ້ວ.. ຕໍ່ຈາກນີ້ເຮົາສິກັບເຂົ້າຣາຊະການແລ້ວ.. ແມ່ຂອງໃຈດີ : ສະພາບຈິດໃຈດີຂຶ້ນແລ້ວຫວ໋າລູກ..?? ໃຈດີ : ເຮົາພ້ອມທີ່ຈະໄປຈັບໂຕ ບັກໂຈນທິດ ເພື່ອມາລ້າງແຄ້ນໃຫ້ອີ່ພໍ່ແລ້ວ.. ແມ່ຂອງໃຈດີ : ລູກເອີ້ຍ! ຖ້າລູກຈະເຮັດຫຍັງແມ່ຢາກໃຫ້ລູກມີສະຕິ.. ບໍ່ແມ່ນໃຊ້ອາລົມຕັດສິນ.. ໃຈດີ : ແຕ່ເຮົາເຊື່ອວ່າຄວາມແຄ້ນຂອງເຮົາ.. ຈະກາຍເປັນພະລັງໃຫ້ເຮົາສາມາດຈັບໂຕ ມັນໄດ້.. ແມ່ຂອງໃຈດີ : ຈັ່ງໃດກໍຕາມ.. ລູກກໍເກັບຄຳທີ່ແມ່ບອກເອົາໄປຄິດເດີ້ລູກ.. ໃຈດີ : ໂດຍ.. ແມ່.. ຫຼັງຈາກນັ້ນ ໃຈດີ ໄດ້ກັບໄປທີ່ກົມຕຳຣວຈ.. ແລະ ລາວໄດ້ຍ່າງເຂົ້າໄປລາຍງານໂຕກັບ ນາຍພົນຣຸຈທົດ.. ໃຈດີ : ທ່ານນາຍພົນ.. ຂ້ານ້ອຍຂໍເຂົ້າລາຍງານໂຕ! ພົນຕຳຣວຈຣຸຈທົດ: ຈັ່ງໃດຜູ້ກອງ.. ກຽມພ້ອມເຕັມທີ່ລ່ະ..?? ໃຈດີ : ເຈົ້າ! ທ່ານນາຍພົນ! ພົນຕຳຣວຈຣຸຈທົດ: ຢ່າງທີ່ເຮົາໄວ້ນຳກັນແລ້ວຜູ້ກອງ.. ວຽກສຳຄັນທີ່ສຸດຂອງເຈົ້າຕອນນີ້.. ແມ່ນຈັບໂຕ ໂຈນທິດ ໃຫ້ໄວທີ່ສຸດ.. ທາງການເພິ່ນຈັບຕາຄະດີນີ້ຢູ່ເປັນພິເສດ.. ໃຈດີ : ຂ້ານ້ອຍ.. ສິເຮັດໃຫ້ດີທີ່ສຸດ..!! ພົນຕຳຣວຈຣຸຈທົດ: ດີ..! ຂ້ອຍເຊື່ອສີມືເຈົ້າຜູ້ກອງ!! ຜູ້ກອງ ເຈົ້າຮູ້ຫຼືບໍ່..ວ່າຫຼາຍຄົນເອີ້ນມັນວ່າ ໂຈນດອນກາງຂອງ.. ໃຈດີ : ເປັນຫຍັງວ່າຊັ້ນທ່ານນາຍພົນ..?? ພົນຕຳຣວຈຣຸຈທົດ: ເພາະທຸກຄັ້ງທີ່ມັນກໍເຫດ.. ມັນຈະຫຼົບໜີໄປທີ່ດອນກາງຂອງ ແລະ ຫາຍໄປຢ່າງໄວວາ.. ມັນເປັນໂຈນທີ່ເກັ່ງຫຼາຍ.. ຊຶ່ງເປັນເລື່ອງຍາກທີ່ຈະຈັບໂຕມັນ.. ໃຈດີ : ຍາກຊ່ຳໃດຂ້ານ້ອຍກໍຈະຈັບມັນໃຫ້ໄດ້..!! ພົນຕຳຣວຈຣຸຈທົດ: ດີ.. ຫວັງວ່າຜູ້ກອງຈະບໍ່ເຮັດໃຫ້ຂ້ອຍຜິດຫວັງ.. ໃຈດີ : ເຈົ້າ! ທ່ານນາຍພົນ..! ໃຈດີ ກັບໄປໃນຫ້ອງເພື່ອກວດວຽກງານ.. ແຕ່ບຶດນຶ່ງກໍມີສຽງໂທລະສັບດັງຂຶ້ນ.. ກຣີ້ງ !!!!!!!!!!!!!!!!!!!!!!!!!!! !!!!!!!!!!!!!!!!!!!!!!!!!!!!!!! !!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!!! ໃຈດີ : ອາໂຫຼ.. ເຈົ້າ.. ສະບາຍດີ.. ລິນດາ : ຈັ່ງໃດທ່ານຜູ້ກອງ.. ກັບມາເຮັດວຽກລ່ະເບາະ..?? ໃຈດີ : ຫາກະມາມື້ທຳອິດ.. ດາ ຮູ້ໄດ້ຈັ່ງໃດ..?? ລິນດາ : ພໍ່ດາ ຫາກະບອກດາວັ່ງກີ້ນ່ະໃຈດີ.. ໃຈດີ : ຫວ໋າ.. ດາໂທມາມີຫຍັງຈະເວົ້າກັບເຂົາຫວ໋າ..?? ລິນດາ : ທີ່ໂທມາ.. ເຂົາວ່າຈະຊວນໃຈດີ ໄປສະຖານທີ່ບ່ອນໃດບ່ອນນຶ່ງ.. ໃຈດີ : ດາ ຈະຊວນເຂົາໄປໃສ..?? ລິນດາ : ໃຈດີ ລືມລ່ະຫວ໋າວ່າແຕ່ກີ້ເຮົາເລີກໂຮງຮຽນ.. ລ່ະເຮົາໄປໃສ..?? ໃຈດີ : ອໍ໋.. ດອນກາງຂອງຫັ້ນ..?? ລິນດາ : ແມ່ນແລ້ວ.. ມື້ນີ້ໃຈດີ ເລີກວຽກລ່ະມາຫາເຂົາຢູ່ດອນກາງຂອງເດີ້.. ໃຄຈດີ : ໄດ້ເລີຍ.. ແລ້ວເຈິກັນ.. ລິນດາ : ລະເຈິກັນ.. ດ້ວຍຄວາມທີ່ນາງຄິດຮອດ ດອນແຫ່ງນັ້ນແຮງ.. ເພາະຕັ້ງແຕ່ກັບມາແຕ່ຝຣັ່ງ.. ນາງຍັງບໍ່ໄດ້ໄປທີ່ດອນກາງ ຂອງເລີຍ.. ແລະ ມື້ນີ້ ລິນດາ ໄດ້ລ່ວງໜ້າໄປທີ່ ດອນກາງຂອງ.. ພໍທີ່ນາງໄດ້ມາຮອດແຄມຝັ່ງບ້ານເກົ້າລ້ຽວ.. ນາງໄດ້ຊອກຫາເຮືອເພື່ອຈະຈ້າງໃຫ້ໄປສົ່ງ.. ແລະ ນາງກໍໄດ້ໄປເຈິກັບໄທບ້ານທີ່ຫາປາຢູ່ນັ້ນຜູ້ນຶ່ງ.. ລິນດາ : ໂທດເດີ້.. ອ້າຍ.. ຖ້າຈະພາຍເຮືອໄປສົ່ງຂ້ອຍຢູ່ດອນກາງຂອງຄິດເງິນເທົ່າໃດນ່ະ..? ໄທບ້ານ : ບໍ່ເປັນຫຍັງດອກຜູ້ສາວ.. ຈັ່ງໃດຂ້ອຍກະສິອອກໄປຫັ້ນແລ້ວ.. ຂ້ອຍສິໄປສົ່ງ.. ລິນດາ : ແມ່ນຫວ໋າ.. ຂອບໃຈເດີ້ອ້າຍ.. ໄທບ້ານຜູ້ນັ້ນ ໄດ້ພາ ລິນດາ ຂຶ້ນເຮືອ ແລະ ພາຍອອກກາງຂອງ.. ຊຶ່ງໄທບ້ານຜູ້ນັ້ນໄດ້ເອີ່ຍຖາມລິນດາວ່າ.. ໄທບ້ານ : ເບິ່ງຄືເຈົ້າຕື່ນເຕັ້ນເນາະ.. ທີ່ໄດ້ມາດອນກາງຂອງ.. ລິນດາ : ແມ່ນແລ້ວ.. ຂ້ອຍດີໃຈ ແລະ ຕື່ນເຕັ້ນເຫຼືອເກີນທີ່ຈະກັບມາຫາມັນອີກຄັ້ງ.. ໄທບ້ານ : ມີຫຍັງຈົດຈຳກ່ຽວກັບ ດອນແຫ່ງນີ້ ຫວ໋າ..?? ລິນດາ : ມັນເປັນດອນທີ່ຂ້ອຍກັບໝູ່ຂ້ອຍ.. ມີຄວາມສຸກເຫຼືອເກີນ ເວລາທີ່ໄດ້ມາຫຼິ້ນດອນແຫ່ງນີ້.. ໄທບ້ານ : ແລ້ວໝູ່ເຈົ້າໄປທາງໃດໝົດແລ້ວ.. ຄືມີແຕ່ເຈົ້າຜູ້ດຽວ..?? ລິນດາ : ໝູ່ຂ້ອຍຄົນນຶ່ງເປັນຕຳຣວຈ.. ແຕ່ອີກຄົນນຶ່ງບໍ່ຮູ້ວ່າໄປຢູ່ໃສ.. ຂ້ອຍຢາກເຈີລາວທີ່ສຸດ ເລີຍໃນຕອນນີ້.. ໄທບ້ານ : ມື້ນຶ່ງເຈົ້າຫາກຈະໄດ້ເຈິລາວ.. ລິນດາ : ເຈົ້າຮູ້ຫວ໋າ.. ວ່າລາວຢູ່ໃສ..??!!!! ໄທບ້ານ : ບໍ່ດອກ.. ຂ້ອຍບໍ່ຮູ້ຈັກລາວດອກ.. ແຕ່ຂ້ອຍຄິດວ່າຖ້າໄດ້ລິຂິດໃຫ້ໄດ້ມາເຈິກັນແລ້ວ.. ມື້ນຶ່ງເຈົ້າກັບລາວຈະໄດ້ເຈິກັນເອງ.. ລິນດາ : ອ້າວ! ບໍ່ຮູ້ດອກຫວ໋າ..?? ແຕ່ກໍຫວັງວ່າມື້ນຶ່ງຂ້ອຍຈະໄດ້ເຈິກັບລາວ.. ໄທບ້ານ : ສາວ.. ຮອດດອນລ່ະເດີ້.. ລິນດາ : ຂອບໃຈເດີ້ອ້າຍ.. ລ່ະເຈົ້າສິໄປໃສຕໍ່ນິ..?? ໄທບ້ານ : ຂ້ອຍກໍຈະອອກໄປຢາມມອງຂ້ອຍກ່ອນ.. ລ່ະບາດກັບເຈົ້າສິກັບຈັ່ງໃດນິ..?? ລິນດາ : ອໍ໋.. ສິມີໝູ່ຂ້ອຍມາຫານ່ະ.. ລ່ະຈະກັບພ້ອມລາວ.. ໄທບ້ານ : ໃຈດີ.. ຫວ໋າ..?? ລິນດາ : ແມ່ນແລ້ວ.. ແຕ່ເອະ! ເຈົ້າຮູ້ໄດ້ຈັ່ງໃດ..??? ໄທບ້ານ : ອໍ໋.. ບໍ່ມີຫຍັງດອກ.. ດ໋ຽວຂ້ອຍໄປກ່ອນເດີ້.. ພໍທີ່ ໄທບ້ານ ຄົນນັ້ນຫັນໜ້າຈະລົງເຮືອ.. ຜະເອີນວ່າແສງແດດໄດ້ໄປສະທ້ອນກັບບາງສິ່ງທີ່ຄ້າຍກັບກິບໜີບຜົມເປັນສີມໍຣະກົດ.. ສະທ້ອນເຂົ້າຕາ ລິນດາ.. ລິນດາ : ເອະ! ນັ້ນມັນ.. ໄທບ້ານ ຜູ້ນັ້ນຮີບແລ່ນຂຶ້ນເຮືອພາຍໜີໄປ.. ໂດຍມີ ລິນດາ ຮ້ອງຕາມຫຼັງ.. ລິນດາ : ອ້າຍ! ອ້າຍ! ນັ້ນມັນແມ່ນກິບຫຼືບໍ່..?? ເຈົ້າໄດ້ມາແຕ່ໃສ..?? ອ້າຍ! ອ້າຍ! ແຕ່ ໄທບ້ານ ຜູ້ນັ້ນກໍບໍ່ໄດ້ສົນໃຈ ແລະ ຮີບພາຍເຮືອໜີໄປ.. ເຮັດໃຫ້ ລິນດາ ຮູ້ສຶກຄາເຄືອງໃຈ.. ຖຶງສິ່ງທີ່ຫ້ອຍຢູ່ຄໍຂອງ ໄທບ້ານ ຜູ້ນັ້ນ.. ລັກສະນະມັນເໝືອນກັບກິບ ທີ່ລາວເຄີຍໃຫ້ ທິດ ແລະ ໃຈດີ.. ແຕ່ນາງກໍຄິດວ່າບໍ່ໜ້າຈະແມ່ນຢ່າງທີ່ນາງສົງໄສ.. ເພາະຖ້າແມ່ນ ທິດ ແທ້.. ທິດ ກໍໜ້າຈະທັກທາຍນາງແລ້ວ.. ນາງເລີຍບໍ່ຄິດຫຍັງຫຼາຍ ແລະ ຄິດວ່າບໍ່ໜ້າຈະແມ່ນ ກິບມໍຣະກົດ ທີ່ຫ້ອຍຢູ່ຄໍຂອງ ໄທບ້ານ ຜູ້ນັ້ນ.. ເມື່ອ ລິນດາ ມາຮອດ ດອນກາງຂອງ ແລ້ວ.. ນາງກໍໄດ້ຍ່າງເລາະຕາມຫາດຊາຍ ຂອງດອນແຫ່ງນີ້.. ຫຼາຍປີທີ່ນາງບໍ່ໄດ້ມາຫຍຽບທີ່ ດອນແຫ່ງນີ້ ເຮັດໃຫ້ນາງຄິດພາບເກົ່າຯ ທີ່ເຄີຍມີໃນຄວາມຊົງຈຳຂອງນາງ.. ນາງບໍ່ອາຍທີ່ຈະກໍ່ກອງຊາຍຫຼິ້ນເໝືອນກັບຕອນຍັງນ້ອຍ.. ແຕ່ມັນຍິ່ງເຮັດໃຫ້ນາງຮູ້ສຶກມີຄວາມສຸກເໝືອນໄດ້ຍ້ອນເວລາໄປໃນອະດີດ ທີ່ແສນມີຄວາມສຸກໃນຄວາມຊົງຈຳຂອງນາງ.. ຈາກນັ້ນບໍ່ດົນ ໃຈດີ ກໍໄດ້ພາຍເຮືອມາຫາ ລິນດາ.. ໃຈດີ : ເຮ້! ລິນດາ..!! ລິນດາ : ອ້າວ! ໃຈດີ..!! ໃຈດີ : ໂທດເດີ້.. ທີ່ໃຫ້ຖ້າ.. ເພິ່ນມາຮອດດົນລ່ະ..?? ລິນດາ : ກະບໍ່ດົນດອກ.. ຈັກບຶດນິລ່ະ.. ໃຈດີ : ລ່ະ ລິນດາ ມາໄດ້ຈັ່ງໃດນິ..?? ລິນດາ : ອໍ໋.. ມີໄທບ້ານຜູ້ນຶ່ງ ລາວກຳລັງສິໄປມອງ.. ລາວເລີຍອາສາມາສົ່ງເຂົາ.. ໃຈດີ : ຫວາ.. ລະຕອນນີ້ລາວຢູ່ໃສລ່ະ..?? ລິນດາ : ພາຍເຮືອອອກໄປແລ້ວ.. ທັງສອງໄດ້ພາກັນຍ່າງເລາະ ໄປຕາມຊາຍຫາດ.. ແລະ ພາກັນລົມເລື່ອງແຕ່ກ່ອນໃຫ້ກັນຟັງ.. ທັງສອງລົມກັນຢ່າງມ່ວນຊື່ນ.. ມີສຽງຫົວຢອກກັນຕະຫຼອດເວລາ.. ແລະ ໃນທີ່ສຸດກໍມາລົມກັນກ່ຽວກັບເລື່ອງຂອງ ທິດ.. ລິນດາ : ເຮົາມາຢູ່ແບບນີ້.. ເຮັດໃຫ້ຄິດຮອດ ທິດ ເນາະ.. ໃຈດີ : ເຂົາກໍເໝືອນກັນ.. ແຕ່ເຂົາກໍບໍ່ຮູ້ວ່າແມ່ນຍ້ອນຫຍັງທີ່ພາໃຫ້ ທິດ ຢູ່ດີຯກໍຫາຍໄປ.. ຈົນທຸກມື້ນີ້ກໍຍັງບໍ່ມີໃຜໄດ້ຂ່າວ.. ລິນດາ : ຈັກປານນີ້.. ຈະເປັນຈັ່ງໃດ..?? ໃຈດີ : ໃນມື້ນຶ່ງ.. ເຂົາເຊື່ອວ່າ ທິດ ຈະກັບມາຫາເຮົາ.. ທັງສອງທອດສາຍຕາໄປຕາມຊາຍຫາດ.. ໃນເວລາທີ່ຕາເວັນອັດສະດົງແບບນີ້.. ແສງແດດສຸດທ້າຍຂອງມື້ໄດ້ ສ່ອງມາກະທົບສະທ້ອນກັບຫາຍຊາຍສີຂາວນວນ.. ຊ່າງເປັນພາບທີ່ສວຍງາມເຫຼືອເກີນ.. ເໝືອນກັບທີ່ພວກເຂົາ ເຄີຍໄດ້ເຫັນໃນຕອນທີ່ຍັງນ້ອຍ.. ດອນແຫ່ງນີ້ຍັງຄົງຄວາມງາມບໍ່ເຄີຍປ່ຽນແປງໄປເລີຍ.. ໃຈດີ : ອືມມ.. ນີ້ມັນກະໃກ້ຈຳຄ່ຳລ່ະ.. ດ໋ຽວເຂົາຈະໄປສົ່ງເພິ່ນເດີ້.. ລິນດາ : ອືມມ.. ໄດ້ເລີຍ.. ໃຈດີ ໄດ້ພາລິນດາ ຂຶ້ນມາຝັ່ງ ແລະ ຂັບລົດໄປສົ່ງ ລິນດາ ຢູ່ບ້ານ.. ພໍດີທີ່ ໃຈດີ ມາສົ່ງ ລິນດາ ຮອດບ້ານແລ້ວ.. ນາຍພົນຣຸຈທົດ ກໍໄດ້ເອີ້ນ ໃຈດີ ເຂົ້າໄປພົບ.. ພົນຕຳຣວຈຣຸຈທົດ: ໃຈດີ.. ຂອບໃຈທີ່ມາສົ່ງ ລິນດາ ເດີ້.. ໃຈດີ : ບໍ່ເປັນຫຍັງດອກ ທ່ານນາຍພົນ.. ພົນຕຳຣວຈຣຸຈທົດ: ໃຈດີ.. ນຳຂ້ອຍມາໄວ.. ຂ້ອຍມີຫຍັງຈະລົມກັບເຈົ້າ.. ໃຈດີ : ເຈົ້າ.. ທ່ານນາຍພົນ.. ໃຈດີ ຍ່າງຕາມຫຼັງ ນາຍພົນຣຸຈທົດ ໄປທີ່ຫ້ອງຮັບແຂກ.. ພົນຕຳຣວຈຣຸຈທົດ: ມື້ອື່ນຂ້ອຍຈະໃຫ້ເຈົ້າເວນຍາມເຂດແຄມທ່າບ້ານເຮົາໃຫ້ໄດ້ບໍ່..?? ໃຈດີ : ເປັນຫຍັງ.. ທ່ານນາຍພົນ..??? ພົນຕຳຣວຈຣຸຈທົດ: ຂ້ອຍສົງໄສວ່າ ບັກໂຈນທິດ ມັນຈະອອກມາປຸ້ນສະດົມໃນແລງມື້ອື່ນ.. ໃຈດີ : ໄດ້ເລີຍ.. ທ່ານນາຍພົນ.. ຖ້າມັນໂຜ່ຫົວອອກມາຂ້ອຍຈະຈັບມັນເອງ.. ພົນຕຳຣວຈຣຸຈທົດ: ຂ້ອຍຈະໃຫ້ເຈົ້າຊຸ່ມຢູ່ຕາມແຄມຝັ່ງ.. ຖ້າເຫັນມັນອອກມາແລ້ວເຮົາຈະຈັບມັນທັນທີ.. ໃຈດີ : ຈັບເປັນ ຫຼື ຈັບຕາຍ ທ່ານນາຍພົນ.. ພົນຕຳຣວຈຣຸຈທົດ: ອັນນີ້ສຸດແລ້ວແຕ່ເຈົ້າກໍແລ້ວກັນ.. ໃຈດີ ຮູ້ສຶກຕື່ນເຕັ້ນແຮງ.. ລາວຕ້ອງການຈະຈັບໂຈນທິດໃຫ້ໄດ້.. ສ່ວນທາງຟາກ ທິດ ກໍມີຄວາມເຄື່ອນໄຫວເໝືອນກັນ.. ຫຼັງຈາກ ທອງໃສ ອອກໄປສືບຂ່າວກໍໄດ້ນຳມາບອກ ທິດ.. ທອງໃສ : ອ້າຍທິດ.. ຊ່ວງນີ້ນຳຕະຫຼາດຕະລີ.. ຂະເຈົ້າຕິດປະກາດຈັບເຈົ້າ ແລະ ຕັ້ງຄ່າຫົວໄວ້ສູງຫຼາຍ.. ທິດ : ອາດຈະເປັນເພາະເລື່ອງທີ່ອ້າຍກໍໄວ້ທີ່ບ້ານ ນາຍພົນຣຸຈທົດ.. ທອງໃສ : ແຕ່ອ້າຍກໍບໍ່ແມ່ນສາເຫດທີ່ເຮັດໃຫ້ເປັນແບບນັ້ນຕວ່າ..!! ທິດ : ເວົ້າໄປແລ້ວໃຜຈະເຊື່ອເຮົາ.. ທອງໃສເອີ້ຍ.. ທອງໃສ : ແມ່ນຯ ອ້າຍທິດ.. ລ່ະມື້ນີ້ເຈົ້າພາຍເຮືອພາໃຜໄປດອນກາງຂອງຫັ້ນ.. ທິດ : ໝູ່ອ້າຍເອງ.. ໝູ່ສະໄໝຕອນຮຽນລີເຊ່.. ດັ່ງທີ່ທຸກຄົນໄດ້ອ່ານ.. ຄົນທີ່ພາ ລິນດາ ໄປສົ່ງຢູ່ ດອນກາງຂອງ.. ແທ້ແລ້ວແມ່ນທິດເອງ.. ແຕ່ດ້ວຍຄວາມທີ່ ລາວບໍ່ຢາກໃຫ້ ລິນດາ ຮູ້ວ່າລາວແມ່ນໃຜ.. ລາວຈຶ່ງຕັດສິນໃຈບໍ່ເປີດເຜີຍໂຕ.. ລາວຂໍພຽງໄດ້ຢູ່ໃກ້ຊິດກໍພໍ.. ທອງໃສ : ລ່ະອ້າຍໄດ້ທັກທາຍ ນາງບໍ່..?? ທິດ : ອ້າຍເຮັດແບບນັ້ນບໍ່ໄດ້ດອກ.. ອ້າຍຂໍພຽງຢູ່ໃກ້ຯນາງກໍພໍ.. ໂຕກໍຮູ້ດີວ່າພໍ່ຂອງນາງ ແມ່ນໃຜ.. ທອງໃສ : ອ້າຍທິດ..! ຂ້ອຍຮູ້ມາວ່າແລງມື້ອື່ນ ບັກນາຍພົນຣຸຈທົດ ຈະເອົາເຄື່ອງຂ້າມຟາກອີກ.. ເຮົາຈະດັກປົ້ນມາບໍ່..?? ທິດ : ແນ່ນອນຢູ່ແລ້ວ.. ອ້າຍຕ້ອງເຮັດໃຫ້ມັນຫາຍະນະທີ່ສຸດ..!! ຕົກເດິກຂອງຄືນຕໍ່ມາ.. ທິດ ແລະ ທອງໃສ ໄດ້ຂ້າມໄປລີ້ຢູ່ທີ່ ດອນກາງຂອງ.. ເພື່ອຖ້າເວລາໃຫ້ມີການ ຂົນສົ່ງເຄື່ອງ.. ທິດ : ທອງໃສ.. ເທື່ອນີ້ອ້າຍເຊື່ອວ່າຕຳຣວຈມັນຕ້ອງດັກຊຸ່ມຖ້າຈັບເຮົາແນ່ນອນ.. ລະວັງໂຕຂຶ້ນຕື່ມເດີ້.. ທອງໃສ : ເຈົ້າ.. ອ້າຍທິດ.. ຂະນະດຽວກັນນັ້ນ.. ໃຈດີ ແລະ ກຳລັງຕຳຣວຈອີກຈຸ້ມນຶ່ງກໍໄດ້ດັກຊຸ່ມຕາມແຄມຝັ່ງ.. ແລະ ມີເຮືອຈັກຂອງຕຳຣວຈຢູ່ທີ່ນັ້ນອີກດ້ວຍ.. ພໍຕົກເດິກມາ ຂະບວນການຂົນເຄື່ອງຂ້າມຟາກຂອງ ນາຍພົນຣຸຈທົດ ກໍໄດ້ເລີ່ມຂົນຂ້າມມາ.. ຊຶ່ງມີລົດບັນທຸກມາຈອດຢູ່ແຄມຝັ່ງທາງສີຊຽງໃໝ່.. ຊຶ່ງມີພວກຄົນງານຂອງ ນາຍພົນຣຸຈທົດ ມາຖ້າຮັບຢູ່ທີ່ປາຍ ດອນກາງຂອງ ຟາກຝັ່ງໄທ.. ທອງໃສ : ອ້າຍທິດ.. ພວກມັນມາແລ້ວ.. ທິດ : ກຽມໂຕເດີ້..! ຂະນະທີ່ພວກຄົນງານ ກຳລັງຂົນເຄື່ອງຢູ່ນັ້ນ.. ທິດໄດ້ຄ່ອຍຍ່ອງໄປທາງຫຼັງ ແລະ ຕີເຂົ້າທີງ່ອນຄໍໃຫ້ສະຫຼົບ ເທື່ອລະຄົນ.. ເພື່ອຕັດກຳລັງ.. ຄົນງານ : ເອະ.. ຄືໜ້ອຍລົງໜ້ອຍລົງແທະວ່າ.. ແລະ ເມື່ອໄດ້ທີ່.. ທອງໃສ ກໍຍິງປືນຂຶ້ນຟ້າທັນທີ.. ປັ້ງ !!!!!!!!!!!!!!!!!!!!!!!!!!!!!!!! ຈາກນັ້ນ ໂຈນທິດ ກໍໄດ້ກາດຍິງປືນໃສ່ຂະບວນຂົນເຄື່ອງ.. ສ່ວນພວກຄົນງານກໍຍິງປືນຕອບໂຕ້.. ແຕ່ຍິງເທົ່າໃດກໍບໍ່ຖືກ ໂຈນທິດ ເສຍທີ.. ໂຈນທິດ ຍິງປືນລົວເຂົ້າໃສ່ເຮັດໃຫ້ຄົນງານທັງບາດເຈັບ ແລະ ຕາຍ.. ສ່ວນພວກຕຳຣວຈຂອງ ໃຈດີ ເມື່ອໄດ້ຍິນສຽງປືນແບບນັ້ນ ກໍຮີບລົງເຮືອເຂົ້າໄປໃນ ດອນກາງຂອງ.. ທອງໃສ : ອ້າຍທິດ! ອ້າຍທິດ! ຕຳຣວຈມາ!! ທິດ : ດ໋ຽວອ້າຍສິຍິງສະກັດມັນໄວ້.. ໂຕຮີບຂຶ້ນຝັ່ງໄທໜີໄປໄວ.. ຕຳຣວຈ ໄດ້ຍິງໂຕ້ຕອບກັບ ໂຈນທິດ ດັງສະນັ່ນກ້ອງແມ່ນ້ຳຂອງ ເຮັດໃຫ້ປະຊາຊົນແຖວນັ້ນຮີບເຂົ້າບ້ານເພາະຄິດວ່າແຕກເສິກ! ຂະນະທີ່ ໂຈນທິດ ກຳລັງຍິງຕອບໂຕ້ ກັບຕຳຣວຈຢູ່.. ໃຈດີ ໄດ້ແອບຊຸ່ມເຂົ້າໄປໃກ້ ເປັນການຕີວົງລ້ອມຈັບ ໂຈນທິດ.. ຂະນະທີ່ ໂຈນທິດ ກຳລັງຂຸ້ນຂ້ຽວຍິງປືນຢູ່ນັ້ນ ຢ່າງບໍ່ທັນສັງເກດ.. ໃຈດີ ໄດ້ໂດດເຂົ້າໄປຈັບ.. ເຮັດໃຫ້ມີການຕະລຸມບອນກັນຂຶ້ນ! ໃຈດີ : ບັກໂຈນທິດ.. ມຶງຂ້າພໍ່ກູມື້ນີ້ກູບໍ່ປ່ອຍໃຫ້ມຶງລອຍນວນແນ່ນອນ!! ທິດ : ໃຈດີ! ໃຈດີ! ເຮົາບໍ່ໄດ້ຕັ້ງໃຈເຮັດແບບນັ້ນ.. ໂຕຟັງເຮົາກ່ອນແມະ.. ໃຈດີ : ກູບໍ່ຟັງມຶງດອກ.. ມື້ນີ້ມຶງຕ້ອງຕາຍ.. ທິດ : ໃຈດີ.. ເຮົາບໍ່ອຳມະຫິດພໍທີ່ຂ້າພໍ່ໝູ່ຂອງໂຕເອງລົງດອກ.. ໃຈດີ : ກູທັນເປັນໝູ່ນຳມຶງວັ່ງໃດ..?? ທິດ : ເຮີ້ຍ! ໃຈດີ ຟັງກ່ອນ.. ເຮົາ ທິດ ນ່ະ.. ໂຕບໍ່ຈື່ເຮົາຫວ໋າ..?? ໃຈດີ : ຫ່ະ! ທິດ! ໃຈດີ ຕົກໃຈແຮງເມື່ອຮູ້ວ່າແທ້ແລ້ວ ໂຈນທິດ ກໍແມ່ນເພື່ອນຮັກຂອງຕົນ ທິດ ນັ້ນເອງ.. ເລື່ອງລາວຈະເປັນຈັ່ງໃດ ຕິດຕາມໄດ້ໃນ ດອນຊິງຊູ້ ຕອນ11..
ບໍ່ອາຈຈະເປັນເຈົ້າຊາຍ..ດັ່ງໃນນິຍາຍ..ທີ່ເຈົ້າຝັນ
|
|
|
ຍິ່ງເຂັ້ມຂົ້ນເຂົ້າໄປທຸກຂະນະ.. ສຳຫຼັບດອນຊິງຊູ້ ຕອນ10.. ເມື່ອໃຈດີ ຮູ້ວ່າຄົນທີ່ຂ້າພໍ່ຕົນ.. ແມ່ນ ທິດ!!! ຂໍໃຫ້ມີຄວາມສຸກໃນການອ່ານ.. ແລະ ຂອບໃຈທຸກຄົນທີ່ເຂົ້າມາອ່ານເດີ້..
ບໍ່ອາຈຈະເປັນເຈົ້າຊາຍ..ດັ່ງໃນນິຍາຍ..ທີ່ເຈົ້າຝັນ
|
|
|
ລຸ້ນອີກແລ້ວ...... ຈະແມ່ນເນາະ ..... ![]()
***It'z ME ~ ~ T i t i - L i L" A n G E L***
|
|
|
ອິອິ.. ເລື່ອງມັນຈະໄດ້ມີຣົດຊາດ..ເດ້.. ![]() ![]()
ບໍ່ອາຈຈະເປັນເຈົ້າຊາຍ..ດັ່ງໃນນິຍາຍ..ທີ່ເຈົ້າຝັນ
|
|
|
ກຳລັງມັນເລີຍ ອິອິ ຖ້າໃຫ້ເດົາວ່າຄົນທີ່ຂ້າພໍ່ຂອງໃຈດີແມ່ນພໍ່ຂອງລິນດາ
There's a thin line between Life and Death, I wish for a Miracle to happen...
|
|
|
ອັນນີ້ມີສະເຫຼີຍຕອນຈົບນ່ະນູ່.. ທຸກຢ່າງຈະເຄລຍຕອນນັ້ນ.. ຕ້ອງຕິດຕາມ..!! ![]()
ບໍ່ອາຈຈະເປັນເຈົ້າຊາຍ..ດັ່ງໃນນິຍາຍ..ທີ່ເຈົ້າຝັນ
|
|
|
ໂອຍໆໆໆໆໆ ຈັງແມ່ນ ເນາະ ອ່ານກຳລັງມັນ ແລະ ແລ້ວກະຄາໃຈເໜືອນເດີມ bell ຂຽນຕໍ່ຕອນທີ່ 11 ໃຫ້ມັນຈົບເລີຍເດີ |
|
|
Oh!!!! very nice Mr. bell ![]() ![]() ![]() ![]() ![]() So funny and so surprise after read your story ![]() ![]() ![]() |
|
|
bellບໍ່ແມ່ນໃຫ້ຕິດຕາມຕອນ11ບໍ ຄືເຫັນbellຂຽນວ່າຕິດຕາມຕອນ10ອີກ ແຕ່ແນວໃດກະຍັງລຸ້ນຄືເກົ່າ bellນິຊ່າງເຮັດນໍໃຫ້ລຸ້ນທຸກຕອນເລີຍ ![]() ![]() ![]()
i want to know what love is?
|
|
|
ຢ່າງໃດກໍຍັງຈະຄົງຄອນເຊັບ..ຄາໃຈ..ໄວ້.. ເພາະມັນຈະຊ່ວຍໃຫ້ມີຄວາມກະຕືລືລົ້ນ.. ໃນການອ່ານຕອນຕໍ່ໄປ.. ປລ. ຂອບໃຈ LoveFamily ທີ່ຊ່ວຍສັງເກດ.. ຜິດອີກແລ້ວ..ຮ່າຯຯຯ
ບໍ່ອາຈຈະເປັນເຈົ້າຊາຍ..ດັ່ງໃນນິຍາຍ..ທີ່ເຈົ້າຝັນ
|
|
|
ໂຈນທິດ ![]() ![]() kum lung muan wery hord torn su kun lae 5555
° ° °☆ Believe iN DestinY ☆° ° °
|
|
|
ກ່ອນອື່ນກະຕ້ອງຂໍສະແດງຄວາມເສຍໃຈ ກັບການສູນເສຍພໍ່ ຜູ້ເປັນຫົວໜ້າຄອບຄົວຂອງໃຈດີແລະບີ້(ໂຕລະຄອນໃນເລື່ອງ) ມັນຊ່າງກະທັນຫັນເຫຼືອເກີນ. ເຊື່ອມາຕະຫຼອດວ່າທິດເປັນຜູ້ຍິງ(ປືນ) ຈົນມາເຖິງຕອນທີ່ທິດບອກວ່າ ''ເວົ້າໄປໃຜສິເຊື່ອ'' ເຮົາກະຮູ້ສຶກເລີຍວ່າ ''ໂອ້ ເບ່ລແຕ່ງຫັກມຸມໄດ້ດີຫຼາຍ''. ທັນເບ່ລບໍ່ແຕ່ງຕໍ່ໜິ ມີເຈັບແນ່ນອນ (ຖືກບັນດາແຟນໆຕະລຸມບອນ) ອິອິ ຖ້າອ່ານຕອນຕໍ່ໄປຢູ່.
Sin tu amor en mi vida, mi vida no se
como podre yo vivir |
|
![]()
ຮັກນີ້ຂໍໃຫ້ຈິງຈັງໄດ້ບໍ່??
|
|
|
ອ້າງເຖິງຂໍ້ຄວາມຈາກ 4ne ຂຽນວ່າ... ກ່ອນອື່ນກະຕ້ອງຂໍສະແດງຄວາມເສຍໃຈ ກັບການສູນເສຍພໍ່ ຜູ້ເປັນຫົວໜ້າຄອບຄົວຂອງໃຈດີແລະບີ້(ໂຕລະຄອນໃນເລື່ອງ) ມັນຊ່າງກະທັນຫັນເຫຼືອເກີນ. ເຊື່ອມາຕະຫຼອດວ່າທິດເປັນຜູ້ຍິງ(ປືນ) ຈົນມາເຖິງຕອນທີ່ທິດບອກວ່າ ''ເວົ້າໄປໃຜສິເຊື່ອ'' ເຮົາກະຮູ້ສຶກເລີຍວ່າ ''ໂອ້ ເບ່ລແຕ່ງຫັກມຸມໄດ້ດີຫຼາຍ''. ທັນເບ່ລບໍ່ແຕ່ງຕໍ່ໜິ ມີເຈັບແນ່ນອນ (ຖືກບັນດາແຟນໆຕະລຸມບອນ) ອິອິ ຖ້າອ່ານຕອນຕໍ່ໄປຢູ່. ຊ້າແດ່ນ່ອຍນຶ່ງ.. ກະບໍ່ຕະລຸມກັນຕີ້.. ![]() ![]() ![]()
ບໍ່ອາຈຈະເປັນເຈົ້າຊາຍ..ດັ່ງໃນນິຍາຍ..ທີ່ເຈົ້າຝັນ
|
|
|
ມ່ວນໆ ![]() |
|
|
ຢາກໃຫ້ບັກບີ້ໂຕຈິງເປັນຄືໃນເລື່ອງເດ ![]() |
|
|
ກຳລັງດຸເດັດເຜັດມັນ ຕອນ 11 ມາໄວໆເດີ້ ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ
|
|
|
ເອື້ອຍ ວວ. ຕອນ 11 ຂໍເລື່ອນເປັນວັນເສົາເນີ້.. ຊ່ວງນີ້ເສັງນ່ະ.. ບໍ່ທັນໄດ້ຂຽນຈ້ຳ.. ![]()
ບໍ່ອາຈຈະເປັນເຈົ້າຊາຍ..ດັ່ງໃນນິຍາຍ..ທີ່ເຈົ້າຝັນ
|
|
|
ບໍ່ອາຈຈະເປັນເຈົ້າຊາຍ..ດັ່ງໃນນິຍາຍ..ທີ່ເຈົ້າຝັນ
|
|
|
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ... ຢ່າງໃດກໍຍັງຈະຄົງຄອນເຊັບ..ຄາໃຈ..ໄວ້..ເພາະມັນຈະຊ່ວຍໃຫ້ມີຄວາມກະຕືລືລົ້ນ.. ໃນການອ່ານຕອນຕໍ່ໄປ.. ປລ. ຂອບໃຈ LoveFamily ທີ່ຊ່ວຍສັງເກດ.. ຜິດອີກແລ້ວ..ຮ່າຯຯຯ ![]() ບໍ່ເປັນຫັຍງຊ່ວຍສອດສ່ອງ
i want to know what love is?
|
|
|
ຂອບໃຈຫຼາຍຯ.. ![]()
ບໍ່ອາຈຈະເປັນເຈົ້າຊາຍ..ດັ່ງໃນນິຍາຍ..ທີ່ເຈົ້າຝັນ
|
|
|
ບໍ່ເປັນສັງ ![]()
i want to know what love is?
|
|
|
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ Oxegen ຂຽນວ່າ... ຢາກໃຫ້ບັກບີ້ໂຕຈິງເປັນຄືໃນເລື່ອງເດ![]() ຕົວຈິງບໍ່ເປັນຈ້ຳເບາະ..?? ![]() ອອກແນວເຖື່ອນໆໂຕແທ້ຫັ້ນ ![]() |
|
|
ນ່ານໆ ມາເວົ້າຂວັນອີກ
|
|
|
ອ້າງເຖິງຂໍ້ຄວາມຈາກ Oxegen ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ Oxegen ຂຽນວ່າ... ຢາກໃຫ້ບັກບີ້ໂຕຈິງເປັນຄືໃນເລື່ອງເດ![]() ຕົວຈິງບໍ່ເປັນຈ້ຳເບາະ..?? ![]() ອອກແນວເຖື່ອນໆໂຕແທ້ຫັ້ນ ![]() ລ່ະວ່າມັກ.. ບໍ່ແມ່ນຫວ໋າ..?? ![]()
ບໍ່ອາຈຈະເປັນເຈົ້າຊາຍ..ດັ່ງໃນນິຍາຍ..ທີ່ເຈົ້າຝັນ
|
|
|
ບໍ່ອາຈຈະເປັນເຈົ້າຊາຍ..ດັ່ງໃນນິຍາຍ..ທີ່ເຈົ້າຝັນ
|
|
|
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ Oxegen ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ Oxegen ຂຽນວ່າ... ຢາກໃຫ້ບັກບີ້ໂຕຈິງເປັນຄືໃນເລື່ອງເດ![]() ຕົວຈິງບໍ່ເປັນຈ້ຳເບາະ..?? ![]() ອອກແນວເຖື່ອນໆໂຕແທ້ຫັ້ນ ![]() ລ່ະວ່າມັກ.. ບໍ່ແມ່ນຫວ໋າ..?? ![]() ມັກຢູ່ ![]() |
|
|
ອ້າງເຖິງຂໍ້ຄວາມຈາກ bell ຂຽນວ່າ... ອ້າງເຖິງຂໍ້ຄວາມຈາກ colorful ຂຽນວ່າ... ນ່ານໆ ມາເວົ້າຂວັນອີກຮູບຫັ້ນ.. ມີດຳຕັ້ງໄວ້ທາງໜ້າເລີຍເນາະ.. ![]() ທຳມະດາກິນແຕ່ໂກລ ![]() |
|
ມື້ນີ້ກະຊິໄດ້ອ່ານຕອນ11ທີ່ຄອງຄອຍລະແມ່ນບໍເບລ?
i want to know what love is?
|
|
|
ອ້າງເຖິງຂໍ້ຄວາມຈາກ LoveFamily ຂຽນວ່າ... ມື້ນີ້ກະຊິໄດ້ອ່ານຕອນ11ທີ່ຄອງຄອຍລະແມ່ນບໍເບລ?ຈະພາຍາມຂຽນໃຫ້ທັນເດີ້.. ເຂົາກະຍັງຫວັ່ນຯຢູ່.. ![]()
ບໍ່ອາຈຈະເປັນເຈົ້າຊາຍ..ດັ່ງໃນນິຍາຍ..ທີ່ເຈົ້າຝັນ
|





























ມື້ນີ້ກະຊິໄດ້ອ່ານຕອນ11ທີ່ຄອງຄອຍລະແມ່ນບໍເບລ?
















