ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
  ກະທູ້ມາໃໝ່   ຫມວດ   ພັນລາວ.ຄອມ » ມຸມສະມາຊິກ    

Forum
ເວັບບອດພັນລາວ
ເວັບບອດພັນລາວ ເປັນກະດານສົນທະນາສຳລັບສະມາຊິກພັນລາວທຸກທ່ານ ທ່ານສາມາດຕັ້ງກະທູ້ເພື່ອສອບຖາມ ສະແດງ ແລະຂໍຄຳເຫັນຈະສະມາຊິກຄົນອື່ນ ໆ ຕະຫຼອດຈົນເຖິງການສົນທະນາທົ່ວ ໆ ໄປໄດ້ໃນເວັບບອດແຫ່ງນີ້.
ພັນລາວ.ຄອມ » ມຸມສະມາຊິກ » ຈັດປະກວດຫຍັງດີ?

ໜ້າທີ່ 1 ຈາກທັງໝົດ 4 ໜ້າ <<<1234>>>


໔໕ ກະທູ້
໖໘໓ ໂພສ
ຜູ່ເບິ່ງແຍງເວັບບອດ
ເນື່ອໃນໂອກາດປີໃໝ່ນີ້ ທາງເວັບໄຊພັນລາວ ວາງແຜນວ່າຈະມີກິດຈະກຳເລັກໆ ນ້ອຍໆ ເຊິ່ງອັນທີ່ຈິງ ກໍເຄີຍເວົ້າກັນຕັ້ງແຕ່ປີ 2008 ແລ້ວວ່າ ຈະຈັດປະກວດຫຍັງຈັກຢ່າງ ເຊິ່ງໃນຄັ້ງນັ້ນຕົກລົງກັນວ່າ ຈັດປະກວດຮູບພາບ ໂດຍມີທາງເວັບໄຊສະມາຄົມລາວເປັນຜູ່ໃຫ້ການອຸປະຖຳຫຼັກ ແຕ່ພາຍຫຼັງໄດ້ຍົກເລີກໄປເພາະມີຫຼາຍໆ ຢ່າງທີ່ບໍ່ລົງໂຕດີເທື່ອ...

ໃນກະທູ້ນີ້ຈຶ່ງມາຂໍຄຳເຫັນສະມາຊິກພວກເຮົາວ່າ ຢາກໃຫ້ຈັດປະກວດຫຍັງດີ ເອົາແບບສ້າງສັນ ແລະໃຫ້ຄວາມຮູ້ເດີ້ ລອງສະເໜີກັນເຂົ້າມາເບິ່ງ


ປ.ລ. ສ່ວນຕົວຂອງ ຂພຈ ເອງ ຢາກຈັດປະກວດໜັງສັ້ນ ແຕ່ຢ້ານວ່າມັນຈະຍາກເກີນໄປ ຫະຫະ

ອະນາກຸລາ ຈະ ກັມມັນຕາ ເອຕັມມັງຄະລະມຸດຕະມັງ .. ເຮັດວຽກບໍ່ຄ້າງຄາ ເປັນອຸດົມມຸງຄຸນ

໒ ກະທູ້
໙໗ ໂພສ
ຂາປະຈຳເວັບບອດ
ປະກວດຂຽນ ໄດອາຣີ່ ກ່ຽວກັບຫົວຂໍ້ອັນໃດ໋ອັນນຶ່ງ ລະຫົວຂໍ້ຫຍັງລະ ຍັງຄຶດບໍ່ອອກເຫີ່ໆ

ຊີວິດທີ່ມີແຕ່ນຳກະແສ ມີແຕ່ຫມົດເຫື່ອແຮງ
ບາງຄັ້ງສວນກະແສແນ່ ມັນກໍເຫມືອນໄດ້ອອກກຳລັງກາຍສະຫມອງ

໗ ກະທູ້
໓໐໖ ໂພສ
ຊຳນານການເວັບບອດ
ປະກວດແຕ່ງກອນເວັບພັນລາວ ຫລື ທົ່ວໄປ


໒໕ ກະທູ້
໑໗໓໒ ໂພສ
ທີມງານພັນລາວ
ແບບຫມີເວົ້າມາກະດີໃດ໋, ແຕ່ ບໍ່ຮັບໄດອາຣີ່ ພວກແປມາ ຫລື ພວກ copy+paste

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໙ ກະທູ້
໔໖໖ ໂພສ
ຊຳນານການເວັບບອດ
ປະກວດຫຍັງກໍ່ໄດ້ຈະເປັນຜູ້ຕິດຕາມທີ່ຫນ້າຮັກ ຂອງພັນລາວ

ຫ້ຽນນ້ອຍ.....ແລ້ວກໍ່ກາຍມາເປັນຫ້ຽນໃຫຍ່

໕ ກະທູ້
໗໗໓ ໂພສ
ຊຳນານການເວັບບອດ
ຈັດປະກວດ ສຳນວນເວົ້າ(ໃຫ້ກຳລັງໃຈ). ກາບກອນ, ບົດເລື່ອງສັ້ນ .....

!!ຖາມເພາະບໍ່ຮູ້ ບໍ່ແມ່ນຄົນໂງ່ສະເໝີໄປ!!

໘ ກະທູ້
໑໒໕໙ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປະກວດຄຼິບຕະຫຼົກຂອງແຕ່ລະຄົນຄືສິມ່ວນ

ໂຈນຫ້າຮ້ອຍສອງເທື່ອເປັນພັນ

໑໑ ກະທູ້
໗໙໑ ໂພສ
ຊຳນານການເວັບບອດ
ປະກວດນິທານກ້ອມ ຕະຫຼົກກິນໃຈ ແບບວ່າ ຮາທີ່ສຸດຫັ້ນນະ ຄືຊິມ່ວນ

ຄົນທຸກຄົນບໍ່ແມ່ນວ່າບໍ່ເຄີຍຜິດ...ຄົນທີ່ຜິດບໍ່ແມ່ນວ່າບໍ່ເປັນໃຊ້.....ຄົນທີ່ແພ້ບໍ່ແມ່ນແພ້ຕະຫຼອດໄປ...ຄົນທີ່ລົ້ມແລ້ວລຸກໃໝ່ຄືຍອດຄົນ

໒໕ ກະທູ້
໔໑໕໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ອັນນີ້ເປັນຄຳເຫັນສ່ວນໂຕເດີ່.. ນີ້ເປັນແບບສຳຫລວດທີ່ມີຄົນໂຫວດຫລາຍທີ່ສຸດໃນພັນລາວ ສຳລັບຄົນໃຈດີເອງກໍ່ຢາກໃຫ້ມີແບບນັ້ນ.. ເລື່ອງໜັງສັ້ນທີ່ເວົ້າມາກ່ອນໜ້ານັ້ນມັນເປັນໄປໄດ້ຍາກ.. ຢາກເຮັດຢູ່ໃດ.. ແຕ່ນັກສະແດງຫັ້ນຕິ.. ໃຜກະຄາຮຽນ.. ເອົາເປັນວ່າ.. ຄົນໃຈດີນຳສະເໜີ ປະກວດນາງສາວກຸ່ມ ກະແລ້ວກັນ.. ໃຫ້ຫົວໜ້າກຸ່ມສົ່ງຮູບນາງສາວທີ່ວ່າ ໜ້າຮັກສຸດໆເຂົ້າປະກວດ.. ສຳລັບກຳມະການຕັດສິນນັ້ນ.. ໃຫ້ນິນກັບດ່ຽວມີຄົນລະ 50 ຄະແນນ ແລ້ວແຕ່ ວ່າທັງສອງຈະໃຫ້ຄະແນນໃຜເທົ່າໃດ.. ລະຄະແນນທີ່ເຫລືອແມ່ນໄດ້ຈາກຜົນໂຫວດຂອງພີ່ນ້ອງຊາວພັນລາວ

<-----ກຸ່ມຄົນນິໄສດີ

໒ ກະທູ້
໙໗ ໂພສ
ຂາປະຈຳເວັບບອດ
ໃນນາມເປັນຜູ່ຊາຍຮູ້ສຶກນ້ອຍໃຈໃດ໋ນິ ຈັກເປັນຫຍັງກັບການປະກວດນາງສາວ ເວທີກະປະກວດນາງສາວໃນເວບຍັງສິມາປະກວດອີກຫວະນິ ເງີ້ເຊັງເປັດ

ຊີວິດທີ່ມີແຕ່ນຳກະແສ ມີແຕ່ຫມົດເຫື່ອແຮງ
ບາງຄັ້ງສວນກະແສແນ່ ມັນກໍເຫມືອນໄດ້ອອກກຳລັງກາຍສະຫມອງ

໒໕ ກະທູ້
໔໑໕໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕອບໝີແບບເຫດຜົນສ່ວນໂຕເລີຍວ່າ.. ສາວໃນເວັບເຮົາມີແຕ່ຄົນໜ້າຮັກຫັ້ນນະ ກະເລີຍວ່າລອງມາປະຊັນກັບເບິ່ງ.. ແຕ່ຊິຖາມວ່າໜຸ່ມໆເດ່.. ອັນນີ້ຍັງບໍ່ເປັນຈຸດເດັ່ນ.. ເຮົາຢູ່ກັບພັນລາວມາດົນ.. ເຮົາກະຮູ້ດີ.. ອິອິ.. ຫລືວ່າ ຈັດໜຸ່ມຮັອດພັນລາວກະໄດ້.. ບໍ່ມີບັນຫາ555

<-----ກຸ່ມຄົນນິໄສດີ

໔໕ ກະທູ້
໖໘໓ ໂພສ
ຜູ່ເບິ່ງແຍງເວັບບອດ
ຕະຫຼົກ

ອະນາກຸລາ ຈະ ກັມມັນຕາ ເອຕັມມັງຄະລະມຸດຕະມັງ .. ເຮັດວຽກບໍ່ຄ້າງຄາ ເປັນອຸດົມມຸງຄຸນ

໒໕ ກະທູ້
໔໑໕໐ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ຕະຫລົກບ່ອນໃດນິນ.. ເຮັດເລີຍໂລດນະ

<-----ກຸ່ມຄົນນິໄສດີ

໒໕ ກະທູ້
໑໗໓໒ ໂພສ
ທີມງານພັນລາວ
ປະກວດຊາຍຫນ້າຮັກຫວາ

ດຣາມ່າເອີຍ...ຈົງຊັບຊ້ອນຍິ່ງຂຶ້ນ

໗ ກະທູ້
໘໑ ໂພສ
ຂາປະຈຳເວັບບອດ
ອ້າງເຖິງຂໍ້ຄວາມຈາກ au8ust ຂຽນວ່າ...
ເນື່ອໃນໂອກາດປີໃໝ່ນີ້ ທາງເວັບໄຊພັນລາວ ວາງແຜນວ່າຈະມີກິດຈະກຳເລັກໆ ນ້ອຍໆ ເຊິ່ງອັນທີ່ຈິງ ກໍເຄີຍເວົ້າກັນຕັ້ງແຕ່ປີ 2008 ແລ້ວວ່າ ຈະຈັດປະກວດຫຍັງຈັກຢ່າງ ເຊິ່ງໃນຄັ້ງນັ້ນຕົກລົງກັນວ່າ ຈັດປະກວດຮູບພາບ ໂດຍມີທາງເວັບໄຊສະມາຄົມລາວເປັນຜູ່ໃຫ້ການອຸປະຖຳຫຼັກ ແຕ່ພາຍຫຼັງໄດ້ຍົກເລີກໄປເພາະມີຫຼາຍໆ ຢ່າງທີ່ບໍ່ລົງໂຕດີເທື່ອ...

ໃນກະທູ້ນີ້ຈຶ່ງມາຂໍຄຳເຫັນສະມາຊິກພວກເຮົາວ່າ ຢາກໃຫ້ຈັດປະກວດຫຍັງດີ ເອົາແບບສ້າງສັນ ແລະໃຫ້ຄວາມຮູ້ເດີ້ ລອງສະເໜີກັນເຂົ້າມາເບິ່ງ


ປ.ລ. ສ່ວນຕົວຂອງ ຂພຈ ເອງ ຢາກຈັດປະກວດໜັງສັ້ນ ແຕ່ຢ້ານວ່າມັນຈະຍາກເກີນໄປ ຫະຫະ



ໜັງສັນກະດີ ຄັນເປັນໄປໄດ້ກະຈະເຮັດມາເເຈມນໍາ

ທາງດ້ານໄດອະລີ ກະນ້າຈະສ້າງເປັນໄດທີໂຊຄວາມຄິດສ້າງສັນຂອງໂຕເອງຂື້ນມາ ເຊັ່ນ ການເເຕ້ມຮູບ ຫລື ເທັກນິກໃນການຖາຍຮູບ
ຫລື DIY ຂອງຕົນເອງມາເເບງປັນໄຫ້ໝູ່ເພືອນໄດ້ຮູ້ໄດ້ເຫັນນໍາ ດີກ່ອນເຮົາຈະມາຂຽນໄດຄວາມຮັກ(love sick )ເຊັ່ນ ເຮົາຈະເຮັດຈັ່ງໃດເມື່ອເເຟນນອກໃຈ ເຮີເຮີ ຫລື ເອົາຄວາມເຊັກຊີ້ຄວາມຫລໍ່ມາໂຊກັນ ເຮີເຮີ ຫລື ກະໜ້າຈະຕັ້ງຄໍາຖາມໄຫ້ເປັນເຄຮດອັນນື່ງຂື້ນມາເເລ້ວ ເເລ້ວໄຫ້ສະມາຊິກທຸກຄົນມີສວນຮວມໃນການຕອບກັນໄປມາ ເຊັ່ນ ຖ້າທ່ານໃດນື່ງໄດ້ເປັນປະທ່ານປະເທດລາວ ໃນອານາຄົດ ຈະມີນິຍາມເເນວໃດຕໍ່ປະເທດ ເຮີເຮີ ຫລື ສ້າງວິກິດເສດທະກິດນື່ງຂື້ນມາເເລ້ວໄຫ້ສະມາຊິກທຸກ ໄດ້ມີສວ່ນເເກ້ໄຂ ຫລືມີກົນລະຍຸດດີດີກະມາເເຊກັນ ເຮີເຮີ

ຄັນເວົ້າມາບໍ່ຖືກກັບຄວາມຄິດຂອງໃຜກະຂໍ່ອະໄພນໍາ ເພາະເຮົາຕອບໃນຖານະສະມາຊີກພັນລາວຄົນ1



ເຮີເຮີເຮີເຮີເຮີເຮີເຮີເຮີ ມົດເລື້ອງ ເຮີເຮີ

Fucking Rich People

໘ ກະທູ້
໒໐໗ ໂພສ
ນັກການກະທູ້
ສັງເກດເບີ່ງຕາມຄົນເຮັດເປັນຫຼາຍນະ ຖ້າສົມມຸດວ່າມີຄົນເຮັດ skin ເກັ່ງຫຼາຍຄົນກະປະກວດ skin punlao
ແຕ່ຂໍສະເໜີ

1 skin punlao ຫຼື ໜ້າໂປໄຟລ໌ພັນລາວ
2 ບົດຈາກໄດອາຣີ່
3 ແຕ່ງກອນຫົວຂໍ້ໃດ໋ ຫົວຂໍ້ໜຶ່ງ
4 ເລື້ອງສັ້ນ ຫົວຂໍ້ຫຍັງກະໄດ້

ສະເໜີຊື່ໆ ບໍ່ຫຼິ້ນນຳດອກ


໘ ກະທູ້
໕໒໐ ໂພສ
ຊຳນານການເວັບບອດ
ຂພຈ ຢາກໃຫ້ມີ 4 ການປະກວດດັ່ງລຸ່ມນີ້ :

1.ປະກວດການເເຕ່ງກອນກຽ່ວກັບພັນລາວ ໃນງານປິໃຫມ່2010 (ກອນປີໃຫມ່2010 ສຳລັບພັນລາວ.ຄອມ) ສັ້ນ ຫລື ຍາວ ບໍ່ສຳຄັນ ຂໍເເຕ່ຢ່າເປັນກອນທີ່ ກັອບປິ ຫລື ພາດສ໌ "ເເບບດ່ຽວເວົ້າ"
2.ປະກວດການເເຕ່ງໂປຣໄຟລ໌ ພັນລາວ (ສຳລັບພັນລາວ.ຄອມ 2010 )
3.ປະກວດຮູບພາບເເຕ່ລະຄົນໃນພັນລາວ.ຄອມ (ຈຳນວນ1ໃບເທົ່ານັ້ນ )
4.ປະກວດຫນັງສັ້ນ ຫລື ວ່າຄຣິບສັ້ນນັ້ນເອງ ( ເນຶ້ອຫາບໍ່ໃຫ້ຍາວເກີນ 5 ນາທີ ) " ເເບບນີນເວົ້າ"
ຂໍຂອບໃຈ


໐ ກະທູ້
໑ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ໃຫ້ທິມງານພັນລາວຈັດຫົວຂໍ້ມາຈັກ 6 7 ຂໍ້ແລ້ວໃຫ້ສະມາຊິກໂວດວ່າຕ້ອງການປະກວດຫຍັງ
Degzaa


໒໑ ກະທູ້
໓໓໖ ໂພສ
ຊຳນານການເວັບບອດ
ປະກວດແຕ່ງເພງດີບໍ່
ເບີ່ງຕົວຢ່າງໃນກະທູ້ເກົ່າຂອງອ້າຍທິດ(ໂຈນ500x2=1000)
v
v
ເພງຂອງພັນລາວ

ອີກສອງຢ່າງທີ່ຢາກນຳສະເໜີ
1. ຄລິບສຽວ...ເອີ້ຍ! ຄລິບສັ້ນ
2. ຮູບຖ່າຍ (ບໍ່ແມ່ນຮູບຖ່າຍປໍ່ຫຼໍ່ໜ້າມາເຮັດໜ້າແອັບແບ້ວເດີ້) ທີ່ຊື່ເຖິງ ອາລົມສິລ ຈິດວິນຍານຂອງໂລກທະມະຊາດ ວິຖີຊີວິດ ປັດຊະຍາ ໆລໆ

[D4C] Dirty Deeds Done Dirt Cheap [D4C]

໓ ກະທູ້
໑໓໘ ໂພສ
ນັກການກະທູ້
ປະກວດ ນາງສາວ ປະຕິທິນ ພັນາວ ...

ຮັກດຽວໃຈດຽວ

໐ ກະທູ້
໗ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ໃນຄວາມຄິດເຫັນສ່ວນຕົວ: ຄວນຈັດປະກວດການຂຽນບົດຄວາມ ຫລື ຕັ້ງຫົວຂໍ້ໃດໜຶ່ງຂຶ້ນມາເພື່ອໃຫ້ຊາວພັນລາວເຮົາໄດ້ສະແດງໄອເດຍ ແລະ ຄວາມຄິດສ້າງສັນທີ່ໃຫ້ກຳລັງໃຈແກ່ຜູ້ອ່ານ .....ເພື່ອວ່າຄົນຕານ້ອຍຄົນນີ້ຈະໄດ້ຮ່ວມກິດຈະກຳນຳຫັ້ນນ່າ ອີອີ


໐ ກະທູ້
໗ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ທີ່ຢາກໃຫ້ຂຽນບົດຄວາມກະເພາະມັນງ່າຍ ແລະ ຫຼາຍໆຄົນຄົງຈະສາມາດຮ່ວມກິດຈະກຳນີ້ໄດ້


໑໑ ກະທູ້
໘໔໔ ໂພສ
ຊຳນານການເວັບບອດ
ອ້າງເຖິງຂໍ້ຄວາມຈາກ HITMII ຂຽນວ່າ...
ປະກວດຂຽນ ໄດອາຣີ່ ກ່ຽວກັບຫົວຂໍ້ອັນໃດ໋ອັນນຶ່ງ ລະຫົວຂໍ້ຫຍັງລະ ຍັງຄຶດບໍ່ອອກເຫີ່ໆ



ສະໜັບສະໜູນເດີ້

ຢາກໃຫ້ເປັນການປະກວດໃນວົງກວ້າງ ໝາຍຄວາມວ່າ ປະກວດສິ່ງທີ່ສະມາຊິກພັນລາວສາມາດສົ່ງຂົ້າຮ່ວມກິດຈະກຳນຳກັນໄດ້




THAOthongsai ທ້າວທອງໃສ

໓໐ ກະທູ້
໒໐໐໔ ໂພສ
ຜູ່ຄຸມໝວດ ໒໐
ປະກວດແຕ່ງ Punlao Profile Theme
(<< ຫມໍນີ້ຂີ້ໂກງ)


໔ ກະທູ້
໙໕ ໂພສ
ຂາປະຈຳເວັບບອດ
1. ສະໂລແກນພັນລາວທີ່ກິນໃຈໝູ່ເພື່ອນ
2. ສາວງາມ ແລະ ໜຸ່ມຫຼໍ່ ແລ້ວສ້າງປະຕິທິນຂຶ້ນມາ

ໃຜມີແຟນແລ້ວຢ່ານອກໃຈມາລົມສາວພັນລາວ

໐ ກະທູ້
໓ ໂພສ
ມືໃໝ່ຮຽນໃຊ້ເວັບບອດ
ຈັດການປະກວດການຂຽນນິຍາຍ,ບົດເລື່ອງສັ້ນ,ແຕ່ງກອນ.....ແບບນີ້ເປັນຕົ້ນ .^ ^.


໗ ກະທູ້
໑໖໐ ໂພສ
ນັກການກະທູ້
ອ້າງເຖິງຂໍ້ຄວາມຈາກ Maruko ຂຽນວ່າ...
ທີ່ຢາກໃຫ້ຂຽນບົດຄວາມກະເພາະມັນງ່າຍ ແລະ ຫຼາຍໆຄົນຄົງຈະສາມາດຮ່ວມກິດຈະກຳນີ້ໄດ້



ເຫັນດີນຳເດີ.

ແຟນຂ້ອຍຢູ່ໃສ່ວະ?

໖ ກະທູ້
໗໘໓ ໂພສ
ຊຳນານການເວັບບອດ
ປະກວດຄວາມຄິດເຫັນສ້າງສັນຕໍ່ເວັບພັນລາວ

I You ແມ່ນຫັຍງວາ.

໑໓ ກະທູ້
໑໖໙໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ປະກວດວ່າ..ໃຜໂພສຂໍ້ຄວາມໄດ້ສຸ່ມສ່ຽງຕໍ່ການທີ່ເວັບຈະຖືກປິດທີ່ສຸດ..
v
v
v
ສົງໄສຂ້ອຍຄົງຈະໄດ້..ແຊມພ໌..

Break Out!

໑໓ ກະທູ້
໑໖໙໗ ໂພສ
ສຸດຍອດແຫ່ງເຈົ້າກະທູ້
ໂພສທາງເທິງເວົ້າຫຼິ້ນເດີ້..
ເອົາເປັນບົດຄວາມດີບໍ່..??
ດັ່ງທີ່ມີຄົນເກິ່ນໄວ້ແລ້ວ..
ຈັ່ງໃດເວັບມາສເຕີ..ກໍລອງພິຈາລະນາເບິ່ງເນີ້..

Break Out!

ໜ້າທີ່ 1 ຈາກທັງໝົດ 4 ໜ້າ <<<1234>>>



LaoUpload.com au8ust.org LaoBlogger.com | ບໍລິການຟຣີເວບບລັອກ ເນື້ອທີ່ 1GB ທີ່ ລາວບລັອກເກີ.ຄອມ LaoZaa.com LaoBB.com LaoJobs.net LaoSMF.com Laomac.net UploadDer.com Tamsang.com au8ust.com ULS