ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 27, 2011 | ມີ 3 ຄຳເຫັນ ແລະ 0 trackback(s)

+ ນຶກໄວ້ສະເໝີວ່າ ການຢາກຮ້າຍພຽງແຕ່ 1 ນາທີ ຈະເຮັດໃຫ້ຄວາມທຸກຢູ່ກັບເຮົາ ເຖິງ 1 ຊົ່ວໂມງ
+ ຖ້າຍິ້ມໃຫ້ກັບຄົນທີ່ຢູ່ໃນແວ່ນ ເຂົາກໍຈະຍິ້ມຕອບກັບທຸກໆຄັ້ງ.
+ ຄວນຝຶກຫັດເວົ້າຄຳວ່າ “ບໍ່ເປັນຫຍັງ“ ໃຫ້ລຶ້ງປາກ ດີກວ່າການເວົ້າຄຳວ່າ “ຈະເອົາຫຍັງອີກ“
+ ກ່ອນຈະຊືຫຍັງກໍຕາມ ຄວນຄຳນຶງເຖິງຫາຜົນປະໂຫນດຂອງມັນກ່ອນຢ່າງນ້ອຍ 3 ຢ່າງ.
+ ຈົ່ງເລືອກໃຫ້ຂອງຂວັນອກ່ຄົນທີ່ບໍເຄີຍໄດ້ ດີກວ່າມອບໃຫ້ຄົນທີ່ເຄີຍໄດ້ຫລາຍຈົນຈຳຊື່ບໍ່ໄດ້ວ່າໃຜຊື້ໃຫ້.
+ ພະຍາຍາມອ່ານໜັງສືທຸກຊະນິດ(ທຸກເຫລັ້ມ)ໃນມືຂອງທ່ານໃຫ້ຈົບ ເຖິງແມ່ນວ່າບໍ່ມ່ວນ ແຕມັນມີປະໂຫຍດແອບແຝງຢູ່.
+ ຮູ້ບໍ ດອກໄມ້ທີ່ບານຢູ່ກັບຕົ້ນ ແນວໃດກໍຢູ່ໄດ້ດົນກວ່າດອກໄມ້ທີ່ຢູ່ໃນໂຖ.
+ ຜິດຖຽງກັບໃຜໆພ້ອມກັບຮອຍຍິ້ມ ເລື່ອງລາວຈະຈົບງ່າຍກວ່າທີ່ຄິດ.
+ ເອົາຮູບຕົວເອງຕອນຍັງນ້ອຍໆມາເບິ່ງຕອນທີ່ເຮົາຄຽດ ອາລົມຈະດີຂຶ້ນຢ່າງບໍ່ນ້າເຊື່ອ.
+ຄ່ອຍໆຍ່າງຖອດໜ່ອງສະບາຍໆໃນວັນທີ່ບໍມີທຸລະຫຍັງໃຫ້ຕ້ອງໄປສະສາງ.
+ ນັ່ງສະມາທິດົນໆ ແລະເລື້ອຍໆ ຈະເຮັດໃຫ້ຜິວໜັງງາມຂຶ້ນໄດ້ຄືກັນ.
+ ອ່ານໜັງສືເຫລັ້ມໂປດ ເປັນການເຕີມນ້ຳມັນໃຫ້ຕົວເອງຢ່າງດີ.
+ ກ່ອນຈະດ່າໃຜ ໃຫ້ນັບ 1 ເຖິງ 50 ເຜີໆອາດຈະບໍຢາກດ້າແລ້ວກໍໄດ້.
+ ເຖິງບໍ່ມີເງິນຈັກກີບຢູ່ໃນຖົງ(ກະເປົາ) ກໍຍັງດີກວ່າບໍ່ມີເສື້ອຜ້າໃຫ້ນຸ່ງຫົ່ມ.
+ ທຸກຄົນໄດ້ຍິນສິ່ງທີ່ເຈົ້າເວົ້າ ເພື່ອນທົ່ວໄປໄດ້ຍິນສິ່ງທີ່ເຈົ້າເວົ້າ ແຕ່ເພື່ອນແທ້ຮັບຟັງຄວາມຮູ້ສຶກທີ່ເຈົ້າບໍ່ເວົ້າອອກມາ.
+ ຢ່າເຮັດໜ້າບູດບຶງ ເພາະເຈົ້າບໍ່ຮູ້ວ່າ ມີໃຜກຳລັງແອບຊື່ນຊົມຮອຍຍິ້ມຂອງເຈົ້າຢູ່.
+ ຖ້າເຈົາມົວແຕ່ຕັດສິນຜູ້ອື່ນ ເຈົ້າຈະບໍ່ມີເວລາຮັກ ແລະເຂົ້າໃຈພວກເຂົາ.
+ ຈົ່ງມີຈິດໃຈດີຕໍ່ຜູ້ອື່ນ ເພາະວ່າທູກຄົນທີ່ເຈົ້າພົບກຳລັງຕໍ່ສູ້ກັບບັນຫາທີ່ໜັກກວ່າເຈົ້າທີ່ກຳລັງພົບຢູ່...ຂອບໃຈຂໍ້ມູນຈາກ ******.com/profiles/blogs/how-to-be-happy

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 27, 2011 | ມີ 4 ຄຳເຫັນ ແລະ 0 trackback(s)


 

   ທ່ານ​ເຄີຍ​ສົງ­ໄສ​ຕົນ​ເອງບໍ່​ວ່າ ເປັນ​ຫຍັງ​ຈິ່ງ​ໄດ້​ມີ​ອາ­ການຢາກ​ນອນ​ຕະ­ຫລອດ​ເວ­ລາ ບໍ່​ວ່າຈະ​ເຮັດ​ຫຍັງ​ກໍ່​ຕາມ ມື້­ນີ້​ມີ​ຄວາມຮູ້​ກ່ຽວ​ກັບ​ອາ­ຫານ​ທີ່​ຮັບ​ປະ­ທານເຂົ້າ​ໄປ​ແລ້ວ​ເຮັດ​ໃຫ້​ ຢາກ​ນອນມາ​ຝາກ​ກັນ ເຊິ່ງ​ອາ­ຫານ​ທີ່​ວ່າ​ນີ້​ມີ​ດັ່ງ​ຕໍ່​ໄປ​ນີ້.

 

   1 ກ້ວຍ: ເປັນ​ຫມາກ​ໄມ້​ທີ່​ໃຫ້ ພະ­ລັງ­ງານ​ຢ່າງ​ວ່ອງ­ໄວ​ຊ່ວຍກຳ­ຈັດ​ຄວາມ​ເຄັ່ງ​ຄຽດ, ຮໍ​ໂມນເຊ​ໂຣ​ໂທ​ນິນ ແລະ ນໍ​ເອ​ພີ​ເນ​ຟຣິນ ຈາກ​ຫມາກ­ກ້ວຍ​ຈະ​ຊ່ວຍ​ເຮັດໃຫ້​ຮ່າງ­ກາຍ​ຫລັ່ງ​ສານ​ຮໍ​ໂມນແຫ່ງ​ຄວາມ­ສຸກ ແຕ່​ຖ້າ​ຮັບ​ປະ­ທານ​ຫມາກ­ກ້ວຍ​ຫລາຍ​ເກີນໄປ ຈະ​ເຮັດ​ໃຫ້​ຮູ້­ສຶກ​ຂີ້­ຄ້ານ ແລະ ບໍ່​ຢາກ​ເຄື່ອນ​ໄຫວ​ຮ່າງ­ກາຍ​ໄປໃສ​ເຮັດ​ໃຫ້​ຢາກ​ນອນ​ເທົ່າ​ນັ້ນ.

   2 ກາ­ເຟ: ດື່ມ​ກາ­ເຟ​ຕອນ​ເຊົ້າ ໂດຍ​ທີ່​ກະ­ເພາະ​ອາ­ຫານ​ຍັງ​ວ່າງ​ເປົ່າ​ຈະ​ເຮັດ​ໃຫ້​ຮູ້­ສຶກ​ຢາກ​ນອນເພາະ​ ຫລັງ​ຈາກ​ດື່ມ​ກາ­ເຟ​ໄດ້ 30ນາ­ທີ ສານ​ກາ­ເຟ​ອິນ​ຈະ​ເຂົ້າ​ໄປໃນ​ກະ­ແສ​ເລືອດ ແລະ ໄປ​ທີ່​ສະຫມອງ​ສົ່ງ​ຜົນ​ໃຫ້​ອອກ​ຊີ​ເຈນ​ທີ່ສົ່ງ​ໄປ​ສະ­ຫມອງ​ຖືກ​ ຂັດ­ຂວາງແລ້ວ​ອາ­ການ​ຢາກ​ນອນ​ກໍ່​ຕາມມາ.

   3 ເຂົ້າ­ຫນົມ​ປັງ​ຂາວ ແລະ ເຂົ້າ​ຂາວ: ອາ­ຫານ​ທຸກ​ຊະ­ນິດ​ນີ້ ເຮັດ​ມາ​ຈາກ​ແປ້ງ ເມື່ອ​ຮັບ​ປະທານ​ເຂົ້າ​ໄປ​ຈະ​ເຮັດ​ໃຫ້​ຢາກນອນ, ຍ້ອນ​ວ່າ​ມັນ​ເປັນ​ຄາ​ໂບໄຮ​ເດດ​ຮີບ​ດ່ວນ ຈິ່ງ​ເຮັດ​ໃຫ້​ຕັບ                ອ່ອນ​ຕ້ອງ​ຫລັ່ງ​ສານ​ອິນ​ຊູ​ລິນອອກ​ມາ​ຫລາຍ ຈິ່ງ​ເຮັດ​ໃຫ້​ນ້ຳຕານ​ໃນ​ເລືອດ​ສູງ​ຂຶ້ນ ແລະ ເຮັດໃຫ້​ຢາກ​ນອນ.

   4 ຖົ່ວ​ເປືອກ​ແຂງ: ມີ​ກາກໃຍ​ອາ­ຫານ​ຫລາຍ ເຊິ່ງ​ຈະ​ໄປຢຸດ​ຂະ​ບວນ​ການ​ຍ່ອຍ​ອາ­ຫານ ແລະ ຍັງ​ຖືກ​ສົ່ງ­ຕໍ່​ໄປ​ຫາ​ລຳ​ໄສ້ໃຫຍ່​ໂດຍ​ບໍ່​ຍ່ອຍ ແລະ ກະ​ຕຸ້ນແບດ​ທີ​ເລຍ​ໃນ​ລຳ​ໄສ້​ໃຫຍ່​ທີ່​ມີ ຫນ້າ­ທີ່​ຈັດ­ການ​ກັບ​ກາກ​ໃຍ​ອາຫານ ຜົນ​ກໍ່​ຄື​ເຮັດ​ໃຫ້​ທ້ອງ​ເບັງ ແລະ ຢາກ​ນອນ ໂດຍ​ສະ­ເພາະຖ້າ​ຮັບ​ປະ­ທານ​ປະ­ສົມ​ກັບ​ເກືອກໍ່​ຈະ​ທຳ­ລາຍ​ວິ­ຕາ­ມິນ​ບາງ​ ຊະນິດ​ເຊັ່ນ: ວິ­ຕາ­ມິນ​ບີເປັນ​ວິ­ຕາ­ ມິນທີ່​ເຮັດ​ໃຫ້​ຮ່າງ­ກາຍ​ສົດ­ຊື່ນ​ຫ້າວຫັນ.

   5 ຂອງ­ຫວານ: ເຊັ່ນເຂົ້າຫນົມ​ຫວານ, ເຄັກ, ເຄື່ອງ​ດື່ມລົດ​ຫວານໆ, ນ້ຳ­ຕານ​ເຮັດ​ໃຫ້ຢາກ​ນອນ ແລະ ຍັງ​ເປັນ​ຕົວ​ຍາດ​ວິ­ຕາ­ມິນ​ບີ​ໄປ​ຈາກ​ຮ່າງ­ກາຍ​ນຳ.

   6 ຜະ­ລິດ​ຕະ​ພັນ​ນົມ ແລະ ໂຢເກິດ: ເປັນ​ອາ­ຫານ​ທີ່​ມີ​ປະ­ໂຫຍດ ແຕ່​ຖ້າ​ຮັບ​ປະ­ທານ​ໂຢ​ເກິດ​ຫລາຍຈະ​ເຮັດ​ໃຫ້​ຮ່າງ­ກາຍ​ໄດ້​ຮັບ​ແຄລຊຽມ ແລະ ໂປຣ​ຕີນ ແຕ່​ໃນ​ຂະ­ນະດຽວ​ກັນ ​ໂປຣ​ຕີນ​ທີ່​ວ່າ​ນີ້ ຈະແຍກ​ກົດ​ອະ​ມິ​ໂນ​ຈາກ​ຮ່າງ­ກາຍສົ່ງ​ຜົນ​ໃຫ້​ມີ​ກົດ​ຫລາຍ​ໃນ​ຮ່າງກາຍ ແລະ ເຮັດ​ໃຫ້​ຢາກ​ນອນ​ຕະຫລອດ​ເວ­ລາ.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 21, 2011 | ມີ 6 ຄຳເຫັນ ແລະ 0 trackback(s)


   ເມື່ອ​ຮັບ​ປະທານ​ນ້ຳຕານຫລາຍ​ເກີນ​ໄປ ໂດຍ​ສະເພາະ​ນ້ຳຕານ (ນ້ຳຕານ​ຊາຍ, ນ້ຳເຜິ້ງ, ນ້ຳຕານ​ໃນ​ຫມາກ​ໄມ້, ນ້ຳຕານ​ໃນນົມ ແລະ ອື່ນໆ) ນ້ຳຕານ​ຈະເຂົ້າ​ສູ່​ກະແສ​ເລືອດ​ຢ່າງ​ວ່ອງໄວ ເຮັດ​ໃຫ້​ເລືອດ​ມີ​ພາວະ​ເປັນ​ກົດຫລາຍ​ເກີນ​ໄປຮ່າງກາຍ​ເກີດ ພາວະ​ບໍ່​ສົມ​ດຸນຈິ່ງ​ມີ​ການ​ດຶງແຮ່​ທາດ​ຈາກ​ສ່ວນ​ຕ່າງໆ​ພາຍ​ໃນຮ່າງກາຍ​ມາ​ ແກ້​ໄຂ​ຄວາມ​ບໍ່​ສົມດຸນ​ເຮັດ​ໃຫ້​ເກີດ​ໄຂມັນ​ສະ​ສົມ ນ້ຳຕານ​ຈະ​ຖືກ​ເກັບ​ໄວ້​ທີ່​ຕັບ​ໃນ​ຮູບແບບ​ຂອງ​ໄກລ​ໂຄ​ເຈນ ແຕ່​ຖ້າ​ມີຫລາຍ​ເກີນ​ໄປ​ຕັບ​ຈະ​ສົ່ງ​ໄປ​ຫາກະແສ​ເລືອດ ແລະ ປ່ຽນ​ເປັນ​ໄຂມັນ ໂດຍ​ຈະ​ສະ​ສົມ​ໄວ້​ໃນ​ສ່ວນຂອງ​ຮ່າງກາຍ​ທີ່​ມີ​ການ​ເຄື່ອນໄຫວ​ຫນ້ອຍ​ເຊັ່ນ: ສະ​ໂພກ, ກົ້ນ, ກົກຂາ, ຫນ້າ​ທ້ອງ​ກາຍເປັນ​ໄຂມັນ​ສ່ວນ​ເກີນ​ໃນ​ທີ່​ສຸດ.

   ຖ້າ​ຍັງ​ຮັບ​ປະທານ​ນ້ຳຕານຢ່າງ​ຕໍ່​ເນື່ອງ ໄຂມັນ​ຈະ​ສະ​ສົມ​ໄວ້ທີ່​ອະ​ໄວ​ຍະ​ວະ​ພາຍ​ໃນ​ອື່ນໆ​ເຊັ່ນຫົວໃຈ, ຕັບ ແລະ ຫມາກ​ໄຂ່ຫລັງເຊິ່ງ​ອະ​ໄວ​ຍະ​ວະ​ເຫລົ່າ​ນີ້​ຈະ ຄ່ອຍໆ​ຖືກ​ຫໍ່​ຫຸ້ມ​ດ້ວຍ​ໄຂມັນ ແລະ ນ້ຳ​ເມືອກ. ຮ່າງກາຍ​ຈະ​ເຮັດ​ວຽກຜິດ​ປົກກະຕິ, ຄວາມດັນ​ຂອງເລືອດ​ຈະ​ສູງ​ຂຶ້ນ ເຊິ່ງ​ການ​ຮັບ​ປະທານ​ນ້ຳຕານ​ຫລາຍ​ເກີນ​ໄປ​ມີ​ຜົນຕໍ່​ການ​ເຮັດ​ວຽກ​ຂອງ​ ສະຫມອງຈະ​ເຮັດ​ໃຫ້​ສະຫມອງ​ຢາກ​ນອນຕະຫລອດ​ເວລາ.

   ນອກຈາກ​ນີ້ ຄວນ​ງົດ​ການ​ດື່ມເຄື່ອງ​ດື່ມ​ທີ່​ມີ​ສານ​ແອວ​ກໍ​ຮໍ, ຄາເຟ​ອິນ ຫັນ​ມາ​ດື່ມ​ນ້ຳຫມາກ​ໄມ້ສົດ​ຈະ​ດີ​ກວ່າ ຫລື ນ້ຳ​ບໍລິສຸດ​ທຳມະ​ດາ​ທີ່​ມີ​ຜົນ​ດີ​ຕໍ່​ສຸຂະພາບ​ແທນ ແລະ ຄວນ​ອອກກຳ ລັງ​ກາຍ​ຄວບຄູ່​ກັນ​ໄປ​ນຳ​ຈະ​ໄດ້ຜົນ​ໄວ.

   ພາຍຫລັງ​ທີ່​ອອກກຳລັງ​ກາຍຕໍ່​ເນື່ອງ​ປະມານ 20 ນາທີ​ຮ່າງກາຍ​ຈະ​ຫລັ່ງ​ຮໍ​ໂມນ​ແອນ​ໂດ​ຟິນອອກ​ມາ​ຕາມ​ທຳ​ມະ​ຊາດ​ເຮັດ​ ໃຫ້ຮ່າງກາຍ​ສົດຊື່ນ, ຫ້າວຫັນ, ເກີດມີ​ຄວາມສຸກ, ສາມາດ​ຄາຍ​ຄວາມກັງວົນ​ໃຈ​ກັບ​ເລື່ອງ​ຕ່າງໆ​ໄດ້.

   ຖ້າ​ໃຜ​ທີ່​ຮັບ​ປະທານ​ອາຫານລົດ​ຊາດ​ຫວານ​ຫລາຍ​ຄວນ​ຫລຸດປະລິມານ​ນ້ຳຕານ​ລົງ​ ເທື່ອ​ລະຫນ້ອຍໆ   ເພື່ອ​ປັບ​ປ່ຽນ​ລົດ​ຊາດ ແລະ ຫລຸດ​ປະລິມານ​ນ້ຳຕານ​ໃນຮ່າງກາຍ​ລົງທາງ​ທີ່​ດີ​ຄວນ​ເລີ່ມເຮັດ​ຕັ້ງແຕ່​ມື້ນີ້ ​ເປັນຕົ້ນ​ໄປ ເພື່ອ​ສຸຂະ​ພາບ​ທີ່​ດີ​ໃນ​ວັນ​ຕໍ່​ໄປ.ຂອບໃຈຂໍ້ມູນຈາກ :.webcache.googleusercontent.com/search