ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
GDP
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 23, 2011 | ມີ 9 ຄຳເຫັນ ແລະ 0 trackback(s)

ເພື່ອ​ຮັບ­ປະ­ກັນ​ການ​ສ້າງແຜນ​ງົບ­ປະ­ມານ​ແຫ່ງ​ລັດ​ໃຫ້​ມີຄວາມ​ເປັນ​ເອ­ກະ​ ພາບ​ໃນ​ຂອບເຂດ​ທົ່ວ​ປະ­ເທດ ແລະ ສຳ­ເລັດຕາມ​ກຳ­ນົດ​ເວ­ລາ​ເຮັດ​ໃຫ້​ເສດຖະ​ກິດ​ມະ­ຫາ​ພາກ​ມີ​ສະ­ຖຽນ​ລະ ພາບ ແລະ ມີ​ການ​ຂະ­ຫຍາຍ­ຕົວຢ່າງ​ຕໍ່​ເນື່ອງ ລັດ­ຖະ­ບານ​ໄດ້​ວາງເປົ້າ​ສົກ​ປີ 2011-2012 ທີ່​ຈະເຖິງເສດ­ຖະ­ກິດ​ພາຍ​ໃນ​ໂດຍລວມ​ຕ້ອງ​ຂະ­ຫຍາຍ­ຕົວ​ໃນ​ລະດັບ 8%.

   ເພື່ອ​ຜັນ​ຂະ­ຫຍາຍ​ມະ­ຕິ​ກອງປະ­ຊຸມ​ໃຫຍ່ ຄັ້ງ​ທີ IX ຂອງ​ພັກ ໂດຍ​ສະ­ເພາະ​ແມ່ນ​ຜັນ​ຂະ­ຫຍາຍເນື້ອ​ໃນ​ບຸກ​ທະ­ລຸ 4 ປະ­ການ; ໃນນັ້ນ ດ້ານ​ເສດ­ຖະ­ກິດ​ການ​ເງິນແມ່ນ​ບຸກ​ທະ­ລຸ​ດ້ານ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ ປະ­ຊາ­ຊົນ ໂດຍການ​ຂຸດ​ຄົ້ນ​ແຫລ່ງ​ທຶນ​ຕ່າງໆ ແລະ ນະ​ໂຍ​ບາຍ​ນ​ສົ່ງ­ເສີມ​ພິ­ເສດສ້າງ​ພື້ນ­ຖານ​ໂຄງ​ລ່າງ​ທາງດ້ານ​ເສດ­ຖະ­ກິດ- ສັງ­ຄົມ.

   ລັດ­ຖະ­ບານ​ຄາດ­ຫມາຍ​ວ່າ ໃນ​ສົກ​ປີ 2011-2012 ລວມຍອດ​ຜະ­ລິດ​ຕະ​ພັນ​ພາຍ​ໃນ ຫລື ຈີ​ດີ​ພີ​ຕ້ອງ​ໃຫ້​ຂະ­ຫຍາຍ­ຕົວ​ໃນລະ­ດັບ 8% ອັດ­ຕາ​ເງິນ​ເຟີ້​ຢູ່​ໃນລະ­ດັບ​ທີ່​ຕ່ຳ​ກວ່າ​ອັດ­ຕາ​ການ​ຂະຫຍາຍ​ຕົວ​ທາງ​ ດ້ານ​ເສດ­ຖະ­ກິດອັດ­ຕາ​ແລກ­ປ່ຽນ​ເຫນັງ​ຕີງ​ຢູ່​ໃນຂອບ​ລົບ ຫລື ບວກ 5% ເຊິ່ງ​ກຳນົດ​ການ​ຄິດ­ໄລ່​ອັດ­ຕາ​ແລກ­ປ່ຽນ 8.100 ກີບ​ຕໍ່ 1 ໂດ​ລາ​ສະ­ຫະ­ລັດ.

   ເພື່ອ​ຮັບ­ປະ­ກັນ​ການ​ສ້າງແຜນ​ງົບ­ປະ­ມານ​ແຫ່ງ​ລັດ​ຄາດການ​ເກັບ​ລາຍ​ຮັບ​ພາຍ ​ໃນ​ຕ້ອງສູ້​ຊົນ​ໃຫ້​ໄດ້​ຢ່າງ​ຕ່ຳ15,8% ຂອງລວມ​ຍອດ​ຜະ­ລິດ​ຕະ​ພັນ​ພາຍ​ໃນ ແລະ ຄາດ​ຄະ­ເນ​ເພີ່ມ​ຂຶ້ນ​ໃນ​ລະດັບ​ບໍ່​ໃຫ້​ຫລຸດ 18% ທຽບ­ໃສ່ສົກ​ປີ­ຜ່ານ­ມາ.

   ນອກ­ຈາກ​ນັ້ນ ລັດ​ໄດ້​ວາງເປົ້າ​ຕົວ​ເລກ​ລາຍ​ຮັບ​ສ່ວຍ​ສາ​ອາກອນ (ບໍ່​ລວມ​ລາຍ​ຮັບ​ວິ­ຊາການ), ລາຍ​ຮັບ​ພາ­ສີ​ຂາ​ເຂົ້າ-ຂາ​ອອກ, ລາຍ​ຮັບ​ຈາກ​ຊັບ​ສິນ ແລະ ຄຸ້ມ​ຄອງ​ລັດ​ວິ​ສາ​ຫະ​ກິດແລະ ລາຍ​ຮັບ​ຈາກ​ທີ່​ດິນ​ໃຫ້​ເພີ່ມຂຶ້ນ ເນື່ອງ​ຈາ​ກວ່າ ເສດ­ຖະ­ກິດພາຍ​ໃນ​ຈະ​ມີ​ການ​ຂະ­ຫຍາຍ­ຕົວ ເຊິ່ງ​ຈະ​ເຮັດ​ໃຫ້​ຈຳ­ນວນ​ຫົວຫນ່ວຍ​ທຸ­ລະ​ກິດ​ເພີ່ມ​ຂຶ້ນ ແລະ ລາຄາ​ສິນ­ຄ້າ​ບາງ​ຊະ­ນິດ​ມີ​ທ່າ​ອຽງ ເພີ່ມ​ຂຶ້ນ.

   ນອກ­ຈາກ​ນີ້ ຄາດ​ຄະ­ເນ​ວ່າການ​ນຳ​ເຂົ້າ​ບາງ​ປະ­ເພດ​ສິນ­ຄ້າຈະ​ເພີ່ມ​ຂຶ້ນ​ທັງ​ປະ­ລິ­ມານ ແລະ ລາ­ຄາ​ເຊັ່ນ: ຈາກ​ນ້ຳ­ມັນ​ເຊື້ອ​ໄຟ, ວັດ­ຖຸ​ກໍ່­ສ້າງ ແລະ ສິນ­ຄ້າ​ຟູມເຟືອຍ​ຈຳ­ນວນ​ຫນຶ່ງ; ຄ່າ​ຊັບ​ພະຍາ​ກອນ​ນຳ​ບັນ­ດາ​ໂຄງ­ການ​ລົງທຶນ​ຕ່າງໆ, ເງິນ​ປັນ​ຜົນ​ຈາກ​ລັດວິ​ສາ​ຫະ​ກິດ ແລະ ຫົວ­ຫນ່ວຍໃຫຍ່ໆ​ຈຳ­ນວນ​ຫນຶ່ງ ແລະ ຫົວຫນ່ວຍ​ມີ​ທ່າ​ອຽງ​ເພີ່ມ​ຂຶ້ນ​ໃນ​ແຕ່ລະ​ປີ ສ່ວນ​ລາຍ​ຮັບ​ຈາກ​ການຂາຍ​ໄມ້​ແມ່ນ​ມີ​ທ່າ​ອຽງ​ຫລຸດ​ລົງ.

   ຢ່າງ­ໃດ​ກໍ່​ຕາມ ດ້ານ​ຕົວ​ເລກລາຍ​ຈ່າຍ​ໃນ​ສົກ​ດຽວ​ກັນ​ລັດຄາດ​ວ່າ ຈະ​ໄດ້​ເພີ່ມ​ດັດ​ສະ​ນີ​ເງິນເດືອນ ແລະ ເງິນ​ນະ­ໂຍ­ບາຍ​ອຸດຫນູນ​ພະ­ນັກ­ງານ​ທີ່​ເຮັດ​ວຽກ​ຢູ່ຫ່າງ​ໄກ​ສອກ­ຫລີກ, ພ້ອມ​ທັງ​ຮັບປະ­ກັນ​ການ­ເຄື່ອນ­ໄຫວ​ກົງ­ຈັກລັດ​ໃຫ້​ມີ​ສະ­ພາບ​ຄ່ອງ​ຕົວ ໂດຍປະ­ຕິ­ບັດ​ນະ­ໂຍ­ບາຍ​ທີ່​ລັດ​ຖະບານ​ໄດ້​ກຳ­ນົດ​ອອກ​ໃຫ້​ທົ່ວ​ເຖິງ.

   ພ້ອມ​ກັນ​ນັ້ນ ກໍ່​ຂຶ້ນ​ແຜນ​ຊຳລະ​ຫນີ້​ສິນ​ທັງ​ພາຍ​ໃນ ແລະ ຕ່າງປະ­ເທດ​ໃຫ້​ໄດ້​ຕາມ​ສັນ­ຍາ​ເລືອກເຟັ້ນ​ໂຄງ­ການ​ທີ່​ມີ​ປະ​ສິດ­ທິ​ຜົນສູງ ເພື່ອ​ຫລຸດ­ຜ່ອນ​ຄວາມ­ທຸກຍາກ​ຂອງ​ປະ­ຊາ­ຊົນ​ບັນ­ດາ ­ເຜົ່າ ຈຳ­ກັດ​ການ​ສ້າງ​ຫນີ້​ນອກ​ແຜນງົບ­ປະ­ມານ​ປະ­ຈຳ​ປີ ແລະ ສຸມ​ໃສ່ ແກ້​ໄຂ​ຫນີ້​ສິນ​ຜ່ານ​ມາ​ບໍ່​ໃຫ້​ຫລຸດ 35% ແຜນ​ງົບ­ປະ­ມານ​ລວມການ​ລົງ­ທຶນ​ຂອງ​ລັດ.

   ການ​ສ້າງ​ແຜນ​ລາຍ​ຮັບ-ລາຍ​ຈ່າຍ​ຄາດ­ຫມາຍ​ທີ່​ໄດ້​ກຳນົດ​ໄວ້​ນັ້ນ ຄາດ​ວ່າ​ລາຍ​ຮັບ​ພາຍໃນ ແລະ ລາຍ​ຮັບ​ຊ່ວຍ­ເຫລືອ​ລ້າ ແມ່ນ​ບໍ່​ສາ­ມາດ​ຕອບ​ສະ­ຫນອງຄວາມ​ຕ້ອງ­ການ​ໃຊ້​ຈ່າຍ​ເຂົ້າ​ໃນວຽກ​ງານ​ຕ່າງໆ​ ຂອງ​ກົງ­ຈັກພັກ-ລັດ​ໄດ້ ຈິ່ງ​ມີ​ຄວາມ​ຈຳ­ເປັນຕ້ອງ​ລະ­ດົມ​ແຫລ່ງ​ທຶນ​ດ້ວຍ​ຮູບການ​ຂາຍ​ພັນ­ທະ­ບັດ​ ຢ່າງ​ຕ່ຳ​ບໍ່ໃຫ້​ຫລຸດ 300 ຕື້​ກີບ, ສະ­ເຫນີການ​ກູ້​ຢືມ​ຈາກ​ຕ່າງ­ປະ­ເທດດ້ວຍ​ອັດ­ຕາ​ດອກ​ເບ້ຍ​ຜ່ອນ­ຜັນເພີ່ມ​ ຕື່ມ ໂດຍ​ໃຫ້​ໄປ​ຕາມ​ທິດ​ທີ່​ລັດຖະ​ບານ​ຕົກ­ລົງ​ເພື່ອ​ຮັບ­ປະ­ກັນໃຫ້­ການ​ ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ຂອງ​ຊາດ​ບັນ­ລຸ​ຕາມເປົ້າ​ຫມາຍ.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 21, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

 

ໂຄງ­ການ​ປັບ­ປຸງ ແລະ ຂະ­ຫຍາຍ​ສະ­ໜາມ​ບິນ​ວັດ​ໄຕ ແມ່ນ​ໂຄງ­ການ​ໜຶ່ງ​ຂອງ​ລັດ­ຖະ­ບານ​ລາວ ເພື່ອ​ຮອງ​ຮັບ​ເຮືອ­ບິນ​ຂອງ​ບັນ­ດາ​ປະ­ເທດ​ຕ່າງໆ ທີ່​ມາ​ຮ່ວມ​ກອງ​ປະ­ຊຸມ​ອາ­ຊີ-ຢູ​ໂຣບ (ASAM) ແລະ ໃນ​ໄລ­ຍະ​ຍາວ ທັງ​ນີ້​ແມ່ນ​ເພື່ອ​ຜັນ​ຂະ­ຫຍາຍ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ຂອງ​ ລັດ­ຖະ­ບານ ສປປ ລາວ ປີ 2010-2020 ຕາມ​ນະ­ໂຍ­ບາຍ​ຫັນ ສປປ ລາວ ຈາກ​ປະ­ເທດ​ບໍ່​ມີ​ທາງ​ອອກ​ສູ່​ທະ­ເລ ເປັນ​ປະ­ເທດ​ບໍ­ລິ­ການ​ທາງ​ຜ່ານ ແລະ ຄວາມ​ມຸ່ງ​ໝັ້ນ​ໃນ​ການ​ພົ້ນ​ອອກ​ຈາກ​ປະ­ເທດ​ດ້ອຍ​ພັດ­ທະ­ນາ​ໃນ​ປີ 2020.

 

ສຳ­ລັບ​ໂຄງ­ການ​ປັບ­ປຸງ ແລະ ຂະ­ຫຍາຍ​ສະ­ໜາມ​ບິນ​ວັດ​ໄຕ​ນີ້ ແມ່ນ​ລັດ­ຖະ­ບານ ສປ ຈີນ ໄດ້​ໃຫ້​ທຶນ​ກູ້​ຢືມ​ໃນ​ອັດ­ຕາ​ດອກ​ເບ້ຍ​ຕ່ຳ ເພື່ອ​ຂະ­ຫຍາຍ​ລານ​ຈອດ​ເຮືອ­ບິນ​ຂະ­ໜາດ​ກາງ ແລະ ໃຫຍ່ ຈຳ­ນວນ 20 ລຳ ຂະ­ຫຍາຍ​ບ່ອນ​ລ້ຽວ​ເຮືອ­ບິນ​ຂະ­ໜາດ B-747 ຍົກ​ລະ­ດັບ​ທາງ​ອ້ອມ​ສະ­ໜາມ​ບິນ​ດ້ວຍ​ການ​ປູ­ຢາງ​ອາ​ສ​ຟານ ປັບ­ປຸງ​ລະ­ບົບ​ໄຟ­ຟ້າ​ລຽບ​ຕາມ​ຮົ້ວ​ອ້ອມ​ສະ­ໜາມ​ບິນ ປັບ­ປຸງ​ຮ່ອງ​ລະ­ບາຍ​ນ້ຳ​ໃນ​ສະ­ໜາມ​ບິນ  ເຊິ່ງ​ມີ​ກຳ­ນົດ​ເວ­ລາ​ການ​ປັບ­ປຸງ​ປະ­ມານ 14 ເດືອນ ໃຫ້​ສຳ­ເລັດ​ໂຄງ­ການ 100% ໃນ​ມູນ​ຄ່າ​ທັງ​ໝົດ 37.684.888 ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 300.913 ລ້ານ​ກ່ວ​າ​ກີບ ໂດຍ​ແມ່ນ​ບໍ­ລິ­ສັດ China CAMC Engineering ຈຳ­ກັດ ເປັນ​ຜູ້​ຮັບ​ເໝົາ​ກໍ່­ສ້າງ.

 

ພິ­ທີ​ເປີດ​ໂຄງ­ການ​ປັບ­ປຸງ ແລະ ຂະ­ຫຍາຍ​ສະ­ໜາມ​ບິນ​ວັດ​ໄຕ ລະ­ຫວ່າງ​ກົມ​ການ­ບິນ​ພົນ​ລະ​ເຮືອນ ກະ­ຊວງ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ແລະ ບໍ­ລິ­ສັດ China CAMC Engineering ຈຳ­ກັດ ໃນ​ວັນ​ທີ 17 ສິງ­ຫາ 2011 ຜ່ານ​ມາ ທີ່​ສະ­ໜາມ​ບິນ​ວັດ​ໄຕ ໂດຍ​ມີ​ທ່ານ ດຣ.ທອງ​ລຸນ ສີ​ສຸ​ລິດ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ການ​ຕ່າງ­ປະ­ເທດ ທ່ານ​ນາງ ປູ ຈຽນ​ກົວ ເອກ​ອັກ​ຄະ​ລັດ​ຖະ​ທູດ ແຫ່ງ ສປ ຈີນ ປະ­ຈຳ​ລາວ ມີ​ບັນ­ດາ​ລັດ­ຖະ­ມົນ­ຕີ ປະ­ທານ​ບໍ­ລິ­ສັດ ແລະ ແຂກ​ຖືກ​ເຊີນ​ທັງ​ລາວ ແລະ ຈີນ ເຂົ້າ​ຮ່ວມ. ຂໍ້ມູນຈາກ::www.vientianemai.net/teen/khao/1/4122