ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ສ.. 5, 2011 | ມີ 5 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

   ຖ້າເວົ້າເຖິງຄຳວ່າຊະນະໃຜກໍ່ປາຖະນາ ແລະມຸ້ງຫວັງຢາກຈະໄປເຖິງຈຸດທີ່ປາຖະນາໄວ້ ,ແລະ ຖ້າເຮົາເວົ້າເຖິງການເອົາຊະນະກໍ່ຕ້ອງຄູ່ກັນໄປກັບຄຳວ່າແຂ່ງຂັນ  ເຮົາຈິ່ງເຫັນການແຂ່ງຂັນຫຼາຍໆປະເພດ ບໍ່ວ່າຈະເປັນກິລາ ,ການສອບເສ່ັງ ແຕ່ສິ່ງເຫຼົ່ານີ້ ຄົນທີ່ສາມາດເຮັດໄດ້ນັ້ນມີຫຼາຍ ຖ້າຈະກ່ວາໃນລະດັບໂລກ ແລະຜູ່ຊະນະ ຄົນໃຫມ່ ອາດຈະຖືກ ເອົາຊະນະໂດຍ ຜູ່ທີ່ມີຄວາມສາມດທີ່ເໜືອກວ່າ  ແລະ ກໍ່ເປັນສິ່ງແນ່ນອນວ່າ :ມັນກໍ່ສາມາດ ເກີດຂຶ້ນໄດ້ ເປັນຈິງໄດ້ ແຕ່ຜູ່ທີ່ເຮົາເອົາຊະນະໄດ້ຍາກທີສຸດໃນໂລກກໍ່ຄື ການເອົາຊະນະຄວາມຄິດ ລວມໄປເຖິງ ການກະທຳ ຂອງຕົນເອງ ..ຖ້າເວົ້າແນວນີ້ຫຼາຍໆຄົນກໍ່ຈະຫາວ່າບໍ່ມີຫຼັກຖານ ,,ຊັນກໍ່ມາເອ່ານ ແລະ ທຳຄວາມເຂົ້າໃຈວ່າຫຼັກຖານທີ່ຜູ່ຂຽນເອົາມາພຽງພໍ ຫຼື ບໍ່ ! ເຊັ່ນວ່າ: ມີຄົນສອງຄົນຮັກກັນຢ່າງ ໝັ້ນຄົງ ແຕ່ຄວາມໝັ້ນຄົງ ກັບບໍ່ຄືເກົ່າເເມືອຝ່າຍ ຊາຍມາບອດເລິກ ກັບຝ່າຍຍິງ ເຮັດໃຫ້ຝ່າຍຍິງ ຕ້ອງເສຍໃຈນ້ຳຕາໄຫຼ ,ກິນເຂົ້າບໍ່ແຊບໄປຫຼາຍວັນ ບໍ່ຫົວບໍ່ຍິ້ມກັບໃຜ..ບໍ່ຮູ້ວ່າເປັນເພາະເສຍດາຍ ຫຼື ວ່າຮັກຝັງໃຈ ແຮງ? ແຕ່ລາວກໍ່ຮູ້ວ່າການ ຄິດຮອດຄົນທີ່ເຂົາບໍ່ຮັກລາວເຮັດໃຫ້ລາວ ຕ້ອງມານັ່ງເສົ້າໃຈ ໝົດກຳລັງໃຈ ຈົນເຖິງນ້ຳຕາໄຫຼອອກມາ ຍິ່ງຄິດເຖິງ ອະດິດທີ່ແສນຫວານທີ່ເຄີຍຍອກໃຍກັນ ຍິ່ງຕ້ອງເຮັດໃຫ້ນ້ຳຕາຕົກ

ແຕ່ລາວກໍ່ບໍ່ສາມາດຂົມໃຈ ໃຫ້ເອົາຊະນະຄວາມຜິດຫວັງຄັ້ງນີ້ໄດ້ ໃນທີ່ສຸດກໍ່ຕ້ອງເປັນຜູ່ແພ້ ທຸກຄັ້ງທີ່ຄິດ ໂດຍບໍ່ສາມາດຫຼີກລ່ຽງໄດ້  ..ເຖິງແມ່ນວ່າຜູ່ຍິງຜູ່ນັ້ນຈະເຄີຍມີຄວາມຮັກແຕ່ລາວກໍ່ຄິດວ່າຄັ້ງນີ້ຂໍໃຫ້ເປັນປະສົບການ ຖ້າຮັກໃຜເຮົາຕ້ອງເບິ່ງຄົນດີໆ ເຊິ່ງມັນກໍ່ບໍ່ແມ່ນວິທີທາງອອກທີ່ດີເທົ່າໃດ  ,ສຳລັບຜູ່ຂຽນແລ້ວ ຄິດວ່າ:ໃນວັນໜຶ່ງເຮົາມີຄວາມຮັກ ຫຼືມີຄົນມາຮັກເຮົາໄດ້ ຈິ່ງສາມາດເຊຶ່ອໄດ້ວ່າ:ວັນໜຶ່ງ ເຂົາກໍ່ສາມາດເບື່ອເຮົາໄດ້ເຊັ່ນກັນ ເພາະຈິດໃຈຂອງຄົນບໍ່ມີຄວາມແນ່ນອນ ເພາະສະນັ້ນ ການເຂົ້າໃຈວ່າ:ມື້ໜຶ່ງເຂົາຮັກເຮົາໄດ້ ມື້ໜຶ່ງເຂົາກໍ່ສາມາຊັງເຮົາໄດ້ເຊັ່ນກັນ ຈິງເປັນວິທີປ້ອງກັນຄວາມເສົ້າໄດ້ດີ ເພາະຖ້າວັນໜຶ່ງເຂົາຊັງເຮົາຂຶ້ນມາ ເຮົາກໍ່ຈະໄດ້ເຂົ້າໃຈວ່າ,(,ນັ້ນເດກູຄິດໄວ້ແລ້ວມຶງຕ້ອງຖິ້ມກູ)

        ຂໍເອົາຕົວຢ່າງພຽງຢ່າງດຽວກໍ່ແລ້ວກັນ ເພາະຖ້າຍາວໄປກວ່ານີ້ຜູ່ອ່ານຄົງອ່ານບໍ່ຈົບແນ່ນອນເລີຍ..

  ສະນັ້ນ ຈິ່ງສາມາດສະຫຼຸບໄດ້ວ່າ:ບຸກຄົນທີ່ເຮົາເອົາຊະນະໄດ້ຍາກທີ່ສຸດກໍ່ຄືຕົວຂອງເຮົາເອງ ແລະ ບຸກຄົນທີ່ເປັນຜູ່ແພ້ ກໍ່ຄືຕົວເຮົາເອງ ທີ່ບໍ່ສາມາດເອົາຊະນະຄວາມເສົ້າ ຄວາມເສຍໃຈ ,ຄວາມຜິດຫວັງ

ບາງຢ່າງທີ່ເຮົາຄິດວ່າເປັນສິ່ງທີ່ດີແຕ່ເຮົາກໍ່ບໍ່ສາມາດເອົາຊະນະຕົນ ບໍ່ສາມາປ່ຽນແປງຕົນຈິງກາຍເປັນຜູ່ແພ້ເຊິ່ງຄົນອຶ່ນບໍ່ສາມາດເອົາຊະນະແທນໄດ້...

ຈາກ:ຜູ່ແພ້  ທີ່ຕ້ອງການຈະແກ້ໄຂ

 

Delicious Digg Fark Twitter