ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 21, 2011 | ມີ 6 ຄຳເຫັນ ແລະ 0 trackback(s)


   ເມື່ອ​ຮັບ​ປະທານ​ນ້ຳຕານຫລາຍ​ເກີນ​ໄປ ໂດຍ​ສະເພາະ​ນ້ຳຕານ (ນ້ຳຕານ​ຊາຍ, ນ້ຳເຜິ້ງ, ນ້ຳຕານ​ໃນ​ຫມາກ​ໄມ້, ນ້ຳຕານ​ໃນນົມ ແລະ ອື່ນໆ) ນ້ຳຕານ​ຈະເຂົ້າ​ສູ່​ກະແສ​ເລືອດ​ຢ່າງ​ວ່ອງໄວ ເຮັດ​ໃຫ້​ເລືອດ​ມີ​ພາວະ​ເປັນ​ກົດຫລາຍ​ເກີນ​ໄປຮ່າງກາຍ​ເກີດ ພາວະ​ບໍ່​ສົມ​ດຸນຈິ່ງ​ມີ​ການ​ດຶງແຮ່​ທາດ​ຈາກ​ສ່ວນ​ຕ່າງໆ​ພາຍ​ໃນຮ່າງກາຍ​ມາ​ ແກ້​ໄຂ​ຄວາມ​ບໍ່​ສົມດຸນ​ເຮັດ​ໃຫ້​ເກີດ​ໄຂມັນ​ສະ​ສົມ ນ້ຳຕານ​ຈະ​ຖືກ​ເກັບ​ໄວ້​ທີ່​ຕັບ​ໃນ​ຮູບແບບ​ຂອງ​ໄກລ​ໂຄ​ເຈນ ແຕ່​ຖ້າ​ມີຫລາຍ​ເກີນ​ໄປ​ຕັບ​ຈະ​ສົ່ງ​ໄປ​ຫາກະແສ​ເລືອດ ແລະ ປ່ຽນ​ເປັນ​ໄຂມັນ ໂດຍ​ຈະ​ສະ​ສົມ​ໄວ້​ໃນ​ສ່ວນຂອງ​ຮ່າງກາຍ​ທີ່​ມີ​ການ​ເຄື່ອນໄຫວ​ຫນ້ອຍ​ເຊັ່ນ: ສະ​ໂພກ, ກົ້ນ, ກົກຂາ, ຫນ້າ​ທ້ອງ​ກາຍເປັນ​ໄຂມັນ​ສ່ວນ​ເກີນ​ໃນ​ທີ່​ສຸດ.

   ຖ້າ​ຍັງ​ຮັບ​ປະທານ​ນ້ຳຕານຢ່າງ​ຕໍ່​ເນື່ອງ ໄຂມັນ​ຈະ​ສະ​ສົມ​ໄວ້ທີ່​ອະ​ໄວ​ຍະ​ວະ​ພາຍ​ໃນ​ອື່ນໆ​ເຊັ່ນຫົວໃຈ, ຕັບ ແລະ ຫມາກ​ໄຂ່ຫລັງເຊິ່ງ​ອະ​ໄວ​ຍະ​ວະ​ເຫລົ່າ​ນີ້​ຈະ ຄ່ອຍໆ​ຖືກ​ຫໍ່​ຫຸ້ມ​ດ້ວຍ​ໄຂມັນ ແລະ ນ້ຳ​ເມືອກ. ຮ່າງກາຍ​ຈະ​ເຮັດ​ວຽກຜິດ​ປົກກະຕິ, ຄວາມດັນ​ຂອງເລືອດ​ຈະ​ສູງ​ຂຶ້ນ ເຊິ່ງ​ການ​ຮັບ​ປະທານ​ນ້ຳຕານ​ຫລາຍ​ເກີນ​ໄປ​ມີ​ຜົນຕໍ່​ການ​ເຮັດ​ວຽກ​ຂອງ​ ສະຫມອງຈະ​ເຮັດ​ໃຫ້​ສະຫມອງ​ຢາກ​ນອນຕະຫລອດ​ເວລາ.

   ນອກຈາກ​ນີ້ ຄວນ​ງົດ​ການ​ດື່ມເຄື່ອງ​ດື່ມ​ທີ່​ມີ​ສານ​ແອວ​ກໍ​ຮໍ, ຄາເຟ​ອິນ ຫັນ​ມາ​ດື່ມ​ນ້ຳຫມາກ​ໄມ້ສົດ​ຈະ​ດີ​ກວ່າ ຫລື ນ້ຳ​ບໍລິສຸດ​ທຳມະ​ດາ​ທີ່​ມີ​ຜົນ​ດີ​ຕໍ່​ສຸຂະພາບ​ແທນ ແລະ ຄວນ​ອອກກຳ ລັງ​ກາຍ​ຄວບຄູ່​ກັນ​ໄປ​ນຳ​ຈະ​ໄດ້ຜົນ​ໄວ.

   ພາຍຫລັງ​ທີ່​ອອກກຳລັງ​ກາຍຕໍ່​ເນື່ອງ​ປະມານ 20 ນາທີ​ຮ່າງກາຍ​ຈະ​ຫລັ່ງ​ຮໍ​ໂມນ​ແອນ​ໂດ​ຟິນອອກ​ມາ​ຕາມ​ທຳ​ມະ​ຊາດ​ເຮັດ​ ໃຫ້ຮ່າງກາຍ​ສົດຊື່ນ, ຫ້າວຫັນ, ເກີດມີ​ຄວາມສຸກ, ສາມາດ​ຄາຍ​ຄວາມກັງວົນ​ໃຈ​ກັບ​ເລື່ອງ​ຕ່າງໆ​ໄດ້.

   ຖ້າ​ໃຜ​ທີ່​ຮັບ​ປະທານ​ອາຫານລົດ​ຊາດ​ຫວານ​ຫລາຍ​ຄວນ​ຫລຸດປະລິມານ​ນ້ຳຕານ​ລົງ​ ເທື່ອ​ລະຫນ້ອຍໆ   ເພື່ອ​ປັບ​ປ່ຽນ​ລົດ​ຊາດ ແລະ ຫລຸດ​ປະລິມານ​ນ້ຳຕານ​ໃນຮ່າງກາຍ​ລົງທາງ​ທີ່​ດີ​ຄວນ​ເລີ່ມເຮັດ​ຕັ້ງແຕ່​ມື້ນີ້ ​ເປັນຕົ້ນ​ໄປ ເພື່ອ​ສຸຂະ​ພາບ​ທີ່​ດີ​ໃນ​ວັນ​ຕໍ່​ໄປ.ຂອບໃຈຂໍ້ມູນຈາກ :.webcache.googleusercontent.com/search

Delicious Digg Fark Twitter