ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 21, 2011 | ມີ 4 ຄຳເຫັນ ແລະ 0 trackback(s)

 

ໂຄງ­ການ​ປັບ­ປຸງ ແລະ ຂະ­ຫຍາຍ​ສະ­ໜາມ​ບິນ​ວັດ​ໄຕ ແມ່ນ​ໂຄງ­ການ​ໜຶ່ງ​ຂອງ​ລັດ­ຖະ­ບານ​ລາວ ເພື່ອ​ຮອງ​ຮັບ​ເຮືອ­ບິນ​ຂອງ​ບັນ­ດາ​ປະ­ເທດ​ຕ່າງໆ ທີ່​ມາ​ຮ່ວມ​ກອງ​ປະ­ຊຸມ​ອາ­ຊີ-ຢູ​ໂຣບ (ASAM) ແລະ ໃນ​ໄລ­ຍະ​ຍາວ ທັງ​ນີ້​ແມ່ນ​ເພື່ອ​ຜັນ​ຂະ­ຫຍາຍ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ຂອງ​ ລັດ­ຖະ­ບານ ສປປ ລາວ ປີ 2010-2020 ຕາມ​ນະ­ໂຍ­ບາຍ​ຫັນ ສປປ ລາວ ຈາກ​ປະ­ເທດ​ບໍ່​ມີ​ທາງ​ອອກ​ສູ່​ທະ­ເລ ເປັນ​ປະ­ເທດ​ບໍ­ລິ­ການ​ທາງ​ຜ່ານ ແລະ ຄວາມ​ມຸ່ງ​ໝັ້ນ​ໃນ​ການ​ພົ້ນ​ອອກ​ຈາກ​ປະ­ເທດ​ດ້ອຍ​ພັດ­ທະ­ນາ​ໃນ​ປີ 2020.

 

ສຳ­ລັບ​ໂຄງ­ການ​ປັບ­ປຸງ ແລະ ຂະ­ຫຍາຍ​ສະ­ໜາມ​ບິນ​ວັດ​ໄຕ​ນີ້ ແມ່ນ​ລັດ­ຖະ­ບານ ສປ ຈີນ ໄດ້​ໃຫ້​ທຶນ​ກູ້​ຢືມ​ໃນ​ອັດ­ຕາ​ດອກ​ເບ້ຍ​ຕ່ຳ ເພື່ອ​ຂະ­ຫຍາຍ​ລານ​ຈອດ​ເຮືອ­ບິນ​ຂະ­ໜາດ​ກາງ ແລະ ໃຫຍ່ ຈຳ­ນວນ 20 ລຳ ຂະ­ຫຍາຍ​ບ່ອນ​ລ້ຽວ​ເຮືອ­ບິນ​ຂະ­ໜາດ B-747 ຍົກ​ລະ­ດັບ​ທາງ​ອ້ອມ​ສະ­ໜາມ​ບິນ​ດ້ວຍ​ການ​ປູ­ຢາງ​ອາ​ສ​ຟານ ປັບ­ປຸງ​ລະ­ບົບ​ໄຟ­ຟ້າ​ລຽບ​ຕາມ​ຮົ້ວ​ອ້ອມ​ສະ­ໜາມ​ບິນ ປັບ­ປຸງ​ຮ່ອງ​ລະ­ບາຍ​ນ້ຳ​ໃນ​ສະ­ໜາມ​ບິນ  ເຊິ່ງ​ມີ​ກຳ­ນົດ​ເວ­ລາ​ການ​ປັບ­ປຸງ​ປະ­ມານ 14 ເດືອນ ໃຫ້​ສຳ­ເລັດ​ໂຄງ­ການ 100% ໃນ​ມູນ​ຄ່າ​ທັງ​ໝົດ 37.684.888 ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 300.913 ລ້ານ​ກ່ວ​າ​ກີບ ໂດຍ​ແມ່ນ​ບໍ­ລິ­ສັດ China CAMC Engineering ຈຳ­ກັດ ເປັນ​ຜູ້​ຮັບ​ເໝົາ​ກໍ່­ສ້າງ.

 

ພິ­ທີ​ເປີດ​ໂຄງ­ການ​ປັບ­ປຸງ ແລະ ຂະ­ຫຍາຍ​ສະ­ໜາມ​ບິນ​ວັດ​ໄຕ ລະ­ຫວ່າງ​ກົມ​ການ­ບິນ​ພົນ​ລະ​ເຮືອນ ກະ­ຊວງ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ແລະ ບໍ­ລິ­ສັດ China CAMC Engineering ຈຳ­ກັດ ໃນ​ວັນ​ທີ 17 ສິງ­ຫາ 2011 ຜ່ານ​ມາ ທີ່​ສະ­ໜາມ​ບິນ​ວັດ​ໄຕ ໂດຍ​ມີ​ທ່ານ ດຣ.ທອງ​ລຸນ ສີ​ສຸ​ລິດ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ວ່າ­ການ​ກະ­ຊວງ​ການ​ຕ່າງ­ປະ­ເທດ ທ່ານ​ນາງ ປູ ຈຽນ​ກົວ ເອກ​ອັກ​ຄະ​ລັດ​ຖະ​ທູດ ແຫ່ງ ສປ ຈີນ ປະ­ຈຳ​ລາວ ມີ​ບັນ­ດາ​ລັດ­ຖະ­ມົນ­ຕີ ປະ­ທານ​ບໍ­ລິ­ສັດ ແລະ ແຂກ​ຖືກ​ເຊີນ​ທັງ​ລາວ ແລະ ຈີນ ເຂົ້າ​ຮ່ວມ. ຂໍ້ມູນຈາກ::www.vientianemai.net/teen/khao/1/4122

Delicious Digg Fark Twitter