ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ລ.. 11, 2011 | ມີ 17 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

  ຂ້ອຍຄິດວ່າເພື່ອນ2ພັນລາວຄົງຈະເຄີຍຕົກຢູ່ໃນສະຖານະການດຽວກັນກັບຂ້ອຍ:

ພວກເຮົາສອງຄົນເລິ່ມຮູ້ຈັກກັນ ແລະ ຮັກແພງກັນໃນຖານະເພື່ອນຮວ່ມງານກັນ

ແຕ່ຢູ່ໆຄວາມຮູ້ສຶກຂອງຂ້ອຍກໍ່ເລິ່ມປ່ຽນໄປເວລາເຫັນລາວຢູ່ກັບຜູ້ຍິງຄົນອຶ່ນກໍ່

ເລິ່ມມີອາການຫືງລາວຂຶ້ນມາ, ເວລາບໍ່ເຫັນໜ້າກໍ່ຮູ້ສຶກວ່າມີສິ່ງໃດໜຶ່ງຂາດ

ຫາຍໄປ, ເວລາຢູ່ໃກ້ກັບລາວຮູ້ສຶກໃຈເຕັ້ນແຮງຜິດປົກກະຕິຂ້ອຍກໍ່ບໍ່ເຂົ້າ

ໃຈຕົນເອງຄືກັນວ່າມັນເກີດຫຍັງຂຶ້ນຂ້ອຍເລີ່ມຖາມຕົນເອງວ່າຂ້ອຍຮັກ

ລາວແລ້ວແມ່ນບໍ່? ຂ້ອຍພະຍາຍາມທີ່ຈະເກັບຄວາມຮູ້ສຶກນີ້ໄວ້ພຽງຄົນດຽວ

ເພາະຖ້າບອກໄປຂ້ອຍກໍ່ຢ້ານຜົນທີ່ຕາມມາເຊິ່ງບາງທີ່ຂ້ອຍອາດຈະເສຍລາວໄປ

ຂ້ອຍເຈັບປວດທຸກຄັ້ງທີ່ໄດ້ຍິນລາວເວົ້າເຖິງຜູ້ຍິງຄົນອື່ນ, ບາງຄັ້ງລາວກໍ່ເຮັດໃຫ້

ຂ້ອຍຮູ້ສຶກຫວັ່ນໄຫວທຸກມື້ກ່ອນນອນລາວຈະສົ່ງຂໍ້ຄວາມຫາ, ສົ່ງ good night

,take care ທ້າຍອາທິດກໍ່ມັກຈະໄປຫຼິ້ນເຮືອນ, ວັນແຫ່ງຄວາມຮັກກໍ່ພາຂ້ອຍໄປຫຼິ້ນ

ວັນເກີດຂ້ອຍກໍ່ມີແຕ່ເຮົາສອງຄົນຢູ່ສະຫຼອງນຳກັນ,ແຕ່ບາງຄັ້ງກໍ່ເສີຍໆຄືກັບບໍ່ຄ່ອຍຈະ

ສົນໃຈຂ້ອຍເລີຍ, ຕອນນີ້ຂ້ອຍຮູ້ສຶກສັບສົນເພື່ອນໆມີຄຳແນະນຳດີໆກໍ່ຊ່ວຍແນະນຳຂ້ອຍ

ແດ່ໄດ້ບໍ່ເພາະຂ້ອຍຮູ້ສຶກວ່າກຶນບໍ່ເຂົ້າຄາຍບໍ່ອອກບໍ່ຮູ້ຈະເຮັດແນວໃດຕໍ່ໄປແລ້ວ

ຂ້ອຍຢາກຫຼຸດພົ້ນອອກຈາກຄວາມຮູ້ສຶກແບບນີ້ເຕັມທີແລ້ວ

Delicious Digg Fark Twitter