ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 23, 2011 | ມີ 12 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເກີດມາເປັນຄົນກໍ່ຕ້ອງຮູ້ຈັກປຸງຊີວິດ ການປຸງຊີວິດກໍ່ຄື ປຸງອາລົມຂອງໂຕເອງ

ເພື່ອຈະເຂົ້າໄປຢູ່ກັບຄົນອື່ນ ກໍ່ໃຫ້ຄິດເຖິງແກງ ຄິດເຖິງຂອງກິນທີ່ເຮົາກິນກັບເຂົ້າ

ມັນຈະມີລົດຊາດດຽວບໍ່ໄດ້ ຄົນທີ່ມີອາລົມດຽວເຂົາເອີ້ນວ່າ ” ຄົນທີ່ບໍ່ຮູ້ຈັກປຸງຊີວິດ

ບາງຄົນມີອາລົມສົ້ມຈີດ: ຄືເປັນຄົນແກ່ນກ້າວ ເຂົາເອີ້ນ ” ແກ່ແດດ, ແກ່ລົມ, ແກ່ແຕງ, ແກ່ນ້ຳເຕົ້າ

ແກ່ເພາະກິນເຂົ້າ ເຖົ້າເພາະຢູ່ດົນ” ຄົນທີ່ມີອາລົມສົ້ມຈີດຢູ່ກັບໃຜບໍ່ໄດ້.

ບາງຄົນເຄັມຈັດ: ຄືບໍ່ໃຊ້ຈ່າຍ, ຄົນຂີ້ຖີ່ຂີ້ໜຽວ ເອີ້ນວ່າເຄັມ ບໍ່ມັກໃຊ້ຈ່າຍຫຍັງເລີຍ.

ທ່ານທັງຫຼາຍຄິດເບິ່ງເກືອຫັ້ນດູ ກ້ອນໃຫຍ່ເທົ່າໃດກໍ່ຍິ່ງເຄັມຫຼາຍເທົ່ານັ້ນ ແລ້ວບາງຄົນທີ່ເຄັມພີລຶກພີໂລ

ໃຜຄົບຫາສະມາຄົມນຳເຂົາກໍ່ຈະຮູ້ສຶກເຄັມໄປນຳ ກໍ່ຄືບໍ່ມີການເສຍສະຫຼະຫຍັງທັງສິ້ນ.

ບາງຄົນກໍ່ຫວານເກີນ ມັກມາກຫຼາຍໃຈໂດຍບໍ່ເລືອກໄວອາຍຸຂອງຕົນເອງ ແລະ ບໍ່ເລືອກວ່າໃຜເປັນໃຜ

ທີ່ເຂົາເຈົ້າເວົ້າວ່າຜູ້ຊາຍຈັບເບິ່ງແມ່ຍິງແລ້ວບໍ່ມີຫາງເປັນອັນວ່າໃຊ້ໄດ້ ເປັນແບບນ້ີກໍ່ຫວານເກີນໄປ

ຈົນເປັນທີ່ບໍ່ໄວ້ວາງໃຈ ຄົນທັງຫຼາຍກໍ່ລະແວງ ລະວັງວ່າຄົນໆນີ້ມີນິໄສເຈົ້າຊູ້ຫຼາຍໃຈ.

ບາງຄົນກໍ່ລົດຊາດເຜັດຈັດ: ຄືຂ້ອນຂ້າງຂີ້ຮ້າຍໂມໂຫງ່າຍ ໃຈໂຫດຫ້ຽມ ການທີ່ເປັນຄົນໃຈຮ້າຍ

ຈະໄປຢູ່ກັບໃຜໄດ້ ມັນເຜັດໂພດໃຜກໍ່ຕ້ອງບອກວ່າບໍ່ໄຫວ ບໍ່ໄຫວ ຄືຄົນຜູ້ນີ້ ບໍ່ໄຫວແທ້ໆ ເຜັດໂພດ.

ບາງຄົນກໍ່ຈືດເກີນໄປ: ອາລົມຈືດເກີນໄປຢູ່ກັບໃຜ ໃຜກໍ່ຮູ້ສຶກບໍ່ມີຄວາມມ່ວນຊື່ນ

ມີຄວາມຮູ້ສຶກຊີ່ໆເສີຍໆຈືດຊືດ ຊີວິດບໍ່ມີຫຍັງໜ້າຕື່ນເຕັ້ນ ແລະ ບໍ່ຢາກຢູ່ນຳເລີຍ

ດັ່ງນັ້ນ, ພວກເຮົາທັງຫຼາຍຈຶ່ງເອົາລົດຊາດທັງຫຼາຍນີ້ມາລວມກັນ

ປຸງເປັນລົດຊາດ, ເອົາສົ້ມ, ຫວານ, ມັນ, ເຄັມ, ເຜັດ, ຈືດ ມາລວມເຂົ້າກັນ

ກໍ່ເປັນແກງໝໍ້ໜຶ່ງທີ່ບໍລິໂພກໄດ້ ແລະ ແຊບນົວ.

ຄົນເຮົາກໍ່ເຊັ່ນດຽວກັນຕ້ອງຮູ້ຈັກ ປຸງອາລົມ ຫຼາຍໆສະຖານະການ

ຈຶ່ງຈະເປັນຊີວິດທີ່ເຮັດໃຫ້ຄົນອື່ນສາມາດບໍລິໂພກໄດ້ ກໍ່ຄືສາມາດຢູ່ຮ່ວມກັບເຮົາໄດ້


ໝູ່ເພື່ອນອ້າຍນ້ອງພັນລາວເຮົາເດ ມີສູດປຸງຂອງຊີວິດແນວໃດແດ່?


ທີ່ມາ: dhammadelivery.com



ຂຽນເມື່ອ ຂຽນເມື່ອ: ຕ.ລ.. 29, 2010 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ


ມື້ໜຶ່ງຂະນະທີ່ຂ້ອຍຢືນຖ້າລົດຢູ່ແຄມທາງ ຢູ່ດີໆກໍ່ມີຍິງຄົນໜຶ່ງອາຍຸປະມານ 40 ປາຍປີນີ້ລະ

ຈູງລົດຮອນດາດຣີມສີຂາວແດງ ຕິດປ້າຍໂລໂກ້ ມຊ ຢູ່ທາງໂກບລົດເບື້ອງໜ້າ

ລາວຈູງລົດນັ້ນມາດ້ວຍຄວາມອິດເມື່ອຍເມື່ອມາຮອດບ່ອນຂ້ອຍຢືນຢູ່

ລາວກໍ່ຢຸດລົດແລ້ວຍໍມືຂຶ້ນນົບທັງເວົ້າຂຶ້ນມາວ່າ:

ນາງເອີຍລົດແມ່ນ້ຳມັນໝົດ ແມ່ຂໍເງິນແນ່ຈັກສິບພັນກີບ ແມ່ລືມເອົາກະເປົາເງິນມາ

ຂ້ອຍຕົກສະເງີ້ຢູ່ຄາວໜຶ່ງບໍ່ຈັກຊີຕອບແນວໃດ

ແລ້ວຍິງຄົນນັ້ນກໍ່ເວົ້າຂຶ້ນອີກທັງນົບທັງໄຫວ້ ໃນຂະນະນັ້ນເອງ

ໂທລະສັບຂອງຂ້ອຍກໍ່ດັງຂຶ້ນ ເປັນສັນຍານບອກວ່າຜູ້ທີ່ມາຮັບນັ້ນມາຮອດແລ້ວ

ດ້ວຍຄວາມຟ້າວຟັ່ງແລະຄວາມຄິດທີ່ວ່າ ກ້າຂໍກະກ້າໃຫ້ຂ້ອຍກໍ່ເລີຍເອົາເງິນໃຫ້ຍິງຄົນນັ້ນໄປ

10.000 ກີບ ຕາມທີ່ລາວຂໍໂດຍບໍ່ໄດ້ຄິດຫຍັງຫຼາຍ

ເພາະໂຕເອງກໍ່ເຄີຍພົບສະຖານະການລືມກະເປົາເງິນແລ້ວນ້ຳມັນໝົດເຊັ່ນກັນ

ຫຼັງຈາກນັ້ນ 2 ມື້ຕໍ່ມາ, ມີໝູ່ຄົນໜຶ່ງເລົ່າເລື່ອງໃຫ້ຟັງວ່າ:

ຂະນະທີ່ລາວນັ່ງກິນເຝີຢູ່ຮ້ານ ກໍ່ໄດ້ມີແມ່ຍິງຄົນໜຶ່ງມາຂໍເງິນ 10.000 ກີບ ເພື່ອໄປຈອດຕີນລົດ

ບອກວ່າບໍ່ໄດ້ເອົາກະເປົາເງິນມາ, ແຕ່ໝູ່ຂອງຂ້ອຍລາວຮູ້ທັນວ່າຕ້ອງແມ່ນພວກຂີ້ຕົວະ

ລາວກໍ່ເລີຍເວົ້າໄປວ່າ ຈອດຕີນລົດຈັກ 5.000 ກີບ ກໍ່ພໍແລ້ວ ແຕ່ຍິງຄົນນັ້ນກໍ່ຍັງຊູຊີຊິເອົາ ສິບພັນ

ໝູ່ຂ້ອຍກໍ່ເລີຍຍິ່ງເຂົ້າໃຈຖືກວ່າແມ່ນພວກຕົ້ມຕົວະ  ລາວກໍ່ເລີຍເວົ້າໃຫ້ຍິງຄົນນັ້ນ

ແລ້ວລາວກໍ່ເລີຍວ່າ : ຂ້ອຍເຮັດວຽກໝົດມື້ໝົດເວັນໄດ້ເງິນແຕ່ໜ້ອຍດຽວ,

ອັນນີ້ບໍ່ຮອດ 1 ນາທີ່ເຈົ້າຈະມາຂໍເປັນ 10.000 ພຸ້ນຫວາ

ຂ້ອຍຊິໃຫ້ເຈົ້າ 2.000 ກີບ. ຖ້າເຈົ້າຍັງຊູຊີຂ້ອຍຊິແຈ້ງຕຳຫຼວດຈັບ (ໝູ່ຂ້ອຍວ່າ)

ຍິງຄົນນັ້ນກໍ່ຊູຊີເວົ້າອີກວ່າ ຄັນຊັ້ນໃຫ້ຂ້ອຍ 5.000 ສາ,

ບໍ່ ຂ້ອຍຊິໃຫ້ເຈົ້າສອງພັນເຈົ້າຊິເອົາບໍ? ຖ້າບໍ່ເອົາລະກະແລ້ວ

ຍິງຄົນນັ້ນກໍ່ເຮັດບໍ່ພໍໃຈ ແລ້ວກໍ່ຍ່າງໜີໄປ.

 

ໂອ້! ຂ້ອຍຖືກຕົວະເຕັມໆເລີຍ ສັງຄົມທຸກມື້ນີ້ມັນຈັ່ງແມ່ນຫາຄວາມຈິງໃຈຕໍ່ກັນຍາກແທ້ໆ

ໝູ່ເພື່ອນເດຄິດວ່າຍິງຄົນນັ້ນແມ່ນຄົນຕົ້ມຕົວະຫຼອກເອົາເງິນຄົນບໍ?

 

ຈັ່ງໃດກໍ່ໃຫ້ລະວັງໄວ້ເດີ້ ດຽວຈັກໜ້ອຍຊິກາຍເປັນຄົນໃຈດີຢາກເຮັດບຸນຊ້ຳພັດກາຍເປັນການສະໜັບສະໜູນຄົນເຮັດບໍ່ດີຊ້ຳ

 



ຂຽນເມື່ອ ຂຽນເມື່ອ: ພ.ຈ.. 19, 2009 | ມີ 21 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

alt

 

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 27, 2009 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ໄດ້ແຕ່ກາຍໄປລະກະກາຍມາ ມື້ວານນີ້ມີໂອກາດດີກໍ່ເລີຍແວ່ເຂົ້າໄປເບິ່ງ

ວັດທີ່ມີຄຸນຄ່າຫຼາຍຢ່າງທາງດ້ານປະຫວັດສາດ ນັ້ນກໍ່ຄື ວັດສີສະເກດນັ້ນເອງ

ຜ່ານທາງສາຍນີ້ເປັນປະຈຳແຕ່ກໍ່ບໍ່ເຄີຍໄດ້ເຂົ້າໄປເບິ່ງ ມື້ວານນີ້ໄດ້ເຂົ້າໄປເລີຍເອົາຮູບມາຝາກ

ເຊື່ອວ່າຫຼາຍຄົນຄືຊິເຫັນແລ້ວເນາະ

ປະຫວັດຫຍໍ້ ຂອງວັດສີສະເກດ

alt

 

ພະພຸດທະຮູບທີ່ບໍ່ສົມບູນ ແລະ ສິ້ນສ່ວນຕ່າງໆ

(ຖືກທຳລາຍໃນສະໄໝສົງຄາມ ບໍ່ຈື່ວ່າປີໃດ )

alt

 

ອົງພະພຸດທະຮູບອ້ອມຮອບວັດ

alt

 

ພະພຸດທະຮູບນ້ອຍຈຳນວນຫຼວງຫຼາຍຢູ່ໃນຝາຜະໜັງວັດ

alt

 

ບ່ອນປະທັບຂອງອົງພະພຸດທະຮູບ

alt

 

 ບໍ່ໄດ້ຕັ້ງໃຈຖ່າຍຮູບກະເລີຍອອກມາເປັນແນວນີ້ ໄດ້ທໍ່ນີ້

ໃຜຍັງບໍ່ເຄີຍເຂົ້າໄປກໍ່ຫາເວລາເຂົ້າໄປເບິ່ງ ເຂົ້າໄປໃນນັ້ນແລ້ວນຶກພາບເຫັນສະໄໝສົງຄາມ

 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 20, 2009 | ມີ 16 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ຫຼາຍຄົນບອກວ່າ ເວລາຈະເປັນສິ່ງຊ່ວຍໃຫ້ທຸກຢາງດີຂຶ້ນ

ເວລາຜ່ານໄປເຈົ້າກໍ່ຈະຮຽນເກັ່ງເອງ

ເວລາດົນໄປເຈົ້າກໍ່ຈະປະສົບຜົນສຳເລັດເອງ

ເວລາຈະຊ່ວຍໃຫ້ເຮົາຮຽນຮູ້ຫຼາຍສິ່ງຫຼາຍຢ່າງໄດ້ດີຂຶ້ນ

ເວລາຊ່ວຍເຮັດໃຫ້ເຮົາເປັນຜູ້ໃຫຍ່ຫຼາຍຂຶ້ນ

ເວລາຈະເປັນເຄື່ອງພິສູດຄວາມຮັກຂອງຄົນສອງຄົນ

ເວລາຍາວນານຄວາມຮັກກໍ່ແໜ້ນແຟ້ນ

ເວລາຈະຊ່ວຍໃຫ້ເຮົາຄ່ອຍໆລືມຄວາມຊົງຈຳທີ່ເຈັບປວດໄດ້

ເວລາທີ່ຍາວນານຈະເຮັດໃຫ້ຄວາມຄິດຮອດຄິດເຖິງຈືດຈາງລົງ

ແລະ ອື່ນໆອີກຫຼາຍຢ່າງ

ແຕ່ຄວາມເປັນຈິງແລ້ວຂ້ອຍເອງຄິດວ່າ

ເວລາບໍ່ໄດ້ຊ່ວຍຫຍັງເລີຍ, ເວລາບໍ່ໄດ້ເຮັດໃຫ້ຄົນເຮົາເປັນຄົນດີ ຫຼື ເປັນຄົນຊົ່ວ

ເວລາບໍ່ໄດ້ຊ່ວຍໃຫ້ຄວາມຮັກຂອງຄົນສອງຄົນເພິີ່ມຂຶ້ນ

ເວລາບໍ່ໄດ້ເຮັດໃຫ້ເຮົາເປັນຜູ້ໃຫຍ່ຫຼາຍຂຶ້ນ

ແລະ ເວລາກໍ່ບໍ່ໄດ້ຊ່ວຍໃຫ້ເຮົາລືມສິ່ງທີ່ຢາກລືມໄດ

ເວລາກໍ່ຍັງຄົງເປັນເວລາ, ທຸກສິ່ງທຸກຢ່າງຈະເປັນໄປໃນທາງໃດນັ້ນ

ລ້ວນແລ້ວແຕ່ຂຶ້ນກັບຕົວເຮົາເອງທັງນັ້ນ

ຖ້າເຮົາບໍ່ເຮັດຫຍັງເລີຍ, ເວລາກໍ່ຜ່ານໄປຊື່ໆ ບໍ່ມີຫຍັງເກີດຂຶ້ນ

ບໍ່ມີຫຍັງປ່ຽນແປງ,

ທຸກສິ່ງທຸກຢ່າງຂຶ້ນກັບຕົວເຮົາເອງທັງນັ້ນ

ຈົ່ງຢ່າເວົ້າເທາະວ່າ ອີກ 5ປີ 10 ປີ ຂ້ອຍຈະກາຍເປັນໝໍ, ເປັນນັກການເມືອງ

ຖ້າຫາກວ່າມື້ນີ້ເຈົ້າຫາກບໍ່ໄດ້ເຮັດຫຍັງເລີຍ

ຈົ່ງຢ່າເວົ້າເທາະວ່າ 1 ປີ ຂ້ອຍຈະລືມແຟນເກົ່າໄດ້

ຖ້າຫາກເຈົ້າຍັງບໍ່ຄິດທີ່ຈະລືມມັນ

ຈົ່ງຢ່າເວົ້າເທາະວ່າຫຼັງຈາກຮຽນຈົບ, ຂ້ອຍຈະຕ້ອງເຮັດວຽກໄດ້ເງິນດີໆ

ເປັນເສດຖີໃນອະນາຄົດ.........ຖ້າຫາກມື້ນີ້ເຈົ້າບໍ່ຄິດຈະຕັ້ງໃຈຮຽນ

ທຸກສິ່ງທຸກຢ່າງຂຶ້ນກັບຕົວເຮົາເອງ ຄຳວ່າເວລາມັນເປັນພຽງແຕ່

ຄຳເວົ້າປອບໃຈໃຫ້ແກ່ຄົນທີ່ທໍ້ແທ້ຜິດຫວັງເທົ່ານັ້ນເອງແລ

 

 

ຜິດພາດປະການໃດກໍ່ຂໍອະໄພດ້ວຍ

 

ຂຽນໂດຍ wunwan


 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 4, 2008 | ມີ 19 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ມື້ນີ້ ວວ ມີຄຳທວາຍຢາກຈະມາທວາຍໝູ່ເພື່ອນຢູ່ພັນລາວລອງເບິ່ງ

ຄຳທວາຍຄື: ແມ່ນຫຍັງ ສອງຢ່າງທີ່ຄົນເຮົາບໍ່ເຄີຍກິນກ່ອນເຂົ້າເຊົ້າ ???

 

ເປັນຈັ່ງໃດກະລອງເຂົ້າມາຕອບເບິ່ງເນາະ ຖືກບໍ່ຖືກ ວວ ຊິບອກນຳຫຼັງ    ອິອິອິ

 

 

ຕິກ.ຕັອກ... ຕິກ ຕັອກ.......

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 27, 2008 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ


ມື້ນີ້ກໍ່ຄືມື້ທີ່ຜ່ານມາ, ຂ້ອຍໄດ້ລົງໄປຫາປາດ້ວຍການໄຫຼມອງຢູ່ທີ່ນ້ຳຂອງ ໜ້າເຮືອນຂ້ອຍເອງ


ຂະນະທີ່ຂ້ອຍກຳລັງສາວມອງຂຶ້ນເຮືອ, ຂ້ອຍມີຄວາມຮູ້ສຶກວ່າມອງຂອງຂ້ອຍມັນໜັກຫຼາຍ,


ຂ້ອຍຄິດໃນໃຈວ່າຕ້ອງໄດ້ປາໃຫຍ່ແນ່ນອນ,ຂ້ອຍພະຍາຍາມສາວມອງຂຶ້ນມາໝົດເຫື່ອໝົດແຮງ,


ແລະແລ້ວຂ້ອຍກໍ່ເຫັນໂຕສີຂາວໆຕິດຢູ່ນຳມອງຂ້ອຍ, ຂ້ອຍພະຍາຍາມດຶງມາໃກ້ໆ ...ໃກ້ເຂົ້າມາ ....ໃກ້ເຂົ້າມາ....


ຂ້ອຍຄິດຢູ່ໃນໃຈວ່າ :ໂອ້ ມື້ນີ້ຊິໄດ້ຈັກໂລນໍ? ປາເພາະ ຫຼື ປາລີງນໍ? ຄິດດີໃຈຢູ່ຮຸ່ມໆ


ແລະ ແລ້ວຂ້ອຍກໍ່ດຶງມັນຂຶ້ນມາເທິງເຮືອ


ໂອ້ !​!​!​ພະເຈົ້າ ຈອສສສສສສສສສ ຂ້ອຍອຸທານອອກມາບັກແຮງໆ ດ້ວຍຄວາມຕົກໃຈຢ່າງແຮງ



ຄົນຕາຍໄຫຼນ້ຳ.........ຂ້ອຍອຸທານອອກມາຄ່ອຍໆ


ແຕ່ຂ້ອຍກໍ່ພະຍາຍາມແຂງໃຈໄວ້


ຂ້ອຍໄດ້ຕັດສິນໃຈເອົາຄົນນັ້ນໄປປະໄວ້ແຄມຕາຝັ່ງດ້ວຍຄວາມຢ້ານກົວ


ແລວກໍ່ກັບຂຶ້ນເມືອເຮືອນດ້ວຍຄວາມຫວາດກົວເລີຍ. ພໍຮຸ່ງເຊົ້າຂຶ້ນມາຂ້ອຍກັບມາເບິ່ງກໍ່ບໍ່ເຫັນແລ້ວ


ໄດ້ແຕ່ຄິດວ່າມັນຄືຊິໄຫຼໄປກັບນ້ຳແລ້ວປານນີ້



ສາທຸເດີ ........ຢ່າມາຫຼອກມາຫຼອນເດີ



 

 


ນີ້ແມ່ນເລື່ອງຈິງ ທີ່ເກີດຂຶ້ນກັບຄົນໄທບ້ານຂ້ອຍ



ຂຽນເມື່ອ ຂຽນເມື່ອ: ພ.ຈ.. 17, 2008 | ມີ 10 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເລື່ອງນີ້ເປັນເລື່ອງຂອງຄົນໆໜຶ່ງ ທີ່ຂ້ອຍຢາກເອົາມາເລົ່າສູ່ໝູ່ເພືອນຟັງເພື່ອເປັນບົດຮຽນ

ເລື່ອງນີ້ເກີດຂຶ້ນໃນລະຫວ່າງປີ 2004 ນີ້ລະຖ້າຈື່ບໍ່ຜິດ

ແກ້ວ(ນາມສົມມຸດ) ເປັນລູກຊາຍກົກຂອງ ລຸງທອງມີ , ຄອບຄົວລຸງທອງມີເປັນຄອບຄົວທີ່ມີຖານະພໍປະມານ ບໍ່ຮັ່ງບໍ່ມີ ແຕ່ກໍ່ບໍ່ເຖິງຂັ້ນເຂົ້າຂາດແລງແກງຂາດໝໍ້. ນອກຈາກລູກຊາຍແລ້ວ ລຸງທອງມີຍັງມີລູກສາວອີກສອງຄົນ, ລູກຊາຍກົກທ້າວແກ້ວອາຍຸອານາມກະໄດ້ປະມານ 20 ປີ ແຕ່ຄວາມຈະເລີນທາງດ້ານຈິດໃຈກະສິປະມານ 15 ປີນີ້ລະ, ແກ້ວເປັນຄົນໃຈເດັດ, ໃຈໂຫດ ແລະອ່ອນໄຫວເປັນບາງເວລາ, ຂີ້ຄ້ານຮຽນໜັງສື, ໂດຍສະເພາະນັບຕັ້ງແຕ່ຄົບກັບໝູ່ທີ່ຊື່ທ້າວ ດຳ, ແກ້ວຍິ່ງບໍ່ຟັງຄວາມໃຜເລີຍ,ຍາມໃດກໍ່ໄປນຳແຕ່ທ້າວດຳ ພໍ່ແມ່ເວົ້າຫຍັງກໍ່ບໍ່ຟັງ, ຈົນບາງເທື່ອກໍ່ຜິດຖຽງກັບພໍ່ຢ່າງຮຸນແຮງ, ລຸງທອງມີອຸກໃຈຫຼາຍທີ່ເຫັນລູກຊາຍເປັນແນວນີ້ ລາວໄດ້ພະຍາຍາມສືບຫາສາເຫດທີ່ເຮັດໃຫ້ລູກຂອງລາວປ່ຽນໄປຈຶ່ງໄດ້ຮູ້ວ່າ ແກ້ວຕິດຢາ, ເຊິ່ງແມ່ນທ້າວດຳເປັນຄົນເອົາມາປັນແກ້ວສູບກິນ. ລຸງທອງມີແລະເມຍບໍ່ຮູ້ຈະເຮັດແນວໃດ ເວົ້າແນວໃດ ແກ້ວກໍ່ບໍຍອມເລີກ, ຄິດຈົນວ່າຫົວຊິແຕກ ຈົນຮ່າງກາຍຈ່ອຍຜອມ ແລະ ເຈັບປ່ວຍລົງ, ນັບມື້້ແກ້ວກໍ່ຍິງຖະຫຼຳເລິກເຂົ້າໄປເລື້ອຍໆ, ເຂົ້າຂອງຕ່າງໆຢູ່ໃນເຮືອນແກ້ວກໍ່ລັກເອົາໄປຂາຍຈົນໝົດ ຈົນເກືອບບໍ່ມີຫຍັງເລີຍ, ຈົນວັນໜຶ່ງລຸງທອງມີທົນເຫັນລູກຂອງຕົນເອງເປັນແນວນີ້ຕໍ່ໄປບໍ່ໄຫວຈຶ່ງໄດ້ແຈ້ງຕຳຫຼວດຈັບລູກຊາຍຕົນເອງເຂົ້າຄຸກ,

ເປັນເວລາຫຼາຍປີທີ່ແກ້ວເຂົ້າໄປນອນຢູ່ໃນຄຸກ ແຕ່ລຸງທອງມີພ້ອມດ້ວຍເມຍແລະລູກສາວກໍ່ໄດ້ມາສົ່ງເຂົ້າສົ່ງນ້ຳເປັນປະຈຳບໍ່ໄດ້ຂາດ,

ໄລຍະເວລາໃນການລົງໂທດຈຳຄຸກສິ້ນສຸດລົງ ແກ້ວກັບເມືອເຮືອນຫາພໍ່ແມ່. ຫວັງວ່າຈະກັບຕົວເປັນຄົນດີ ແຕ່ແລ້ວລາວກໍ່ໄດ້ຮັບຂ່າວຮ້າຍ, ພໍ່ຂອງແກ້ວປ່ວຍເປັນໂລກຫົວໃຈຍ້ອນຄິດຫຼາຍເລື່ອງລູກຊາຍ, ເງິນຄຳທີ່ຫາມາໄດ້ກໍ່ເອົາໄປຖົມໃສ່ຄະດີລູກຊາຍຈົນໝົດ, ເຮືອນຊານທີ່ເຄີຍມີຢູ່ມີກິນກໍ່ຂາດໆເຂີນໆ, ເມື່ອເຫັນສະພາບຄອບຄົວແນວນີ້ແກ້ວກໍ່ນ້ຳຕາໄຫຼອາບແກ້ມ ຮ້ອງໄຫ້ດ້ວຍຄວາມເສຍໃຈ, ລາວໃຫ້ສັນຍາກັບພໍ່ແມ່ວ່າຕໍ່ໄປຈະຕັ້ງຈິດຕັ້ງໃຈກັບຕົວເປັນຄົນດີ

ຕັ້ງແຕ່ວັນນັ້ນມາແກ້ວກໍ່ຕັ້ງໃຈເຮັດວຽກຫາເງິນຫາເພືອມາລ້ຽງຄອບຄົວ, ເຖິງວ່າການສຶກສາຂອງລາວຈະບໍ່ຈົບມໍ 6 ແຕ່ລາວກໍ່ທຸ່ມເທເຫື່ອແຮງແລະຄວາມສາມາດທີ່ມີເພື່ອຊອກຫາເງິນຄຳມາຈຸນເຈືອຄອບຄົວ ແລະເຮັດໃຫ້ຄອບຄົວດີຂຶ້ນ

ແກ້ວເອີຍມັນບໍ່ຫຼ້າບໍ່ສວາຍດອກທີ່ລູກຈະເປັນຄົນດີເຖິງວ່າລູກຈະເປັນແນວໃດ ພໍ່ແລະແມ່ກໍ່ຍັງຮັກ ແລະ ເປັນຫ່ວງເປັນໄຍລູກສະເໝີດ(ລຸງທອງມີ ເວົ້າພ້ອມກັບນ້ຳຕາເຕັມເບົ້າ)

ຄົນເຮົາທຸກຄົນເກີດມາ ບໍ່ມີໃຜທີ່ບໍ່ເຄີຍເຮັດຜິດ, ແຕ່ຖ້າຮູ້ວ່າຕົນເອງເຮັດຜິດແລ້ວຮູ້ຈັກແກ້ໄຂແລະປັບປຸງຕົວເອງກໍ່ດີແທ້ແລ

ດັ່ງຄຳທີ່ເພິ່ນວ່າ ຄົນສະຫຼາດຈະບໍ່ເຮັດຜິດຊ້ຳຄືນອັນເກົ່າທີ່ເຂົາເຄີຍເຮັດມາ

ເປັນຈັ່ງໃດອ່ານແລ້ວມີຄວາມເຫັນແນວໃດແດ່ໝູ່ເພື່ອນທັງຫຼາຍ.............

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 8, 2008 | ມີ 11 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ

ເຈົ້າເຄີຍໃຫ້ອະໄພສັດຕູຜູ້ທີ່ເຄີຍທຳຮ້າຍເຈົ້າບໍ?

 

ເລື່ອງນີ້ຍາວແດ່ຈັກໜ້ອຍແຕ່ກະລອງອ່ານໃຫ້ຈົບເດີພີ່ນ້ອງ ເຜື່ອວ່າມັນຈະໃຫ້ຂໍ໊ຄິດດີໆແດ່ຈັກເລັກຈັກໜ້ອຍເນາະ

 

ຮັກ ຫຼື ຊັງເທົ່າທຽມກັນ ໝາຍເຖິງ ແມ່ນແຕ່ສັດຕູຄູ່ອາຄາດຕໍ່ກັນກໍ່ຕ້ອງປະຕິບັດຕໍ່ເຂົາເຈົ້າຄືກັບຄົນທີ່ຕົນເອງຮັກ

 

     ເລື່ອງນີ້ມັນເປັນຄະຕິປະຈຳໃຈຂອງຊາວພຸດເຮົາ, ບາງເທື່ອເຈົ້າກໍ່ອາດຈະເຂົ້າໃຈ ແຕ່ຖ້າເຈົ້າໄດ້ປະສົບພົບພໍ້ກັບສັດຕູຄູ່ອາຄາດຂອງເຈົ້າ

 

ມັນກໍ່ຍາກທີ່ຈະປະຕິບັດຕໍ່ກັບຄົນນັ້ນຄືກັບຄົນທີ່ເຈົ້າຮັກ. ໃນສະໄໝກ່ອນຢູ່ປະເທດອິນເດຍ ມີປະເທດນ້ອຍໆທີ່ອ່ອນແອປະເທດໜຶ່ງ,

 

ຕໍ່ມາປະເທດດັ່ງກ່າວໄດ້ຖືກຄຸກຄາມຈາກປະເທດໃຫຍ່ປະທດໜຶ່ງ ຊຶ່ງເປັນປະເທດໃກ້ຄຽງກັນເຂົ້າຍຶດຄອງ.

 

ໃນຕອນທີ່ພະເຈົ້າແຜ່ນດິນຂອງປະເທດນ້ອຍນັ້ນຖືກນຳໂຕໄປປະຫານຊີວິດນັ້ນ ເຈົ້າຊີວິດໄດ້ເວົ້າກັບລູກຊາຍວ່າ

 

"ເຈົ້າຢ່າເບິ່ງ(ການປະຫານ)ດົນເກີນໄປ ແລະ ຢ່າໃຈຮ້ອນວູ່ວາມ, ຄວາມແຄ້ນຈະໝົດໄປເພາະການບໍ່ຄິດຄຽດແຄ້ນ "

 

ຕໍ່ມາລູກຊາຍຂອງເຈົ້າແຜ່ນດິນກໍ່ໄດ້ຖືກປ່ອຍຕຕົວໃຫ້ລອດຊີວິດມາ ແຕ່ລາວກໍ່ໄດ້ຄິດຄຽດແຄ້ນໃນໃຈຢູ່ຕະຫຼອດເວລາ.

 

ຕໍ່ມາບໍ່ດົນໂອກາດກໍ່ມາຮອດ. ພະອົງໄດ້ໄປເຮັດວຽກຢູ່ໃນປະເທດໃຫຍ່ນັ້ນ ແລະ ຍັງເປັນທີ່ໄວ້ເນື້ອເຊື່ອໃຈຂອງເຈົ້າແຜ່ນອົງນັ້ນ

 

ຈົນສະໜິດສະໜົມກັນ ມື້ໜຶ່ງເຈົ້າແຜ່ນດິນໄດ້ເດີນທາງອອກໄປລ່າສັດ ດ້ວຍຄວາມອິດເມື່ອຍຈາກການເດີນທາງອັນຍາວໄກ

 

ພະອັງກໍ່ຈຶ່ງໄດ້ຊົງບັນທົມຫຼັບຢູ່ເທິງຕັກຂອງ ຣາສະໂອລົດອົງນີ້, ນີ້ມັນເປັນໂອກາດດີຫຼາຍທີ່ຈະແກ້ແຄ້ນແທນພະບິດາ

 

ດ້ວຍເຫດນັ້ນຣາສະໂອລົດ ຈຶ່ງໄດ້ຊັກເອົາດາບອອກມາ ຈີ້ໃສ່ຄໍຂອງເຈົ້າແຜ່ນອົງນັ້ນ, ແຕ່ໃນຊົ່ວຂະນະໜຶ່ງ

 

ພະອົງກໍ່ຊົງຄຶດຄະນຶງເຖິງຄຳເວົ້າຂອງພະບິດາທີ່ສັ່ງໄວ້, ຈຶ່ງເຮັດໃຫ້ພະອົງເກີລັງເລໃຈ ແລະ ເມື່ອນພະເຈົ້າແຜ່ນດິນຕື່ນຈາກບັນທົມ

 

ພະອົງກໍ່ໄດ້ສະລະພາບເລື່ອງລາວທັງໝົດໃຫ້ພະເຈົ້າແຜ່ນດິນຮູ້, ເມື່ອພະເຈົ້າແຜ່ນດິນຮູ້ແນວນັ້ນ ກໍ່ປາບປື້ມດີໃຈຍິ່ງນັກ ແລະ

 

ກໍ່ໄດກໃຫ້ອະໄພແກ່ເລື່ອງທີ່ເກີດຂຶ້ນ ແລະກໍ່ໄດ້ສົ່ງຕົວ ຣາສະໂອຣົດ ກັບປະເທດເພື່ອຄວາມສະຫງົບສຸກຂອງທັງສອງຝ່າຍ.

 

ຢ່າເບິ່ງດົນເກີນໄປ ໝາຍເຖິງ ຢ່າຄິດຄຽດແຄ້ນຢູ່ໃນໃຈຕະຫຼອດໄປ

 

ຢ່າໃຈຮ້ອນວູ່ວາມ ໝາຍຄວາມວ່າ ຢ່າຫຸນຫັນພັນແລ່ນຈົນທຳລາຍມິດຕະພາບທີ່ມີຕໍ່ກັນ

 

ເຊັ່ນວ່າການບໍ່ຄິດຄຽດແຄ້ນມັນເປັນເລື່ອງທີ່ເຮັດໄດ້ຍາກຫຼາຍ

 

ໃນການປະຊຸມທີ່ລອສແອງເຈີລີສ ຄັ້ງໜຶ່ງຕົວແທນຈາກສີລັງກາຊຶ່ງເປັນເມືອງພຸດໄດ້ກ່າວໃນທີ່ປະຊຸມວ່າ

 

"ເວນກຳຢູ່ໄດ້ຍ້ອນມີເວນມີກຳ,  ເວນກຳຈະໝົດໄປໄດ້ເພາະບໍ່ມີເວນກຳ" ແລະພະຍາຍາມປົກປ້ອງຍີ່ປຸ່ນທີ່ແພ້ຕໍ່ສົງຄາມຢ່າງເຕັມທີ່

 

 

 

ຂໍຂອບໃຈ ຂໍ້ຄວາມດີໆຈາກ ທຳດີດັອດເນັດ.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 24, 2008 | ມີ 7 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ອື່ນ ໆ
          ເປັນຫຍັງຄົນທີ່ເຮົາຮັກຫຼາຍທີ່ສຸດເຮົາຈຶ່ງເກງໃຈໜ້ອຍທີ່ສຸດ

          ຂ້ອຍເຊື່ອວ່າຫຼາຍຄົນກໍ່ມັກເປັນຄືກັນ  ເຮົາຍອມອ່ອນນ້ອມຖ່ອມຕົນ, ເວົ້າຈາອ່ອນຫວານມ່ວນຫູ ແລະ

ເຂົ້າໃຈງ່າຍໆ ກັບຄົນອື່ນ ແຕ່ກັບຄົນທີ່ເຮົາຮັກ ແນ່ນອນເຮົາເປັນໂຕຂອງໂຕເອງໄດ້ຫຼາຍທີ່ສຸດ


ແຕ່ບາງເທື່ອເຮົາກໍ່ລືມໃສ່ໃຈກັບ ຄວາມຮູ້ສຶກຂອງເຂົາເຈົ້າ ໂດຍເອົາອາລົມຂອງໂຕເອງເປັນສ່ວນຫຼາຍ,


ເຮົາເກງໃຈຄົນອື່ນທີ່ເຂົາບໍ່ໄດ້ຮູ້ສຶກອັນໃດກັບເຮົາເລີຍ

ແຕ່ກັບຄົນທີ່ເຂົາຮັກເຮົາ ແລະ ເຮົາກໍ່ຮັກເຂົາ
ບາງເທື່ອເຮົາກໍ່ເຮັດອີຫຍັງໂດຍບໍ່ເກງໃຈເຂົາເລີຍ.

          ເຊິ່ງບໍ່ໄດ້ໝາຍເຖິງແຕ່ແຟນເທົ່ານັ້ນ ແຕ່ຍັງໝາຍເຖິງພໍ່ແມ່ຂອງເຮົາອີກດ້ວຍ.  ເຮົາເຮັດດີ, ເວົ້າດີ ກັບຫຼາຍຄົນ

ແຕ່ກັບຄົນທີ່ເຮົາເອີ້ນວ່າ ເປັນຄົນກັນເອງ ເຮົາພັດບໍ່ຄ່ອຍໄດ້ເຮັດຫຍັງໃຫ້ເຂົາເຈົ້າພູມໃຈ ຫຼື

ບາງເທື່ອກໍ່ບໍ່ສົນໃຈຄວາມຮູ້ສຶກຂອງເຂົາເຈົ້າຊ້ຳ. 

ຕົວຢ່າງ: ຄົນເຮົາຕອນຫາກໍ່ຈີບກັນໃໝ່ກໍ່ເອົາອົກເອົາໃຈໃສ່ສາລະພັດອັນພັນແນວ ແຕ່ພໍໄດ້ເປັນແຟນກັນແລ້ວ

ຝ່າຍຍິງຈະຮູ້ສຶກເລີຍວ່າຝ່າຍຊາຍເອົາໃຈລາວໜ້ອຍລົງ ແລະ ຫັນໄປເອົາໃຈຕົວເອງຫຼາຍຂຶ້ນ,

ຄຳເວົ້າຫວານໆກໍ່ເລີ່ມຈະບໍ່ໄດ້ຍິນຄືແຕ່ກ່ອນ. 
        
ຂ້ອຍຢາກໃຫ້ຄົນທີ່ຮັກກັນນັ້ນເບິ່ງອີກຝ່າຍໜຶ່ງວ່າ ເປັນຄົນພິເສດ ເພາະມີໜ້ອຍຄົນທີ່ຈະເກີດມາໃຫ້ເຮົາຮັກໄດ້ແບບນີ້,

ສິ່ງທີ່ປະຕິບັດຕໍ່ກັນກໍ່ຄວນຈະພິເສດກວ່າຄົນອື່ນ, ພິເສດທັງການໃຫ້ ແລະ ການຮັບ.


         ທ່ານລອງຕອບຄຳຖາມເບິ່ງດຸວ່າ  ລະຫວ່າງຄົນອື່ນກັບຄົນພິເສດເຮົາຈະເບິ່ງໄປທີ່ຜູ້ໃດ,

ທ່ານຈະຕ້ອງການຄົນໃດຫຼາຍກວ່າກັນ................................................






ຄັດຈາກ http://www.dhammadelivery.com/webboard.php?action=show&id=5430